ຊີວິດຂອງຄົນງານລາວ ຢູ່ ມາເລເຊັຽ ນັບມື້ຍາກ
2021.01.14

ຄົນງານຊາວປະມົງລາວ ທີ່ຍັງຄ້າງຢູ່ ເມືອງຣອມປິນ, ແຂວງປາຫັງ, ປະເທດມາເລເຊັຽ ຊຶ່ງລໍຖ້າກັບເມືອລາວນໍາຍົນນັ້ນ ປັດຈຸບັນ ຍັງເຫຼືອຢູ່ປະມານ 179 ຄົນ, ພວກຄົນງານທີ່ເຫຼືອ ຢູ່ນີ້, ດຽວນີ້ມີຊີວິດກັນເປັນຢູ່ທີ່ລໍາບາກຫຼາຍຢ່າງ ເປັນຕົ້ນ; ບ່ອນຢູ່ອາສັຍກໍ ລໍາບາກ, ເງິນໃຊ້ຈ່າຍ ຊື້ຢູ່-ຊື້ກິນ ກໍບໍ່ມີ, ຕ້ອງໃຫ້ທາງບ້ານ ຝາກມາໃຫ້ຈຶ່ງໄດ້ໃຊ້ຈ່າຍ, ອີກທັງວີຊ້າ ກໍໃກ້ຈະໝົດກໍານົດແລ້ວ, ການຢູ່ການກິນ ບາງມື້ກໍພາກັນ ອອກໄປຊອກຫາເກັບຜັກ ຫາໜໍ່ໄມ້ໃນປ່າມາກິນ ເພື່ອຄວາມຢູ່ລອດ, ດັ່ງຄົນງານລາວ ຜູ້ນຶ່ງ ທີ່ຍັງຄ້າງຢູ່ມາເລເຊັຽ ເວົ້າກັບ ວິຍຸເອເຊັຽເສຣີ ເມື່ອວັນທີ 12 ມົກກະຣາ 2021 ນີ້ວ່າ:
“ເຣື້ອງຢູ່ເຣື້ອງກິນ ກະບໍ່ເທົ່າໃດດອກ, ແຕ່ວ່າເງິນຄໍາ ນີ້ແຫຼະມັນບໍ່ມີໃຊ້ກັນ ທາງບ້ານພຸ້ນແຫຼະຝາກມາ, ມັນຫາໃສບໍ່ໄດ້ລະເດ້ ຕອນນີ້ນະ ກະຕ້ອງອາສັຍທາງບ້ານຢ່າງດຽວ, ເງິນຊື້ຢາສູບຢາຄວັນ, ບັດເຕີມເງິນ, ໂຕໃຜໂຕມັນລະຕອນນີ້ນະ ໂອ້້ເບິດທາງ ເບິດທາງແກ້ລະຕອນນີ້, ເງິນບໍ່ມີນີ້ ໂອ່ຍຍາກຢູ່ໃດ໋ ຊິຊື້ຫຍັງກະບໍ່ມີ, ບັດເຕີມເງິນເບິດກະບໍ່ມີຊື້ ບາດນີ້ໂອ້ ມັນກະຄິດໄປຫຼາຍແງ້ ຫຼາຍທາງລະ ກະດູຕົນເຂົາ ທັງ ດູຕົນເຈົ້າຂອງຫັ່ນແຫຼະ.”
ຄົນງານຜູ້ນີ້ ເວົ້າອີກວ່າ ພວກເຮົາລໍຖ້າເມືອລາວນໍາຍົນມາເປັນເວລາ 2 ເດືອນປາຍແລ້ວ, ການກິນຢູ່ ກໍຕ້ອງໄດ້ຊ່ອຍໂຕເອງ ບໍ່ມີພາກສ່ວນໃດດໃຫ້ການຊ່ອຍເຫຼືອ:
“ບໍ່ມີພາກສ່ວນໃດເລີຍ, ພາກສ່ວນຊ່ອຍເຫຼືອຕົນເອງນີ້ແຫຼະ, ເກັບຜັກເກັບມີ່ນີ້ແຫຼະມາກິນ, ພາກສ່ວນໂຕເອງທັ້ງນັ້ນ ຫາຢູ່ຫາກິນ ສັ່ງອາຫານ, ເຖົ້າແກ່ເພິ່ນກະ 3-4 ສ່ັງເທື່ອນຶ່ງ, ເອົາມາແຕ່ລະເທື່ອກະໄກ່ 2 ໂຕ, 2 ໂຕມື້ນຶ່ງກະເບິດລະເດ້ ຄາບລະໂຕ ເຊົ້າ-ແລງ, ເຮັດອ່ອມກະຈໍ້າເປະໆ ກິນນໍາກັນນີ້ແຫຼະ 20 ຄົນ 20 ປາຍຄົນ ກະໄກ່ໂຕນຶ່ງຄືເກົ່າ ເວລາເຮັດກັບເຂົ້າຢູ່ນີ້ນະ ຕ້ອງປະຢັດອັນອື່ນເສີມ ທັງທອດປູທອດປາ ຄັນໄດ້ອອກເຮືອກະດາຍ.”
ໃນຂນະດຽວກັນຄົນງານອີກນຶ່ງ ກໍເວົ້າວ່າ ເຖິງແມ່ນວ່າ ນາຍຈ້າງຈະຍັງສນອງເຂົ້າແລະອາຫານໃຫ້ຢູ່ກໍຕາມ, ແຕ່ເຣື່ອງທີ່ຈໍາເປັນ ໃນຕອນນີ້ ກໍຄືເງິນໃຊ້ຈ່າຍໃນແຕ່ລະມື້:
“ເຖົ້າແກ່ ເພິ່ນກະຍັງດູແຣປົກກະຕິ, ເພິ່ນກະລົງກັບເຂົ້າ ໃຫ້ເຮົາເຮັດກິນກັນ ຖືວ່າບໍ່ລໍາບາກ, ແຕ່ປັດຈັຍຢ່າງອື່ນ ຄ່າໃຊ້ຈ່າຍ ບັດເຕີມເງິນເບາະ ຊິໂທຫາຄອບຄົວທາງບ້ານ ກະບໍ່ມີ, ຢາກກິນນັ້ນກິນນີ້ ກະບໍ່ໄດ້ກິນ, ຄົນທີ່ສູບຢາກະບໍ່ມີເງິນຊື້ຢາສູບ, ເພາະ ພວກເຮົາກະບໍ່ໄດ້ເຮັດງານມາ 2 ເດືອນແລ້ວ, ຊິໃຫ້ທາງບ້ານສົ່ງມາໃຫ້, ທາງບ້ານກະຂາດເຂີນກະບໍ່ມີ, ກະໄດ້ທົນໆໄປແຫຼະ ດີແຕ່ມີເຂົ້າກິນ ເພິ່ນຍັງລ້ຽງຢູ່, ສ່ວນສະພາບ ການເປັນຢູ່ກະ ຢູ່ນີ້ເນາະ ມັນກະຝົນຕົກຄູ້ມື້ໆ ທັງລົມທັງຝົນ, ພວກເຮົາກະ ຍັງພັກອາສັຍຢູ່ເຮືອຄືເກົ່າ ຍັງນອນຢູ່ໃນເຮືອຄືເກົ່າ.”
ຄົນງານອີກຄົນນຶ່ງ ກໍເວົ້າແບບເສັຍໃຈວ່າ ໃນເມື່ອບໍ່ໄດ້ເມືອລາວແບບນີ້ ພໍ່ແມ່ຢູ່ທາງບ້ານ ເພິ່ນຄິດນໍາລູກຫຼາຍ ພໍ່ແມ່ບາງຄົນ ຈົນໄດ້ນອນໂຮງໝໍກໍມີ ຍ້ອນເປັນຫ່ວງລູກທີ່ຢູ່ທາງພີ້:
“ພໍ່ແມ່ບາງຄົນ ກະແມ່ນໄດ້ນອນໂຮງໝໍຍ້ອນ ຄິດນໍາລູກຄິດນໍາລູກຫຼາຍ, ລູກບໍ່ໄດ້ເມືອ ຈັກຊິເປັນຊິຕາຍຊໍ່າກັນ, ໂທຫາກະມີແຕ່ໃຫ້ ແຕ່ນັ້ນ ບໍ່ຈັກວ່າຊິເຮັດຈັ່ງໃດ ຜູ້ລູກຢູ່ພີ້ ເມືອກະບໍ່ໄດ້, ທັງນີ້ ທີ່ຫຼັບທີ່ນອນທັງຫຍັງແນ່, ຊ້ວງນີ້ແມ່ນແຮ່ງ ຊ້ວງມໍຣະສຸມເນາະ, ທັງຝົນຕົກ ຝົນລົງ, ລົມມັນກະແຮງ, ເວລານອນຝົນມັນກະຜະເຂົ້າມາປຽກເບິດ ນອນກະພາກັນນອນ ກະບໍ່ໄດ້.”
ສໍາລັບວັນເວລາ ທີ່ຈະໄດ້ເມືອລາວນໍາຍົນ ໃນມື້ໃດນັ້ນ ຄົນງານອີກຄົນນຶ່ງ ເວົ້າວ່າ: ປັດຈຸບັນນີ້ ແມ່ນຍັງລໍຖ້າຟັງ ໄປນໍາກັນນີ້ແຫຼະ, ເພາະວ່າ ທາງສະຖານທູດ ກັບສາຍການບິນລາວເພິ່ນກະວ່າ ເພິ່ນເຮັດວຽກ, ຣັຖບານລາວ ມອບໃຫ້ເຮັດອັນນຶ່ງອັນດຽວກັນວ່າຊັ້ນເດ້, ກະຖ້າຟັງໄປນໍາເພິ່ນນີ້ແຫຼະ, ໃນເມື່ອເຫດການບ້ານເມືອງ ມັນເປັນແບບນີ້ ມັນກະຈໍາເປັນ ກະເຂົ້າໃຈສະພາບການ.
ນັບຈາກມື້ ທີ່ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາມາເລເຊັຽ ອອກໜັງສືຊີ້ແຈງ ວ່າຈະຊ່ອຍໃຫ້ຄົນງານຈໍານວນ 530 ຄົນ ໄດ້ກັບບ້ານ ແນ່ນອນ ພາຍໃນວັນທີ 12 ທັນວາ ປີ 2020 ແຕ່ບໍ່ໄດ້ກັບນັ້ນ, ນັບແຕ່ມື້ນັ້ນມາ ຄົນງານສ່ວນຫຼາຍ ກໍພາກັນທະຍອຍເມືອລາວ ຕາມຈັງຫວະທີ່ເມືອໄດ້, ດັ່ງຄົນງານອີກຄົນນຶ່ງ ເວົ້າວ່າ:
“ບໍ່ຢູ່ແຫຼະ ກະດິ້ນຮົນໆກັນຢູ່ຫັ່ນແຫຼະ, ມີຈັງຫວະເມືອກະເມືອ, ບໍ່ມີຈັງຫວະເມືອ, ເມືອບໍ່ໄດ້ກະຢູ່ຊິແຫຼະ, ພໍມີຈັງຫວະ ຈອບຫຼອຍໄປ ໄດ້ກະຈອບໄປຊີ້ນ່າ, ຖືກຈັບແນ່ ບໍ່ຖືກຈັບແນ່ ໄປລອດແນ່, ໄປຮອດພຸ້ນ ກະຖືກມິດສາຊີບ ຂູ່ເອົາເງິນແນ່ ຫຼາຍຢ່າງຫັ່ນ ໄປຮອດ ລາວກະຫຼາຍອັນ, ແຕ່ກະຍອມສ່ຽງໄປ, ຄັນເຂົາຂູ່ເອົາເງິນກະຕ້ອງໃຫ້ເຂົາຫັ່ນແຫຼະ, ໄປຮອດຝັ່ງລາວກະ ທາງເຈົ້າເມືອງກະເອີ້ນໄປ ເສັຽເງິນອີກ, ທາງຕໍາຣວດ ກ່ອນຊິຂຶ້ນທ່າຫັ່ນ ກະເອົາເງິນນໍາອີກ, ຊັ້ນແຫຼະ ກໍຊິບໍ່ຢາກເມືອທາງເຖື່ອນນະ ພາສປອດກະຕາຍອີກ ບໍ່ຮູ້ຊິເປັນແນວໃດ ກະຢາກເມືອທາງຖືກຕ້ອງນີ້ແຫຼະ.”
ຄົນງານຜູ້ນີ້ ເວົ້າອີກວ່າ ສິ່ງຢາກຖາມ ຍ້ອນວ່າບໍ່ເຂົ້າໃຈ ກໍຄືເຣື່ອງເງິນ ເວລາທີ່ເຈົ້າໜ້າທີ່ເພິ່ນປັບໃໝ ພວກທີ່ກັບເມືອຮອດລາວ ແລ້ວ, ແລ້ວເອົາເງິນນັ້ນໄປໄວ້ໃສ:
“ແຕ່ວ່າ, ຂ້ອຍບໍ່ເຂົ້າໃຈ ວ່າເປັນຫຍັງຄົນລາວນິ່ນະ, ເວລາທີ່ຕົກທຸກໄດ້ຍາກ ໂດຍທີ່ວ່າ ເປັນຄົນທີ່ຕ້ອງໄດ້ເສັຍພາສີຢູ່ແລ້ວ ຫັ່ນນະ, ໃນເມືອຮູ້ມັນກັບທາງນີ້ບໍ່ໄດ້, ເຂົາລັກກັບນິ່ ມັນຈໍາເປັນ ຕ້ອງໄດ້ປັບໄດ້ໃໝ ປານນັ້ນພຸ້ນຫວາ, ເງິນຫັ່ນເອົາໄປເຮັດຫຍັງ, ເອົາໄປໃສ, ຢາກຖາມໂຕນີ້ແຫຼະ ຊໍ້າເຕີມກັນຄັກແນ່ແທ້, ຄືຈັ່ງຄົນມາຂາຍແຮງງານນະ, ບໍ່ວ່າຄົນໄທຍ ບໍ່ວ່າຄົນລາວຢູ່ໄທຍ, ຢູ່ມາເລກະຊ່າງນະ, ຊິໄປຜິດກົດໝາຍ, ຖືກກົດໝາຍ ກະຄືດິ້ນຣົນເພື່ອຄອບຄົວນະ, ມັນຜິດຫຼາຍແທ້ຫວາ ບໍ່ໄດ້ໄປລັກໄປສົກໃຜນະ, ເອົາແຮງງານມາຂ້າ ເອົານະ, ຫາກິນບໍຣິສຸດ ຄົນມາຫາກິນບໍຣິສຸດ ເອົາເຫື່ອເອົາແຮງມາຂ້າເອົານີ້ ເອົາເຫື່ອເອົາແຮງ ເອົາກໍາປັ້ນມາຕີດິນກິນນີ້ ເພື່ອຊິສົ່ງ ເງິນໃຫ້ລູກໃຫ້ເມັຍ ໃຫ້ຄອບຄົວນີິ່ ມັນຜິດຫຼາຍມາດຕາແທ້ຫວາ ກັບບ້ານຕ້ອງໄປປັບໄປໃໝກັນຄັກແນ່ ປານນັ້ນພຸ້ນຫວະ.”
ແລະຄົນງານ ອີກຄົນນຶ່ງ ກໍເວົ້າວ່າ ຖ້າພວກເຂົາເຈົ້າ ບໍ່ໄດ້ກັບເມືອລາວ ກ່ອນວັນທີ 26-27 ມົກກະຣານີ້ ພວກເຂົາທັງໝົດກໍຕ້ອງ ຖືກທາງການມາເລເຊັຽຈັບ ຍ້ອນວ່າວີຊ້າ ຈະໝົດກໍານົດ:
“ໄດ້ຂ່າວມາລ້າສຸດນີ້ໄດ້ຍິນວ່າ ທີ່ວ່າທາງບໍຣິສັດ ເພິ່ນວີຊ້າໄວ້ໃຫ້ ວ່າຊິເບິດວັນທີ 26-27 ນີ້, ຄັນແມ່ນສົມວ່າ ບໍ່ຕໍ່ວີຊ້າກະຕໍາຣວດ ຊິມາຈັບ, ແຕ່ວ່າຖ້າເຮົາຕໍ່ວີຊ້າ ເຮົາກະຊິບໍ່ໄດ້ເມືອບ້ານ ນີ້ແຫຼະ ຕອນທີ່ມັນລໍາບາກໃຈແຮງຢູ່ຕອນນີ້.”
ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນນີ້ ກໍມີຂ່າວວ່າ ຣະດູການ ຂອງການຫາປາ ຈະເລີ້ມແລ້ວ ໃນເດືອນກຸມພາ ທີ່ຈະມາເຖິງນີ້, ທາງບໍຣິສັດ ກໍຈະເປີດຮັບເອົາຄົນງານຄືເກົ່າ, ແຕ່ຄົນງານສ່ວນຫຼາຍ ເຂົາເຈົ້າຢາກເມືອຢາມບ້ານ ຍ້ອນວ່າ ຈາກບ້ານມາດົນ ແນວໃດກໍຢາກເມືອບ້ານສາກ່ອນ, ດັ່ງຄົນງານຜູ້ນີ້ ເວົ້າອີກວ່າ:
“ຈຸດສໍາຄັນກະ ເຫດການບ້ານເມືອງ ແບບນີ້, ຈັ່ງໃດກະ ຢາກກັບໄປຢູ່ບ້ານຢູ່ເຮືອນເຮົາພຸ້ນແຫຼະ, ຄັນມີອິຫຍັງ ມັນເບົາມັນບາງລົງ ອິຫຍັງ ຊິມາໃໝ່ເບາະ, ຄັນແມ່ນເຫດການ ມັນເປັນແບບນີ້ ກະຊິບໍ່ມາແລ້ວຢາກເມືອແລ້ວ, ບໍ່ມີຜູ້ໃດຢາກຢູ່ກັນແລ້ວ, ແຕ່ຊິຫາທາງ ກັນແກ້ໄຂແບບໃດຫັ່ນ ຍັງບໍ່ມີຜູ້ໃດຄິດອອກດອກ, ໄດ້ແຕ່ຄວາມຫວັງ ແລະກະລໍໄປແບບນີ້, ລໍແບບທຸກທໍລະມານໃຈ ທີ່ສຸດຫັ່ນແຫຼະ, ຄັນມາຕົກ ຢູ່ໃນສະພາບການແບບນີ້ ຊິຮູ້ເລີຍ ວ່າມັນທັງທຸກມົກທຸກໃຈ ລະກະທຸກທັງບໍ່ມີວຽກ ມີງານເຮັດ, ທັງການຢູ່ການກິນ ມັນກະບໍ່ດີຄືເຮົາອອກເຮືອຫາປາ, ຄັນເຮົາອອກເຮືອ ເຮົາຍັງມີນັ້ນມີນີ້ກິນບໍ່ຂາດ, ຊູ່ມື້ດຽວນີ້ ໂອ້...ທຸກຫຼາຍເງິນ-ຄໍາໃຊ້ຈ່າຍກະບໍ່ມີ.”
ກ່ຽວກັບການຊ່ອຍເຫຼືອ ເຣື່ອງຈະເອົາຄົນງານປະມົງລາວ ທີ່ຍັງຄ້າງຢູ່ປະເທດມາເລເຊັຽເມືອລາວນັ້ນ ໃນມື້ວັນທີ 14 ມົກກະຣາ 2021 ນີ້, ວິທຍຸເອເຊັຽເສຣີ ໄດ້ໂທຣະສັບ ຕິດຕໍ່ໄປຍັງເຈົ້າໜ້າທີ່ ສະຖານທູດລາວ ປະຈໍາມາເລເຊັຽ ໂທຕິດສຽງດັງ, ແຕ່ປະກົດວ່າ ບໍ່ມີ ທ່ານໃດຮັບສາຍ.
ໃນມື້ດຽວກັນນີ້ ເອເຊັຽເສຣີ ກໍໄດ້ໂທຫາ ເຈົ້າໜ້າທີ່ ຄະນະສະເພາະ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການຣະບາດ ຂອງເຊື້ອ ໄວຣັສໂຄວິດ-19 ເພື່ອຖາມ ກ່ຽວກັບເຣື່ອງອະນຸຍາດ ໃຫ້ຄົນງານລາວຢູ່ເມເລເຊັຽ ສາມາດກັບມາລາວໄດ້ແລ້ວຫຼືຍັງ ໂທໄປຕິດ ສຽງດັງ, ແຕ່ປະກົດວ່າ ບໍ່ມີເຈົ້າໜ້າທີ່ທ່ານໃດຮັບສາຍເຊັ່ນກັນ.
ຜ່ານມາ ຄົນງານປະມົງລາວ ທີ່ເຮັດວຽກ ຢູ່ເຮືອຫາປາ ໃນເມືອງຣອມປິນ, ແຂວງປາຫັງ ປະເທດມາເລເຊັຽ ເຊິ່ງມີທັງໝົດປະມານ 700 ຄົນ ທີ່ຈະກັບເມືອລາວ ພາຍຫຼັງ ທີ່ຣະດູການຫາປາໄດ້ສິ້ນສຸດລົງ. ຄົນງານຈໍານວນ 530 ຄົນ ແມ່ນໄດ້ຕັດສິນໃຈວ່າຈະ ເດີນທາງເມືອລາວ ດ້ວຍຍົນເຊົ່າເໝົາລໍາ ນໍາສາຍການບິນ ທີ່ທາງສະຖານທູດລາວ ປະຈໍາມາເລເຊັຽ ວ່າຈະຊ່ອຍໃຫ້ພວກເຂົາ ໄດ້ກັບບ້ານ, ແຕ່ກໍບໍ່ໄດ້ກັບ.
ຫຼັງຈາກທີ່ຮູ້ຂ່າວວ່າ ບໍ່ໄດ້ເມືອນໍາຍົນ ໃນຕົ້ນເດືອນ 12 ປີ 2020 ແລ້ວນັ້ນ ຄົນງານລາວຫຼາຍຄົນ ກໍຖອນໂຕ ຫາທາງເມືອລາວ ດ້ວຍຕົນເອງ ແລະຫຼາຍກໍໄດ້ເມືອຮອດລາວແລ້ວ, ຫຼາຍຄົນກໍໄປຜ່ານໄທຍ ຂ້າມມາທາງໄທຍກໍຖືກຈັບ ແລະຍັງຄ້າງຢູ່ປະເທດ ໄທຍກໍມີ.
ປັດຈຸບັນ ຄົນງານທີ່ລໍຖ້າກັບເມືອລາວ ນໍາຍົນເຊົ່າເໝົາລໍານັ້ນ ຍັງເຫຼືອພຽງແຕ່ 179 ຄົນ, ແຕ່ເຖິງແນວໃດກໍຕາມ ຄົນງານທີ່ຍັງເຫຼືອ ຢູ່ນີ້ກໍເວົ້າວ່າ: ຢາກຂໍຄວາມເຫັນໃຈ ຈາກທາງຣັຖບານລາວ ຢາກໃຫ້ເພິ່ນເລັ່ງມື ຊ່ອຍເຫຼືອພວກເຂົາເຈົ້າແດ່ ເພາະວ່າຕອນນີ້ ວີຊ້າ ກໍໃກ້ຈະໝົດກໍານົດແລ້ວ, ຖ້າບໍ່ໄດ້ກັບລາວກ່ອນວັນທີ 26-27 ມົກກະຣາ 21 ພວກຄົນງານເລົ່ານີ້ ກໍຈະຖືກທາງການມາເລເຊັຽຈັບ.