ຄົນງານລາວທົ່ວປະເທດ ຫຼາຍແສນ ຕົກງານ
2021.06.10

ຜົລກະທົບ ຈາກ ການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ຄົນງານລາວ ທັງພາຍໃນ ແລະ ຕ່າງປະເທດ ຖືກໂຈະວຽກ ແລະ ຫວ່າງງານເປັນຈໍານວນຫຼາຍ ໂດຍມີແຮງງານ ປະມານ 114,000 ຄົນ ຖືກໂຈະວຽກ ແລະ ອີກປະມານ 130,000 ຄົນ ທີ່ໄດ້ ກັບມາຈາກການໄປເຮັດວຽກ ຢູ່ຕ່າງປະເທດ ຮວມເຖິງຄົນງານລາວນອກຣະບົບນໍາດ້ວຍ.
ຫາກສະພາບການແຜ່ຣະບາດຂອງ ໂຄວິດ-19 ໃນລາວ ຍັງບໍ່ໝົດໄປ ຄົນງານທັງໝົດນີ້ ກໍຄົງບໍ່ສາມາດເຄື່ອນໄຫວຫຍັງໄດ້, ດັ່ງ ເຈົ້າໜ້າທີ່ແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ມິຖຸນາ ນີ້ວ່າ:
“ຜູ້ຫວ່າງງານ ທີ່ໄດ້ຮັບຜົລກະທົບຈາກ ໂຄວິດ ພາຍໃນປະເທດ, ກັບມາຈາກຕ່າງປະເທດ ເປັນແສນພຸ້ນໃດ໋ ແຮງງານລາວນີ້. ຄັນບໍ່ມີຄວາມສ່ຽງຫຍັງ ແລ້ວກະສະພາບພາຍໃນ ອາຈມີການເຄື່ອນໄຫວໄປ, ດຽວນີ້ ເຮົາຍັງບໍ່ໄດ້ເຄື່ອນໄຫວ ບັນດາແຂວງ ເຮົາຍັງປິດແຂວງຢູ່. ແຂວງໃຜແຂວງມັນ ຄັນວ່າ ບໍ່ມີຜູ້ ເກີດມີພຍາດເກີດຂຶ້ນໃໝ່ ໃນຊ່ວງນີ້ຕື່ມອີກ ກະອາຈຊິໄດ້ເປີດແຂວງ ແຕ່ວ່າຕ່າງປະເທດນີ້ ມັນກະຕ້ອງໄດ້ອີງໃສ່ ປະເທດອ້ອມຂ້າງ.”
ທ່ານກ່າວຕື່ມວ່າ ສໍາລັບກິຈການ ທີ່ໄດ້ຮັບຜົລກະທົບໜັກ ແລະຈໍາເປັນຕ້ອງໄດ້ໂຈະວຽກຄົນງານລາວ ສ່ວນໃຫຍ່ແມ່ນຂແນງການ ຜລິດເສື້ອຜ້າ, ເກີບ ແລະ ຜລິດຕະພັນອື່ນໆ ຢູ່ຕາມໂຮງຈັກ ໂຮງງານຕ່າງໆ ທີ່ບໍ່ສາມາດຜລິດ ແລະ ສົ່ງອອກໄດ້ເປັນປົກກະຕິ.
ແນວໃດກໍຕາມ ຫາກບໍ່ມີການແຜ່ຣະບາດ ຂອງໂຄວິດ-19 ໃນລາວເພີ່ມຂຶ້ນອີກ ທາງການລາວ ຈະພິຈາຣະນາເປີດແຂວງ ແລະ ໃຫ້ຫົວໜ່ວຍທຸຣະກິຈ ກັບມາເຄື່ອນໄຫວກິຈການໄດ້ ເຊິ່ງຈະຊ່ອຍໃຫ້ຄົນງານລາວ ຈໍານວນນຶ່ງ ເປັນຕົ້ນ ຄົນງານລາວ ໃນໂຮງຈັກ, ໂຮງງານ ແລະ ກັມກອນກໍ່ສ້າງ ໄດ້ເຮັດວຽກເປັນປົກກະຕິ.
ສ່ວນຄົນງານລາວ ໃນຂແນງການທ່ອງທ່ຽວ ແລະຂແນງການບໍຣິການຕ່າງໆ ສ່ວນຫຼາຍຈະຍັງຫວ່າງງານຕໍ່ໄປ ເພາະຍັງບໍ່ເປີດ ປະເທດ ຈຶ່ງເຮັດໃຫ້ບໍ່ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວ.
ໃນຂນະນທີ່ ຄົນງານລາວ ທີ່ເດີນທາງກັບມາຈາກ ຕ່າງປະເທດ ຜູ້ນຶ່ງເວົ້າວ່າ ຫາກການຣະບາດຂອງໂຄວິດ-19 ໃນລາວໝົດໄປ ກໍຈະຊອກຫາວຽກເຮັດໃນລາວໄປກ່ອນ ເພາະ ຖ້າຫາກຈະເດີນທາງ ກັບໄປເຮັດວຽກຢູ່ຕ່າງປະເທດ ແມ່ນຍັງບໍ່ສາມາດໄປໄດ້ໃນ ລະຍະນີ້ ຈົນກວ່າປະເທດປາຍທາງນັ້ນ ຈະແຈ້ງການເປີດປະເທດຄືນໃໝ່ກ່ອນ.
ທາງດ້ານເຈົ້າໜ້າທີ່ອົງການ ປະກັນສັງຄົມ ແຫ່ງຊາດລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສໍາລັບກຸ່ມຄົນງານ ລາວທີ່ຖືກໂຈະວຽກ ແລະ ເຂົ້າເປັນສະມາຊິກ ຂອງອົງການປະກັນສັງຄົມ ແຫ່ງຊາດ ແມ່ນຈະໄດ້ຮັບເງິນອຸດໜຸນ ການຫວ່າງງານ ເຊິ່ງປັດຈຸບັນຈ່າຍໄປແລ້ວ 38 ຕື້ ປາຍກີບ.
ສ່ວນຄົນງານນອກຣະບົບ ແລະ ຜູ້ທີ່ກັບມາຈາກຕ່າງປະເທດນັ້ນ ຈະບໍ່ໄດ້ຮັບເງິນອຸດໜຸນ ແລະ ທາງການລາວ ກໍຍັງບໍ່ມີມາຕການ ຫຍັງ ທີ່ຈະຊ່ອຍເຫຼືອຄົນງານກຸ່ມນີ້:
“ແມ່ນເພິ່ນຈະໃຫ້ ແຕ່ຜູ້ທີ່ໄດ້ເຂົ້າ (ສະມາຊິກປະກັນສັງຄົມ), ບໍ່ເພາະວ່າບໍ່ໄດ້ສະສົມເງິນ ຢູ່ໃນປະກັນສັງຄົມຫັ້ນນ່າ ເພິ່ນຈະໃຫ້ແຕ່ ສະມາຊິກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕອນນີ້ ຕົນເອງກໍກາຍ ເປັນຄົນຫວ່າງງານ ແລະ ບໍ່ໄດ້ຮັບການຊ່ອຍເຫຼືອໃດໆ ຈາກທາງການລາວ ເຊິ່ງປັດຈຸບັນ ກໍພຍາຍາມຊອກຫາວຽກເຮັດຢູ່, ແຕ່ກໍ ບໍ່ມີໂຮງງານ ຫຼື ບໍຣິສັດໃດ ເປີດຮັບສມັກຄົນງານເພີ່ມ ໃນໄລຍະນີ້:
“ບໍ່ເຈົ້າ, ມັນຫາຍາກ ງານຊ່ວງນີ້ນ່າ ໂຄວິດລະ ຂະເຈົ້າບໍ່ຢາກຮັບຄົນງານ, ກະປິດ ປິດແຕ່ບາງໂຮງງານ.”
ຊາວລາວ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທີ່ເຮັດທຸຣະກິຈ ເຮືອນພັກຂນາດນ້ອຍ ແລະໄດ້ຮັບຜົລກະທົບ ຈາກ ການແຜ່ຣະບາດຂອງ ໂຄວິດ-19 ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນອກເໜືອຈາກມາຕການ ຫຼຸດຜ່ອນອາກອນ, ຄ່ານໍ້າ ແລະ ຄ່າໄຟຟ້າໃຫ້ແລ້ວ ກໍບໍ່ມີນະໂຍບາຍຫຍັງຕື່ມອີກ, ແຕ່ປະຊາຊົນກໍຄາດຫວັງວ່າ ໃນຕໍ່ໜ້າ ທາງການລາວ ຈະມີນະໂຍບາຍ ຊ່ອຍເຫຼືອ ປະຊາຊົນ ຜູ້ຫວ່າງງານ ໃຫ້ດີຂຶ້ນກວ່ານີ້:
“ເພິ່ນບໍ່ໃຫ້ເສັຽອາກອນຫັ້ນນ່າ ແບບຄ່ານໍ້າຄ່າໄຟ ເພິ່ນກະຫຼຸດໃຫ້ຈັ່ງຊີ້ ເພາະວ່າ ບໍ່ມີຣາຍໄດ້ ຊິເອົາໃສໄປເຮັດ ປະຊາຊົນຖ້າຟັງ ແຕ່ທາງຂັ້ນເທິງແຫຼະ ວ່າເພິ່ນຊິວ່າແນວໃດ.”
ຊາວລາວອີກຜູ້ນຶ່ງ ໃນເມືອງໂຂງ ແຂວງຈໍາປາສັກ ທີ່ເຮັດທຸຣະກິຈຮ້ານອາຫານ ຕາມແຄມຂອງ ແລະໄດ້ກາຍເປັນຄົນຫວ່າງງານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ່ານບໍ່ໄດ້ເຂົ້າເປັນສະມາຊິກ ຂອງອົງການປະກັນສັງຄົມແຫ່ງຊາດ ຈຶ່ງບໍ່ໄດ້ຮັບເງິນ ອຸດໜຸນ ການຫວ່າງງານ, ແຕ່ຜ່ານມາ ກໍໄດ້ຮັບນະໂຍບາຍ ຫຼຸດຜ່ອນອາກອນ, ຄ່ານໍ້າ ແລະ ຄ່າໄຟຟ້າ ແຕ່ກໍໜ້ອຍຫຼາຍ ແລະ ຕ້ອງການໃຫ້ທາງການລາວ ຊ່ອຍຫາວິທີທາງ ຊ່ອຍເຫຼືອຄົນຫວ່າງງານເພີ່ມຕື່ມ ເນື່ອງຈາກສະຖານະການ ທາງການເງິນເຣີ່ມ ຕິດຂັດແລ້ວ:
“ອັນນີ້ມັນໂຈະບາດດຽວເລີຍຫັ້ນນ່າ ຕ້ອງການໃຫ້ມີແຜນການຊ່ວຍເຫຼືອ ບາດນີ້ຄົນແຕ່ລະຄົນສເນີ ກະມີແຕ່ສເນີໄຟຟ້າ ນໍ້າປະປາ, ພາສີ ຂະເຈົ້າບໍ່ໄດ້ສເນີ ຫຍັງຫຼາຍດອກ ໃຜກະໝຸນບໍ່ທັນເລີຍນະ.”
ກ່ຽວກັບເຣື່ອງນີ້ ຍານາງ ຄໍາໃບ ຂັດຕິຍາ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະຕາງໜ້າຄະນະຜູ້ແທນ ສປປລາວ ໄດ້ຮ່ວມປະຊຸມທາງໄກ ກັບສະມັດຊາໃຫຍ່ ຂອງອົງການແຮງງານ ສາກົລ ສມັຍທີ 109 ປະຈໍາປີ 2021 ໂດຍຣະບຸວ່າ ການແຜ່ຣະບາດ ຂອງໂຄວິດ-19 ໄດ້ກະທົບຕໍ່ການດໍາລົງຊີວິດ ແລະ ການພັທນາເສຖກິຈ-ສັງຄົມ ໃນທົ່ວໂລກ ແລະ ປະເທດລາວ ນໍາດ້ວຍ.
ນອກຈາກນີ້ ຍັງໄດ້ເຮັດໃຫ້ກໍາລັງແຮງງານ ໃນປະເທດລາວ ທີ່ເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງກາຍເປັນຄົນຫວ່າງງານ ຈໍານວນຫຼາຍ. ສະນັ້ນ, ເພື່ອແກ້ໄຂບັນຫາ ດັ່ງກ່າວທາງການລາວ ໄດ້ປະຕິບັດມາຕການ ໃນການຊ່ອຍເຫຼືອຜູ້ອອກແຮງງານ ແລະ ຜູ້ລົງທຶນທີ່ໄດ້ຮັບຜົລກະທົບ ເຊັ່ນ: ກໍານົດນະໂຍບາຍ ຍົກເວັ້ນອາກອນເງິນເດືອນ, ຫຼຸດຜ່ອນ ຫຼື ເລື່ອນເວລາການຈ່າຍພັນທະຕ່າງໆ ຂອງຜູ້ລົງທຶນ ຮວມທັງການຈ່າຍເງິນສົມທົບ ເຂົ້າກອງທຶນປະກັນສັງຄົມ.
ພ້ອມກັນນີ້ ທາງການລາວ ຍັງໄດ້ອະນຸຍາດ ຈ່າຍເງິນອຸດໜຸນການຫວ່າງງານ ໃຫ້ສະມາຊິກອງທຶນປະກັນສັງຄົມ ເປັນກໍຣະນີພິເສດ ເຊິ່ງປັດຈຸບັນ ຈ່າຍໄປແລ້ວ 38 ຕື້ປາຍກີບ.