ຄວາມຄືບໜ້າ ຄົນງານລາວ ຖືກຈັບ ຢູ່ມາເລເຊັຽ
2022.12.16

ຂ່າວຄືບໜ້າຫຼ້າສຸດ ຂອງຄົນງານລາວ ຊື່ ທ້າວ ສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ໄປເຮັດວຽກໃນເຮືອປະມົງຫາປາ ຢູ່ແຂວງ ເຕີໂລອິນຕັ້ນ ເກາະໂກະກັງ ຕໍ່ມາ ຖືກຈັບຂັງຄຸກ ຢູ່ ປະເທດມາເລເຊັຽ ຕັ້ງແຕ່ວັນທີ 18 ເດືອນເມສາ 2022. ມາຮອດປັດຈຸບັນ ທ້າວສົມໄຊ ໄດ້ຖືກມາກັກໂຕ ຢູ່ສະຖານີຕໍາຣວດກວດຄົນເຂົ້າເມືອງ ຂອງມາເລເຊັຽ ເພື່ອລໍຖ້າການສົ່ງກັບປະເທດລາວ. ອີງຄວາມເວົ້າ ຂອງຄົນງານປະມົງລາວ ຜູ້ທີ່ເຊື່ອຖືໄດ້ ເຊິ່ງປັດຈຸບັນໄດ້ກັບມາຢູ່ປະເທດລາວແລ້ວ ແລະໄດ້ເວົ້າໃຫ້ວິທຍຸເອເຊັຽເສຣີຟັງ ເມື່ອວັນທີ 14 ເດືອນພຶສຈິກາ 2022 ນີ້ວ່າ:
“ໄດ້ຂ່າວມາຫຼາຍມື້ເຕີບແລ້ວ ຮູ້ຈາກເຈົ້ານາຍຫັ້ນແດ່, ໄຕ ລະກະເຖົ້າແກ່ບອກໄຕວ່າ ຖືກຈັບສອງຄົນຫັ້ນ ຖືກປ່ອຍໂຕແລ້ວ ລໍ ສົ່ງໂຕກັບຕອນນີ້ຫັ້ນ.”
ຄົນງານລາວຜູ້ນີ້ ເວົ້າອີກວ່າ ເຣື່ອງຂ່າວຄືບໜ້າ ຂອງທ້າວ ສົມໄຊ ນີ້ ລາວເອງກໍໄດ້ສອບຖາມໄປຍັງ ຄົນງານປະມົງລາວ ທີ່ເຮັດວຽກຢູ່ບ່ອນດຽວກັນ ກັບທ້າວສົມໄຊ ຕື່ມອີກ ເພື່ອຄວາມໝັ້ນໃຈ:
“ໂທຖາມພວກຄົນຢູ່ເຮືອ ເຄີຍຢູ່ນໍາກັນຫັ້ນແຫຼະລະເພິ່ນກະຣາຍງານມາວ່າ ຖືກສົ່ງໂຕກັບ ຍັງບໍ່ຮອດລາວຫວ່າ ຍັງວ່າ ພໍ່ເພິ່ນກະໂທມາຖາມຕລອດ ເຈົ້ານາຍ ກະໃຫ້ບອກວ່າເອົາຊື່ແທ້ ນາມສະກຸນແທ້ຫັ້ນ ທ້າວໄຊຫັ້ນ ແຈ້ງສະຖານທູຕລາວມາເລເຊັຽ ບາດນີ້ນ່າ ເພາະວ່າຖືກປ່ອຍເບິດລະ ເບິດໂທດລະ ພົ້ນໂທດລະ.”
ໃນຂະນະດຽວກັນ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາຄົນງານລາວ ທີ່ເຮັດວຽກປະມົງ ຢູ່ປະເທດມາເລເຊັຽ ບ່ອນດຽວກັນກັບ ທ້າວ ສົມໄຊ ເພື່ອຖາມເຖິງເຣື່ອງດັ່ງກ່າວ ແລະ ຄົນງານຜູ້ນີ້ ກໍເວົ້າໃຫ້ຟັງວ່າ ລາວຮູ້ເຣື່ອງຄວາມຄືບໜ້າ ຂອງທ້າວ ສົມໄຊ ຈາກເມັຍຂອງຄົນງານໄທຍ ທີ່ຖືກຈັບໃນມື້ດຽວກັນ ທ້າວ ສົມໄຊ ນັ້ນ:
“ຄົນໄທຍ ທີ່ຕິດຄຸກນໍາກັນຫັ້ນ ກະໄດ້ຖາມເມັຍເພິ່ນ ເມັຍຢູ່ໄທຍເພິ່ນວ່າ ຍັງບໍ່ຮອດບ້ານເທື່ອ ຍັງບໍ່ທັນໄດ້ຮອດວ່າຊັ້ນ ຄົນໄທຍກະດາຍ ໄດ້ອອກແລ້ວ ແຕ່ວ່າ ຍັງບໍ່ຮອດບ້ານລາວເທື່ອ ຄົນໄທຍກະດາຍ ເພາະວ່າຕ້ອງລໍສົ່ງວ່າຊັ້ນ ຕ້ອງລໍໃຫ້ຄົນຄົບຈັ່ງສົ່ງ ຊີ້ນ່າ ສົ່ງຮອບນຶ່ງຊິນ່າ ຄັນແມ່ນຄົນດຽວ ເຂົານານສົ່ງຢູ່.”
ໃນມື້ວັນທີ 12 ເດືອນທັນວາ 2022 ນີ້ ທາງວິທຍຸເອເຊັຽເສຣີ ກໍໄດ້ມີໂອກາດໂອ້ລົມກັບຄົນງານໄທຍ ຜູ້ນຶ່ງ ທີ່ວ່າຖືກຈັບ ພ້ອມກັນກັບທ້າວ ສົມໄຊ ສິຣິຈັນໂທ ໃນມື້ວັນທີ 18 ເດືອນເມສາ ປີນີ້ ແລະຖືກປ່ອຍໂຕມາບ້ານແລ້ວ, ດັ່ງທ່ານໄດ້ເລົ່າສູ່ຟັງວ່າ:
“ມາຮອດໄທຍ ມື້ວັນທີ 25 ພຶສຈິກາ ທີ່ຜ່ານມາ ອອກຈາກມາເລເຊັຽ ມາໃນມື້ນັ້ນແຫຼະ ຖືກຈັບແມ່ນວັນທີ 18 ເມສາ 2022 ຫຼັງຈາກສົງການ ໄດ້ 3-4 ມື້ ຢູ່ນໍາກັນໃນເຮືອນີ້ແຫຼະ ພໍຖຶກຕໍາຣວດຈັບໄປ ນາຍຈ້າງເຫັນເອກກະສານຂອງເຮົາ ເພິ່ນວ່າຖືກຕ້ອງ ເພິ່ນກະວ່າໄປເຖາະ ບໍ່ເປັນຫຍັງດອກ ຈັກນ່ອຍເພິ່ນກະປ່ອຍ ແຕ່ພໍໄປແລ້ວ ເຂົາພັດຢັດຢາເສບຕິດໃຫ້ ຕອນທໍາອິດ ເຂົາຢັດ 2.5 ກຣາມ ຖືກຈັບໄປ 15 ຄົນ 15 ຄົນນີ້ ເຂົາຢັດຢາເສບຕິດໝົດທຸກຄົນເລີຍ ມີທັງຄົນມອນ, ພະມ້າ, ຄົນໄທຍ ແລະກໍຄົນລາວ ແລະ ກໍມີຄົນອິນໂດເນເຊັຽ 2 ຄົນ ທີ່ຖືກຈັບມື້ດຽວກັນນັ້ນ ເຂົາຢັດຢາເສບຕິດໝົດ ເຂົາບໍ່ໄດ້ກວດຍ່ຽວກວດຫຍັງເລີຍ ແຕ່ພໍຕັດສິນຄະດີມາ ມັນເຫຼືອໜ້ອຍດຽວ ເຫຼືອ 0.1 ກຣາມ ຕ້ອງຕິດຄຸກ ຄົນລະ 8 ເດືອນ, 8 ເດືອນ ກະຕ້ອງຕິດຄຸກ 5 ເດືອນກັບ 10 ມື້ ເພາະເດືອນນຶ່ງ ເພິ່ນຫຼຸດໂທດໃຫ້ 10 ມື້ ແລະຕອນທໍາອິດ ກໍໄດ້ຢູ່ນໍາກັນກັບ ທ້າວ ສົມໄຊ ເດືອນນຶ່ງ ແລະກໍແຍກກັນຢູ່ປະມານ 3 ເດືອນປາຍ ແຕ່ກໍໄປນໍາກັນ ແຕ່ແຍກກັນຢູ່ຄົນລະຫ້ອງ ມາຖືກຄະດີແບບນີ້ ມັນກະໜ້າເບື່ອ ສົມໄຊຫັ້ນ ກະຮູ້ ວ່າປື້ມພາສປອດຂອງລາວຂາດ ແລະຍັງມາຖືກຄະດີ ມີຢາເສບຕິດໃນຄອບຄອງນໍາອີກ ແຕ່ວ່າຕິດຄຸກທໍ່ກັນ ຄື 5 ເດືອນ ກັບ 10 ມື້ ສ່ວນຄ່າປັບໃໝຕ່າງໆນັ້ນບໍ່ມີ ມີພຽງແຕ່ ຕິດຄຸກຄົບກໍານົດ ແລ້ວກໍຖືວ່າພົ້ນໂທດ.”
ທ່ານກ່າວຕື່ມອີກ ພາຍຫຼັງທີ່ຕັດສິນຄະດີ ໃນວັນທີ 8 ເດືອນ 9 ປີນີ້ ແລ້ວກໍຖືກປ່ອຍໂຕ ໃນວັນທີ 28 ເດືອນ 9 ແລະກໍກັກໂຕ ຢູ່ທີ່ສະຖານີຕໍາຣວດ ກວດຄົນເຂົ້າເມືອງຂອງມາເລເຊັຽ ຫຼື ຕ.ມ ເພື່ອລໍຖ້າສົ່ງໂຕກັບປະເທດ ເຊິ່ງກໍໄດ້ຢູ່ນໍາກັນກັບສົມໄຊ ພຽງແຕ່ 7 ມື້ ຫຼັງຈາກນັ້ນ ກໍໄດ້ແຍກກັນ ຂັງຢູ່ຄົນລະຫ້ອງ ແຕ່ກໍຍັງສາມາດສົ່ງຂ່າວຄາວຫາກັນໄດ້ຢູ່, ດັ່ງທ່ານກ່າວວ່າ:
“ມາຕິດຢູ່ ຕ.ມ ບ່ອນກວດຄົນເຂົ້າເມືອງຫັ້ນ ຢູ່ທີ່ນັ້ນ ອີກ 55 ມື້ ສໍາລັບໂຕຂອງອ້າຍເອງ ທີ່ເປັນຄົນໄທຍ, ແຕ່ວ່າຄົນລາວ ສົມໄຊ ນີ້ ຢູ່ດົນແດ່ ຕອນນີ້ຍັງບໍ່ໄດ້ອອກ ຍັງບໍ່ໄດ້ກັບ ເພາະວ່າ ລໍຖ້າໃຫ້ສະຖານທູຕ ເພິ່ນໄປຕິດຕໍ່ມາເນາະ ທາງຕໍາຣວດ ຕ.ມ ເພິ່ນກະອະນຸຍາດ ໃຫ້ໂທກັບບ້ານ ຫາຄອບຄົວໄດ້ຢູ່ ແຕ່ວ່າ ສົມໄຊ ລາວຈື່ເບີໂທໃຜບໍ່ໄດ້ເລີຍ ທາງຕໍາຣວດ ຕ.ມ ເພິ່ນກໍເລີຍ ໃຫ້ຕິດຕໍ່ສະຖານທູຕມາ ຖ້າສະຖານທູຕມາແລ້ວ ສະຖານທູຕເພິ່ນກໍຈະອອກພາສປອດໃຫ້ ແລ້ວກໍຊື້ປີ້ຍົນກັບບ້ານໄດ້ ອັນນີ້ກໍຍ້ອນວ່າ ສົມໄຊ ບໍ່ຮູ້ຈັກໃຜ ກະເລີຍຝາກໃຫ້ອ້າຍ ສົ່ງຂ່າວຫາຄອບຄົວຂອງລາວ ໃຫ້ຕິດຕໍ່ໄປທາງສະຖານທູຕລາວຢູ່ມາເລເຊັຽ ເພື່ອຂໍຄວາມຊ່ອຍເຫຼືອ ໃຫ້ລາວໄດ້ກັບບ້ານ.”
ພາຍຫຼັງຈາກ ທີ່ທາງຄອບຄົວ ຂອງທ້າວສົມໄຊ ໄດ້ຮັບຂ່າວ ຈາກຄົນງານໄທຍ ທີ່ຖືກຈັບພ້ອມກັນ ກັບທ້າວສົມໄຊ ທາງຄອບຄົວ ກໍໄດ້ປະກອບເອກກະສານຕ່າງໆ ສົ່ງໄປຫາສະຖານທູຕລາວ ປະຈໍາມາເລເຊັຽແລ້ວ ແຕ່ອາທິດກ່ອນ, ດັ່ງເອື້ອຍ ຂອງທ້າວ ສົມໄຊ ເວົ້າໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ 12 ທັນວາ ນີ້ວ່າ:
“ໄດ້ຍິນຂ່າວ ອັນຜູ້ທີ່ຖືກຈັບໄປນໍາກັນຫັ້ນນ່າ ລະເພິ່ນສົ່ງຂ່າວມາ ເພິ່ນວ່າຕອນນີ້ ເພິ່ນເອົາອອກມາຢູ່ ຕ.ມ ວ່າຊັ້ນ ລະອັນ ໃຫ້ທາງເຮົານີ້ແລ່ນເອກກະສານອີ່ຫຍັງ ລະໄປອັນນັ້ນເອົາວ່າຊັ້ນ ເຮັດໃບໄປເອົາ ທາງສະຖານທູຕຂອງໄທຍ ໄປແລ່ນອອກມາແລ້ວ ຜູ້ຖືກຈັບໄປນໍາກັນຫັ້ນນ່າ ທາງເຮົາກະແລ່ນແລ້ວ ແລ່ນຕັ້ງແຕ່ອາທິດທີ່ແລ້ວນີ້ເນາະ ເພິ່ນສົ່ງຂໍ້ມູນອີ່ຫຍັງໄປຫາ ທາງສະຖານທູຕຂອງມາເລຫັ້ນ ຕັ້ງແຕ່ວັນຈັນທີ່ແລ້ວນີ້ ວ່າໃຫ້ທາງພໍ່ແມ່ນີ້ ລໍຖ້າຟັງຂ່າວເບິ່ງ ລະເພິ່ນກະວ່າລໍຟັງເບິ່ງກ່ອນ ວ່າທາງນັ້ນ ຍັງບໍ່ທັນແຈ້ງມາຫັ້ນນ່າ ແຕ່ວ່າຂໍ້ມູນອີ່ຫຍັງ ເພິ່ນກະສົ່ງໄປເບິດແລ້ວ ເຂົາບໍ່ທັນໄດ້ແຈ້ງມາ ລໍຟັງຂ່າວຢູ່ນີ້ແຫຼະ ທາງເຮົາກະດາຍ.”
ນາງກ່າວຕື່ມ ພາຍຫຼັງທີ່ຮູ້ຂ່າວວ່າ ນ້ອງຊາຍຂອງຕົນສະບາຍດີ ແລະຈະໄດ້ກັບມາບ້ານແລ້ວ ທາງຄອບຄົວກໍພາກັນດີໃຈ ແຕ່ກໍຄາໃຈຢູ່ບ່ອນວ່າ ຍັງບໍ່ໄດ້ເວົ້າໄດ້ລົມກັນເທື່ອ.
“ກະດີໃຈແຫຼະເນາະ ແຕ່ກະຍັງບໍ່ດີໃຈ ທີ່ວ່າບໍ່ໄດ້ຍິນສຽງ ທ້າວສົມໄຊ ຫັ້ນນ່າ ກະຍັງແບບວ່າ ໄດ້ຍິນແຕ່ສຽງຄົນອື່ນເວົ້າມາ ຖາມຂ່າວ ເຂົາກະວ່າສະບາຍດີຢູ່ ບໍ່ໄດ້ເປັນຫຍັງ ເຂົາກະວ່າຊີ້ ແຕ່ລໍໃຫ້ທາງຄອບຄົວໄປແລ່ນເອົາ.”
ສ່ວນຜູ້ເປັນພໍ່ ກໍຢາກສົ່ງຂ່າວຫາລູກຊາຍ ເພື່ອໃຫ້ຮູ້ກ່ຽວກັບຄ່າໃຊ້ຈ່າຍ ໃນການເດີນທາງກັບບ້ານໃນຄັ້ງນີ້ວ່າ:
“ໄດ້ຍິນຂ່າວ ກ່ຽວກັບເຣື່ອງ ທ້າວ ສົມໄຊນີ້ ທາງພໍ່ທາງແມ່ ກະຮູ້ສຶກດີອົກດີໃຈ ນໍາທີ່ສຸດ ລະກະອັນເຣື່ອງວຽກງານ ລາຍຈ່າຍນີ້ ເປັນຕົ້ນວ່າ ເງິນປັບໃໝ ເຂົ້າເມືອງຜິດກົດໝາຍບໍ່ ຫຼືວ່າ ເປັນເງິນຄ່າປີ້ຍົນຫັ້ນ ທາງພໍ່ທາງແມ່ ຈະເປັນຜູ້ຈ່າຍໂດຍກົງ ເປັນຜູ້ແລ່ນໂດຍກົງເນາະ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍຕິດຕໍ່ໄປຫາ ທາງສະຖານທູຕລາວ ປະຈໍາປະເທດມາເລເຊັຽ ແລະ ເຈົ້າໜ້າທີ່ສະຖານທູຕ ທ່ານນຶ່ງ ກໍອະທິບາຍສູ່ຟັງວ່າ:
“ເຮົາໄດ້ແຈ້ງໄປແລ້ວ ເຮົາເຫັນແລ້ວ ທ້າວ ສົມໄຊ ສິຣິຈັນໂທ ຫັ້ນເນາະ ໄດ້ແຈ້ງໄປແລ້ວ ວ່າທາງເຈົ້າໜ້າທີ່ ຕ.ມ ມາເລເຊັຽ ຍັງຄົ້ນຄວ້າ ກ່ຽວກັບການສົ່ງໂຕລາວກັບປະເທດລາວຢູ່ຕອນນີ້ ຄະດີລາວສີ້ນສຸດແລ້ວ ມີຕັ້ງແຕ່ ເຮົາລໍຖ້າຄໍາຕອບວ່າ ທາງເຈົ້າໜ້າທີ່ ຕ.ມ ຂອງມາເລເຊັຽນີ້ ຊິຕອບວ່າ ຊິສົ່ງລາວກັບມື້ໃດ ຄັນເຂົາໃຫ້ຄໍາຕອບມາວ່າ ເອີ່ ຊິສົ່ງ ວັນທີ 25 ເດືອນ 12 ນີ້ ກະເຮົາກະຊິແຈ້ງທາງຄອບຄົວ ວ່າ ເອີ ຊື້ປີ້ຍົນໃຫ້ຜູ້ກ່ຽວ ໃນວັນທີນີ້ ວັນທີນີ້ ເພາະວ່າຕອນນີ້ ເຮົາຍັງລໍຖ້າຄໍາຕອບ ຈາກເຈົ້າໜ້າທີ່ ຕ.ມ ຢູ່ ວ່າຊິສົ່ງລາວມື້ໃດ ເພາະວ່າ ມັນບໍ່ມີນັກໂທດຜູ້ດຽວ ກະມີຫຼາຍຄົນ ທີ່ຈະເອົາສົ່ງບາດດຽວຫັ້ນນ່າ.”
ກ່ຽວກັບກ່ຽວກັບກໍຣະນີ ຂອງທ້າວສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຄົນງານປະມົງລາວ ທີ່ໄປເຮັດວຽກຢູ່ປະເທດມາເລເຊັຽ ແລ້ວຖືກຕໍາຣວດຈັບ ແລະປັດຈຸບັນ ແມ່ນລໍຖ້າທາງການມາເລເຊັຽ ສົ່ງໂຕກັບປະເທດລາວ ຫາກມີຄວາມຄືບໜ້າແນວໃດ ແລ້ວວິທຍຸເອເຊັຽເສຣີ ຈະມີຣາຍງານຕື່ມ. ສະບາຍດີ