ຄົນງານລາວ ຖືກຜູ້ຄຸມງານຄົນຈີນຕີ

0:00 / 0:00

ເກີດ​ເຫດ ຜູ້​ຄຸມ​ງານ​ຄົນ​ຈີນ​ທຳ​ຮ້າຍ ​ຄົນ​ງານລາວ ໃນ​ວັນ​ທີ 17 ຕຸ​ລາ ທີ່​ຜ່ານ​ມາ ຢູ່​ບ້າ​ນ​ນ້ຳ​ພາວ ເມືອງວັງ​ວຽງ ແຂວງວຽງ​ຈັນ ຍ້ອນ​ຄົນງານ​ລາວ​ ພ​ຍາ​ຍາມ ລັກ​ເຄື່ອງ​ໂຮງ​ງານ ​ຂອງ​ຄົນ​ຈີນ.

ຄົນ​ງານດັ່ງ​ກ່າວ ອາ​ຍຸ​ປະ​ມານ 22 ປີ ຖືກ​ຜູ້​ຄຸມ​ງານ​ຄົນ​ຈີນ ເຕະ ແລະຖີບ ໃນ​ຂະ​ນະ​ທີ່ມືຂອງ​ຄົນ​ງານ​ດັ່ງ​ກ່າວ ຖືກ​ເຊືອກ​ມັດ​ຢູ່, ແຕ່​ຄົນ​ລາວ ຈຳ​ນວນນຶ່ງ ຢາກ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ່ອງ ​ດໍ​າ​ເນີນ​ຄະ​ດີ​ກັບ​ຜູ້​ຄຸມ​ງານ​ຄົນ​ຈີນ​ດັ່ງ​ກ່າວ. ຊາວ​ບ້ານ ນ້ຳ​ພາວ ເມືອງວັງ​ວຽງ ໄດ້​ກ່າວ​ຕໍ່ ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 19 ຕຸ​ລາ ວ່າ:

“ກໍ​ບໍ່​ຖືກ​ໄດ໋ ຕ້ອງ​ສົ່ງ​ເຈົ້າ​ໜ້າ​ທີ່ ບໍ່​ຕ້ອງ​ທຳ​ຮ້າຍ​ຮ່າງ​ກາຍໄດ໋ ຕໍ່​ໄປ​ນີ້ ກໍ​ຄື​ງຽບເລີຍ ບໍ່​ຮູ້​ທາງ​ແບບ​ມັນ​ໄປ​ທາງ​ໃດ ເຂົາ​ສົ່ງ​ເຈົ້າ​ໜ້າ​ທີ່ບໍ່ ຫຼືບໍ່​ສົ່ງ ໃຫ້​ເຈົ້າ​ໜ້າ​ທີ່ ​ດໍ​າເນີນ​ການ​ກັບ​ຄົນ​ຕ່າງ​ຊາດ ບໍ່​ຄວນ​ທຳ​ຮ້າຍ​ຮ່າງ​ກາຍ ກໍ​ສົ່ງ​ເຈົ້າ​ໜ້າ​ທີ່​ຢ່າງ​ດຽວ ເສັຽ​ຫາຍ​ເທົ່າ​ໃດ ແບບ​ໃຫ້​ທາງ​ບ້ານ​ຮັບ​ຜິດ​ຊອບ ຖ້າ​ບໍ​ມີ​ຄ່າເສັຽ​ ກໍ​ໃຫ້​ຮັບ​ໂທ​ດ​ລະ​ກໍ​ແລ້ວ.”

ຄົນ​ງານທີ່​ເຮັດ​ວຽກຢູ່ ບໍ​ຣິ​ສັດຂອງ​ຄົນ​ຈີນ ພາຍ​ໃນ​ປະ​ເທດ​ລາວ ສ່ວນ​ຫຼາຍ​ເປັນ​ຄົນ​ງານ​ລາວ ໃນ​ຂ​ະນະ​ທີ່​ຜູ້​ຄຸມ​ງານ​ເປັນ​ຄົນ​ຈີນ. ທີ່​ຜ່ານ​ມາ ກໍ​ເຄີຍ​ມີ​ຜູ້​ຄຸມ​ງານ​ຄົນ​ຈີນ ເລືອກ​ໃຊ້​ວິ​ທີ​ການ​ລົ​ງ​ໂທດ ​ຄົນ​ງານ​ລາວ ທີ່​ພ​ຍາ​ຍາມ​ລັກ​ເຄື່ອງ ແທນ​ທີ່​ຈະ​ແຈ້ງ ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຊຶ່ງ​ຊາວ​ບ້ານ​ເຫັນ​ວ່າ ການ​ກະ​ທຳ​ແບບນີ້ ບໍ່​ຖື​ກ​ຕ້ອງ ແລະບໍ່​ຖືກ​ກົດ​ໝາຍ. ຊາວ​ບ້ານ​ອີກ ທ່ານ​ນຶ່ງ ໄດ້​ກ່າວຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 19 ຕຸ​ລາ ວ່າ:

"ຢູ່ ລາວນີ້ ມັນ ເກີດ ຂຶ້ນ ບ່ອຍ ຄັ້ງ ຢູ່ ລາວ ເຮົາ ນີ້ປ່ອຍ ໃຫ້ ຄົນ ຕ່າງ ຊາດຫັ້ນ ນ່າ ເນາະ ເຂົ້າ ມາ ຢູ່ ໃນ ເມືອງ ລາວ ເຮົາ ມາ ໃຊ້ ສິດ ທິ ຂົ່ມ ເຫັງ ຄົນ ລາວ ເຮົາ ບໍ່ ໃຫ້ ກຽ ຄົນ ລາວ ເຮົາ ເລີຍຫັ້ນ ເນາະ ທີ່ ວ່າ ມາ ເຮັດ ທຸ ຣະ ກິ ຈ ປະ ເທດ ລາວ ແລ້ວ ກໍ ມາ ທຳ ຮ້າຍ ຮ່າງ ກາຍ ຂອງ ຄົນ ລາວ ແບບ ທີ່ ວ່າ ແນວ ໃດ ບໍ່ ຮູ້ ແຫຼະ ຄື ວ່າ ມັນ ບໍ່ ມີ ສິດ ທິ ບໍ່ ມີ ກົດ ໝາຍ ຄຸ້ມ ຄອງບໍ່ ແນວ ໃດ ເຮົາ ກໍ ຍັງ ເວົ້າ ຢູ່ ."

ຫຼັງ​ຈາກ​ມີ​ຊາວ​ລາວ ຈຳ​ນວນ​ນຶ່ງ ໄດ້​ເຫັນ​ຄ​ລິບວີ​ດີ​ໂອ ເຫດ​ການ​ດັ່ງ​ກ່າວ ຜ່ານ​ສື່​ສັງ​ຄົມ​ອອນ​ລາຍນ໌ ກໍ​ຮຽກ​ຮ້ອງ​ໃຫ້ ​ພາກ​ສ່ວນ​ກ່ຽວ​ຂ້ອງ ສອບ​ສວນ​ຄະ​ດີ​ດັ່​ງກ່າ​ວ. ຊາວ​ບ້ານ ທ່ານ​ນຶ່ງ ໄດ​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 19 ຕຸ​ລາ ວ່າ:

" ກໍ ​ແຕ່​ວ່າ ຄັນ​ວ່າ ເຂົາ​ເຈົ້າ​ກະ​ທຳ​ຜິດ​ແທ້ເນາະ ກໍ​ຢາກ​ໃຫ້​ສົ່ງ​ກັບ​ປະ​ເທດ ກໍ​ບໍ່​ຢາກ​ໃຫ້​ເຂົ້າມາ​ລາວ​ອີກ​ຫັ້ນ​ນ່າ ມາ​ຄວບ​ຄຸມພວກ​ທີ່​ວ່າ ມາ​ທຳ​ຮ້າຍ​ຮ່າງ​ກາຍ ໃຫ້​ພາກ​ແຮງ​ງານ​ລາວນີ້ ຊີ້​ນ່າ ຢາກ​ໃຫ້​ມີມາຕ​ການເດັດ​ຂາດ​ຫັ້ນ​ແຫຼະ ກ່ຽວ​ກັບ​ການ​ດຳ​ເນີນ​ຄະ​ດີ ເຮົາ​ນີ້​ຍັງ​ບໍ່​ຮູ້​ວ່າ ທາງ​ການ ເພິ່ນ​ດຳ​ເນີນ​ຄະ​ດີ​ແບບ​ໃດ​."

ໜ່ວຍ​ງານ​ກ່ຽວ​ຂ້ອງ ​ກຳ​ລັງ​ກວດ​ກາ​ວີ​ດີ​ໂອ ຄົນ​ຈີນ​ຕີຄົນ​ລາວ ແລະ ບຸກ​ຄົນ​ຢູ່​ໃນ​ພາບ​ວີ​ດີ​ໂອ​ນັ້ນ ແມ່ນ​ໃຜ. ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ເມືອງວັງ​ວຽງ ໄດ້​ກ່າວ​ວ່າ:

"ຈະ​ແມ່ນ​ຄ​ລິບ​ເກົ່າ ຫຼື ຄ​ລິບໃໝ່ ຍັງ​ບໍ່​ຮູ້​ຊັດ​ເຈນ​ເນາະ ມີ​ແຕ່​ເຫັນ​ທາງ​ການ​ເພິ່ນ​ຖາມ​ວ່າ ມີ​ຄົນ​ລົງ​ເຟ​ສ​ບຸກ​ເນາະ ຈະ​ເປັນ​ຂ່າວ​ແທ້ ​ຫຼື​ວ່າຂ່າວ​ປອມ ກໍ​ຍັງ​ບໍ່​ທັນ​ຮູ້ເນາະ ເພິ່ນ​ກຳ​ລັງ​ສືບ​ສວນ​ແຫຼະ ກໍ​ມີ​ແຕ່​ວ່າ ທາງ​ຂັ້ນ​ເທິງ​ເພິ່ນ​ຈະ​ໄປ​ເຮັດ​ ແນວ​ໃດເນາະ ແລ້ວບໍ່​ຮູ້​ຈຸດ​ເກີດ​ເຫດວ່າ ມັນ​ເກີດ​ຢູ່​ຈຸດ​ໃດ​ຫັ້ນ​ນ່າ ເຂົາ​ຕີ​ຢູ່​ບ່ອນ​ໃດ​ຫັ້ນ​ນ່າ."

ປັດ​ຈຸ​ບັນ ການ​ຕິດ​ຕາມເຣື່ອງ​ດັ່ງ​ກ່າວ ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ ຍ້ອນ​ວ່າ ຄົນ​ງານ​ລາວ ​ຜູ້​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ຫຼືຍາດ​ຕິພີ່​ນ້ອງ​ ຂອງ​ຜູ້​ກ່ຽວຍັງ​ບໍ່​ທັນ​​ຮ້ອງ​ຟ້ອງ ເພື່ອ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບ້ານ ສົ່ງ​ເຣື່ອງ​ໄປ​ຫາ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ. ເຈົ້າ​ໜ້າ​ທີ່ຕຳ​ຣວດ ແຂວງວຽງ​ຈັນ ໄດ້​ກ່າວ​ວ່າ:

" ແຕ່ ​ວ່າ ປັດ​ຈຸ​ບັນນີ້ ຜູ້​ກ່ຽວ ຫຼື​ວ່າຍາດ​ຕິ​ພີ່​ນ້ອງ ກໍ​ຍັງ​ບໍ່​ທັນ​ມີ​ແນວ​ໃດ​ ມ​າ​ຮ້ອງ​ຟ້ອງ ຫຼື​ວ່າສ​ເນີ​ຕໍ່​ການ​ຈັດ​ຕັ້ງ ມີ​ແຕ່​ສັງ​ຄົມ​ອັບ​ລົງ​ໂຊ​ຊຽວ ບອກ​ອັນ​ນັ້ນ ອັນ​ນີ້ ເຮົາ​ກໍ​ບໍ່​ສັງ ບໍ່​ຮູ້​ວ່າ ຊິ​ຈະ​ດໍ​າ​ເນີນ​ແນວ​ໃດ​ໄດ້ ຄັນ​ວ່າ ມີ​ຂໍ້​ມູນ​ວ່າ ຜູ້​ນັ້ນ​ ຜູ້​ນີແທ້ ໄດ້​ຮັບ​ຂ່າວ ແນວ​ນັ້ນ ແນວນີ້ເທື່ອ ກໍ​ພ​ຍາ​ຍາມ​ຮຽກ​ຮ້ອງ ​ໃຫ້​ເຂົາ​ເຈົ້າ​ມາ​ ສ​ເນີ​ຕໍ່​ການ​ຈັດ​ຕັ້ງ ຕໍ່​ເຈົ້າ​ໜ້າ​ທີ່ພວກ​ເຮົາ."

ກ່ອນ​ໜ້ານີ້ ໃນ​ວັນ​ທີ 6 ພື​ສ​ພາ 2021 ກໍ​ເຄີຍ​ເກີດ​ເຫດ​ຜູ້​ຄຸມ​ງານ ​ຄົນ​ຈີນ​ໃນ​ສວນ​ກ້ອຍ​ຊາວ​ຈີນ ຂອງ​ບໍ​ຣິ​ສັດ ມິນ​ຍາງ ຢູ່​ບ້ານ​ໂພນ​ໄຊ ເມືອງ​ຮຸນ ແຂວງ​ອຸ​ດົມ​ໄຊ ຈັບ​ເດັກ​ນ້ອຍ​ຊາວ​ລາວ​ອາ​ຍຸ 14 ປີ ມັດ​ໂຕ ແລ້ວ​ ໃຊ້​ໄມ້​ຕີ​ຫຼາຍ​ບາດ ຍ້ອນ​ຜູ້​ຄຸມ​ງານ​ຄົນ​ຈີນ ບໍ່​ພໍ​ໃຈ ທີ່​ເດັກ​ນ້ອຍ​​ໄປ​ລັກ​ເຄື່ອງ​ ຢູ່​ໃນ​ສວນ​ກ້ວຍ ຊຶ່ງ​ບັນ​ຫາ​ດັ່ງ​ກ່າວ ຄົນ​ລາວ​ຫຼາຍ​ຄົນ ເຫັນ​ວ່າມັນ​ເປັນ​ການ​ ໃຊ້​ຄວາມ​ຮຸນ​ແຮງ ແລະລະ​ເມີດ​ສິດ​ທິ​ເດັກ ແທນ​ທີ່​ຈະ​ສົ່ງມອບ​ເດັກ​ນ້ອຍ​ໃຫ້​ ອຳ​ນາດ​ການ​ປົກ​ຄອງ.