ອອກດຳຣັຖ ໃຫ້ຄົນຕ່າງຊາຕ ສາມາດເປັນພົລເມືອງ ກິດຕິມະສັກໄດ້
2022.10.24
ຣັຖບານ ສປປ ລາວ ໄດ້ອອກດໍາຣັຖວ່າດ້ວຍ ພົລເມືອງກິດຕິມະສັກຂອງ ສປປ ລາວ ໃນມື້ວັນທີ 9 ສິງຫາ 2022 ສໍາລັບຄົນຕ່າງປະເທດ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ຊຶ່ງຣັຖບານຖືວ່າ ມີຄຸນງາມຄວາມດີ ພົ້ນເດັ່ນ ແລະຜົລງານອັນໃຫຍ່ຫລວງ ເປັນພິເສດໃນການພັທນາ ເສຖກິຈ, ສັງຄົມ ຂອງລາວ ແລະຜູ້ທີ່ມີຄວາມຮູ້, ຄວາມສາມາດດ້ານວິຊາ ສະເພາະຂັ້ນຊ່ຽວຊານ ລະດັບປະຣິນຍາເອກຂຶ້ນໄປ.
ດັ່ງທີ່ໄດ້ກໍານົດໄວ້ ຢູ່ໃນມາດຕຣາ 3 ແລະມາດຕຣາ 6 ຂອງດໍາຣັຖສະບັບນີ້.
ເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ຮູ້ເຣື່ອງນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 24 ຕຸລານີ້ວ່າ ຄົນໃດໄດ້ຮັບສິທ ເປັນພົລເມືອງກິດຕິມະສັກ ຂອງລາວ ຈະໄດ້ຮັບສິທພິເສດ ຈາກຣັຖບານລາວ ເປັນກໍຣະນີພິເສດ ເປັນຕົ້ນ ການເຂົ້າ-ອອກ ປະເທດ ບໍ່ຈໍາເປັນຕ້ອງຂໍວິຊາ ແລະມີສິທເຊົ່າ, ສັມປະທານທີ່ດິນຣັຖ ແລະດິນຂອງພົລເມືອງລາວແບບບໍ່ມີກໍານົດ ແລະນໍາທຶນເຂົ້າມາລາວ.
“ພົລເມືອງກິດຕິມະສັກຫັ້ນນ່າ ຄັນຖ້າວ່າເຮົາມີນໍາທຶນເຂົ້າມາ ໂດຍຜ່ານກະຊວງ ແຜນການ ແລະການລົງທຶນ ປະກອບສ່ວນຫຍັງໃຫ້ ພາກຣັຖ ຂອງສປປລາວນີ້ນ່າ ໂຕນີ້ມັນກໍເປັນເງື່ອນໄຂ ນຶ່ງຂອງການ ທີ່ຈະພິຈາຣະນາ ພົລເມືອງກິດຕິມະສັກເນາະ ແຕ່ສິທມັນຈະບໍ່ເຕັມສ່ວນ ເທົ່າການໄດ້ສັນຊາຕລາວ ຍົກຕົວຢ່າງວ່າ ການໄດ້ສິທສັມປະທານ ທີ່ດິນຈັ່ງຊີ້ເນາະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວລາວຈໍານວນນຶ່ງ ກໍເຫັນດີນໍາ ເພາະເຫັນວ່າ ມັນຈະຊ່ອຍດຶງດູດ ນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນໃນລາວເພີ່ມຂຶ້ນ ແລະຈະໄດ້ຜູ້ມີຄວາມຮູ້, ຄວາມສາມາດ ຈາກຕ່າງປະເທດ ມາຊ່ອຍພັທນາ ເສຖກິຈ, ສັງຄົມ ຂອງປະເທດ ໃຫ້ຂຍາຍໂຕຂຶ້ນ, ແຕ່ໃນຂະນະດຽວກັນ ກໍຄິດວ່າ ດໍາຣັຖດັ່ງກ່າວ ຈະເອື້ອຜົລປໂຍດ ໃຫ້ພົລເມືອງກິດຕິມະສັກນັ້ນ ຫລາຍເກີນໄປ ໂດຍສະເພາະ ໃນເຣື່ອງການເຊົ່າ, ສໍາປະທານ ທີ່ດິນ ແບບບໍ່ມີກໍານົດ ຈໍານວນເນື້ອທີ່ ແລະໄລຍະເວລາ ທີ່ເຫັນວ່າ ບໍ່ເໝາະສົມ.
ດັ່ງປະຊາຊົນລາວຜູ້ນຶ່ງ ຢູ່ແຂວງຈໍາປາສັກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຮ້ວຍ! ມັນບໍ່ໄດ້ແລ້ວ ຄັນຊິເຮັດແນວນັ້ນ. ມັນບໍ່ຖືກຕ້ອງ ຍົກຕົວຢ່າງ ເຂົາມີເງິນ ມີທຶນຊື້ໄດ໋ ເຣື່ອງດິນດອນ ຕອນຫຍ້າ ຄືຄົນລາວ ມີແຕ່ຄົນດ້ອຍພັທນານີ້ ຄັນຊິໃຫ້ເຂົານີ້ ນັກລົງທຶນ ໝາຍຄວາມວ່າ ມັນຊິບໍ່ມີດິນ ຕໍ່ໄປມື້ໜ້າ ເຮົາຊິທໍາການຜະລິຕ.”
ປະຊາຊົນລາວຜູ້ນຶ່ງ ຢູ່ແຂວງຫລວງພຣະບາງ ກໍເວົ້າວ່າ ຕົນເປັນກັງວົນນໍາ ດໍາຣັຖວ່າດ້ວຍ ພົລເມືອງກິດຕິມະສັກຂອງ ສປປ ລາວ ທີ່ຣັຖບານວາງອອກນີ້ຫລາຍ ຍ້ອນເຫັນວ່າ ໃຫ້ສິດເຊົ່າ, ສໍາປະທານດິນລາວ ແບບບໍ່ຈໍາກັດເນື້ອທີ່ ແລະເວລາເຊົ່າ, ສໍາປະທານ ຊຶ່ງອາຈສົ່ງຜົລກະທົບ ເຮັດໃຫ້ເນື້ອທີ່ດິນ ທໍາການສະເສຕ ຂອງປະຊາຊົນລາວ ຫລຸດໜ້ອຍລົງ ແລະໄດ້ຖືກໃຫ້ໂຍກຍ້າຍຖິ່ນຖານ ຍ້ອນທີ່ຜ່ານມາ ໄດ້ຮັບຜົລກະທົບ ມາຫລາຍແລ້ວ, ບໍ່ມີທີ່ດິນທໍາກິນ ແລະວ່າ ດໍາຣັຖດັ່ງກ່າວ ອາຈເອື້ອຜົລປໂຍດ ໃຫ້ນັກລົງທຶນຈີນ ຫລາຍກວ່າຄົນຊາຕອື່ນໆ.
ດັ່ງທີ່ທ່ານ ກ່າວໃນມື້ວັນທີ 24 ຕຸລານີ້ວ່າ:
“ປະເທດລາວເຮົາເນາະ ບາງແຂວງ ຂະເຈົ້າກະແມ່ນຈີນ ເຂົ້າມາໝົດແຫລະ. ເຂົາເຈົ້າກະເຂົ້າມາ ສັມປະທານເອົາດິນ, ໂຕນີ້ມັນຈະສົ່ງຜົນກະທົບ ຕໍ່ຊາວບ້ານ ຂະເຈົ້າກໍຈະບໍ່ມີທີ່ ທໍາມາຫາກິນ.”
ນັກວິຊາການ ຈາກມະຫາວິທະຍາລັຍແຫ່ງຊາຕ ທີ່ຮູ້ຈັກກົດໝາຍທ່ານນຶ່ງເວົ້າວ່າ ດໍາຣັຖທີ່ວ່ານັ້ນ ເປັນດໍາຣັຖ ທີ່ດີ ເພາະມັນຈະດຶງດູດ ນັກລົງທຶນຕ່າງປະເທດ ເຂົ້າມາພັທນາປະເທດລາວ ໃຫ້ຫລຸດພົ້ນ ອອກຈາກສະຖານະ ປະເທດດ້ອຍພັທນາ ໄດ້ຕາມກໍານົດໃນປີ 2026, ແຕ່ກໍໜ້າເປັນຫ່ວງນໍາ ດໍາຣັຖນີ້ຢູ່ ຫາກພວກເຂົາ ເປັນຕົ້ນນັກລົງທຶນຈີນ ເຂົ້າມາເຊົ່າ, ສໍາປະທານ ທີ່ດິນລາວ ເປັນຈໍານວນຫລວງຫລາຍ ແຕ່ບໍ່ມີການພັທນາ ກໍອາຈສົ່ງຜົລເສັຍຫາຍ ໃຫ້ຣັຖບານ ທີ່ບໍ່ສາມາດເກັບພາສີໄດ້ ແລະປະຊາຊົນ ທີ່ຖືກໃຫ້ໂຍກຍ້າຍ ບໍ່ມີດິນທໍາມາຫາກິນ ອັນຈະສ້າງຄວາມເຫລື່ອມລໍ້າ ຕໍ່າສູງໃນສັງຄົມ.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ມັນກະມີຈຸດດີ ຈຸດນຶ່ງວ່າ ໃຫ້ນັກລົງທຶນ ຕ່າງປະເທດຫັ້ນ ຫັນມາລົງທຶນ ຢູ່ໃນປະເທດລາວ ແຕ່ວ່າມັນກະມີຈຸດເສັຽ ໃນອະນາຄົຕທາງໜ້າຫັ້ນເນາະ ມັນຈະເຮັດໃຫ້ ນັກລົງທຶນຕ່າງປະເທດ ຫລາຍໆຄົນ ທີ່ເຂົ້າມາລົງທຶນ ຢູ່ໃນລາວເຮົານີ້ ມັນຈະມາເຊົ່າ, ສັມປະທານ ແລ້ວຈະເຮັດໃຫ້ ປະຊາຊົນຫັ້ນ ອາຈໄດ້ໄປຢູ່ເຂດຫ່າງໄກ ໜ້ອຍນຶ່ງ.”
ເຈົ້າໜ້າທີ່ ທີ່ເຮັດວຽກດ້ານ ຄວາມຍຸຕິທັມ ທ່ານນຶ່ງເວົ້າເຖິງ ຄວາມກັງວົນ ນໍາດໍາຣັຖ ດັ່ງກ່າວ ທີ່ວ່າຈະອໍານວຍປໂຍດໃຫ້ ນັກລົງທຶນຈີນ ຫລາຍກວ່ານັກລົງທຶນ ຊາຕອື່ນນັ້ນ ທ່ານເວົ້າວ່າ ມັນເອື້ອຜົລປໂຍດ ໃຫ້ທຸກຝ່າຍ ບໍ່ແມ່ນແຕ່ຈີນເທົ່ານັ້ນ. ຄົນຕ່າງປະເທດ ຜູ້ທີ່ມີເງື່ອນໄຂ, ຕ້ອງການເປັນພົລເມືອງ ກິດຕິມະສັກ ຂອງ ສປປ ລາວ ຣັຖບານລາວ ກໍພິຈາຣະນາໃຫ້ ບໍ່ວ່າຜູ້ນັ້ນຈະເປັນ ຄົນຊາຕໃດ.
ດັ່ງທີ່ທ່ານກ່າວວ່າ:
“ບໍ່ ມັນເອກພາບ ທຸກສັນຊາຕເລີຍ ສັນຊາຕໃດກະບໍ່ກ່ຽວ ຄັນຊິວ່າໃຫ້, ໃຫ້ບຸລິມະສິດບໍ່ແມ່ນຜູ້ໃດ ທີ່ມີເງື່ອນໄຂຢາກເອົາ ລະແມ່ນມາຂໍເລີຍ ກະມີໄທຍ ມີຈີນ ມີວຽດ ເຮົາກະຄົ້ນຄວ້າໄປ ຕາມຂາເຂົ້າ.”
ຄົນຕ່າງປະເທດ ທີ່ຕ້ອງການ ເປັນພົລເມືອງ ກິດຕິມະສັກ ຂອງ ສປປ ລາວ ຕ້ອງມີເງື່ອນ ໄຂຕາມທີ່ທາງຣັຖບານລາວ ກໍານົດໄວ້ ຢູ່ໃນມາດຕຣາ 6 ຂອງດໍາຣັຖນັ້ນ ເປັນຕົ້ນ ຕ້ອງມີອາຍຸ 18 ປີຂຶ້ນໄປ, ບໍ່ໄດ້ຖືກສານຕັດສິນລົງໂທດ ຕັດອິສຣະພາບ (ມາກ່ອນ) ຍ້ອນກະທໍາຜິດ ໂດຍເຈຕນາ, ບໍ່ເປັນພະຍາທຕິດແປດ ທີ່ຮ້າຍແຮງ,ບໍ່ຕິດສິ່ງເສບຕິດ, ມີຄວາມຮູ້, ຄວາມສາມາດ, ຄວາມສາມາດ ດ້ານວິຊາສະເພາະ ຂັ້ນຊ່ຽວຊານ ລະດັບປະຣິນຍາເອກຂຶ້ນໄປ, ເປັນສາສຕຣາຈານ, ນັກປຣາຊ ແລະມີພອນສວັນພິເສດ ໃດນຶ່ງ ທີ່ພັກ-ຣັຖ ມີຄວາມຕ້ອງການ, ເປັນນັກທຸຣະກິຈ, ໄດ້ມອບທຶນ ເຂົ້າໃນການພັທນາ ເສຖກິຈ-ສັງຄົມ ໃຫ້ຣັຖບານ ສປປ ລາວ ແຕ່ 5 ແສນໂດລ້າຣ໌ສະຫະຣັຖຂຶ້ນໄປ ແລະໄດ້ນໍາທຶນ ເຂົ້າມາລົງທຶນ ເຮັດທຸຣະກິຈ ຢູ່ລາວ ແຕ່ 1 ລ້ານໂດລ້າຣ໌ສະຫະຣັຖຂຶ້ນໄປ ກ່ອນຍື່ນຄໍາຮ້ອງ ຂໍເປັນພົລເມືອງກິດຕິມະສັກ ຊຶ່ງດໍາຣັຖສະບັບດັ່ງນີ້ ມີຜົລສັກສິດ ໃນມື້ວັນທີ 1 ຕຸລາ 2022 ເປັນຕົ້ນໄປ.