ບໍຣິສັດ ຈັດຫາງານ ບາງແຫ່ງ ຍັງບໍ່ສາມາດ ຄຸ້ມຄອງ ຄົນງານລາວ

ໄຊຍາ
2022.03.09
ບໍຣິສັດ ຈັດຫາງານ ບາງແຫ່ງ ຍັງບໍ່ສາມາດ ຄຸ້ມຄອງ ຄົນງານລາວ ການຄ້າຂາຍ ຂອງພໍ່ຄ້າ-ແມ່ຄ້າ ຕາມຕລາດ ໃນເວລາ ການຣະບາດ ຂອງ ໂຄວິດ-19 ເດືອນ ກັນຍາ ປີ 2021.
RFA

ບໍຣິສັດຈັດຫາງານພາຍໃນ ແລະຈັດສົ່ງຄົນງານໄປເຮັດວຽກ ຢູ່ຕ່າງປະເທດ ຂອງປະເທດລາວຈຳນວນນຶ່ງຍັງຂາດສະມັດຕະພາບ ໃນການຄຸ້ມຄອງແຮງງານ ແຕ່ບໍຣິສັດດຳເນີນທຸຣະກິດ ໂດຍບໍ່ໄດ້ຢູ່ໃນການກຳກັບດູແລຂອງໜ່ວຍງານພາກຣັຖ ແລະຄິດຄ່າບໍຣິການ ໃນອັດຕຣາທີ່ແພງກວ່າ ທາງການໄດ້ກຳນົດໄວ້ເຮັດໃຫ້ຄົນງານລາວ ບໍ່ໄດ້ຮັບການປົກປ້ອງສິດແລະຜົລປໂຍດ ຕາມທີ່ຣະບຽບກຳນົດໄວ້.

ດັ່ງພະນັກງານ ບໍຣິສັດຈັດຫາງານທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 8 ມີນາ 2022 ນີ້ວ່າ:

ມາເວົ້າເຣື່ອງລາຄາ ສົມມຸດວ່າບໍຣິສັດໃດບໍຣິສັດນຶ່ງ ທີ່ວ່າດຳເນີນການຝ່າຝືນເນາະ ສົມມຸດວ່າ 2,000ບາດ ເອົາເປັນ 2,500 ບາດ ຫລື 3,000 ບາດ ສົ່ງຜົລກະທົບຕໍ່ແຮງງານກໍມີເນາະ ຍົກໂຕຢ່າງຄືຖ້າ ເຈົ້າເອົາ 18,000 ຈາກລາຄາແທ້ໆ ຢູ່ທີ 15,000 ບາດໂຕນີ້ກໍຄືຜົລກະທົບ ຂອງແຮງງານລາຄາມັນຈະເກີນ 3,000 ບາດໂຕນີ້ ຄືຜົລກະທົບຕໍ່ແຮງງານ ເພາະວ່າແຮງງານເຮົານຶ່ງມາບໍ່ມີເງິນ.

ອີງຕາມກອງປະຊຸມວິຊາການ ໄທຍ-ລາວ ກ່ຽວກັບການແກ້ໄຂ ບັນຫາແຮງງານລາວ ທີ່ຍັງເຮັດວຽກຢູ່ປະເທດ ແລະກະຕຣຽມຈັດສົ່ງ ແຮງງານລາວ ໄປເຮັດວຽກຢູ່ປະເທດໄທຍ ໃນໄລຍະແຜ່ຣະບາດຂອງ ໂຄວິດ-19 ໄດ້ຣະບຸວ່າການເດີນທາງ ໄປເຮັດວຽກຢູ່ປະເທດໄທຍ ມີຄ່າໃຊ້ຈ່າຍ 2 ສ່ວນຄືສ່ວນທີ່ນາຍຈ້າງຈະຕ້ອງຮັບຜິດຊອບ ຕໍ່ແຮງງານຄືຄ່າກວດ ໂຄວິດ-19 ຈຳນວນ 2 ຄັ້ງເປັນເງິນ 2,600 ບາດ, ຄ່າກັກໂຕ 7-14 ວັນ ເປັນເງິນ 3,500-7,000 ບາດ ແລະຄ່າບໍຣິການຈັດສົ່ງ ຢູ່ຕົ້ນທາງປາຍທາງ. ສຳລັບສ່ວນຜູ້ອອກແຮງງານ ຈະຕ້ອງຮັບ ຜິດຊອບເອງຄື ຄ່າຈໍ້າກາວິຊ້າສອງປີເປັນເງິນ 1,900 ບາດ, ຄ່າກວດຫາພະຍາດຕ້ອງຫ້າມ ເປັນເງິນ 500 ບາດ, ຄ່າປະກັນສຸຂພາບສອງປີ ເປັນເງິນ 3,200 ບາດ, ຄ່າສັກວັກຊີນ ຂອງທ່ານໝໍເປັນເງິນ 50 ບາດ ແລະ ຄ່າທັມນຽມເອກະສານຕ່າງໆ ຢູ່ຕົ້ນທາງ.

ທີ່ຜ່ານມາ ບໍຣິສັດຈັດຫາງານ ພາຍໃນປະເທດ ແລະຈັດສົ່ງຄົນງານ ໄປເຮັດວຽກຢູ່ຕ່າງປະເທດ ຍັງມີການຍາດແຍ່ງຕລາດດຽວກັນ ເນື່ອງຈາກຄວາມສາມາດ ໃນການຂຍາຍຕລາດ ແລະການເຈຣະຈາ ຕໍ່ລອງກັບຄູ່ຮ່ວມງານ ຂອງປະເທດຮັບແມ່ນຍັງ ບໍ່ທັນສູງເຮັດໃຫ້ຄົນງານລາວ ຈຳເປັນຕ້ອງຈ່າຍຄ່າເອກະສານ ໃຫ້ແກ່ນາຍໜ້າຄົນໄທຍ ສຳລັບເດີນທາງໄປເຮັດວຽກ ຢູ່ຕ່າງປະເທດຫລາຍຂຶ້ນ.

ດັ່ງພະນັກງານ ບໍຣິສັດຈັດຫາງານອີກທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ທີ່ຜ່ານມາ ຕ່າງຄົນຕ່າງເຮັດເດ້ ບໍ່ຮູ້ວ່າຂະເຈົ້າເຮັດແນວໃດ ແບບໃດຫັ້ນນ່າ ເຣື່ອງຂອງລາຄາອີ່ຫຍັງຫັ້ນນ່າ ໂຕທີ່ເພິ່ນເຮັດປັດຈຸບັນ ມັນກໍມີຢູ່ເດ້ຕໍ່ແຮງງານເນາະ ພວກຄ່າໃຊ້ຈ່າຍອີ່ຫຍັງ ເພິ່ນກໍໃຫ້ແຮງງານອກຈ່າຍເອງເນາະ ຊິໄປເຮັດວຽກຫັ້ນນ່າກໍໄດ້ຫລາຍ ກ່ວາລາວຢູ່ໃດ Broker ໄທຍ ຝັ່ງໄທຍຄິດຢູ່ປະມານ 15,000-16,000 ກີບ ນ່າ ມາບວກຝັ່ງລາວອີກຝັ່ງລາວກໍລາຄາ ກະຊວງກໍ 6,000 ກີບ ຕົກຢູ່ປະມານ 20,000 ກວ່າໜ້ອຍນຶ່ງນີ້ແຫລະ.

ທ່ານກ່າວຕື່ມວ່າ ສຳລັບຄົນງານລາວໃຊ້ບໍຣິການ ຈັດຫາງານເພື່ອເດີນທາງໄປເຮັດວຽກ ຢູ່ຕ່າງປະເທດເປັນຕົ້ນປະເທດໄທຍ ນັ້ນທາງບໍຣິສັດຈັດຫາງານຈະເຮັດໜ້າທີ່ ໃນການຊອກຫາວຽກ ໃຫ້ແກ່ຂະເຈົ້າໃນວຽກງານ ແລະສະຖານີທີ່ທີ່ເໝາະສົມ. ຈາກນັ້ນພາຍໃນໄລຍະເວລາ 2 ປີ ຫລັງຈາກເຊັນສັນຍາຮ່ວມກັນ ທາງບໍຣິສັດຈັດຫາງານຈະລົງຕິດຕາມ ຊີວິດຄວາມເປັນຢູ່ຂອງຄົນງານລາວທຸກໆ 3 ເດືອນ, 6 ເດືອນ ຫລື 1 ປີ ແລະ ຖ້າຫາກວ່າຄົນງານລາວ ມີບັນຫາລະຫວ່າງເຮັດວຽກ ຢູ່ໄທຍເປັນຕົ້ນຖືກນາຍຈ້າງໄລ່ອອກ, ນາຍຈ້າງບໍ່ຈ່າຍເງິນເດືອນ, ຖືກເອົາປຽບ ຫລືທຳຮ້າຍຮ່າງກາຍ ກໍສາມາດຕິດຕໍ່ຂໍຄວາມຊ່ອຍເຫລືອ ນຳບໍຣິສັດຈັດຫາງານ ໄດ້.

ທາງດ້ານກົມພັທນາ ສີມືແຮງງານ ແລະຈັດຫາງານ ຂອງກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອຜ່ານຮ່າງຣະບຽບ ສະມາຄົມບໍຣິສັດຈັດຫາງານໃນ ວັນ 16 ກຸມພາທີ່ຜ່ານມານີ້ ໂດຍການເປັນປະທານຂອງ ຍານາງ ອະນຸສອນ ຄຳສິງສວັດ ຫົວໜ້າກົມພັທນາສີມືແຮງງານ ແລະຈັດຫາງານ ແລະມືອົງການແຮງງານສາກົລ ແລະບໍຣິສັດ ຈັດຫາງານເຂົ້າຮ່ວມ ໃນການສະແດງຄຳເຫັນຕໍ່ຣະບຽບ ສະມາຄົມບໍຣິສັດຈັດຫາງານ ເພື່ອຄຸ້ມຄອງ ສະມາຊິກສະມາຄົມ ບໍຣິສັດຈັດຫາງານ ໃຫ້ດຳເນີນກິດຈະການ ຈັດຫາງານຕາມສິດ ແລະ ໜ້າທີ່ ຕາມທີ່ກົດໝາຽກຳນົດໄວ້. ໂດຍໃນຂະນະນີ້ ຢູ່ລະຫວ່າງການຄົ້ນຄ້ວາ.

ດັ່ງເຈົ້າໜ້າທີ່ທີ່ ເຮັດວຽກກ່ຽວກັບການຈັດຫາງານ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ຍັງຢູ່ໃນຂັ້ນຕອນ ຄົ້ນຄ້ວາຢູ່ເພິ່ນກໍສິສ້າງ ມາເພື່ອສ້າງສະເຖັຽລະພາບ ເຣື່ອງການຈັດຫາງານນີ້ນ່າ ເພື່ອໃຫ້ບັນດາບໍຣິສັດ ມີຄວາມເປັນເອກະພາບກັນເພາະວ່າ ດຽວນີ້ມັນມີການແຂ່ງຂັນກັນ ຫັ້ນນ່າເຣື່ອງການຕັດລາຄາ ຂອງການບໍຣິການນີ້ນ່າ ສຳລັບລາຄາການບໍຣິການຝັ່ງລາວ ຈະຖືກແຕ່ໂບຣກເກີຢູ່ໄທຍ ເຂົາຈະເອົາລາຄາເກົ່າແລ້ວ ເຂົາຈະຫັນມາໃຫ້ບໍຣິການບໍຣິສັດທີ່ມັນ ຖືກກ່ວາ.

ທີ່ຜ່ານມາ ການແລ່ນເອກະສານເພື່ອເດີນ ທາງໄປເຮັດວຽກຢູ່ປະເທດໄທຍ ຍັງມີຄ່າໃຊ້ຈ່າຍຂ້ອນຂ້າງສູງເມື່ອທຽບໃສ່ ກັບລາຍໄດ້ຂອງຄົນລາວ ແລະອີກສ່ວນນຶ່ງຄົນລາວຈຳນວນ ຫລາຍກໍຍັງບໍ່ທັນຮູ້ຈັກການໃຊ້ບໍຣິການ ບໍຣິສັດຈັດຫາງານ ເຮັດໃຫ້ພວກເຂົາເຈົ້າເລືອກເດີນທາງ ໄປເຮັດວຽກຢູ່ໄທຍ ດ້ວຍການສະມັກວຽກນຳນາຍໜ້າ ຈັດຫາງານນອກຣະບົບ.

ດັ່ງຄົນ ງານລາວທີ່ລໍຖ້າ ໄປເຮັດວຽກຢູ່ໄທຍ ທ່ານນຶ່ງກ່າວວ່າ:

ຫາເອງໆ ເຮົາບໍ່ຮູ້ບໍຣິສັດມີແຕ່ເຫັນເພິ່ນໂພສລົງແລ້ວ ກໍເມັ້ນໃສ່ເດ້ຄັນແມ່ນເພິ່ນໃຫ້ເຮົາ ຜ່ານໄປໄດ້ເຮົາບໍ່ໄດ້ຢ້ານເພາະວ່າ ມີພີ່ຊາຍຢູ່ຝັ່ງໄທຍເດ ແມ່ນຢູ່ບູຣີຣັມເຮົາເຄີຍໄປຫາຢູ່ບູຣີຣັມ.

ໃນຂະນະດຽວກັນ ຄົນງານລາວທີ່ເດີນທາງມາເຮັດວຽກຢູ່ໄທຍ ໂດຍບໍ່ໄດ້ຜ່ານບໍຣິສັດຈັດຫາງານ ແລະໃຊ້ເຄືອຂ່າຍສ່ວນໂຕນັ້ນ ເມື່ອເກີດບັນຫາລະຫວ່າງ ການເຮັດວຽກຢູ່ປະເທດໄທຍ ເປັນຕົ້ນຄົນງານລາວຫາຍສາບສູນ ໄປພັດມີຄວາມຍາກລຳບາກ ໃນການປະສານງານ ຂໍຄວາມຊ່ອຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງ.

ດັ່ງຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ບາງກອກ ປະເທດໄທຍອີກນາງນຶ່ງກ່າວວ່າ:

ຜູ້ເປັນຍາດກັນນີ້ລະ ນ້ອງກໍເຄີຍຕາມຫາເພິ່ນບໍ່ໄດ້ຕິດຕໍ່ ກັບບ້ານແລ້ວບໍ່ກໍເລີຍ ແບບມັນຕິດຕໍ່ຍາກ ທີ່ນີ້ເພາະວ່າບໍ່ໄດ້ມານຳບໍຣິສັດ ຈັດຫາງານຈັດຫາງານ ໃຫ້ຈັ່ງຊິນ່າກໍເລີຍ ແບບທີ່ນີ້ພໍມາ ຕາມຫາມັນກໍເລີຍແບບໄດ້ແຕ່ວ່າ ປະກາດຫາໃນເຟສອ່າ ເພື່ອນໆ ຊ່ອຍແຊຣ໌ໃຫ້ອີ່ຫຍັງ ປະມານນີ້ນ່າ.

ສຳລັບການດຳເນີນການ ຈັດສົ່ງຄົນງານລາວໄປເຮັດວຽກ ຢູ່ຕ່າງປະເທດແມ່ນປະຕິບັດພາຍ ຫລັງທີ່ປະເທດລາວ ມີບົດບັນທຶກຄວາມເຂົ້າໃຈ ກັບປະເທດໄທຍເມື່ອປີ 2002 ເປັນຕົ້ນມາ ຊຶ່ງມາເຖິງປັດຈຸບັນມີວິສາຫະກິດ ບໍຣິການຈັດຫາງານຈຳນວນ 36 ແຫ່ງ ໃນນັ້ນເປັນບໍຣິສັດ ຈັດຫາງານພາຍໃນ ແລະຈັດສົ່ງໄປຕ່າງປະເທດ 32 ແຫ່ງ. ສ່ວນອີກ 4 ແຫ່ງເປັນບໍຣິສັດ ຈັດຫາງານ ສະເພາະພາຍໃນປະເທດລາວ. ສ່ວນບໍຣິສັດຈັດຫາງານ ທີ່ຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍມີ 27 ບໍຣິສັດ.

ໂດຍໃນປີ 2019-2020 ສູນບໍຣິການຈັດຫາງານ ແລະບໍຣິສັດຈັດຫາງານ ໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ ຕາມ MOU ຈຳນວນ 84,276 ຄົນ ໃນນີ້ເດີນທາງກັບຄືນປະເທດແລ້ວ 77,255 ຄົນ ແລະ ຍັງຢູ່ທີ່ປະເທດໄທຍອີກ 7,102 ຄົນ ສ່ວນໃນໄລຍະທ້າຍປີ 2021 ມີອັດຕຣາການຫວ່າງງານ ພາຍໃນປະເທດລາວ 490,000 ຄົນໃນນີ້ເປັນ ຄົນງານທີ່ຫວ່າງງານ ພາຍໃນປະເທດຢູ່ແລ້ວ 439,082 ຄົນ ແລະ ກັບມາຈາກຕ່າງປະເທດ 56,918 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.