ພ້ອມສົ່ງຄົນງານລາວ ໄປເຮັດວຽກ ຢູ່ປະເທດໄທຍ

ຈຳປາທອງ
2021.11.24
ພ້ອມສົ່ງຄົນງານລາວ ໄປເຮັດວຽກ ຢູ່ປະເທດໄທຍ ຄົນງານລາວຖືກຈັບ, ວັນທີ 11 ພຶສຈິກາ 2020
ນັກຂ່າວ ພົລເມືອງ

ບໍຣິສັດ ຈັດຫາງານຫຼາຍແຫ່ງ ຢູ່ປະເທດລາວ ພ້ອມທີ່ຈະສົ່ງ ຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ ແຕ່ກໍຍັງມີຄົນງານລາວ ຈໍານວນນຶ່ງ ຍັງບໍ່ທັນຕັດສິນໃຈໄດ້ວ່າ ຈະໄປເຮັດວຽກຢູ່ໄທຍ ໂດຍຜ່ານບໍຣິສັດນັ້ນ ຫຼືບໍ່ ຍ້ອນວ່າ ຖ້າໄປຜ່ານບໍຣິສັດ ຈະຕ້ອງໄດ້ເສັຍຄ່າໃຊ້ຈ່າຍ ຮວມທັງໃນເຣື່ອງເອກກະສານຫຼາຍຢ່າງ.

ບໍຣິສັດຈັດຫາງານແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຈະຮັບຄົນງານລາວ ທັງຍິງ ແລະຊາຍ ທີ່ສມັກໄປເຮັດວຽກຢູ່ໄທຍ ແບບບໍ່ຈໍາກັດຈໍານວນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍທີ່ຜູ້ສມັກນັ້ນຈະຕ້ອງມີອ່ຍຸແຕ່ 18 ປີຫາ 45 ປີ, ມີສຸຂພາບແຂງແຮງ, ມີບັດປະຈໍາຕົວ, ມີໜັງສືຢັ້ງຢືນການສັກວັກຊີນ ປ້ອງກັນໂຄວິດ-19 ຄົບ 2 ເຂັມ, ມີເງິນຄ່າສມັກ ຄ່າເອກກະ ສານ ແລະອື່ນໆ ປະມານ 18,000 ບາດ ດັ່ງເຈົ້າໜ້າທີ່ບໍຣິສັດຈັດຫາງານຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ພຶສຈິການີ້ວ່າ:

ເຮົາຮັບບໍ່ມີຈໍານວນຈໍາກັດເລີຍ ເຮົາສາມາດຮັບທັງຍິງທັງຊາຍ ທັບຄູ່ຜົວເມັຍນິອະ ຕ່າງແຕ່ວ່າຕ້ອງມີອາຍຸ 18 ປີຂຶ້ນ ຈັ່ງເຂົ້າຣະບົບ MOU ໄດ້.

ທ່ານກ່າວຕື່ມວ່າ ເງິນຈໍານວນ 18,000 ບາດ ທີ່ຄົນງານລາວຈະຕ້ອງໄດ້ເສັຍໃຫ້ບໍຣິສັດຈັດຫາງານນັ້ນ ແມ່ນທາງບໍຣິສັດ ຈະຫັກເອົາເງິນເດືອນ ເດືອນລະ 3,000 ບາດ. ເປັນຄົນງານທີ່ຖືກຕ້ອງຕາມກົດໝາຍຢູ່ໄທຍໄດ້ 2 ປີ ແລະສາມາດຕໍ່ MOU ໄດ້ອີກ 2 ປີ. ການແລ່ນເອກກະສານໄປເຮັດວຽກຢູ່ໄທຍ ຈະໄດ້ໃຊ້ເວລາຢ່າງໜ້ອຍ 45 ມື້.

ເງື່ອນໄຂສໍາລັບຄົນງານລາວ ທີ່ຈະໄປເຮັດວຽກຢູ່ໄທຍຕາມ MOU ໃນປີນີ້ ແມ່ນມີເງື່ອນ ໄຂຫຼາຍ ແລະຫຍຸ້ງຍາກກວ່າ 2 ປີທີ່ຜ່ານມາ ຍ້ອນວ່າຈະຕ້ອງໄດ້ກວດຫາເຊື້ອໂຄວິດ-19 ທັງຢູ່ເບື້ອງລາວ ແລະເບື້ອງໄທຍ, ມີການປະກັນພັຍໂຄວິດ-19 ແລະອື່ນໆ ແຕ່ກໍຄາດວ່າຈະໄດ້ຈ່າຍທັງໝົດບໍ່ກາຍ 25,000 ບາດຕໍ່ຄົນ ຊຶ່ງຣາຍລະອຽດປ່ຽວກັບເງື່ອນໄຂ ແລະຄ່າໃຊ້ຈ່າຍນັ້ນ ຈະອອກມາປະມານເດືອນທັນວາທີ່ຈະມາເຖິງນີ້ ດັ່ງເຈົ້າໜ້າທີ່ ບໍຣິສັດຈັດຫາງານຢູ່ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ກໍສິະຍາກແນ່ ຍາກກວ່າເກົ່າ ຈະຕ້ອງມີເອກສານອິຫຍັງ ຈະສມັກອະຫຍັງຫຼາຍຂຶ້ນນ່າ ມັນຕ້ອງໄປຜ່ານ 2-3 ກະຊວງ ເພິ່ນວ່າສິມີກະຊວງສາທາອິຫຍັງນໍາ ກວດຢູ່ລາວ ກໍຕ້ອງໄປກວດຢູ່ພຸ້ນອີກ ກວດຢູ່ຊ່ອງນ່າ ບ້ານເຂົາກໍກວດ ແມ່ນລາຍລະອຽດຈັ່ງຊີ້ໄດ້ເວົ້າຕື່ມ ພຸ້ນເດ໋ ລໍເຂົາແຈ້ງການອອກມາ ມີຄ່າໃຊ້ຈ່າຍຈັ່ງໃດ.

ຄົນງານລາວນາງນຶ່ງ ທີ່ເຮັດວຽກຢູ່ໄທແບບຖືກກົດໝາຍ ແລະ MOU ກ່ຽວກັບການເຮັດວຽກຢູ່ໄທຍ ຍັງທີ່ບໍ່ໝົດອາຍຸນັ້ນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ພຶສຈິການີ້ວ່າ ຕົນຍັງລໍຖ້າດ່ານສາກົລລາວ-ໄທຍ ເປີດເປັນປົກກະຕິກ່ອນ ຈຶ່ງຈະກັບໄປເຮັດວຽກຢູ່ໄທຍ ໂດຍຈະບໍ່ລົງທະບຽນເຮັດ MOU ໃໝ່ ເນື່ອງຈາກຄ່າໃຊ້ຈ່າຍທີ່ຈະເຮັດ MOU ໃໝ່ນັ້ນຫຼາຍ ເປັນເງິນທັງໝົດ 18,000 ບາດ ຊຶ່ງເມື່ອ 2 ປີກ່ອນ ຄ່າແລ່ນເອກສານໄດ້ MOU ຢູ່ທີ່ 12,000 ບາດ ຫາ 15,000 ບາດເທົ່ານັ້ນ ແລະເວົ້າວ່າ ຫາກນາຍຈ້າງໄທຍມາຮັບເອົາຢູ່ລາວ ໂດຍບໍ່ມີ MOU ແລ້ວໄປສົ່ງຮອດບ່ອນເຮັດວຽກ ຈະໄດ້ຈ່າຍເງິນບໍ່ເກີນ 8,000 ບາດຕໍ່ຄົນ:

ຕອນນັ້ນເຮົາເຮັດນໍາບໍຣິສັດເຮົາ ຕອນນັ້ນ ເຮົາເປັນຮ້ານອາຫານ ເຂົາເຮັດໃຫ້ 15,000 ບາດ ແຕ່ວ່າມີພີ່ນ້ອງຢູ່ພຸ້ນແຫຼະ ແຕ່ວ່າເຂົາສົ່ງໄປຮອດບ່ອນທີ່ຢູ່ພີ່ນ້ອງເຈົ້າເລີຍ ຣາຄາ 8,000 ບາດ ເຮົາບໍ່ີບັດ ມັນເສັຽໜ້ອຍຢູ່ແລ້ວເດ໋ ເຮົາໄປແບບແຮງງານເຖື່ອນຫັ້ນນ່າ ເຮົາວ່າລໍອີກຈັກໜ່ອຍ ເພາະວ່າຊ່ວງນີ້ ແຕ່ຄົນອື່ນເຂົາກໍລັກໄປຢູ່ ແຕ່ສໍາລັບເຮົາເຮົາວ່າ ເຮົາລໍກ່ອນ ມີແຮງງານ ເຂົາເປີດຮັບເອົາແລ້ວ ແຕ່ວ່າເຮົາໜ້າທີ່ໄດ້ເສັຽເງິນຫຼາຍແຮງ ຫັ້ນນ່າ.

ຄົນງານລາວອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ເຄີຍເຮັດວຽກເປັນແມ່ບ້ານ ຢູ່ໄທຍ ຍັງ ຕັດສິນໃຈບໍ່ໄດ້ວ່າ ຈະໄປເຮັດວຽກຢູ່ໄທຍຕື່ມ ຫຼືບໍ່ ເຖິງແມ່ນວ່າ ປັດຈຸບັນ ການຫາເງິນລ້ຽງຊີບຢູ່ລາວ ຍັງມີຄວາມຫຍູ້ງຍາກ ເງິນເດືອນໄດ້ໜ້ອຍ, ໄດ້ຜູ້ນຶ່ງໄດ້ປະມານ 1,200,000 ກີບ, ຄິດເປັນເງິນບາດໄທຍ ກໍປະມານ 3,000 ບາດ 6,000 ບາດ. ຫາກຄົນລາວປະສົງຢາກໄປເຮັດວຽກຢູ່ໄທຍ ຕ້ອງຈ່າຍເງິນຄ່າແລ່ນເອກສານ MOU ໃຫ້ບໍຣິສັດຈັດຫາງານ ຣະຫວ່າງ 18,000 ບາດ ແລະ 25,000 ບາດ, ຖືວ່າເປັນຈໍານວນຫຼາຍ.  ເມື່ອ 2 ປີ ກ່ອນຈະມີການຣະບາດຂອງໂຄວິດ-19 ນາງ ເຂັມ ເສັຍເງິນໃຫ້ນາຍຈ້າງພຽງແຕ່ 13,000 ບາດ ເພື່ອໃຫ້ໄດ້ບັດສີຊົມພູ ເປັນຄົນງານຢູ່ໄທຍ ຢ່າງຖືກກົດໝາຍ, ມີປະກັນສຸຂພາບ ແລະໃບອະນຸຍາດເຮັດວຽກ:

ສໍາລັບຄືຂ້ອຍ ຫຼືວ່າຫຼາຍໆຄົນນີ້ ກໍວ່າເສຖກິດແບບນີ້ ຫາເງິນໄດ້ຍາກ ກໍວ່າຫຼາຍແລ້ວ ຄືແຮງຄັກແລ້ວ ເງິນເດືອນບ້ານເຮົານີ້ ລ້ານນຶ່ງລ້ານປາຍ ປຽບທຽບໃສ່ກັບຄ່າໃຊ້ຈ່າຍໂຕນັ້ນ ກໍຖືວ່າສູງແລ້ວ.

ວັນທີ 19 ພຶສຈິການີ້ ພາກສ່ວນທີ່ກ່ຽວຂ້ອງຣະດັບກະຊວງ ແຂວງ ແລະເມືອງຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ກັບສູນບໍຣິການຈັດຫາງານ ແລະບໍຣິສັດຈັດຫາງານ ກ່ຽວກັບການສນອງໃຫ້ຄົນງານລາວ ທີ່ກັບມາຈາກຕ່າງປະເທດ ເຂົ້າເຮັດວຽກ ແລະຂໍ້ສລຸບກ່ຽວກັບເງື່ອນໄຂຕ່າງໆ ໃນການເຮັດເອກສານ MOU ໃຫ້ຄົນລາວໄປເຮັດວຽກຢູ່ໄທຍນັ້ນ ຍັງບໍ່ທັນຈະແຈ້ງເທື່ອ, ຕ້ອງໄດ້ລໍຖ້າຂັ້ນທິງຂອງລາວ ແລະໄທ ເຈຣະຈາຕົກລົງກັນກ່ອນ ດັ່ງ ເຈົ້າໜ້າທີ່ຜແນກແຮງງານ ແລະສວັສດິການສັງຄົມ ແຂວງສາລະວັນ ກ່າວຕໍ່ ວິທຍຸເອເຊັຽເສຣີວ່າ:

ຕ້ອງລໍຖ້າເປັນທາງການ ລໍຖ້າເພິ່ນຫັ້ນແຫຼະ ເພິ່ນມີແຕ່ແຜນຊື່ໆ ເບື້ອງໄທແນ່ ມັນຕ້ອງມີສັນຍາ MOU.

ເມື່ອວັນທີ 1 ພຶສຈິການີ້ ຣັຖບານໄທຍ ໄດ້ເປີດປະເທດ ແລະປະກາດກຽມອະນຸຍາດ ນໍາຄົນງານຈາກ 3 ປະເທດຄື ພະມ້າ, ລາວ ແລະກໍາພູຊາ ຈໍານວນ 400,000 ຄົນເຂົ້າມາ ນັບຕັ້ງແຕ່ເດືອນທັນວາ 2021 ນີ້ເປັນຕົ້ນໄປ.

ຢູ່ລາວປັດຈຸບັນ ມີສູນບໍຣິການຈັດຫາງານ ແລະ ບໍຣິສັດຈັດຫາງານ ທີ່ໄດ້ດໍາເນີນການ ແລະຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ໄທຍ ທັງໝົດ 27 ອົງການ. ໃນປີ 2019-2020 ອົງການດັ່ງກ່າວ ໄດ້ສົ່ງຄົນງານລາວ ໄປເຮັດວຽກຢູ່ໄທຍ ຕາມ MOU ທັງໝົດ 84,200 ປາຍຄົນ. ໃນຈໍານວນນັ້ນ ໄດ້ກັບຄືນປະເທດລາວແລ້ວ 77,200 ປາຍຄົນ, ຍັງຄ້າງຢູ່ປະ ເທດໄທຍ 7,000 ປາຍຄົນ ແລະຍັງບໍ່ຮູ້ວ່າ ຄົນງານທີ່ກັບຄືນມານັ້ນ ຈະກັບໄປເຮັດວຽກຢູ່ໄທຍຕື່ມອີກຈໍານວນເທົ່າໃດ.

ເວົ້າເຣື່ອງການລັກໄປເຮັດວຽກຢູ່ໄທຫຼາຍ ສາຍເຫດນຶ່ງແມ່ນເປັນຍ້ອນຄ່າໃຊ້ຈ່າຍກ່ອນຈະໄດ້ໄປຢ່າງຖືກຕ້ອງຕາມກົດໝາຍນັ້ນຫຼາຍ ແລະເພິ່ມຂຶ້ນນໍາ. ລ້າສຸດນີ້ກໍມີຂ່າວວ່າ ຄົນງານລາວ 70 ຄົນລັກເຂົ້າໄປໄທຍ ແລະເມື່ອເຂົ້າໄປໄທຍແລ້ວ ມັກເກີດອຸບັດຕິເຫດໃນໄລ ຍະການເດີນທາງຢູ່ເລື້ອຍ ຄືໃນຄັ້ງລ່າສຸດນີ້ ຕໍາຣວດທາງຫຼວງຫິນກອງສະຣະບຸຣີຂອງໄທຍເປີດເຜີຍໃນມື້ວັນທີ 21 ພຶສຈິການີ້ວ່າ ຣົດຕູ້ທີ່ຄົນງານລາວ 21 ຄົນ ຖືກຣົດຕໍາຣວດ ໄລ່ຕິດຕາມ ແລ້ວຣົດຕູ້ເສັຍຫລັກຊົນຄັນໜ້າ ເຮັດໃຫ້ຣົດ 2 ຄັນນັ້ນ ພິກຕະແຄງ ຢູ່ຖນົນມິຕພາບ ເມືອງມວກເຫລັກ ແຂວງສະຣະບຸຣີ, 11 ຄົນບາດເຈັບ, ສ່ວນຄົນຂັບຣົດຫລົບໜີໄປໄດ້, ອີງຕາມການຣາຍງານຂອງໜັງສືພິມໄທຍຣັຖ.

ຈາກການສອບສວນ ຂອງເຈົ້າໜ້າທີ່ຕໍາຣວດໄທ ຄົນງານລາວຜູ້ນຶ່ງເວົ້າວ່າ ຕົນເຄີຍມາເຮັດວຽກຢູ່ໄທ,ໃນຣະຫວ່າງໂຄວິດ-19 ຣະບາດ ຕ້ອງໄດ້ກັບຄືນໄປສັກວັກຊີນປ້ອງກັນເຊື້ອຢູ່ລາວ, ຫລັງຈາກລວມຕົວກັນໄດ້ 70 ຄົນແລ້ວ ກໍຂ້າມມາຝັ່ງໄທຍເພື່ອຫວັງເຮັດວຽກ ຊຶ່ງຕ້ອງໄດ້ຈ່າຍເງິນໃຫ້ນາຍໜ້າຄົນລະ 9,000 ບາດ. ໃນຈໍານວນ 21 ຄົນນັ້ນ ເປັນຜູ້ຊາຍ 15 ຄົນ ແລະແມ່ຍິງ 6 ຄົນ.

ນາງ ຂັນທອງ ແກ້ວມະນີ ອາຍຸ 28 ປີ ຊຶ່ງເປັນຜູ້ນຶ່ງທີ່ລັກໄປໄທຍນັ້ນ ເວົ້າຕໍ່ຕໍາຣວດໄທຍວ່າ ພວກນາງຢູ່ແຂວງສາລະວັນ ແລະປາກເຊ ລວມກັນ 70 ຄົນ ຂ້າມມາຝັ່ງໄທຍ, ມີນາຍໜ້ານໍາຂ້າມເຮືອມາສົ່ງຢູ່ແຄມຝັ່ງແມ່ນໍ້າຂອງ ເມືອງໂຂງຈຽມ ແຂວງອຸບົນ, ໄດ້ເສັຍເງິນໃຫ້ນາຍໜ້າຢູ່ຝັ່ງລາວ ຄົນລະ 3,000 ບາດ, ຈາກນັ້ນໄດ້ພາກັນຍ່າງລັດປ່າ 4 ກິໂລ ແມັດ ມາຂີ່ຣົດທີ່ຈຸດນັດພົບ ແລະຕ້ອງໄດ້ຈ່າຍເງິນໃຫ້ນາຍໜ້າໄທຍອີກຄົນລະ 6,000 ບາດ, ມີຣົດຕູ້ 4 ຄັນ ແລະຣົດກະບະ 2 ຄັນ ມາຮັບໄປບາງກອກ.                                  ຄົນງານລາວທັງໝົດ ທີ່ລັກເຂົ້າໄປເຮັດຢູ່ໄທຍນັ້ນ ຈະຖືກດໍາເນີນຄະດີຕາມຣະບຽບກົດ ໝາຍໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.