ສົມໄຊ ສິຣິຈັນໂທ ຄົນງານລາວ ໃນມາເລເຊັຽ ຂາດການຕິດຕໍ່

ສຸພັດຕາ
2022.10.11
ສົມໄຊ ສິຣິຈັນໂທ ຄົນງານລາວ ໃນມາເລເຊັຽ ຂາດການຕິດຕໍ່ ທ້າວສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄປເຮັດວຽກເປັນຄົນງານປະມົງ ຢູ່ຄອງໂກະກັງ ປະເທດມາເລເຊັຽ.
ຮູບພາບ: ສມາຊິກຄອບຄົວ

ທ້າວສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄປເຮັດວຽກເປັນຄົນງານປະມົງ ຢູ່ຄອງໂກະກັງ ປະເທດມາເລເຊັຽ ໄດ້ຫຼາຍປີແລ້ວ ແລະ ນັບແຕ່ໂຄວິດ-19 ຣະບາດ ທ້າວ ສົມໄຊ ກໍບໍ່ໄດ້ກັບຄືນມາປະເທດລາວເລີຍ ແຕ່ກໍໄດ້ໂທມາຫາ ຄອບຄົວຢູ່ເລື້ອຍໆ ແລະນັບຕັ້ງແຕ່ ແລ້ວບຸນປີໃໝ່ລາວ (ເດືອນເມສາ) ເປັນຕົ້ນມາ ທ້າວ ສົມໄຊ ກໍຂາດການຕິດຕໍ່ ກັບຄອບຄົວ ຍ້ອນລາວຖືກເຈົ້າໜ້າທີ່ ຕໍາຣວດ ມາເລເຊັຽຈັບ.

ດັ່ງແມ່ຂອງທ້າວສົມໄຊ ເວົ້າໃຫ້ວິທຍຸ ເອເຊັຽເສຣີ ຟັງໃນວັນທີ 5 ເດືອນຕຸລາ 2022 ນີ້ວ່າ:

“ຖືກຈັບ ພໍດີແລ້ວສົງການນ່າ ແມ່ກະບໍ່ຮູ້ຂ່າວເລີຍ ວ່າຈັບຫັ້ນ ເພິ່ນວ່າ ເພິ່ນແຈ້ງມາຫັ້ນວ່າ ບໍ່ມີພາສປອດ, ເຂົ້າປະເທດເພິ່ນ ເພິ່ນວ່າຫັ້ນນ່າ. ໝູ່ໄປນໍາກັນຫັ່ນນ່າແຈ້ງແມ່ ທາງໃດກະບໍ່ແຈ້ງດອກ ມີແຕ່ໝູ່ເຂົາຫັ້ນແຈ້ງແມ່.”

ແມ່ຂອງທ້າວ ສົມໄຊ ເວົ້າອີກວ່າ ທີ່ຜ່ານມາ ທ້າວສົມໄຊ ກໍມາຕໍ່ໜັງສືເດີນທາງ ທຸກເດືອນ ແລະຫຼັງຈາກທີ່ໂຄວິດ-19 ຣະບາດ ປະເທດລາວ ປິດປະເທດ ທ້າວສົມໄຊ ກໍມາເຮັດວຽກຢູ່ໄທຍ ຈາກນັ້ນ ນາຍຈ້າງຢູ່ປະເທດມາເລເຊັຽ ໄດ້ໂທໃຫ້ລາວກັບໄປເຮັດວຽກ ທີ່ມາເລເຊັຽຄືນ ລາວກໍເລີຍກັບໄປ ແລະໃນຊ່ວງທີ່ຍັງບໍ່ຖືກຈັບ ທ້າວສົມໄຊ ກໍສົ່ງເງິນມາ ໃຫ້ພໍ່ແມ່ ລ້ຽງລູກໃຫ້ຂອງລາວ ເພາະລາວກັບເມັຍ ແມ່ນໄດ້ປະກັນແລ້ວ.  ລາວກໍເລີຍໄປເຮັດວຽກ ເປັນຊາວປະມົງ ຢູ່ມາເລເຊັຽ ເພື່ອຫາເງິນມາລ້ຽງລູກ. ປັດຈຸບັນ ທາງຄອບຄົວເປັນຫ່ວງ ທ້າວ ສົມໄຊ ຫຼາຍ ບໍ່ຮູ້ວ່າ ລາວເປັນຕາຍຮ້າຍດີແນວໃດ ສ່ວນທາງຄອບຄົວເອງ ກໍບໍ່ຮູ້ຈະປະສານຫາເຈົ້າໜ້າທີ່ທາງໃດ ເພື່ອໃຫ້ການຊ່ອຍເຫຼືອ ຍ້ອນທາງຄອບຄົວ ທຸກຍາກຂາດເຂີນ:

“ພໍ່ແມ່ກະຈົນ ໝົດປັນຍາລະ ບໍ່ຈັກຊິເຮັດຈັ່ງໃດເນາະ ວ່າແລ່ນໄປໃສ ພໍ່ແມ່ກະບໍ່ມີເງິນຫັ້ນນ່່າ ວ່າຊິໄປແລ່ນຫານັ້ນຫານີ້ນ່າ ພໍ່ແມ່ກະບໍ່ມີເງິນ ເຮັດຈັ່ງໃດ ກະເລີຍວ່າຢູ່ລໍຟັງໄປນີ້ແຫຼະ ພໍສໍ່າຫັ້ນນີ້ ທາງພໍ່ທາງແມ່ນີ້ນ່າ ວ່າມີຊີວິຕຢູ່ບໍ່ຫັ້ນນ່າ ກະມີແຕ່ວ່າ ເຊື່ອແຕ່ 50/50 ຢູ່ ເພາະວ່າ ເຮົາບໍ່ໄດ້ຍິນຈາກປາກລູກຫັ້ນນ່າ.”

ໃນຂະນະດຽວກັນ ນ້ອງສາວ ຂອງທ້າວສົມໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງທີ່ອ້າຍຂອງຕົນ ຖືກຈັບນີ້ ທາງຄອບຄົວ ກໍບໍ່ແນ່ໃຈປານໃດ ວ່າແມ່ນແທ້ ຫຼືບໍ່.

“ເພາະວ່າທາງບ້ານ ກະຢາກຮູ້ຄືກັນນ່າ ວ່າຕອນນີ້ລາວຢູ່ໃສຢູ່ໃສແທ້ ວ່າຖືກຈັບແທ້ບໍ່ ເພາະວ່າບໍ່ຮູ້ຂ່າວເລີຍ ຮູ້ແຕ່ວ່າລາວຖືກຈັບ ຕິດຕໍ່ທາງພີ່ນ້ອງກະວ່າ ແມ່ນແຫຼະລາວຖືກຈັບແທ້ ແຕ່ວ່າ ບໍ່ຮູ້ເລີຍວ່າຊິຕິດຕໍ່ທາງໃດໄດ້ຫັ້ນນ່າ ກະຢາກຊ່ອຍລາວຫັ້ນແຫຼະ ຖາມໝູ່ຖາມຄູ່ ລະເຂົຢາກະເວົ້າປາກຕໍ່ປາກຊະໄປ໋ ວ່າລາວກະຖືກຈັບແທ້ ຜູ້ໃດກະວ່າ ລາວຖືກຈັບແທ້ ແຕ່ວ່າບໍ່ຮູ້ວ່າ ຢູ່ຈຸດໃດຂອງມາເລ.”

ນາງກ່າວຕື່ມວ່າ ສໍາລັບເຣື່ອງການ ຂໍຄວາມຊ່ອຍເຫຼືອ ໃຫ້ທ້າວສົມໄຊ ນັ້ນ ທາງຄອບຄົວ ແມ່ນໄດ້ແຈ້ງໄປຫາແຕ່ ສະຖານທູຕລາວ ຢູ່ມາເຊັຽເທົ່ານັ້ນ.

“ທາງບ້ານນີ້ ກະວ່າຊິແລ່ນ ຊິອີ່ຫຍັງແຕ່ວ່າ ເພິ່ນວ່າຊິແລ່ນທາງສະຖານທູຕລາວ ແຕ່ເພິ່ນຖາມວ່າ ຢູ່ເມືອງໃດ ຢູ່ແຂວງໃດ ຂອງມາເລ ຢູ່ຈຸດໃດກະ ເຮົາກະບໍ່ມີຂໍ້ມູນໃຫ້ເພິ່ນຊີ້ນ່າ ເພາະວ່າທາງບ້ານນີ້ກະຍັງບໍ່ຮູ້ ຮູ້ແຕ່ວ່າຜູ້ກ່ຽວຢູ່ມາເລ ແຕ່ວ່າບໍ່ຮູ້ວ່າ ຢູ່ຈຸດໃດຂອງມາເລ ເປັນຈັ່ງໃດກະ ຂໍຝາກເອື້ອຍແດ່ເດີ້.”

ກ່ຽວກັບເຣື່ອງນີ້ ຜູ້ເປັນນ້ອງເຂີຍ ຂອງທ້າວສົມໄຊ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລາວໄດ້ສົ່ງໜັງສືຕ່າງໆ ທີ່ກ່ຽວຂ້ອງກັບທ້າວສົມໄຊ ໄປຍັງສະຖານທູຕລາວ ຢູ່ປະເທດມາເລເຊັຽແລ້ວ ຕັ້ງແຕ່ທ້າຍເດືອນສິງຫາ 2022 ຊຶ່ງປັດຈຸບັນ ຍັງລໍຖ້າສະຖານທູຕ ແຈ້ງຂ່າວມາໃຫ້ຮູ້.

“ດຽວເຮົາ ຕິດຕໍ່ທາງສະຖານທູຕເພິ່ນແລ້ວ ຂະເຈົ້າກໍາລັງຄົ້ນຄວ້າໃຫ້ ທູຕລາວປະຈໍາຢູ່ມາເລເຊັຽ ແມ່ນແຫຼະເຮົາແຈ້ງຂໍ້ມູນ ແມ່ນຫຍັງເພິ່ນໄວ້ແລ້ວ ລະເພິ່ນວ່າຄັນມີການເຄື່ອນໄຫວ ແມ່ນຫຍັງ ເພິ່ນຊິຕິດຕໍ່ມາຫາ ຍັງເຈົ້າ ຍັງບໍ່ທັນຮູ້ຂ່າວ.”

ຂະນະດຽວກັນ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມ ເຣື່ອງທ້າວສົມໄຊ ຖືກຈັບນີ້ ໄປຍັງຄົນງານ ທີ່ເຮັດວຽກ ຢູ່ບ່ອນດຽວກັນ ກັບທ້າວສົມໄຊ ເຊິ່ງຄົນງານຜູ້ນີ້ ໄດ້ເລົ່າເຫດການໃນເບື້ອງຕົ້ນ ກ່ອນທີ່ທ້າວສົມໄຊ ຈະຖືກຈັບ ນັ້ນວ່າ:

“ນຶ່ງ ຫົວໜ້າເພິ່ນຫັ່ນບໍ່ສະບາຍຊີ້ນ່າ ເພິ່ນຢູ່ນໍາກັນສອງຄົນເດ້ ເພິ່ນຢູ່ກັບຄົນໄທຍ ຢູ່ເຮືອປັ່ນ ເຮືອນ້ອຍຫັ້ນສອງຄົນ ລະບາດນີ້ເພິ່ນບໍ່ສະບາຍ ລະຫົວໜ້າເຮືອປາລະບອກວ່າ ໃຫ້ເຖົ້າແກ່ລໍໄປຫາໝໍ ລໍໄປຫາໝໍມື້ອື່ນ ພວກຂ້ອຍລະຖືກອອກນ່າ ຖືກເຖົ້າແກ່ບອກອອກ ກະໄດ້ອອກ ອອກໄປກະມື້ອື່ນເຂົ້າມາ ໄດ້ປາລະເຂົ້າມາ ວ່າເຮືອປັ່ນນີ້ຖືກຈັບແລ້ວ ມີແຕ່ຮູ້ຂ່າວທໍ່ນີ້ແຫຼະ ເຂົາລົງກວດ ຕໍາຣວດນອກພື້ນທີ່ລົງກວດ ລະເຖົ້າແກ່ກະບໍ່ໄດ້ມາໄຖ່ໂຕທັນຊີ້ນ່າ.”

ຄົນງານລາວ ຜູ້ນີ້ເວົ້າອີກວ່າ ໃນວັນທີ 18 ເມສາ 2022 ຕົນກໍໄດ້ຕິດໂທຫາ ທ້າວສົມໄຊ ຈຶ່ງຮູ້ວ່າ ລາວຖືກຕໍາຣວດຈັບແທ້ ຈາກນັ້ນ ຕົນກໍໄດ້ແຈ້ງຂ່າວດັ່ງກ່າວ ໃຫ້ຄອບຄົວຂອງທ້າວ ສົມໄຊຮັບຮູ້.

“ຂ້ອຍນີ້ແຫຼະ ເພາະວ່າຊ່ວງນຶ່ງ ຂ້ອຍໂທຫາຜູ້ຖືກຈັບຫັ້ນວ່າ ເຈົ້າຢູ່ໃສ ລະເພິ່ນກະວ່າ ເຮົາຢູ່ຄຸກແລ້ວ ມີແຕ່ຕອບທໍ່ນີ້ ໂຕຊິມາຢູ່ນໍາເຮົາຫວ່າ ມີແຕ່ຕອບທໍ່ນີ້ ມັນໂທບໍ່ໄດ້ເລີຍນ່າ ຕິດຕໍ່ທາງໃດກະບໍ່ໄດ້.”

ຄົນງານລາວຜູ້ນີ້ ຍັງກ່າວຕື່ມອີກວ່າ ຕົນເອງກໍຢາກຊ່ອຍເຫຼືອ ທ້າວສົມໄຊຢູ່ ແຕ່ກໍບໍ່ຮູ້ວ່າຈະເຮັດແນວໃດ ເພາະຕາມທີ່ຮູ້ມາ ທ້າວສົມໄຊ ແມ່ນລັກເຂົ້າມາເຮັດວຽກ ໃນປະເທດມາເລເຊັຽ.

“ກະຢາກໄປແລ່ນຢູ່ແຫຼະ ຫຼືວ່າແລ່ນ ກະບໍ່ຮູ້ເຣື້ອງດອກ ເພາະວ່າບໍ່ເຖິງເວລາອອກ ກະບໍ່ໄດ້ອອກ ເພາະວ່າ 1 ເຂົາລັກລອບເຂົ້າມາ ພວກນີ້ ພາສປອດຕາຍ (ໝົດອາຍຸ) ແລ້ວ ລະເຖົ້າແກ່ກະວ່າ ບໍ່ເປັນຫຍັງ ຂນາດພີ່ເດດ ວ່າ ວີຊ້າໄດ້ລະ ກະຍັງຖືກຈັບຄືເກົ່າ.”

ກ່ຽວກັບເຣື່ອງ ທ້າວສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຖືກຈັບຢູ່ມາເລເຊັຽນີ້ ໃນມື້ວັນທີ 10 ຕຸລາ 2022, ວິທຍຸ ເອເຊັຽເສຣີ ໄດ້ສອບຖາມເຣື່ອງດັ່ງກ່າວ ໄປຍັງ ສະຖານທູຕລາວ ປະຈໍາປະເທດມາເຊັຽ ເຊິ່ງເຈົ້າໜ້າທີ່ ທ່ານນຶ່ງໄດ້ກ່າວ ກ່ຽວກັບເຣື່ອງນີ້ວ່າ:

“ແມ່ນເຮົາໄດ້ແຈ້ງ ທາງເຈົ້າໜ້າທີ່ເພິ່ນໄປລະໄດ໋ ຜູ້ເພິ່ນຮັບຜິດຊອບຫັ້ນ ໄດ້ແຈ້ງເພິ່ນໄປແລ້ວ ແຕ່ເພິ່ນບໍ່ໄດ້ໃຫ້ຂໍ້ມູນເຮົາກັບມາ ເພິ່ນຍັງປະສານເຈົ້າໜ້າທີ່ຢູ່ເດີ້ ວ່າມີຂໍ້ມູນຄວາມຈິງບໍ່ ຫຼືວ່າແນວໃດ.”

ເຖິງແນວໃດກໍດີ ອີງຕາມທີ່ໄດ້ລົມກັບຄອບຄົວ ແລະໝູ່ຂອງທ້າວສົມໄຊ ແລ້ວແມ່ນວ່າ ໃນທຸກມື້ນີ້ ພວກເຂົາເຈົ້າເປັນຫ່ວງ ທ້າວສົມໄຊ ຫຼາຍ ແລະຢາກຮູ້ວ່າ ປັດຈຸບັນ ທ້າວສົມໄຊ ມີຊີວິຕການເປັນຢູ່ແນວໃດ ເພື່ອທາງຄອບຄົວ ຈະໄດ້ສະບາຍໃຈຂຶ້ນແດ່.

ກ່ຽວກັບກໍຣະນີ ຂອງທ້າວສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຄົນງານປະມົງລາວ ທີ່ໄປເຮັດວຽກ ຢູ່ປະເທດມາເລເຊັຽ ແລ້ວຖືກຕໍາຣວດມາເລເຊັຽຈັບ ຫາກມີຄວາມຄືບໜ້າແນວໃດ ແລ້ວວິທຍຸ ເອເຊັຽເສຣີ ຈະມີຣາຍງານຕື່ມ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.