ຣັຖບານ ບໍ່ສາມາດສ້າງອາຊີບ ຮອງຮັບຄົນງານລາວໄດ້
2023.05.05

ເຖິງແມ່ນວ່າ ຣັຖບານລາວ ຈະໄດ້ສັ່ງໃຫ້ຜແນກແຮງງານ ແລະສັວດດິການສັງຄົມທຸກແຂວງ ຊ່ອຍຫາວຽກເຮັດງານທໍາ ທັງຢູ່ພາຍໃນ ແລະຕ່າງປະເທດໃຫ້ຄົນລາວ ໂດຍໃຫ້ປະກາດວຽກງານທີ່ວ່າງ ແລະຊ່ອຍຝຶກສີມືແຮງງານ ໃຫ້ຜູ້ວ່າງງານກໍຕາມ ແຕ່ມາເຖິງປັດຈຸບັນ ຄົນລາວຫລາຍຄົນ ຍັງບໍ່ເຫັນວ່າ ເຈົ້າໜ້າທີ່ແຮງງານ ທີ່ກ່ຽວຂ້ອງ ຈະລົງມາປະຊາສໍາພັນ ຫລືແຈ້ງການ ໃຫ້ຮູ້ທົ່ວເຖິງ, ຄົນຫວ່າງງານຫລາຍຄົນ ຈະຮູ້ນໍາສື່ສັງຄົມອອນລາຍນ໌, ພວກເຂົາເຈົ້າບໍ່ສົນໃຈ ນໍານະໂຍບາຍ ຂອງຣັຖບານ ເພາະເປັນນະໂຍບາຍເກົ່າ, ບໍ່ມີສິ່ງດຶງດູດຈິດໃຈ ໂດຍສະເພາະເຣື່ອງຄ່າແຮງງານຂັ້ນຕໍ່າ, ບໍ່ສົມດຸນກັບຄ່າຄອງຊີບ. ທີ່ຜ່ານມາ ຄົນງານຫລາຍຄົນ ທີ່ຕ້ອງການໄປເຮັດວຽກ ຫາເງິນຢູ່ຕ່າງປະເທດ ໄດ້ສມັກຜ່ານກະຊວງແຮງງານ ແລະສວັດດິການສັງຄົມ ແລະຕ້ອງໄດ້ເສັຍເງິນໃນແຕ່ລະຂັ້ນຕອນ ແລະເສັຍເວລາດົນ, ຖ້າເພິ່ນເອີ້ນໄປເຮັດວຽກ ກໍບໍ່ເອີ້ນຈັກເທື່ອ. ສໍາລັບວຽກງານຢູ່ພາຍໃນປະເທດ ຫາຍາກ ແລະທັງໄດ້ເງິນໜ້ອຍເກີນໄປ. ສະນັ້ນ ຫລາຍຄົນຈຶ່ງພະຍາຍາມ ຊອກຫາວຽກເຮັດເອງ ດັ່ງຊາວລາວ ທີ່ຫວ່າງງານຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ພຶສພານີ້ວ່າ:
“ມີຢູ່ ແຕ່ຫາກເພິ່ນບໍ່ທົ່ວບໍ່ເຖິງ ບໍຣິສັດກໍບໍ່ໄດ້ຊິວ່າລົງມາໃຫ້ ໃນປະເທດເງິນເດືອນໜ້ອຍເດ ເຂົາບໍ່ຢາກເຮັດ ໄປຕ່າງປະເທດ ກໍເສັຍເງິນຄ່ານາຍໜ້າ ຄ່ານັ້ນຄ່ານີ້ຫລາຍຂັ້ນຕອນຫັ້ນແຫລະ ສ່ວນຫລາຍເຂົາກໍເລີຍວ່າ ໄປເອງ ເຮັດພາສປອດແລ້ວໄປໂລດຫັ້ນນະ.”
ຄົນງານລາວອີກຜູ້ນຶ່ງ ກໍເວົ້າວ່າ ບໍ່ເຄີຍເຫັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງມາປະຊາສໍາພັນ ແຈ້ງໃຫ້ຮູ້ກ່ຽວກັບການສົ່ງເສີມ ໃຫ້ຄົນລາວ ມີວຽກເຮັດງານທໍາເທື່ອ, ສ່ວນໃຫຍ່ຜູ້ທີ່ຫວ່າງງານ ມັກຈະເພິ່ງຕົນເອງ, ບອກກັນປາກຕໍ່ປາກ ຊຶ່ງສ່ວນຫລາຍ ພາກັນໄປເຮັດວຽກ ຢູ່ໄທຍ ໂດຍອາສັຍຍາດພີ່ນ້ອງ ຊ່ອຍກັນ ເພາະໄດ້ເງິນຫລາຍກວ່າ ເຮັດວຽກຢູ່ລາວ.
“ມັນບໍ່ມີ ມັນໄດ້ເງິນເດືອນໜ້ອຍ ສ່ວນຫລາຍເຂົາກໍບໍ່ຢາກເຮັດເດ ຂ້ອຍກໍບໍ່ຢາກໄດ້ ເພາະວ່າເງິນລາວມັນກະບໍ່ມີຄ່າປານໃດຫັ້ນນະ ສ່ວນຫລາຍກໍບໍ່ມີແດ່ ແແບໄປເອງຫັ້ນແຫລະ ປາກຕໍ່ປາກ ມີໝູ່ໄປເຮັດແລ້ວກະຊວນກັນໄປອີ່ຫຍັງຫັ້ນນະ.”
ກ່ຽວກັບເຣື່ຶອງນີ້ ເຈົ້າໜ້າທີ່ແຮງງານ ຢູ່ແຂວງໄຊຍະບູຣີທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ເວົ້າວ່າ ເຖິງແມ່ນຣັຖບານ ຈະສັ່ງໃຫ້ທາງແຂວງ ທາງເມືອງທົ່ວປະເທດ ແຈ້ງໃຫ້ຄົນງານລາວ ທີ່ຫວ່າງງານ ຮູ້ເຖິງນະໂຍບາຍ ທີ່ວ່ານັ້ນກໍຕາມ ແຕ່ເຣື່ອງດັ່ງກ່າວນີ້ ກໍຍັງເປັນເຣື່ອງທີ່ຫຍຸ້ງຍາກຫລາຍ ທີ່ເຈົ້າໜ້າທີ່ແຮງງານ ຈະສົ່ງເສີມໃຫ້ຄົນທີ່ຫວ່າງງານ ມີວຽກເຮັດງານທໍາຫລາຍຂຶ້ນໄດ້ ເພາະຫລາຍແຂວງບໍ່ມີຕລາດແຮງງານ ບໍ່ມີທຸຣະກິຈ ຫລື ບໍຣິສັດ ທີ່ຈະຮັບເອົາຄົນງານຫລາຍ ເປັນຕົ້ນ ຢູ່ແຂວງໄຊຍະບູຣີນີ້ ກໍພົບວ່າ ບໍຣິສັດ ຫລື ຫົວໜ່ວຍທຸຣະກິຈຕ່າງໆ ທີ່ຮັບເອົາຄົນງານລາວຍັງມີໜ້ອຍ, ຜູ້ສມັກເຂົ້າເຮັດວຽກນໍາ ຕ້ອງໄດ້ລໍຖ້າດົນ, ຖ້າຢາກໄດ້ວຽກເຮັດ ກໍຕ້ອງໄດ້ໄປເຮັດຢູ່ຕ່າງແຂວງ ແລະໄດ້ເງິນເດືອນໜ້ອຍ. ດັ່ງນັ້ນ ສ່ວນໃຫຍ່ ຈຶ່ງໄດ້ຊອກຫາວຽກເຮັດເອົາເອງ ເຊັ່ນໄປເຮັດວຽກຢູ່ປະເທດໄທຍ ເປັນຕົ້ນ.
ດັ່ງທີ່ທ່ານກ່າວວ່າ:
“ແມ່ນແຫລະ ມັນບໍ່ມີຕົວຕັ້ງຕົວຕີ ຕລາດແຮງງານ ຜູ້ທີ່ຈະມາເປັນບໍຣິສັດ ຫລືວ່າຫົວໜ່ວຍແຮງງານ ທີ່ຕ້ອງການແຮງງານ ແບບຖືກຕ້ອງຕາມຫລັກກໍຍັງໜ້ອຍຢູ່ ມີການທະຍອຍໄປແບບກັນເອງບໍ່ ຫລືແບບໄປພົວພັນເອົາເອງບໍ່ ຕ່າງໆເຫລົ່ານິີ້ ກໍມີຈໍານວນຫລາຍຢູ່.”
ຢູ່ແຂວງຄໍາມ່ວນ ເຈົ້າໜ້າທີ່ແຮງງານທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ເວົ້າວ່າ ໄດ້ປະຊາສໍາພັນກ່ຽວກັບເຣື່ອງດັ່ງກ່າວ ໂດຍເຮັດແຈ້ງການລົງໄປຫາຂັ້ນບ້ານ ໃຫ້ຊ່ອຍເຜີຍແພ່ຕໍ່ໃຫ້ປະຊາຊົນຮູ້, ແຕ່ສ່ວນໃຫຍ່ ຄົນລາວບໍ່ສົນໃຈນໍາພໍເທົ່າໃດ ໂດຍສະເພາະເຣື່ອງການຝຶກສີມືແຮງງານ ຍ້ອນເສຖກິດຢູ່ລາວບໍ່ດີ, ເງິນກີບອ່ອນຄ່າ, ຖ້າເຮັດວຽກຢູ່ພາຍໃນປະເທດ ກໍໄດ້ເງິນເດືອນໜ້ອຍ. ສະນັ້ນ ຫລາຍຄົນຈຶ່ງຊອກວຽກເຮັດເອົາເອງ ຫລາຍກວ່າທີ່ຈະເພິ່ງເຈົ້າໜ້າທີ່.
ດັ່ງທີ່ທ່ານກ່າວວ່າ:
“ກໍມີແຕ່ເຮັດແຈ້ງການ ລົງໄປຫາບ້ານຫັ້ນແຫລະ ສ່ວນຫລາຍຝຶກວິຊາຊີບ ຝຶກສີມືແຮງງານ ສ່ວນຫລາຍມັນກໍບໍ່ຄ່ອຍມີຜູ້ມາສມັກຊໍ້າ ມັນເວົ້າເຣື່ອງທາງດ້ານເສຖກິຈ ມັນກະເຂົາຄິດໄປແນວນັ້ນແຫລະ ບາດນີ້ມັນບໍ່ສົມກັບຄ່າແຮງງານຂອງເຂົາ ບາດນີ້ນະ ສ່ວນຫລາຍເພິ່ນໄປແຕ່ຝັ່ງໄທຍ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ແຮງງານ ຢູ່ແຂວງສວັນນະເຂດ ທີ່ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍເວົ້າວ່າ ນະໂຍບາຍທີ່ຣັຖບານສັ່ງມານັ້ນ ກໍເປັນລັກສະນະ ທີ່ບໍ່ແຕກຕ່າງໄປຈາກອັນເກົ່າ ທີ່ຜານມາ, ສ່ວນໃຫຍ່ຊາວລາວຫລາຍຄົນ ກໍຮູ້ຢູ່ແລ້ວວ່າ ເວລາຕ້ອງການສມັກເຮັດວຽກ ຢູ່ພາຍໃນປະເທດ ແລະໄປຕ່າງປະເທດ ຫລືຝຶກວິຊາຊີບ, ຝຶກສີມືແຮງງານ ກໍຕ້ອງໄດ້ໄປ ສມັກຢູ່ຂັ້ນແຂວງ, ຂັ້ນເມືອງ ຫລືສະຖານທີ່ ທີ່ມີສູນບໍຣິການ, ແຕ່ຄົນງານລາວຫລາຍຄົນ ບໍ່ຢາກເຮັດວຽກຢູ່ພາຍໃນປະເທດ ເພາະໄດ້ເງິນເດືອນໜ້ອຍ, ບໍ່ກຸ້ມຢູ່ບໍ່ກຸ້ມກິນ, ຖ້າຢາກເຮັດວຽກຕ້ອງໄດ້ໄປຫາຢູ່ຕ່າງເມືອງ, ຕ່າງແຂວງ ເພາະໃນແຕ່ລະແຂວງ ຂອງລາວ ບໍ່ມີວຽກງານ ທີ່ຫລາກຫລາຍເຮັດ ແລະການຝຶກວິຊາຊີບ ກໍຕ້ອງໄດ້ໃຊ້ຈ່າຍເງິນຕົນເອງ, ຣັຖບານບໍ່ມີທຶນໃຫ້ແຕ່ລະແຂວງ ຢ່າງທົ່ວເຖິງ, ດັ່ງນັ້ນ ພວກເຂົາເຈົ້າຈຶ່ງພາກັນໄປເຮັດວຽກ ຫາເງິນຢູ່ໄທຍ ທີ່ໄດ້ຫລາຍກວ່າຢູ່ລາວຫລາຍເທົ່າ. ບາງຄົນກໍພຽງແຕ່ເຮັດພາສປອດ ທ່ອງທ່ຽວຂ້າມໄປ ຍ້ອນວ່າ ຖ້າໄປແບບຜ່ານ MOU ທີ່ຕ້ອງໄດ້ຜ່ານຫລາຍຂັ້ນ ຕອນຫຍຸ້ງຍາກ, ໄດ້ເສັຍເງິນຫລາຍ, ລໍຖ້າດົນ ຊຶ່ງທາງການ ພະຍາຍາມແກ້ໄຂ ໃຫ້ສະດວກຂຶ້ນ, ແຕ່ກໍມີຄົນງານສ່ວນນຶ່ງ ທີ່ໄປແບບຜ່ານ MOU ຢ່າງຖືກຕ້ອງຕາມ ລະບຽບກົດໝາຍ.
ປັດຈຸບັນ ການສ້າງຕລາດແຮງງານ ຢູ່ລາວ ກໍຍັງບໍ່ທົ່ວເຖິງທຸກແຂວງ ແລະການຈັດຕລາດແຮງງານ ກໍຍັງຖືວ່າມີໜ້ອຍຢູ່, ແຕ່ຣັຖບານ ກໍໄດ້ປັບຄ່າແຮງງານ ຂັ້ນຕໍ່າຂຶ້ນຕື່ມອີກ ຄືໃນມື້ວັນທີ 1 ພຶສພານີ້ ກໍປັບຂຶ້ນ ເປັນຄັ້ງທີ 2 ໃນປີນີ້ ຄືຂຶ້ນຈາກ 1.2 ລ້ານກີບ ເປັນ 1.3 ລ້ານກີບ ຄືເພີ່ມຂຶ້ນຈາກການປັບຄັ້ງກ່ອນ 1 ແສນກີບ, ແຕ່ເມື່ອອີງໃສ່ຄ່າເງິນກີບ ໃນປັດຈຸບັນ ທີ່ອ່ອນຄ່າລົງຫລາຍນັ້ນ ຫລາຍຄົນກໍເວົ້າວ່າ ເຖິງຈະມີການປັບຂຶ້ນ ແຕ່ຄ່າແຮງງານຂັ້ນຕໍ່ານັ້ນ ກໍຍັງໜ້ອຍຢູ່ດີ, ບໍ່ກຸ້ມກັບຄ່າຄອງຊີບ ທີ່ຖີບໂຕສູງຂຶ້ນຫລາຍນັ້ນ. ດັ່ງນັ້ນຈຶ່ງເຮັດໃຫ້ຄົນງານລາວ ຈໍານວນຫລວງຫລາຍ ເລືອກທີ່ຈະໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນຢູ່ປະເທດໄທຍ ຫລາຍກວ່າຢູ່ລາວ.