ຄົນງານລາວຢູ່ໄທຍ ກັບລາວໄດ້ ບໍ່ຖືກໃໝ

ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ແບບບໍ່ມີອະນຸຍາດ ສາມາດກັບບ້ານໄດ້ ຍ້ອນເຈົ້າຫນ້າທີ່ດ່ານ ໄທ-ລາວ ໄດ້ຕົກລົງຮ່ວມມືກັນ
ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ແບບບໍ່ມີອະນຸຍາດ ສາມາດກັບບ້ານໄດ້ ຍ້ອນເຈົ້າຫນ້າທີ່ດ່ານ ໄທ-ລາວ ໄດ້ຕົກລົງຮ່ວມມືກັນ (ນັກຂ່າວພົລເມືອງ)

0:00 / 0:00

ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ແບບບໍ່ຖືກຕ້ອງຕາມກົດໝາຍ ສາມາດກັບບ້ານໄດ້ ຍ້ອນເຈົ້າຫນ້າທີ່ດ່ານ ໄທ-ລາວໄດ້ຕົກລົງ ເຫັນດີ ປະຕິບັດນະໂຍບາຍ ຜ່ອນຜັນ ເພື່ອປ້ອງກັນ ການລັກລອບເຂົ້າປະເທດ ແລະ ແຜ່ເຊື່ອໂຄວິດ-19 ປາສຈາການກວດກາ ແລະ ກັກກັ່ນ.

ສະເພາະ ແຂວງໄຊຍະບູລີ ເຈົ້າຫນ້າທີ່ສະເພາະກິດ ປ້ອງກັນໂຄວິດ-19 ແຂວງໄຊຍະບູລີ ເວົ້່າວ່າຄົນງານລາວ ທີ່ເຮັດວຽກຢູ່ໄທຍ ສາມາດກັບບ້ານໄດ້ ຖ້າຢາກກັບ ໃນເວລານີ້ ປາສຈາກເອກສານ ແລະ ການປັບໃຫມໃດໆ ແຕ່ຕ້ອງໄດ້ກັກໂຕ 14 ມື້ຕາມຣະບຽບ ທາງການ ໃນສະຖານທີ່ ທີ່ຈັດໃຫ້ ເພື່ອຕ້ານການຣະບາດ ຂອງໂຄວິດ-19.

“ແມ່ນຄຳສັ່ງຂອງຣັຖບານ ທີ່ເຮັດທົ່ວປະເທດລາວເຮົາ ບັນຫາແຂວງຫັ້ນແຫລະ ເພີ່ນໄດ້ຜັນຂຍາຍທີ່ວ່າ ແຮງງານລາວທີ່ໄປເຮັດ ວຽກຢູ່ໄທຍ ທີ່ເພິ່ນໄປແລ້ວ ບໍ່ມີເອກສານມີຫຍັງ ຕ່າງໆໃຫ້ເພິ່ນກັບເຂົ້າຫາ ຕມ ຢູ່ຝັ່ງຫັ້ນແລ້ວ ເພິ່ນຊີ່ແຈ້ງມາຫາ ທາງການ ແຂວງເຮົາ ຄັນບໍ່ກໍມາດ່ານ ເຮົາຈະມີສູນກັກກັນໃຫ້ ໃນແຂວງໄຊຍະບູລີ ນີ້ເຮົາຈະຈຳກັດ ບໍຣິເວນຢູ່ເມືອງ ແກ່ນທ້າວ ກັບເມືອງ ປາກລາຍ ແລ້ວເຮົາຊີ່ເບີ່ງວ່າ ກໍຣະນີແຮງງານລາວ ຢູ່ເມືອງໃດ ເຮົາຈະໃຫ້ເມືອງນັ້ນ ເອົາຣົດມາຮັບ.”

ຍານາງກ່າວຕື່ມວ່າ ພາກສ່ວນກ່ຽວຂ້ອງ ຈະບໍ່ອະນຸຍາດໃຫ້ຫ້ອງການ ບ້ານເກັບເງິນຄ່າທຳນຽມອື່ນໆ ນຳພວກຂະເຈົ້າ ພາຍຫລັງ ອອກຈາກບ່ອນກັກໂຕ ຍົກເວັ້ນແຕ່ ຄົນງານລາວ ທີ່ລັກຂ້າມມາ ແບບບໍ່ໄດ້ຜ່ານດ່ານ ກວດຄົນເຂົ້າເມືອງ ຈະຖືກປັບໃຫມ ແລະ ຈ່າຍຄ່າກັກໂຕ ຄ່າອາຫານ ແລະ ອື່ນໆຕາມຣະບຽບຂອງແຂວງ.

ເຈົ້້າຫນ້າທີ່ສະເພາະກິດ ຄວບຄຸມປ້ອງກັນ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າທາງຕຳຣວດ ກວດຄົນເຂົ້າເມືອງກໍໄດ້ ປະສານກັບຕຳຣວດ ກວດຄົນເຂົ້າເມືອງຢູ່ ໜອງຄາຍ ປະເທດໄທຍ ໃຫ້ຄົນງານເຮັດວຽກຢູ່ໄທຍ ແບບບໍ່ຖືກຕ້ອງຕາມກົດຫມາຍ ສາມາດຂ້າມເຂົ້າມາລາວໄດ້ ແລະ ຄົນງານທີ່ປະສົງ ຢາກກັບມາລາວ ຕ້ອງໄດ້ສເນີເຈດຈຳນົງ ຢູ່ດ່ານ ກວດຄົນເຂົ້າເມືອງແລ້ວ ທາງເຈົ້າຫນ້າທີ່ ສາທາຣະນະສຸຂ ນະຄອນຫຼວງວຽງຈັນ ຈະນຳໂຕເຂົ້່າມາໃນສູນກັກກັນ 14 ຕາມກົດຣະບຽບ ທາງການພ້ອມທັງ ມີອາຫານ ໃຫ້ກີນຄົບ 3 ຄາບທຸກມື້

“ເຂົ້າມາໄດ້ແຕ່ຕ້ອງໄດ້ພົວພັນ ກັບຄະນະສະເພາະກິດ ເຂົ້າມາຢ່າງຖືກຕ້ອງ ບໍ່ໃຫ້ລັກເຂົ້າມາ ເພີ່ນວ່າຕ້ອງໄດ້ລົງທະບຽນ ຢູ່ຝັ່ງນັ້ນ ແລ້ວກໍເຂົ້າມາແບບການຊ່ອຍເຫລືອລ້າ ເຂົ້າມາ ແລ້ວເຂົາກໍຕ້ອງໄດ້ຢູ່ສູນກັກໂຕ 14 ວັນ ໃນສູນຫັ້ນປັດຈຸບັນ ເພີ່ນກໍຍັງມີອາຫານ ໃຫ້ກີນຢູ່ ເນາະ ແຕ່ວ່າຕໍ່ໄປກະບໍ່ຮູ້ເພິ່ນ ຈະຊ່ອຍເຫຼືອອີກບໍ່?”

ເຈົ້າຫນ້າທີ່ກວດຄົນເຂົ້າເມືອງ ແຂວງຫນອງຄາຍ ເວົ້າວ່າ ຫວ່າງວັນເສົາທີ 24 ເມສາ ຜ່ານມາເຈົ້າຫນ້າທີ່ ກວດຄົນເຂົ້າເມືອງ ຢູ່ດ່ານນະຄອນຫລວງວຽງຈັນ ໄດ້ຕິດຕໍ່ມາຫາ ຕຳຣວດ ກວດຄົນເຂົ້າເມືອງ ຢູ່ດ່ານຫນອງຄາຍ ໃຫ້ປະຕິບັດນະໂຍບາຍໃຫ້ຄົນ ງານລາວ ທີ່ເຮັດວຽກຢູ່ໄທຍ ແບບໍ່ຖືກຕ້ອງສາມາດກັບບ້ານໄດ້ ພຽງແຕ່ໃຫ້ຄົນງານລາວ ສະແດງບັດ ປະຊາຊົນ ແລະສຳເນົາ ບ້ານທີຕົນ ຢູ່ໃນລາວ ເພື່ອໃຫ້ຂໍ້ມູນ ແກ່ເຈົ້າຫນ້າທີ່ລາວ ກວດສອບວ່າ ແມ່່ນຄົນລາວແທ້ບໍແລ້ວ ເຈົ້່າຫນ້າທີ່ລາວ ກໍຈະມາຮັບໂຕ ຄົນງານດັ່ງກ່າວໄປ ເຂົ້າສູນ ກັກກັ່ນກວດໂຄວິດ-19, 14 ມື້ຕາມຣະບຽບທາງການລາວ ທາງການໄທຍ ກໍເຫັນພ້ອມນຳ.

ຍານາງ ກ່າວຕື່ມວ່າ ກ່ອນນຫນ້ານີ້ ມີຄົນງານລາວ ທີ່ເຮັດວຽກໃນໄທຍ ແບບຜິດກົດຫມາຍ ຈຳນວນບໍ່ເຖີງ 100 ຄົນ ເຂົ້າມາ ຂໍຫ້າມໄປລາວ ສ່ວນອີກຈຳນວນນຶ່ງ ທີເຮັດວຽກ ແລະ ມີຄອບຄົວຢູ່ໄທຍ ແຕ່ທາງດ່ານຫ້າມບໍ່ໃຫ້ເຂົ້າໃນເວລານັ້ນ ຍ້ອນຢ້ານ ການແຜ່ລາມ ຂອງໂຄວິດ-19 ເພີ້ມຂຶ້ນ.

ເຈົ້າຫນ້າທີ່ ຄົນເຂົ້າເມືອງ ແຂວງມຸກດາຫານ ປະເທດໄທຍ ກ່າວ່າ ຍັງບໍ່ມີຄຳສັ່ງໃຫ້ ຄົນງານລາວ ຜູ້ບໍ່ຖືກຕ້ອງຕາມກົດຫມາຍ ໃຫ້ກັບໄປລາວ ຜ່ານດ່ານມຸກດາຫານ ໄດ້ເທື່ອ.

“ຂ່າວອອກມາເປັນຂ່າວ ທີ່ທາງການລາວ ອອກມາແບ່ງປັນກັນເນາະ ທາງການໄທຍ ຍັງບໍ່ໄດ້ມີການສັ່ງການເທື່ອ ຍັງຖືກປະຕິບັດ ຄືເກົ່າ ຂ່າວແບ່ງປັນອອກໄປນີ້ ເຈົ້າແຂວງຍັງບໍ່ໄດ້ສັ່ງການ ອີ່ຫຍັງເທື່ອ.”

ໃນຂນະດຽວກັນ ຄົນງານລາວ ທີ່ເຮັດວຽກຢູ່ນະຄອນຫຼວງບາງກອກ ປະເທດໄທຍ ແບບບໍ່ຖືກກົດຫມາຍ ເວົ້າວ່າ ນະໂຍບາຍ ດັ່ງກ່າວ ແມ່ນເປັນນະໂຍບາຍ ທີ່ດີຕໍ່ໂຕເອງຫຼາຍ ເພື່ອລຸດຜ່ອນການລັກລອບ ເຂົ້າລາວ ຖ້າຫາກໂຕເອງມີເງິິນ ປະມານ 10 ພັນບາດ ກໍອາດຈະກັບເມືອລາວ.

“ດີເພາະວ່າ ມັນກໍເຫມາະກັບນ້ອງດີຢູ່ ນ້ອງວ່າ ຄັນມີເງິນຄ່າຣົດ 3,500 ບາດ ກໍຊິກັບ ເຂົາສົ່ງຮອດ ຕມ ເລີຍ ຄົນທີ່ເຂົາຕ້ອງການ ເມືອບ້ານຕ້ອງມີເງິນຈັກຫມື່ນເນາະ ເຂົາກໍຢາກ ເມືອ ເຮົາຢູ່ເຮົາກໍລຳບາກ ແຕ່ວ່າໄປກໍໄດ້ກັກໂຕ 14 ມື້ ຄັນເປັນນ້ອງ ນ້ອງກໍຢາກ ເມືອເດີ ຄັນມີເງິນຈັກມື່ນ ນ້ອງກະຊີ່ເມືອ”

ຄົນງານລາວອີກຜູ້ນຶ່ງ ເຮັດວຽກຢູ່ໂຮງງານແປຮູບໄກ່ ຢູ່ແຂວງປະທຸມທານີເວົ້າວ່າ ຕົນເອງຍັງບໍ່ມີແຜນການ ຈະກັບເມືອລາວ ຍ້ອນມີວຽກເຮັດ ແລະ ຕ້ອງການຫາເງິນ ຢູ່ໄທຍ ກ່ອນ ອີກທັງ ຢ້່ານໂຄວິດ-19 ກຳລັງຣະບາດ ໃນລາວ ແຕ່ສນັບສນູນ ນະໂຍບາຍ ໃຫ້ຄົນງານລາວ ຜູ້ຜິດກົດຫມາຍ ສາມາດກັບບ້ານໄດ້

“ກໍດີແລ້ວ ບໍ່ຕ້ອງລັກເຂົ້າອີ່ຫຍັງຫັ້ນນ່າ ຍັງບໍ່ກັບລາວແຫລະ ມັນກັບຍາກ ກໍຢ້ານຕິດເຊື້ອ ໂຄວິດ-19 ໄປຫາເຂົາເຈົ້າຢ້ານຕິດ ເຊື້ອໂຄວິດ-19.ຖ້າວ່າເຂົາເຈົ້າມາແລ້ວ ມີການກັກໂຕ ມີຫຍັງທຸກຢ່າງ ມັນກໍໂອເຄ ສົມມຸດວ່າ ບໍ່ມີການກັກໂຕ ກັກຫຍັງເລີຍ ບໍ່ມີການວັດແທກ ອຸນຫະພູມ ບໍ່ຮູ້ທີ່ໄປທີ່ມາຫຍັງ ມັນກໍຍາກບໍ່ໂອເຄ ປານໃດ ວຸ້ນວາຍ ເທົ່າທີ່ເຫັນຫັ້ນແຫລະ ຂນາດແຕ່ 2-3 ວັນ ກໍບໍ່ຮອດພັນ ແຕ່ວ່າ ຄັນມາແບບນີ້ ກໍມີການຈົດ ແມ່ນບໍ່ ນາມສະກຸນອີ່ຫຍັງ ຢູ່ບ້ານໃດ ອິຫຍັງ ຖ່າຍຮູບຕາມໂຕໄດ້ ຫັ້ນນ່າ.”

ເມື່ອວັນທີ 24 ເມສາ ຜ່ານມາຫ້ອງການກວດຄົນ ເຂົ້່າເມືອງ ກະຊວງປ້ອງກັນ ຄວາມສງົບສປປລາວ ໄດ້ແຈ້ງຕໍ່ ສື່ມວນຊົນລາວວ່າ ເພື່ອຫລຸດຜ່ອນ ການລັກເຂົ້າມາ ປະເທດ ຂອງ ຄົນງານລາວຢູ່ໄທຍ ຕຳຣວດກວດຄົນເຂົ້າເມືອງລາວ ແລະ ໄທຍ ກໍເຫັນດີນຳກັນ ວ່າຈະປະຕິບັດນະໂຍບາຍ ດັ່ງກ່າວເພື່ອປ້ອງກັນ ການແຜ່ລາມ ຂອງ ໂຄວິດ-19 ໃນລາວ ແຕ່ ກຸ່ມດັ່ງກ່າວ ຕ້ອງໄດ້ຜ່ານການ ກວດກາ ແລະ ມີການຈຳກັດ ບໍຣິເວນ ເປັນເວລາ 14 ມື້ ຈຶ່ງສາມາດປ່ອຍກັບບ້ານໄດ້.