ຄົນງານລາວ ທີ່ຖືກຈັບຢູ່ມາເລເຊັຽ ກັບເຖິງບ້ານແລ້ວ
2023.01.26

ຄອບຄົວຂອງທ້າວ ສົມໄຊ ສິຣິຈັນໂທ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ດີໃຈ ທີ່ລູກຊາຍ ກັບມາຫາຄອບຄົວ ດ້ວຍຄວາມປອດພັຍ ໃນວັນທີ 12 ມົກກະຣາ 2023 ຫຼັງຈາກທີ່ຖືກປ່ອຍໂຕ ຈາກຄຸກ ທີ່ປະເທດມາເລເຊັຽ ແລະໃນວັນທີ 13 ມົກກະຣາ 2023 ຜູ້ເປັນແມ່ ກໍໄດ້ກ່າວດ້ວຍຄວາມດີໃຈ ຕໍ່ວິທຍຸ ເອເຊັຽ ເສຣີວ່າ:
“ຮອດບ້ານແລ້ວ ຮອດມື້ວານນີ້ ມາຮອດເຮືອນ ຮອດຊານແລ້ວ ລູກເອີ່ຍ. ຂອບມົກ ຂອບໃຈຫຼາຍໆ ທີ່ເປັນຫ່ວງເປັນໄຍ ລູກຊ່ອຍພໍ່ຊ່ອຍແມ່ ຂອບໃຈເດີ້ລູກເດີ້. ດີໃຈຫຼາຍ ເຫັນໜ້າລູກຊາຍ ປອດພັຍດີຢູ່ ບໍ່ເປັນຫຍັງດອກ.”
ສ່ວນຜູ້ເປັນພໍ່ ກໍໄດ້ກ່າວວ່າ:
“ມາຮອດຕອນແລງ ມື້ວັນພະຫັດ. ໂອ້ກະດີໃຈແຫຼະໂຫວ່ຍ ດີໃຈຈົນປານໄດ້ເງິນ ເປັນຕື້ພຸ້ນແຫຼະ ເຫັນໜ້າລູກ, ລູກມາຮອດເຮືອນຮອດຊານແລ້ວ ກະຕລອດປອດພັຍທຸກສິ່ງທຸກຢ່າງ ລະກະທາງພໍ່ທາງແມ່ ທາງພີ່ນ້ອງ ກະດີໃຈໝົດທຸກຄົນຫັ້ນແຫຼະ.”
ທາງຜູ້ເປັນໝູ່ ທີ່ມີສ່ວນກ່ຽວຂ້ອງ ໃນການຊ່ອຍເຫຼືອ ໃຫ້ທ້າວ ສົມໄຊ ໄດ້ກັບບ້ານມາ ສູ່ຄອບຄົວ ກໍກ່າວວ່າ:
“ເພິ່ນໄດ້ອອກແລ້ວ ເພິ່ນວ່າເພິ່ນຮອດບ້ານວານນີ້ ໂທລົມກັນແລ້ວ. ດີໃຈ ລະກະຂອບໃຈເດ້ ແມ່ນ ຊ່ອຍເຄັຍທາງໃຫ້ ອິຫຍັງໃຫ້ຫັ້ນນ່າ ໃຫ້ເຈົ້າແຈ້ງຂ່າວ ແຈ້ງຫຍັງໄປຮອດເຂົາຫັ້ນເດ້.”
ຕໍ່ໄປນີ້ ເຊີນທ່ານຮັບຟັງເຣື່ອງລາວ ການຖືກຈັບຢູ່ມາເລເຊັຽ ຂອງທ້າວ ສົມໄຊ ສິຣິຈັນໂທ ໄດ້ເລີຍ:
ຟັງສຽງສັມພາດ:..............................
ໃນວັນທີ 19 ມົກກະຣາ 2023 ທາງເຈົ້າໜ້າທີ່ສະຖານທູຕລາວ ປະຈໍາປະເທດ ມາເລເຊັຽ ກໍໄດ້ກ່າວກ່ຽວກັບກໍຣະນີ ການຖືກຈັບຂັງຄຸກ ຂອງຄົນງານລາວ ນີ້ວ່າ:
“ຖືວ່າຫຼາຍຢູ່ໄດ໋ເຈົ້າ ເທົ່າທີ່ເຫັນມານີ້ ຈໍານວນທີ່ເຂົາເອີ້ນວ່າ ກໍາລັງຖືກດໍາເນີນຄະດີ ຫຼືວ່າຖືກຕັດອິສຣະຫັ້ນ່ນ່າ. ກະຈໍານວນນຶ່ງ ລະກະມີ ຜູ້ທີ່ວ່າສິ້ນສຸດຄະດີແລ້ວ. ອີກຈໍານວນນຶ່ງ ກະຄືຜູ້ທີ່ເຈົ້າໄດ້ແຈ້ງມານີ້ແຫຼະ ວ່າ ເອີ່ ຜູ້ນີ້ລາວຢູ່ມາດົນແລ້ວຊິນ່າ ແຕ່ວ່າເຮົາກະບໍ່ຮັບການຕິດຕໍ່ ຫຼືວ່າອີ່ຫຍັງ ຈາກທາງເຈົ້າໜ້າທີ່ ຄືເທື່ອແລ້ວນີ້ ກະມີ 2-3 ຄົນ ໄປສົ່ງທ້າວສົມໄຊ ນິ່.”
ຢ່າງໃດກໍດີ ເຈົ້າໜ້າທີ່ສະຖານທູຕ ທ່ານດຽວກັນນີ້ ກໍຢາກຝາກເຕືອນຄົນງານລາວ ຜູ້ທີ່ກໍາລັງຄິດວ່າ ຈະໄປເຮັດວຽກ ຢູ່ປະເທດມາເລເຊັຽ ຮວມທັງປະເທດອື່ນໆນໍາດ້ວຍ ຢາກໃຫ້ໄປແບບຖືກຕ້ອງ ຕາມກົດໝາຍ ເພື່ອປ້ອງກັນ ບັນຫາຕ່າງໆທີ່ຈະຕາມມາ.
ດັ່ງທ່ານໄດ້ອະທິບາຍໃຫ້ຟັງວ່າ:
“ທີ່ຈິງແລ້ວ ຄວນຈະແລ່ນມາຢ່າງຖືກຕ້ອງ ຕາມກົດໝາຍ ຜ່ານກະຊວງແຮງງານ ຜ່ານບໍຣິສັດ ຈັດຫາງານຢ່າງດີ ເພາະວ່າ ເພິ່ນຈະໄດ້ເກັບກໍາເອົາ ເຂົ້າໃນຣາຍຊື່ ຜູ້ທີ່ວ່າໄປເຮັດວຽກ ຢູ່ຕ່າງປະເທດ. ເພິ່ນກະຊິແຈ້ງມາຫາສະຖານທູຕ ເຮົາກະຊິເກັບກໍາໄດ້ ມັນກະຊິສະດວກ ຕໍ່ການຕິດຕໍ່ຫາຜູ້ກ່ຽວ ວ່າເອີ່ ຄືເຮົາມີຂໍ້ມູນລະເນາະ ຜູ້ນີ້ມາເຮັດວຽກອັນນີ້ ຢູ່ຣັຖນີ້, ຣັຖນີ້ ບ້ານນີ້ເມືອງນີ້ຊິ່ນ່າ. ລະເວລາເຮົາຕິດຕໍ່ ຫຼືວ່າຕິດຕາມ ຫຼືວ່ານໍາຫາມັນກະບໍ່ຍາກ ກະຈະງ່າຍ. ລະກະດີຕໍ່ຄອບຄົວຂອງຜູ້ກ່ຽວ ເພິ່ນກະຊິບໍ່ໄດ້ເປັນກັງວົນຫຼາຍ. ສໍາລັບກໍຣະນີ້ກະ ໃຫ້ພິຈາຣະນາດີໆກ່ອນ ເພາະວ່າ ຄືຫຼາຍກໍຣະນີ ທີ່ວ່າເຂົ້າມາ ລະກະແບບວ່າ ຍັງບໍ່ຮູ້ຫັ້ນນ່າ ວ່າໂຕເອງ ຫັ້ນຊິໄດ້ຄ່າຕອບແທນ ອິຫຍັງຕາມທີ່ອັນນັ້ນ ແບບລອງມາສ່ຽງໂຊກເບິ່ງ ຢາກໃຫ້ພິຈາຣະນາເບິ່ງດີໆ ໃຫ້ເບິ່ງຣາຍລະອຽດຄັກໆກ່ອນ ເພາະວ່າ ຖ້າມີຫຍັງເກີດຂຶ້ນມາແບບວ່າ ດຽວຈຶ່ງຊິບໍ່ໄດ້ມາຄຶດເສັຍໃຈພາຍຫຼັງຫັ້ນນ່າ ຕ້ອງກຽມການດີໆ ສຶກສາເບິ່ງກ່ອນ ບໍ່ຕ້ອງໃຈຮ້ອນຫຼາຍ.”
ທ້າຍສຸດນີ້ ວິທຍຸ ເອເຊັຽ ເສຣີ ຂໍສະແດງຄວາມຂອບໃຈ ຕໍ່ເຈົ້າໜ້າທີ່ ສະຖານທູຕລາວ ປະຈໍາປະເທດມາເລເຊັຽ ທີ່ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ວິທຍຸ ເອເຊັຽ ເສຣີ ຕລອດມາ ກ່ຽວກັບການຊ່ອຍເຫຼືອ ຄົນງານລາວ ໃຫ້ກັບມາສູ່ຄອບຄົວ ດ້ວຍຄວາມປອດພັຍ ໃນຄັ້ງນີ້. ສະບາຍດີ.