ຄົນງານລາວ ຈາກ ມາເລເຊັຽ ມາຮອດລາວແລ້ວ

ສຸພັດຕາ
2021.01.18
ຄົນງານລາວ ຈາກ ມາເລເຊັຽ ມາຮອດລາວແລ້ວ ຊາວປະມົງລາວ ຈາກ ປະເທດ ມາເລເຊັຽ ຈໍານວນ 177 ຄົນ, ໄດ້ເດີນທາງມາຮອດ ສນາມບິນ ສາກົລວັດໄຕ ນະຄອນຫຼວງວຽງຈັນ ວັນທີ 17 ມົກກະຣາ 2021
ນັກຂ່າວພົລເມືອງ

ຊາວປະມົງລາວ ທີ່ຕົກຄ້າງຢູ່ປະເທດມາເລເຊັຽ ຈໍານວນ 177 ຄົນ, ໄດ້ເດີນທາງມາຮອດ ສນາມບິນ ສາກົລວັດໄຕ ນະຄອນຫຼວງ ວຽງຈັນແລ້ວ ແຕ່ວັນທີ 17 ມົກກະຣາ 2021, ແລະ ກໍໄດ້ຜ່ານມາຕການ ກວດກາເຊື້ອໂຄວິດ-19, ຫຼັງຈາກນັ້ນ ກໍຖືກສົ່ງໄປກັກໂຕ ຢູ່ສູນກັກກັນ ຫຼັກ 27, ທາງການລາວ ກໍໄດ້ປະກາດຫ້າມຄົນງານລາວ ບໍ່ໃຫ້ຖ່າຍຮູບ, ຖ່າຍວິດິໂອໃດໆ ທັ້ງສິ້ນ, ແຕ່ເຖິງຢ່າງໃດ ກໍຕາມ ໃນມື້ວັນທີ 18 ມົກກະຣາ ທາງ ເອເຊັຽເສຣີ ກໍໄດ້ມີໂອກາດໂອ້ລົມ ກັບຄົນງານລາວອີກຜູ້ນຶ່ງ ທີ່ເດີນທາງກັບມາກ່ອນໜ້າ ນີ້ວ່າ:

"177 ຄົນ, ທີ່ເດີນທາງມາຈາກ ຣັຖປາຫັງ ມາເລເຊັຽ, ເດີນທາງໂດຍສາຍການບິນ ແອຣ໌ເອເຊັຽ ຂອງບໍຣິສັດອຸດົມສິນນີ້, ຄືເດີນທາງ ຈາກກົວລາລໍາເປີ ຂຶ້ນຍົນປະມານ 6 ໂມງປາຍ ລະກະເດີນທາງທັງໝົດ 2 ຊົ່ວໂມງປາຍ, ມາລົງທີ່ ສນາມບິນວັດໄຕນິ່ 8 ໂມງເຄິ່ງ ໂດຍປະມານເນາະ, ລະກະເຂົ້າຄິວ, ເຂົ້າແຖວຈ໊ອບພາສປອດ, ລະກະ ຮັກສາ ໄລຍະຫ່າງ ສົມຄວນຫັ່ນແຫຼະ, ລະກະມາກວດວັດ ອຸນນະພູມ, ລະກະມາແຍ່ປາກແຍ່ດັງ, ເອົາສານຄັດລັ່ງໄປເພາະເຊື້ອໂຄວິດ, ຕາມມາຕຖານ, ທາງສູນເພິ່ນຈັດໄປຮັບ ກະເປັນຣົດຕູ້, ຣົດທະຫານແນ່ ລະກະເກັບຄ່າຣົດຫັ່ນຄົນລະ 50 ພັນ, ຄ່າຣົດໂດຍສານ ຈາກສນາມບິນ ມາສູນກັກໂຕ ຫຼັກ 27, ຄັນຜູ້ໃດມີເງິນກີບ ກະຈ່າຍ 50 ພັນ, ຄັນຜູ້ໃດບໍ່ມີເງິນກີບ ກະຈ່າຍເປັນ ລີງກິດ ຊຶ່ງເປັນເງິນມາເລເຊັຽ ຄົນລະ 25 ລີງກິດ ມາເລເຊັຽ.”

ທ່ານກ່າວຕື່ມວ່າ ຄົນງານທັງ 177 ຄົນນັ້ນ ປັດຈຸບັນນີ້ ແມ່ນຖືກກັກບໍຣິເວນ ເພື່ອປ້ອງກັນ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຢູ່ ກັກກັນ ຫຼັກ 27 ທີ່ພັກອາສັຍ ກໍສະດວກສະບາຍ:

“177 ຄົນ, ທີ່ເດີນທາງ ມາເຂົ້າສູນ ວັນທີ 17 ນິ່, ລະແມ່ນ ມາກັກໂຕຢູ່ ສູນຫຼັກ 27 ເນາະ, ບ່ອນພັກກະສະດວກສະບາຍຢູ່, ນໍ້າໄຟ ສະດວກມີຫ້ອງນໍ້າ ສະດວກເບິດທຸກຢ່າງ, ອາຫານ ການກິນ ເພິ່ນກະຈັດໃຫ້, 3 ມື້ 3 ເວລາ ກະພຽງພໍຢູ່, ລະກະພີ່ນ້ອງ ຖ້າຜູ້ໃດຢູ່ໃກ້ ເພິ່ນກະເອົາເຂົ້າ ເອົາປາມາສົ່ງກະໄດ້ຢູ່ ໂດຍຝາກເຈົ້າໜ້າທີ່ ລະເຮົາກະລົງໄປເອົາ.”

ທ່ານຍັງເວົ້າຕື່ມອີກວ່າ ຕາມທີ່ໄດ້ລົມກັບເພື່ອນຮ່ວມງານຫຼາຍໆຄົນ ເຂົາເຈົ້າກໍເວົ້າວ່າ ດີໃຈ ທີ່ໄດ້ກັບບ້ານ:

“ຫຼາຍໆຄົນ ທີ່ໄດ້ຕິດຕໍ່ສົ່ງຂ່າວເຮົານິ່ ກະທຸກຄົນ ກະຄືວ່າດີໃຈ, ນໍ້າສຽງຄໍາເວົ້າ ທຸກຢ່າງທີ່ສະແດງອອກະຄື ແບບຄືປາໄດ້ນໍ້າໃໝ່ ຊິນ່າ, ກະເຂົ້າໃຈໝົດທຸກຄົນຢູ່ດອກ ຊຶ່ງການລໍຄອຍ ກະສອງເດືອນປາຍ, ທີ່ລໍມາກະຄືມື້ນີ້ກະ ຄໍາວ່າເມື່ອຍ, ຄໍາວ່າຍາກຄໍາວ່າ ອິຫຍັງທີ່ວ່າປັນຫາ ທີ່ມັນຂັງຢູ່ໃນຫົວໃຈນະ, ກະຄືມື້ນີ້ ເປັນມື້ໂລ່ງທີ່ສຸດ, ເປັນມື້ ທີ່ຂະເຈົ້າສະບາຍໃຈທີ່ສຸດ ຂະເຈົ້າລົມນໍາເຮົາ ຫັ່ນນະ.”

ນອກຈາກນີ້ ທ່ານຍັງກ່າວຂອບໃຈ ໜ່ວຍງານຕ່າງໆ ທີ່ຊ່ອຍເຫຼືອ ໃຫ້ເພື່ອນຮ່ວມງານ ຂອງຕົນ ໄດ້ກັບບ້ານ:

“ໃນຖານະທີ່ເຮົາເອງກະເປັນເພື່ອນຮ່ວມງານ ຂອງຊາວປະມົງຊຸດນີ້ນະ, ຊຸດທີ່ມີການເດີນທາງ ໃຊ້ເວລາຍາວແດ່, ບໍ່ວ່າຄົນທີ່ເດີນ ທາງມາ 500 ປາຍຄົນນິ່ນ່າ ໃຊ້ເວລາຫຼາຍແດ່, ທີ່ເດີນທາງຖືກຕ້ອງແດ່, ໄດ້ຮັບຄວາມຫຍຸ້ງຍາກ, ໄດ້ຮັບຄວາມລ້າຊ້າ ອິຫຍັງ ຫຼາຍຢ່າງກະຕາມ, ແຕ່ສຸດທ້າຍ ເມື່ອໄດ້ເດີນທາງ ມາເຖິງບ້ານແລ້ວຫັ່ນນະ, ກະມີຄວາມຮູ້ສຶກ ຂອບອົກ ຂອບໃຈ ໃນຂບວນການ ຕ່າງໆ ເຖິງແມ່ນຊິລ້າຊ້າ, ເຖິງແມ່ນ ຊິພົບອຸປສັກນາໆ ປະການກະຕາມ, ແຕ່ເຖິງທີ່ສຸດແລ້ວ ເຮົາກະຍັງໄດ້ກັບມາ ມາຍັງຕຸພູມ ຫຼືວ່າບ້ານເກີດ, ກະຖືວ່າ ຂອບອົກຂອບໃຈແລ້ວ, ບໍ່ວ່າພາກສ່ວນໃດກະຕາມ, ເພາະໄລຍະທີ່ຕິດຕໍ່ກັນຫັ່ນ, ມັນບໍ່ແມ່ນແຕ່ ບຶດດຽວເນາະ, ເຮົາຕິດຕໍ່ພົວພັນ, ຄັນນັບທໍາອິດ ຈົນມາຮອດມື້ນີ້ ມັນເກືອບຮອດ 3 ເດືອນ.”

ຄົນງານລາວ ທີ່ເດີນທາງມາຈາກມາເລເຊັຽ ຈໍານວນ 177 ຄົນນີ້ ແມ່ນຖືກກັກກັນໂຕ ຢູ່ສູນຫຼັກ 27 ເພື່ອປ້ອງກັນ ການແຜ່ຣະບາດ ຂອງ ເຊື້ອໄວຣັສໂຄວິດ-19 ເປັນເວລາ 14 ມື້, ຫຼັງຈາກນັ້ນ ຈຶ່ງຈະໄດ້ເມືອຫາຄອບຄົວ, ດັ່ງເຈົ້າໜ້າທີ່ ກົມເສນາຮັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມົກກະຣານີ້ວ່າ:

"177 ຄົນ, ມາຈາກມາເລເຊັຽ ກະຢູ່ສູນຫຼັກ 27 ຫັ່ນເດ້, ບັນດາຄົນມາແຕ່ຕ່າງປະເທດ ຜູ້ໃດມີເງື່ອນໄຂ ນອນໂຮງແຮມ ກະໄປນອນ ໂຮງແຮມ, ຜູ້ໃດບໍ່ມີເງື່ອນໄຂ ໂດຍສະເພາະ ແຮງງານ ກະເອົາເຂົ້າສູນຫຼັກ 27, ມາຕການຈໍາກັດບໍຣິເວນ ຫັ່ນກໍ 14 ວັນ, ເຂົ້າມາ ກະກວດເຊື້ອ, ຄັນບໍ່ພົບເຊື້ອ, ລະກະໃຫ້ຈໍາກັດ ບໍຣິເວນຢູ່ນັ້ນ, ຖ້າວ່າ ພົບເຊື້ອລະກະ ເອົາເຂົ້າ ປິ່ນປົວ. ກໍມີທີມແພດຕິດຕາມ, ແທກອຸນນະພູມ.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ນອກຈາກຄົນງານລາວ ທີ່ມາຈາກມາເລເຊັຽ ມາກັກກັນໂຕຢູ່ສູນຫຼັກ 27 ແລ້ວນັ້ນ, ມາຈາກພາກສ່ວນ ອື່ນກໍມີມາຢູ່ທຸກມື້:

"ມາຕລອດ ມື້ກະ 40 ປາຍ, ມື້ກະ 50 ປາຍ, ມື້ກະ 10 ປາຍ, ບໍ່ມີມື້ໃດດອກ ວ່າມື້ຊິບໍ່ເຂົ້າ, ມັນບໍ່ແມ່ນມາແຕ່ມາເລເຊັຽ ມາຫຼາຍ ພາກສ່ວນ, ມີແຮງງານແດ່, ມີພະນັກງານແດ່, ໂດຍສະເພາະແຮງງານລະ ເຂົາເຈົ້າບໍ່ໄດ້ພັກໂຮງແຮມ, ມາພັກຢູ່ສູນ ຫັ່ນເໝິດ, ນັກສຶກສາ ກະມາພັກຢູ່ສູນ, ສ່ວນຫຼາຍມີແຕ່ແຂກຕ່າງປະເທດເບາະ, ຊ່ຽວຊານເບາະຕ່າງໆ ຂະເຈົ້າ ຈະໄປພັກ ໂຮງແຮມ, ຫຼືວ່າຄົນຕ່າງປະເທດ, ຄົນລາວບໍ່ໄດ້ພັກຢູ່ໂຮງແຮມ.”

ສໍາລັບຄົນງານລາວ ທີ່ຍັງຕົກຄ້າງຢູ່ມາເລເຊັຽ ຍັງມີເຖິງ 100 ປາຍຄົນ ທີ່ຍັງລໍຖ້າກັບລາວ ນໍາເຮືອບິນເໝົາລໍາ ໃນມື້ວັນທີ 24 ມົກກະຣາ, ດັ່ງຄົນງານຜູ້ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 16 ມົກກະຣານີ້ວ່າ:

“ໜ້າຊິເຫຼືອຢູ່ອີກ ປະມານ 100 ປາຍພຸ້ນແຫຼະ, ບໍ່ແມ່ນສະເພາະຢູ່ບ່ອນນີ້, ພໍໄດ້ຍິນຂ່າວວ່າຊິໄດ້, ຄົນງານປະມົງ ຢູ່ທາງອື່ນ, ຢູ່ຄອງອື່ນ ກະໄດ້ຍິນຂ່າວວ່າ ກະຊິມາ ລວມນໍາກັນ, ອັນນີ້ ກະບໍ່ແນ່ໃຈຄືກັນ, ແຕ່ວ່າ ທີ່ແນ້ໆ ທີ 24 ມີອີກຖ້ຽວບິນນຶ່ງ, ແຕ່ຊິມີຈັກຄົນ ຂະເຈົ້າ ກໍາລັງລວບລວມ ກັນຢູ່ຕອນນີ້.”

ເຖິງຢ່າງໃດກໍດີ, ຫວັງວ່າ ຄົນງານລາວ ທີ່ຕົກຄ້າງຢູ່ ມາເລເຊັຽ ທີ່ຫວັງຢາກກັບບ້ານ ແລະບໍ່ຢາກຢູ່ຕໍ່ນັ້ນ, ທາງການກ່ຽວຂ້ອງ ຄົງຈະໃຫ້ ການຊ່ອຍເຫຼືອຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.