ຄົນງານກັບຄືນໄປເຮັດວຽກ ຢູ່ປະເທດມາເລເຊັຽ
2021.11.03
ຄົນງານປະມົງລາວ ທີ່ເຮັດວຽກໃນເຮືອຫາປາ ຢູ່ເມືອງ ຣອມປິ້ນ, ແຂວງປາຫັງ ປະເທດມາເລເຊັຽ (Kuala Rompin or Rompin town, Pahang, Malaysia) ປະມານ 700 ຄົນ ທີ່ເດີນທາງກັບມາປະເທດລາວ ທັງແບບຜິດກົດໝາຍ ແລະຖືກກົດໝາຍ ເມືອຮອດລາວແບບປອດພັຍ ແລະຖືກຈັບແດ່ກໍມີ ເມື່ອທ້າຍປີ 2020 ຫາ ຕົ້ນປີ 2021 ນີ້ ແຕ່ສຸດທ້າຍກໍເມືອຄົບ ແລະຈໍານວນນຶ່ງ ກໍຍ້າຍໄປເຮັດວຽກຢູ່ຄອງອື່ນໃນມາເລເຊັຽ ເນື່ອງວ່າໃນໄລຍະນັ້ນ ໄດ້ໝົດຣະດູການຫາປາ ແລະຮວມທັງ ທາງການມາເລເຊັຽ ກໍໄດ້ຜັກດັນໃຫ້ຄົນງານຕ່າງຊາດ ອອກນອກປະເທດໃຫ້ໝົດ ວ່າບໍ່ຈະມາແບບຖືກຕ້ອງ ຫຼືບໍ່ຖືກຕ້ອງກໍຕາມ.
ເຖິງແມ່ນວ່າ ທີ່ຜ່ານມາ ການກັບມາລາວຂອງພວກເຂົາເຈົ້າ ຈະມີຄວາມສ່ຽງ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ໃນຂະນະດຽວກັນ ອາຊີບຄົນງານປະມົງນີ້ ເມື່ອບໍ່ມີວຽກເຮັດ ກໍບໍ່ມີເງິນ ແລະອາຊີບຮອງຮັບຢູ່ລາວກໍບໍ່ມີ ພວກຄົນງານເຫຼົ່ານີ້ ກໍຈໍາເປັນຕ້ອງໄດ້ກັບຄືນໄປເຮັດວຽກຢູ່ມາເລເຊັຽຄືເກົ່າ ຊຶ່ງປັດຈຸບັນ ມີຄົນງານປະມົງລາວ ຈໍານວນ 617 ຄົນ ໄດ້ເດີນທາງກັບໄປມາເລເຊັຽແລ້ວ, ການກັບໄປເທື່ອນີ້ ແມ່ນໄດ້ມີການດໍາເນີນເອກສານ ຖືກຕ້ອງຕາມກົດໝາຍທຸກຢ່າງ ຊຶ່ງຕ່າງຈາກທີ່ຜ່ານມາຫຼາຍ ແລະຄ່າໃຊ້ຈ່າຍໃນການດໍາເນີນເອກສານຕ່າງໆ ໃນຄັ້ງນີ້ ຕົກຢູ່ຄົນລະ 10,000 ຣິງກິດ (The Malaysian Ringgit (MYR) ຫຼື ປະມານ 2,408 ໂດລາຣ໌ສະຫະຣັຖ ຊຶ່ງທາງນາຍຈ້າງ ເປັນຄົນອອກໃຫ້ກ່ອນທັງໝົດ ແລະທຸກຄົນ ແມ່ນເຮັດສັນຍາຈ້າງ 2 ປີ ຈຶ່ງຈະໄດ້ກັບເມືອລາວ, ດັ່ງຄົນງານລາວ ຜູ້ນຶ່ງທີ່ກັບໄປເຮັດວຽກຢູ່ເຮືອຫາປາ ໃນປະເທດມາເລເຊັຽ ໄດ້ເວົ້າໃຫ້ວິທຍຸເອເຊັຽເສຣີຟັງວ່າ:
“ຮອບກ່ອນຫັ້ນ ເຂົາຜັກດັນໃຫ້ກັບ ຣັຖບານມາເລເຂົາຊິຈັບ ທີ່ວ່າມັນໄດ້ຮຽກຮ້ອງຫັ້ນນ່າ, ຮອບນີ້ຂະເຈົ້າກະເຮັດມາໃໝ່ ແບບວ່າເຮັດໃຫ້ມັນຖືກຕ້ອງກວ່າເກົ່າ ແຕ່ກ່ອນມັນກະມີ Passport, Permit ມີຫຍັງເຮັດວຽກ ບາດນີ້ຫັ້ນມາເປັນທາງການ ຜ່ານກະຊວງແຮງງານຢູ່ລາວ ສະຖານທູດ ອິຫຍັງຄົບຊຸດຫັ້ນແຫຼະ ເພາະວ່າເຖົ້າແກ່ເພິ່ນຊິມີ Shipping ເຮັດເປັນແບບບໍຣິສັດຈັດຫາງານຫັ້ນນ່າ ບາດນີ້ນ່າ.”
ຄົນງານລາວຜູ້ນີ້ ເວົ້າອີກວ່າ ສໍາລັບໂຕເອງ ແລະໝູ່ເພື່ອນ ທີ່ມາໃນຊຸດດຽວກັນນັ້ນ ບໍ່ໄດ້ເອົາເອກສານໄປຈໍາກາຢູ່ຫ້ອງການໃດ ມີແຕ່ເຊັນຍິນຍອມ ນໍາຜູ້ທີ່ເອົາເອກສານມາໃຫ້ເຊັນວ່າ ຕ້ອງການໄປເຮັດວຽກແທ້:
“ຫຼ້າສຸດພວກທີ່ມາ ວັນທີ່ 11 ນີ້ ໄດ້ເອົາ Passport ໄປປະທັບຕາ ຢູ່ສະຖານທູດລາວອີກຈັ່ງໄດ້ມາ ຕອນໄທຍຂ້ອຍມາ ບໍ່ໄດ້ໄປຈໍ້າ ແຕ່ວ່າມັນມີເຊັນຍິນຍອມ ໄດ້ເຊັນແບບວ່າມັນຊິມີໜັງສືໃຫ້ວ່າ ເຈົ້າຕ້ອງການໄປອິຫຍັງແທ້ບໍ່ ໄປເຮັດງານແທ້ບໍ່ ລະເຈົ້າຕ້ອງເຊັນຮັບວ່າ ຂ້ອຍຕ້ອງການໄປເຮັດວຽກແທ້ຊິນ່າ ລັກສະນະນີ້ ວ່າບໍ່ໄດ້ຖືກໃຜຕົວະຕົ້ມໄປ ຄືເປັນຄວາມຕ້ອງການຢາກໄປເຮັດຫັ້ນນ່າ.”
ຄົນງານປະມົງລາວ ອີກຜູ້ນຶ່ງເວົ້າວ່າ ທີ່ຕັດສິນໃຈ ກັບມາເຮັດວຽກຢູ່ມາເລເຊັຽ ທັ້ງໆທີ່ປັດຈຸບັນ ເຊື້ອໂຄວິດ-19 ຍັງແຜ່ຣະບາດຢູ່ກໍຕາມ ສາເຫດກໍຍ້ອນວ່າ ຢູ່ລາວເຮັດວຽກໄດ້ຄ່າແຮງງານໜ້ອຍບໍ່ພໍກຸ້ມກິນ ກໍເລີຍຕັດສິນໃຈມາພີ້:
“ປຽບທຽບໃສ່ວຽກກະມີຢູ່ ມັນຫາກໄດ້ເງິນໄດ້ໜ້ອຍ ຄັນປຽບທຽບໃສ່ເງິນເດືອນ ກະ 1,500,000 ກີບ ລ້ານຫ້າ ກະມີແຕ່ 4 ພັນກວ່າບາດ ເຮົາມາຊື້ໃນຄອບຄົວກະ ບໍ່ຍັງຫຍັງດອກ ຄ່າໃຊ້ຈ່າຍມັນແພງຫຼາຍ ມັນມີເຖົ້າແກ່ສເນີວ່າ ຊິແລ່ນເອົາໄປ ເຮົາກະໂອເຄ ກະລອງສ່ຽງແຫຼະ ເຮົາກະຖືກກັກໂຕ ຢູ່ໂຮງແຮມມາເລເຊັຽ ຢູ່ກົວລາລໍາເປີ ກະ 14 ວັນ.”
ຄົນງານປະມົງລາວ ອີກຄົນນຶ່ງ ທີ່ເປັນໄຕ ຫຼືກັບຕັນເຮືອ (Captain) ຊຶ່ງມີລູກນ້ອງທັງໝົດ 20 ຄົນ ໃນເຮືອລໍານີ້ ກໍເວົ້າວ່າ ມາຫາເງິນຢູ່ພີ້ ເດືອນນຶ່ງໄດ້ຫຼາຍກວ່າຢູ່ລາວ ລູກນ້ອງກໍໄດ້ຫຼາຍເຊັ່ນກັນ:
“ໄດ້ຢູ່ເດືອນນຶ່ງໝານ ກະແສນ ສອງແສນບາດ ແສນກວ່າບາດຈັ່ງຊີ້ແຫຼະ ຄັນເຮົາມາປຽບທຽບໃສ່ຢູ່ລາວພຸ້ນ ມັນກະໂອ່ຍມັນກະຄົນລະເຣື້ອງແຫຼະ ຢູ່ລາວກະຈັກຊິເຮັດຫຍັງໂວ່ຍ ມື້ນຶ່ງ 70-80 ພັນເນາະ ມາປຽບທຽບໃສ່ກັບເຮົາມາເຮັດວຽກຢູ່ພີ້ ມັນກະໄດ້ເງິນເປັນກ້ອນເປັນກໍາຊີ້ນ່າ ສ່ວນຂອງລູກນ້ອງກະ ມັນກະແລ້ວແຕ່ບາງເດືອນເນາະ ບາງເດືອນກະໄດ້ຢູ່ ບາງເດືອນກະ ຕົກເປັນເງິນບາດ ກະຊິສອງໝື່ນປາຍ ບາງເດືອນຄັນໄດ້ປາຫຼາຍກະຊິໄດ້ຢູ່ 3 ໝື່ນປາຍຊິນ່າ 3 ໝື່ນກວ່າບາດ ມັນກະແລ້ວແຕ່ເຮົາໄດ້ປາໜ້ອຍປາຫຼາຍ.”
ນັບແຕ່ທ້າຍເດືອນ ເມສາ ປີ 2021 ມາຮອດປັດຈຸບັນ ຄົນງານປະມົງລາວ ທີ່ເດີນທາງກັບໄປເຮັດວຽກຢູ່ເຮືອຫາປາ ໃນແຂວງປາຫັງ ປະເທດມາເລເຊັຽ ມີທັງໝົດ 617 ຄົນ, ດັ່ງຫົວໜ້າ ກຸ່ມຄົນງານປະມົງລາວ ທ່ານນຶ່ງກ່າວວ່າ:
“ຄົນງານລາວ ທັງເກົ່າແລະໃໝ່ ລວມທັງໝົດແລ້ວ ຕອນນີ້ນະ ຈາກນ້ອງໆນຸ່ງໆ ທີ່ເຂົາສົ່ງຂ່າວມານີ້ ທັງເໝິດມີ 617 ຄົນ ເຮົາຊິຂໍບອກຈັ່ງຊີ້ ຖ້ຽວທີ່ 1 ເດີນທາງຕັ້ງແຕ່ວັນທີ່ 27 ເດືອນ 4 ດ້ວຍເຄື່ອງບິນນີ້ແຫຼະ ວັດໄຕ-KL ນີ້ລະ ຈໍານວນ 75 ຄົນ, ຖ້ຽວທີ່ 2 ວັນທີ່ 27 ເດືອນ 5 ຈໍານວນ 74 ຄົນ, ຖ້ຽວທີ່ 3 ວັນທີ 24 ເດືອນ 6 ຈໍານວນ 90 ຄົນ, ຖ້ຽວທີ່ 4 ວັນທີ 29 ເດືອນ 7 ຈໍານວນ 127 ຄົນ, ຖ້ຽວທີ່ 5 ວັນທີ 11 ເດືອນ 8 ຈໍານວນ 109 ຄົນ, ຖ້ຽວທີ່ 6 ວັນທີ 26 ເດືອນ 8 ຈໍານວນ 115 ຄົນ ສຸດທ້າຍນີ້ ວັນທີ່ 7 ເດືອນ 9 ຈໍານວນ 27 ຄົນ ເຮົາບວກໄວ້ນິ່ກະແມ່ນ 617 ຄົນລະ.”
ທ່ານກ່າວຕື່ມວ່າ ເຫດຜົນ ທີ່ຄົນງານປະມົງລາວ ທີ່ກັບເມືຶອລາວໃນຕົ້ນປີ 2021 ແລະຕ້ອງກັບມາເຮັດວຽກຢູ່ມາເຊັຽຄືນນັ້ນ ຍ້ອນວ່າຢູ່ທາງບ້ານ ມີພາລະຫຼາຍຢ່າງຕ້ອງຮັບຜິດຊອບ:
“ທຸກຄົນ ຕອນປາຍປີທີ່ແລ້ວນັ້ນນະ ຄວາມມຸ້ງໝັ້ນທີ່ຢາກຈະກັບ ພຍາຍາມທີ່ຢາກຈະກັບ ແຕ່ກະເຈີອຸປສັກທີ່ເຮົາຮັບຮູ້ ກັນມາເມື່ອປາຍປີເນາະ ເຖິງຕົ້ນປີຂອງປີນີ້ເນາະ ສຸດທ້າຍກະເມືອທາງຖືກຕ້ອງ ແລະບໍ່ຖືກຕ້ອງ ສຸດທ້າຍກະເມືອຮອດບ້ານໄດ້ຄົບ ແນ່ ລະກະໜີໄປຢູ່ຄອງອື່ນແນ່ ເມື່ອໄດ້ກັບບ້ານແລ້ວ ໄດ້ກັບສູ່ມາຕຸພູມ ໃນອ້ອມເອິກຂອງບ້ານເກີດແລ້ວ ເປັນຫຍັງໜໍ ຈຶ່ງຢາກກັບມາຮອບໃໝ່ ຂ້ອນຂ້າງໄວແທ້ ທັ້ງໆທີ່ສະຖານະການຂອງໂຄວິດ-19 ຍັງຣະບາດຢູ່ ແຕ່ໃນຂະນະດຽວກັນ ອາຊີບທີ່ເຮົາເຮັດຢູ່ນີ້ນ່າ ເມື່ອບໍ່ມີງານກະ ມັນກະບໍ່ມີເງິນນະ ອາຊີບທີ່ຮອງຮັບ ທີ່ຢູ່ທາງບ້ານນະມັນບໍ່ມີ ບໍ່ໄດ້ຕຽມໄວ້ ເທົ່າກັບວ່າໄປເຣີ່ມຕົ້ນໃໝ່ ເພາະສະນັ້ນເມື່ອເມືອຢູ່ບ້ານແລ້ວ ແຮງງານເຫຼົ່ານີ້ບໍ່ມີງານຮອງຮັບ ລະກະມັນບໍ່ຄ່ອຍມີອະນາຄົດ ລູກເມັຽກະຕ້ອງການໃຊ້ ບ້ານຊ່ອງກະຢາກສ້າງ ລູກຕ້ອງການເງິນຄ່າໄປໂຮງຮຽນ ຄັນໄປຢູ່ບ້ານ ມັນບໍ່ມີງານ ບໍ່ມີງານອີ່ຫຼີ ທາງດຽວທີ່ຂະເຈົ້າເລືອກໄດ້ ກະຄືກັບມາເຮັດວຽກຢູ່ມາເລເຊັຽຄືເກົ່າ.”
ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ບໍຣິສັດ ແພປາ ໂຣມປິນ ຟິສສິງ (Rompin Fishing) ເພື່ອຖາມກ່ຽວກັບເຫດຜົນ ທີ່ບໍຣິສັດ ໄດ້ດໍາເນີນແລ່ນເອກສານຕ່າງໆ ເພື່ອໃຫ້ຄົນງານປະມົງລາວ ມາເຮັດວຽກໃນໄລຍະນີ້ ຜູ້ຈັດການ ຂອງບໍຣິສັດດັ່ງກ່າວນີ້ ເວົ້າວ່າ ຄົນງານຫຼາຍຄົນທີ່ກັບໄປລາວ ເມື່ອຕົ້ນປີ 2021 ນີ້ ຫຼາຍຄົນກໍຢາກໃຫ້ທາງບໍຣິສັດຊ່ອຍ ເພາະວ່າຢູ່ລາວ ເຂົາເຈົ້າບໍ່ມີວຽກເຮັດ ຊຶ່ງໃນແຕ່ລະມື້ມີແຕ່ລາຍຈ່າຍ ລາຍໄດ້ພັດບໍ່ມີ ແລະອີກຢ່າງນຶ່ງ ທາງບໍຣິສັດ ກໍຕ້ອງການໃຫ້ທຸຣະກິຈ ດໍາເນີນການຕໍ່ໄປ ນໍາດ້ວຍ:
“ຄື ມັນຕ້ອງໃຊ້ຄົນງານເນາະ ຄື ສ່ວນຫຼາຍຄົນອອກເຮືອ ມັນເປັນໄຕ ລະກະລູກນ້ອງອິຫຍັງປະມານນີ້ ກະເລີຍຕິດຕໍ່ເຖົ້າແກ່ ວ່າຈະມາເຮັດວຽກໄດ້ຫຼືຍັງ ກະເສັຽເງິນຫຼາຍສົມຄວນແຕ່ລະຄົນນະ ລະກະຕ້ອງຄວາມຍິນຍອມນໍາ ວ່າຈະມາ ເຮັດເອກສານຜ່ານກົມແຮງງານ ອັນນີ້ພວກເຮົາມີຄົນດໍາເນີນການໃຫ້ ຄືລັກສະນະວ່າ ການຂໍລູກນ້ອງ ຫຼືຄົນງານເຂົ້າມານີ້ ຕ້ອງຜ່່ານເອກສານຢູ່ພີ້ກ່ອນ ວ່າຈະໃຊ້ຄົນປະເທດໃດ ຊື່ວ່າແນວໃດ ໃຫ້ສົ່ງໜ້າພາສປອດມາໃຫ້ກ່ອນ ຈະມີເອເຈນຊີ້ ຂອງມາເລເຊັຽ ກັບລາວຂະເຈົ້າຕິດຕໍ່ກັນ ໂຕນີ້ຂ້ອຍບໍ່ຮູ້ລາຍຣະອຽດເນາະ.”
ທ່ານຍັງກ່າວຕື່ມວ່າ ການກັບມາເຮັດວຽກ ຂອງຄົນງານປະມົງລາວໃນເທື່ອນີ້ ແມ່ນຕ້ອງແລ່ນເອກສານໃຫ້ຖືກຕ້ອງໝົດຢ່າງ ຖ້າບໍ່ເຮັດແບບນັ້ນກໍບໍ່ໄດ້ ເພາະທາງການມາເລເຊັຽບັງຄັບ ສໍາລັບວີຊານີ້ ແມ່ນໃຊ້ໄດ້ 6 ເດືອນ ແລະທຸກໆ 6 ເດືອນ ແມ່ນໄດ້ຕໍ່ອາຍຸເທື່ອນຶ່ງ ຊຶ່ງຄົນງານແຕ່ລະຄົນ ໄດ້ເຮັດສັນຍາຈ້າງ 2 ປີ ຈຶ່ງຈະກັບລາວໄດ້.
ເຖິງຢ່າງໃດກໍດີ ນອກຈາກຄົນງານປະມົງລາວ ຈໍານວນ 617 ຄົນ ທີ່ກັບໄປເຮັດວຽກຢູ່ມາເລເຊັຽ ໃນຊ່ວງທີ່ໂຄວິດ-19 ຍັງຣະບາດຢູ່ນີ້ ກໍຍັງມີຄົນງານປະມົງລາວອີກຫຼາຍຄົນ ທີ່ຍັງລໍຖ້າໃຫ້ເຊື້ອໂຄວິດ-19 ເບົາບາງລົງກ່ອນ ແລ້ວຖ້າຫາກວ່າຢູ່ລາວ ຍັງຫາວຽກງານທໍາລໍາບາກ ຈຶ່ງຈະກັບໄປມາເລເຊັຽ ອີກຄັ້ງນຶ່ງ.
ສະບາຍດີ.