ເປົ້າໝາຍ ການມີວຽກເຮັດງານທຳ ພາຍໃນປະເທດ ອາດບໍ່ເຖິງຝັ່ງຝັນໄດ້

ຈຳປາທອງ
2023.07.24
ເປົ້າໝາຍ ການມີວຽກເຮັດງານທຳ ພາຍໃນປະເທດ ອາດບໍ່ເຖິງຝັ່ງຝັນໄດ້ ນີ້ຄືກຸ່ມຄົນລາວ ທີ່ອອກໄປເຮັດວຽກ ຢູ່ປະເທດໄທຍ ແລະ ໃນໄລຍະຫຼາຍປີທີ່ຜ່ານມາ ກໍມີຈຳນວນເພີ່ມຂຶ້ນ. ເດືອນ ເມສາ ປີ 2022.
RFA

ຕາມເປົ້າໝາຍການພັທນາ ແບບຍືນຍົງຂອງສະຫະປະຊາຊາຕ ເປົ້າໝາຍທີ 8 ແມ່ນພາຍໃນປີ 2030 ຣັຖບານລາວ ຈະຮັບປະກັນໃຫ້ຄົນງານລາວທຸກຄົນ ມີວຽກເຮັດງານທໍາທີ່ດີ ເໝາະສົມ ແລະມີປະສິດທິພາບ ແລະໃນຂະນະດຽວກັນ ເສຖກິຈຂອງປະເທດ ຈະຂຍາຍໂຕ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຄາດຄະເນວ່າ ພາຍໃນປີ 2030 ຄົນງານລາວຫລາຍຄົນ ຍັງຈະວ່າງງານຢູ່ພາຍໃນປະເທດ ແລະອີກຫລາຍຄົນ ຈະໄປເຮັດວຽກຢູ່ຕ່າງປະເທດ ຍ້ອນຄ່າຈ້າງຢູ່ລາວຍັງຕໍ່າ ແລະເສຖກິຈ ຂອງລາວບໍ່ຂຍາຍໂຕເທົ່າທີ່ຄວນ.

ສະເພາະຢູ່ແຂວງຈໍາປາສັກ ເມື່ອເບິ່ງສະພາບລວມແລ້ວ ແມ່ນປະຊາຊົນພາຍໃນແຂວງນີ້ ສ່ວນຫລາຍບໍ່ໄດ້ວ່າງງານ ຍ້ອນການໄປເຮັດວຽກຢູ່ໄທຍ, ເກົາຫລີໃຕ້ ແລະຍີ່ປຸ່ນ ທັງແບບຖືກຕ້ອງ ແລະບໍ່ຖືກຕ້ອງຕາມລະບຽບກົດໝາຍ ເນື່ອງຈາກຄ່າຈ້າງແຮງງານຢູ່ລາວ ຕໍ່າຫລາຍ ຄືໄດ້ພຽງ 3,000 ບາທຕໍ່ເດືອນ. ດັ່ງນັ້ນຈຶ່ງຄາດວ່າ ພາຍໃນປີ 2030 ຫາກຣັຖບານບໍ່ຂຶ້ນຄ່າແຮງງານ ຂັ້ນຕໍ່າຢູ່ລາວໃຫ້ໄດ້ 20,000 ບາທຕໍ່ເດືອນນັ້ນ ປະຊາຊົນລາວກໍຈະໄປເປັນແຮງງານຢູ່ຕ່າງປະເທດ ຈໍານວນຫລາຍ ຂະນະທີ່ຢູ່ໃນແຂວງນີ້ ຍັງມີຄວາມຕ້ອງ ການແຮງງານຫລາຍຢູ່, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຈໍາປາສັກທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 24 ກໍຣະກະດານີ້.

“ຖາມວ່າຫວ່າງງານຫລາຍບໍ່ ມັນກໍບໍ່ຫວ່າງງານດອກ ວຽກຫລາຍຢູ່ແຕ່ວ່າ ເຂົາບໍ່ຢາກເຮັດ ຄ່າແຮງງານມັນຕໍ່າແຕ່ວ່າຄ່າຄອງຊີບສູງ ເງິນເຮົາອ່ອນຄ່າ 2030 ເປັນບໍ່ໄດ້ທີ່ວ່າຈະບໍ່ໄດ້ໄປເຮັດວຽກຢູ່ຕ່າງປະເທດ ນອກເສັຽຈາກວ່າພາຍໃນເຮົານີ້ ມີບ່ອນໃຫ້ເຂົາເຮັດວຽກເດືອລະ 20 ພັນບາທຂຶ້ນເມືອ ເຂົາສິກັບມາຫລາຍ ອັນນີ້ເດືອນນຶ່ງ 3 ພັນ ຕ້ອງການແຮງງານບໍ່ ຕ້ອງການຫລາຍທາງໃນເຮົານີ້ ແຕ່ວ່າແຕ່ວ່າຈ້າງກັນພາຍໃນ ກັບຈ້າງຢູ່ພາຍນອກຫັ້ນ ຄ່າແຮງງານມັນບໍ່ຄືກັນ ຫລຸດໂຕນກັນຫລາຍ.”

ທ່ານເວົ້າຕໍ່ໄປເຖິງເຣື່ອງເສຖກິຈ ພາຍໃນແຂວງຈໍາປາສັກວ່າ ເຖິງຈະມີແນວໂນ້ມຂຍາຍໂຕ ຈາກການສົ່ງຢາງພາລາ, ກາເຟ ແລະຜັກອອກໄປຂາຍຕ່າງ ປະເທດ ແລະຕ່າງແຂວງ ແຕ່ກໍຍັງມີປາກົດການຫຍໍ້ທໍ້ ທີ່ສະກັດກັ້ນບໍ່ໃຫ້ເສຖກິດໃນແຂວງນີ້ ຂຍາຍໂຕຢ່າງຕໍ່ເນື່ອງ ຊຶ່ງໃນນັ້ນ ຜູ້ປະກອບການ, ນັກທຸຣະກິຈ ຈະປະເຊີນກັບບັນຫາດ່ານເກັບຄ່າທໍານຽມ ຜ່ານທາງຈໍານວນຫລາຍດ່ານ ເຮັດໃຫ້ພວກເຂົາເຈົ້າຈໍານວນນຶ່ງຫລຸດການສົ່ງອອກ ແລະນໍາສິນຄ້າບາງລາຍ ການເຂົ້າມາ.

“ການຄ້າຂາຍອິຫຍັງ ຕ່າງໆເນາະມັນເປັນຕົ້ນບໍ ຍາງພາລາ ກາ ຟົມກາເຟອິຫຍັງຕ່າງໆ ມັນກໍຂ້ອນຂ້າງ ຜັກມີ່ຊີ່ຊອມ ເຂດປາກຊ່ອງນີ້ ເຮົານິ້ກມີຢູ່ ແຕ່ວ່າປາກົດການຫຍໍ້ທໍ້ມັນກໍມີຫລາຍດ່ານຈັ່ງຊີ້ນ່າ ສົມມຸດແກ່ຜັກຊູູມາແຕ່ປາກຊ່ອງຈັ່ງຊີ້ນ່າ ມາຂາຍຢູ່ຕໍ່ເຂດມາຢູ່ຊາຍແດນຫັ້ນນ່າ ມັນຕ້ອງຜ່ານໄປກັບມັນກໍ 10 ແລ້ວເດ້ ດ່ານຖ້ຽວນຶ່ງເຂົາສິໄດ້ກໍາໄລຢູ່ 2 ແສນແລ້ວໄປເສັຽແຕ່ຄ່າດ່ານຢູ່ຫັ້ນໄປແລ້ວເດ້. ແສນນຶ່ງ ແລ້ວກໍຍັງນໍ້າມັນຣົຖ ຄ່າກັມກອນຂົນຂຶ້ນລົງ ເຂົ້າສູນ ຫລືວ່າຕິດລົບແລ້ວເຂົາກໍບໍ່ມາ ເຂົາກໍບໍ່ເຄື່ອນໄຫວ ມັນກໍເຮັດໃຫ້ຄົນສິນໍາເຂົ້າ ກໍບໍ່ຢາກເອົານໍາເຂົ້າ ຄົນສິເຄື່ອນໄຫວອອກ ກໍບໍ່ຢາກອອກ.”

ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງນາງນຶ່ງ ກໍຄາດຄະ ເນວ່າ ພາຍໃນປີ 2030 ປະຊາຊົນລາວໃນແຂວງນີ້ ຕາມແຜນ ຈະມີວຽກເຮັດ ປະມານ 80%, ສ່ວນທີ່ເຫລືອ 20% ຈະວ່າງງານ ເນື່ອງຈາກຣັຖບານ ຈະບໍ່ມີວຽກທີ່ຈະໃຫ້ພວກເຂົາເຈົ້າເຮັດ ຊຶ່ງທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ຝຶກອົບຮົມອາຊີບດ້ານກະສິກັມ ແລະຫັຖກັມ ໃຫ້ຜູ້ວ່າງງານຢູ່ໃນເມືອງນີ້ແລ້ວຈໍານວນນຶ່ງ. ຢູ່ຕາມເຂດຊົນນະບົດ ຍັງມີຄົນວ່າງງານຫລາຍ.

“ກໍຫວ່າງຫລາຍຢູ່ເພາະວ່າປີກາຍ ເອົາຂຶ້ນບັນຊີປະໄວ້ກໍປະມານ 100 ປາຍນີ້ແຫລະເນາະ ຜູ້ບໍ່ຂຶ້ນບັນຊີກໍບໍ່ຫລາຍຢູ່ຂັ້ນບ້ານໄປເອົາ ບໍ່ສາມາດໄປລົງເກັບກໍາຂໍ້ມູນໄດ້ ຢູ່ຫ່າງໄກສອກຫລີກເນາະ ເຮົາໄດ້ແຕ່ເຂດເທສບານເມືອງຢູ່ນີ້ເນາະ ເຂົາເຈົ້າໄປເຮັດວຽກບ້ານອື່ນໆເນາະ ຢູ່ນອກບ້ານນອກເມືອງເພາະວ່າລາຍຮັບເຂົາຍັງຕໍ່າ ເພາະວ່າເຮົາຍັງບໍ່ທັນມີໂຮງຈັກໂຮງງານ ທີ່ວ່າ ແຮງງານເຮົາຈະໄປຢູ່ໄປເຮັດເພາະວ່າເງິນນີ້ເພິ່ນໄລ່ເປັນມື້ ມັນຈະຫລາຍກວ່າເງິນເດືອນເຮົາເນາະ ເງິນເດືອນເຮົາມັນຈະໜ້ອຍ ສະພາບໂຕຈິງນີ້ເນາະ ແບບວ່າຜ່ານມາ ເຮົາໄປຝຶກວິຊາຊີບໃຫ້ເຂົາເຈົ້າເນາະກັບທີ່ແລ້ວ ແລ້ວມັນບໍ່ມີບ່ອນປະກອບການເນາະ ແລ້ວບໍ່ມີບ່ອນເຮັດວຽກຫັ້ນ ເຂົາເຈົ້າຈຶ່ງໄປອອກເຮັດວຽກຢູ່ຂ້າງນອກ.”

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງຜາອຸດົມ ເວົ້າເຖິງຮູບແບບການອອກແຮງງານ ຂອງຊາວໜຸ່ມລາວວ່າ 1 ປີ ມີ 12 ເດືອນ, ມີພຽງ 2 ເດືອນ ທີ່ຊາວໜຸ່ມ ໃນເຂດເມືອງຂອງທ່ານ ຈະຢູ່ເຮືອນຊ່ອຍວຽກພໍ່ແມ່ ຄື 1 ເດືອນ ຊ່ອຍພໍ່ແມ່ດໍານາ. ຫລັງຈາກນັ້ນກໍພາກັນໄປອອກແຮງງານ ຢູ່ປະເທດໄທຍ, ພໍຮອດຣະດູເກັບກ່ຽວ ກໍກັບຄືນມາຊ່ອຍພໍ່ແມ່ກ່ຽວເຂົ້າ 1 ເດືອນ, ເວລາທີ່ເຫລືອ ແມ່ນພວກເຂົາເຈົ້າກັບໄປອອກແຮງງານຢູ່ໄທຍ.

ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງໄຊສົມບູນ ກໍຄາດຄະເນຄືກັນກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຈໍາປາສັກວ່າ ພາຍໃນປີ 2030 ຫາກເສຖກິຈ ລະດັບມະຫາພາກ ບໍ່ຂຍາຍໂຕຢ່າງມີປະສິດທິພາບ ເປັນຕົ້ນ ເງິນກີບຍັງເຟີ້, ຄ່າຄອງຊີບຍັງສູງ ແລະຍັງກໍານົດຄ່າຈ້າງແຮງງານຕໍ່າ ເດືອນນຶ່ງພຽງ 1.3 ລ້ານກີບຢູ່ ກໍຈະເຮັດໃຫ້ພາຍໃນແຂວງນີ້ ຍັງມີປະຊາຊົນເດີນທາງໄປເຮັດວຽກຢູ່ຕ່າງປະເທດ ຫລາຍຄືເກົ່າ ຂະນະທີ່ຢູ່ພາຍໃນແຂວງນີ້ ບໍ່ມີນັກລົງທຶນມາສ້າງໂຮງຈັກ, ໂຮງງານ ຫລາຍ.

ສະເພາະຢູ່ແຂວງໄຊສົມບູນ ປະຊາຊົນສ່ວນໃຫຍ່ ຈະເຮັດວຽກນອກລະບົບ ຄື ເປັນຊາວໄຮ່, ຊາວນາ, ຊາວສວນ ຊຶ່ງຈະພາກັນວ່າງງານ ພາຍຫລັງເສັດສິ້ນ ຣະດູການຜລິດແລ້ວ. ໃນນັ້ນ ຈໍານວນນຶ່ງ ກໍໄປຫາຢູ່ຫາກິນຕາມທັມມະຊາຕ, ເຂົ້າປ່າຫາກິນ ແລະເອົາມາຂາຍ ລໍຖ້າຣະດູການຜລິດມາເຖິງ, ຈໍານວນນຶ່ງກໍໄປເປັນກໍາມະກອນຮັບຈ້າງ ລາຍວັນທົ່ວໄປ.

ດັ່ງທີ່ທ່ານກ່າວວ່າ:

“ເຣື່ອງຫວ່າງງານ ມັນກໍຫວ່າງຫັ້ນແຫລະເນາະ ແຕ່ກໍຫວ່າງໄປຕາມຣະດູການ ເພາະວ່າສ່ວນຫລາຍແຂວງເຮົາ ເປັນແຂວງກະສິກັມເດ້ເນາະ ເພາະວ່າເຮົາບໍ່ມີໂຮງຈັກໂຮງງານເນາະ ມີກໍມີໜ້ອຍຫັ້ນແຫລະ ສະພາບເສຖກິຈ ບ້ານເຮົາທຸກມື້ນີ້້ ກໍເປັນລັກສະນະເງິນເຟີ້ຫັ້ນແຫລະ ສະນັ້ນມັນກໍຕ້ອງໄດ້ດີ້ນຮົນຫລາຍຂຶ້ນ. ອາດມີໄປຕ່າງປະເທດ ຄ່າຄອງຊີບມັນສູງຂຶ້ນເນາະ ເງິນເດືອນນີ້ກໍຖືວ່າໜ້ອຍຫັ້ນແຫລະ.”

ພ້ອມດຽວກັນນັ້ນ ປະຊາຊົນຢູ່ບ້ານຄູນມະນີ ເມືອງໄຊບູຣີ ແຂວງສວັນນະເຂດ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກໍຣະກະດານີ້ ເຖິງເຣື່ອງຄົນວ່າງງານຢູ່ໃນບ້ານນັ້ນວ່າ ມີປະມານ 50-60 ຄົນ. ໃນນັ້ນ ເປັນນັກຮຽນຈົບຊັ້ນ ມ.7 ທີ່ບໍ່ໄດ້ຮຽນຕໍ່ຊັ້ນສູງ ແລະນັກສຶກສາຈົບຊັ້ນປະຣິນຍາຕຣີ ວ່າງງານຢູ່ເຮືອນ ເຮັດວຽກຊ່ອຍພໍ່ແມ່ ປູກຝັງ, ລ້ຽງສັດ, ແຕ່ກໍຄາດວ່າ ພາຍໃນປີ 2030 ປະຊາຊົນໃນບ້ານນີ້ ຈະມີວຽກເຮັດທຸກຄົນ ຫາກໂຮງຈັກໂຮງງານ ພາຍໃນແຂວງຂຍາຍໂຕ, ຂະນະນີ້ ເສຖກິຈພາຍໃນບ້ານ ກໍກໍາລັງຂຍາຍໂຕ ຍ້ອນມີນັກລົງທຶນມາເປີດໂຮງງານ ເກັບຊື້ຢາງພາຣາຢູ່ກັບບ່ອນ.

“ມີຫລາຍ ຜູ້ຫວ່າງງານ ອິຫລີຫັ້ນແຫລະ. ຫວ່າງ 50-60 ພຸ້ນແຫລະ ຮຽນຈົບບໍ່ຈັກໄປເຮັດງານບ່ອນໃດ ກໍເຮັດໄຮ່ເຮັດນາ ໄປແນວນັ້ແຫລະ. ເອີ ເສຖກິຈເພິ່ນ ມັນມີສວນຢາງເດ໋ ມີຜູ້ເກັບຊື້.”

ອົງການຈັດຕັ້ງສາກົລ ເພື່ອການໂຍກຍ້າຍຖິ່ນຖານ ຫລື IOM ຣາຍງານວ່າ ປະ ເທດລາວມີປະຊາກອນ 7.4 ລ້ານຄົນ. ໃນນັ້ນ ຢູ່ໃນໄວອອກແຮງງານມີ 5.3 ລ້ານຄົນ. ມີຜູ້ທີ່ອອກແຮງງານ ໃນລະບົບ 2.5 ລ້ານຄົນ ສ່ວນທີ່ເຫລືອ 2.8 ລ້ານຄົນເຮັດວຽກນອກລະບົບ ໝາຍເຖິງຊາວໄຮ່ຊາວສວນ ແລະຜູ້ທີ່ຫາຢູ່ຫາກິນຕາມທັມມະຊາຕ. ປັດຈຸບັນ ທາງການລາວ ເວົ້າວ່າ ປະເທດລາວມີຄົນວ່າງງານ ຢູ່ປະມານ 61,000 ຄົນ, ແຕ່ໃນສະພາບຕົວຈິງ ອາດມີຄົນວ່າງງານຫລາຍເຖິງ 2,861,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.