ທາງການລາວ ຕັ້ງເປົ້າໝາຍ ສ້າງອາຊີບ ໃຫ້ຄົນຫວ່າງງານ

ພອນ ພູມມີທອນ
2022.02.23
ທາງການລາວ ຕັ້ງເປົ້າໝາຍ ສ້າງອາຊີບ ໃຫ້ຄົນຫວ່າງງານ ອຸດສາຫະກັມ ໂຮງງານຕັດຫຍິບ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ທີ່ ມີຂນາດໃຫຍ່ ແລະ ໄດ້ມາຕຖານ.
ນັກຂ່າວ ພົລເມືອງ

ອີງຕາມ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດຣາຍງານ ຂອງຣັຖບານ ໃນຂະແນງແຮງງານ ແລະ ສວັດດີການສັງຄົມ ທີ່ໄດ້ຕັ້ງເປົ້າໝາຍ ແລະ ທິດທາງແຜນການ ໃນປີ 2022 ໄວ້ວ່າ: ຈະຈັດຫາວຽກເຮັດງານທຳ ໃຫ້ຄົນງານລາວ ເຂົ້າສູ່ຕລາດແຮງງານ ພາຍໃນ ແລະ ຕ່າງປະເທດ ຮ່ວມທັງຜູ້ປະກອບອາຊີບ ວິສາຫະກິຈ ໃຫ້ໄດ້ 54,500 ຄົນ ເພຶ່ອແກ້ໄຂບັນຫາ ການຫວ່າງງານ ໃຫ້ຫລຸດລົງ 19.4% ແລະ ຂະຫຍາຍອັດຕຣາ ການປົກຄຸມປະກັນສັງຄົມ ໃຫ້ໄດ້ 31,500 ຄົນ ນຳດ້ວຍ.

ເບື້ອງຕົ້ນ ພາກສ່ວນທີ່ກ່ຽວຂ້ອງ ຈະດຳເນີນແຜນງານ ໃນຮູບແບບການຝຶກວິຊາຊີບ ໃຫ້ຄົນງານລາວທີ່ຫວ່າງງານ ມີຄວາມຮູ້ກ່ອນ ໂດຍຄົນງານລາວ ທີ່ຫວ່າງງານ ຕ້ອງໄດ້ໄປລົງທະບຽນ ກັບ ຂະແນງແຮງງານ ແລະ ສວັດດີການສັງຄົມຂອງແຂວງ ເພຶ່ອເຂົ້າຮ່ວມຝຶກວິຊາຊີບ ໃຫ້ມີຄວາມຮູ້ ເພຶ່ອທີ່ໂຮງຈັກໂຮງງານ ແລະ ບໍຣິສັດຕ່າງໆ ຈະສາມາດຮັບເຂົ້າໄປທົດລອງ ເຮັດວຽກໄດ້ ຊຶ່ງຄົນງານລາວທີ່ຫວ່າງງານ ສາມາດເລືອກວິຊາຊີບ ທີ່ຈະຝຶກໄດ້ ເຊັ່ນ: ໄຟຟ້າ ກົນຈັກ ຊ່າງກໍສ້າງ ເສີມສວຍ ຕັດຫຍີບ ແລະ ອື່ນໆ. ຈາກນັ້ນ ແຕ່ລະແຂວງ ຕ້ອງສັງລວມ ສົ່ງຂໍ້ມູນໃຫ້ຂັ້ນສູນກາງ ສະໜອງງົບປະມານ ໃຫ້ຕາມຈຳນວນຄົນງານລາວ ທີ່ຫວ່າງງານ ເຂົ້າຮ່ວມຝືກອາຊີບ ໂດຍຄົນງານລາວທີ່ຫວ່າງງານ ເຂົ້າຮ່ວມຝຶກວິຊາຊີບ ຈະບໍ່ເສັຍຄ່າໃຊ້ຈ່າຍໃດໆ.

ເຈົ້າໜ້າທີ່ຂະແນ່ງແຮງງານ ທ່ານນຶ່ງ ທີ່ຂໍສຫງວນຊື່ ແລະ ຕຳແຫນ່ງ ກ່າວໃນວັນທີ 18 ກຸມພາ ທີ່ຜ່ານມານີ້ວ່າ:

“ກຸ່ມຜູ້ຫວ່າງງານ  ໄປລົງທະບຽນເນາະ ມີຄວາມຕ້ອງການຝຶກສີມືແຮງງານ ຢູ່ ຜແນກແຮງງານແຂວງ ແຕ່ລະແຂວງ ແຕ່ລະແຂວງຫັ້ນ ເພຶ່ອຈະສນອງ ໃຫ້ພາກສ່ວນທີ່ຝຶກ ເພຶ່ອເປັນການແຈ້ງບອກ ໃຫ້ຮູ້ວ່າ ຖ້າທ່ານຝຶກແລ້ວ ທ່ານຈະເຂົ້າສູ່ຕໍ່າແໜ່ງງານນີ້ ຮອງຮັບທ່ານ ຈະເຮັດໃຫ້ອັດຕຣາຫວ່າງງານ ຫລຸດລົງເນາະ ເຮັດໃຫ້ຄົນ ມີວຽກເຮັດງານທຳ ເພີ່ມຂື້ນ ເພາະວ່າ ປັດຈຸບັນ ການຫວ່າງງານ ກະຂອງປະເທດລາວນີ້ ກະຂ້ອນຂ້າງຈະສູງແຫລະ. ໃນການຫລັ່ງໄຫລຄືນມາ ຂອງຄົນງານລາວຈາກຕ່າງ ປະເທດຫັ້ນ.

ທ່ານກ່າວຕື່ມວ່າ ວຽກງານດັ່ງກ່າວ ຈະໄດ້ຕາມເປົ້າໝາຍ ທີ່ ຣັຖບານລາວວາງໄວ້ ບໍ່ສະນັ້ນ ກໍຕ້ອງລໍຖ້າເບິ່ງ ຕາມຄວາມເປັນຈິງ ຂອງຄົນງານລາວທີ່ຫວ່າງງານ ມາຝຶກວິຊາຊີບໃນແຕ່ລະສາຂາ. ຮວມເຖິງ ງົປມານຂອງຂັ້ນສູນກາງນຳດ້ວຍວ່າ ພຽງພໍຫລືບໍ່ ຊຶ່ງກໍຖືວ່າ ວຽກງານດັ່ງກ່າວ ຍັງເປັນວຽກງານທີ່ມີຄວາມຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍສູງ ຂອງເຈົ້າໜ້າທີ່ ໃນຂະແນງພັທນາສີມືແຮງງານ ໃນແຕ່ລະແຂວງ.

“ເປັນສິ່ງທ້າທາຍ ຂອງວຽກງານພັທນາ ສີມືແຮງງານເນາະ. ສະພາແຫ່ງຊາດ ເພິ່ນໄດ້ມີການຮັບຮອງວ່າ ຕ້ອງບັນລຸໂຕເລກການຝຶກ ໃຫ້ໄດ້ຈຳນວນເທົ່ານີ້ ເພຶ່ອເຮັດໃຫ້ອັດຕຣາຫວ່າງງານຫລຸດລົງ. ຈັກຊິໄດ້ບໍ່ ບໍ່ໄດ້ບໍ່ ອັນນີ້ກໍເປັນກົລໄກ ຂອງແຕ່ລະແຂວງ ຈະສາມາດເຮັດວຽກໄດ້ເນາະ. ເບິ່ງຕາມຄວາມເປັນຈິງ ຂອງງົປມານ ຈາກທາງສູນກາງ.

ໃນວັນທີ 30 ພຶສຈິກາ 2021 ທີ່ຜ່ານມາ ທ່ານພົງໄຊສັກ ອິນຖາລາດ ຮອງ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ສະພາບໍຣິຫານ ອົງການຈັດຕັ້ງສາກົລ ເພຶ່ອການເຄື່ອນຍ້າຍຖິ່ນຖານ ຜ່ານລະບົບທາງໄກ ກໍພົບວ່າ ການແຜ່ຣະບາດຂອງໂຄວິດ-19 ເຮັດໃຫ້ ອັຕຣາການຫວ່າງງານ ພາຍໃນປະເທດລາວ ເພີ່ມຂື້ນ 9.4% ແລະ ມີໂຕເລກຜູ້ຫວ່າງງານ ພາຍໃນປະເທດ ຈຳນວນ 439,082 ຄົນ ຊຶ່ງສວ່ນໃຫຍ່ ເດີນທາງມາຈາກຕ່າງປະເທດ ໂດຍສະເພາະແມ່ນປະເທດໄທຍ.

ພ້ອມດຽວກັນນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນຂເເນງແຮງງານ ແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ປັດຈຸບັນ ກໍເປີດໃຫ້ບັນດາຜູ້ຫວ່າງງານ ເຂົ້າໄປລົງທະບຽນໄວ້ແລ້ວ ຊຶ່ງຍັງເປັນໄລຍະ ຮີບໂຮມຂໍ້ມູນໂຕເລກຢູ່ວ່າ ຈະມີຜູ້ລົງທະບຽນ ຫລາຍເທົ່າໃດ ແລະ ເຖິງແມ່ນວ່າ ການຮີບໂຮມຂໍ້ມູນໂຕເລກ ສຳເຣັດແລ້ວ ກໍຕ້ອງລໍຖ້າງົປມານ ຈາກ ຣັຖບານນຳດ້ວຍ ຈຶ່ງຈະຈັດຝຶກວິຊາຊີບ ໃຫ້ແກ່ ຜູ້ທີ່ມາລົງທະບຽນໄດ້.

ທ່ານກວ່າຕື່ມວ່າ ໃນປັດຈຸບັນນີ້ ເຖິງຈະໄດ້ແຈ້ງຂ່າວ ໃຫ້ສັງຄົມຮັບຮູ້ ກ່ຽວກັບແຜນການ ໃນການຝຶກອົບຮົມວິຊາຊີບ ໃນແຕ່ລະແຂວງກໍຕາມ ແຕ່ກໍຍັງພົບຄວາມຫຍຸ້ງຍາກຢູ່ ໃນເຣຶ່ອງທີ່ວ່າ ຄົນຫວ່າງງານ ບໍ່ຄ່ອຍຢາກມາລົງທະບຽນ ຝຶກວິຊາຊີບ  ຍ້ອນສະພາບການເດີນທາງ ເພາະຫລາຍຄົນ ຢູ່ເຂດຊົນນະບົດ ແລະ ຫາກເຂົ້າມາ ຝຶກວິຊາຊີບ ກໍຍັງຕ້ອງມີເງິນ ໄວ້ຊື້ອາຫານການກິນນຳດ້ວຍ ແລະ ບາງຄົນ ກໍບໍ່ມີເງິນ ແຕ່ກໍມີຣົຖຝຶກວິຊາຊີບເຄື່ອນທີ່ຢູ່ ແຕ່ ກໍບໍ່ໄດ້ທົ່ວເຖິງເທົ່າທີ່ຄວນ.

“ມັນກໍມີຫລາຍດ້ານຫັ້ນແຫລະ ຈະເປັນດ້ານງົປມານ ເຮົາກໍຍັງບໍ່ທັນພຽງພໍ ກັບຄວາມຕ້ອງການ ໃນການຈະຝຶກ. ບາງເທຶ່ອຄົນງານເຂົາກໍຢູ່ຕ່າງເມືອງຫັ້ນນ່າ ບາງເທຶ່ອເຂົາກໍບໍ່ສະດວກຂື້ນມາ. ສະຖານທີ່ ເຮົາກະມີຄ່າໂດຍສານ ເຮົາກະມີ ແຕ່ວ່າ ໃຫ້ເຂົາກຸ້ມຕົນເອງ ທາງດ້ານອັດຕຣາກິນນີ້. ບາງເທຶ່ອອັດຕຣາກິນ ຂອງເຂົາເຈົ້າກໍບໍ່ພໍ ຫັ້ນນ່າ.”

ກ່ຽວກັບເຣຶ່ອງດັ່ງກ່າວ ຄົນງານລາວຈຳນວນນຶ່ງ ພັດກວ່າວ່າ ທາງການລາວໃນຂັ້ນແຂວງ ແລະ ທ້ອງຖິ່ນ ພັດຍັງບໍ່ມີການປະຊາສັມພັນ ໃຫ້ທົ່ວເຖິງເທົ່າທີ່ຄວນ ເພາະຄົນງານລາວຫລາຍຄົນທີ່ຫວ່າງງານ ຕາມບ້ານຕ່າງໆ ກໍຍັງບໍ່ຮູ້ວ່າ ຈະໄປລົງທະບຽນ ຝຶກວິຊາຊີບຢູ່ໃສ ແລະ ຫາກ ຈະໄປລົງທະບຽນຢູ່ຜແນກແຮງງານ ແລະ ສວັດດີການສັງຄົມແຂວງ ກໍມີຄວາມຫຍຸ້ງຍາກໃນການເດີນທາງ ເພາະສ່ວນໃຫຍ່ ຄົນງານທີ່ກັບມາຈາກຕ່າງປະເທດ ຫລາຍຄົນ ຈະຢູ່ເຂດຊົນນະບົດ ຈະກັບພູມລຳເນົາ ໄປເຮັດໄຮ່ ເຮັດນາ ເຮັດສວນ ຫລື ຢູ່ລ້າໆ ຍ້ອນວ່າ ຊອກຫາວຽກເຮັດງານທຳ ໃນຫົວເມືອງໃຫຍ່ຕ່າງໆ ແມ່ນຫາຍາກ ແລະ ຄ່າແຮງງານ ກໍຍັງໄດ້ໜ້ອຍ ບໍ່ຄຸ້ມຄ່າ ໃນການອອກແຮງງານ.

“ຈັ່ງວ່າເດ້ ຄືບໍ່ໄດ້ຍິນ. ຊິບໍ່ໄປລົງຢູ່ພຸ້ນໝົດເບາະ ເພາະວ່າແຖວນີ້ ມັນບໍ່ມີສູນ. ກະຍາກແຫລະ ມັນໄກແນ່. ຢູ່ບ້ານເຮົາບໍ່ຄ່ອຍມີວຽກດອກ ກະຍາກ ເງິນເດືອນມັນກະຖຶກນຳ ງານມັນກໍໜັກ.

ຂະນະດຽວກັນ ຄົນງານລາວທ່່ານນຶ່ງ ກໍກ່າວວ່າ ຊາວໜຸ່ມລາວ ໃນວັຍທີ່ອອກແຮງງານ ຫາລ້ຽງຊີບໄດ້ ພາກັນກາຍເປັນຄົນຫວ່າງງານຫລາຍ ໃນປັດຈຸບັນ ເພາະ ເຂົາເຈົ້າຫລັ່ງໄຫລກັບບ້ານ ຈາກຕ່າງປະເທດ ໃນໄລຍະທີ່ໂຄວິດ-19 ຣະບາດໜັກ.

ເມຶ່ອກັບມາພູມລຳເນົາ ວຽກງານຕ່າງໆກໍຫາຍາກຫລາຍ ແລະ ສ່ວນໃຫຍ່ ຜູ້ທີ່ຫວ່າງງານ ກໍເລືອກກັບມາ ເຮັດໄຮ່ ເຮັດນາ ເຮັດສວນຫລາຍກວ່າ ແລະ ກໍບໍ່ຄ່ອຍຢາກໄປຝຶກວິຊາຊີບ ເພາະ ບໍ່ໄດ້ມີເງິນໄປຕໍ່ຍອດ ໃນວິຊາຊີບນັ້ນ ຊຶ່ງໃນຄວາມເປັນຈິງແລ້ວ ຖ້າເປັນໄປໄດ້ ພາກຣັຖ ຄວນຫາວິທີສົ່ງເສີມ ໃນເຣຶ່ອງການກະເສດ ຈະເປັນການດີກວ່າ ເພາະ ເຂົາເຈົ້າສາມາດ ນຳຄວາມຮູ້ ໄປຕໍ່ຍອດສ້າງຣາຍຮັບໄດ້.

“ຊຸກຍູ້ ເຮຶ່ອງກະຊິກັມເນາະ ອັນໃດທີ່ພໍຂາຍ ເປັນເງິນໄດ້ ອັນນີ້ຈະດີກວ່າ ຄືຢູ່ເຂດນອກ ມັນບໍ່ມີແຮງງານ ຄື ຢູ່ໃນເມືອງເດ້. ຄືຢູ່ໂຮງຈັກໂຮງງານນີ້ ຂີ້ຮ້າຍເຂົາຍັງຮັບຄົນເກົ່າ ເຂົ້າເຮັດວຽກ ຄັນໃໝ່ນີ້ ກໍຈັ່ງບໍ່ຮັບເທຶ່ອ. ຄື ພວກໄຟຟ້າ ພວກຊ່າງຈອດບໍ່ ອິຫຍັງຫັ້ນນ່າ ມັນກໍເປັນບາງຄົນ. ຄົນທີ່ມີຕົ້ນທຶນຢູ່ແລ້ວ ເຂົາກໍສາມາດຕໍ່ຍອດໄດ້ ຖ້າຄົນບໍ່ມີຕົ້ນທຶນ ຖານະທາງບ້ານຍາກຈົນ ຫັ້ນນ່າ ໄປຢູ່ບ້ານກໍຄືເກົ່າ ມັນຕໍ່ຍອດບໍ່ໄດ້.”

ເຖິງຢ່າງໃດກໍຕາມ ກ່ຽວກັບແຜນງານ ໃນການຝຶກອົບຣົມ ວິຊາຊີບ ໃນ ຂະແນງຕ່າງໆ ແລະ ການຈັດຫາວຽກເຮັດງານທຳ ໃຫ້ແກ່ຄົນງານລາວທີ່ຫວ່າງງານ ໃຫ້ໄດ້ 54,500 ຄົນ ໃນປີ 2022 ນັ້ນ ກໍເປັນພຽງແຕ່ການຕັ້ງເປົ້າໝາຍ ຂອງພາກຣັຖ ເພື່ອ ແກ້ບັນຫາຄົນຫວ່າງງານ ໃນທົ່ວປະເທດ ຈຳນວນ 439,082 ຄົນ ຊຶ່ງຕ້ອງລໍຖ້າຜົລສະລຸບ ໃນທ້າຍປີ 2022 ວ່າ ເປົ້າໝາຍ ທີ່ຈະຈັດຫາວຽກເຮັດງານທຳ ຈະໄດ້ຕາມເປົ້າໝາຍທີ່ກຳນົດໄວ້ ຫລື ຫລາຍສໍ່າໃດ ເພາະ ຊາວໝຸ່ມລາວ ໃນວັຍອອກແຮງງານ ສ່ວນໃຫຍ່ທີ່ຫວ່າງງານ ໃນທ້ອງຖິ່ນຕ່າງໆ ຍັງຂາດຄວາມພ້ອມຫລາຍດ້ານ ທີ່ຈະເຂົ້າຝຶກອົບຮົມວິຊາຊີບ ຕາມໂຄງການ ແລະ ແຜນງານ ດັ່ງທີ່ກ່າວມາຂ້າງຕົ້ນນັ້ນ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.