ຄົນງານລາວ ທີ່ຖືກຈັບ ຢູ່ໄທຍ ລໍຖ້າຜົນກວດ ໂຄວິດ
2020.12.23

ຄົນງານລາວ 32 ທີ່ ມາຈາກ ມາເລເຊັຽ ແລະ ຖືກຈັບຢູ່ປະເທດໄທຍ ປັດຈຸບັນ ຍັງຖືກກັກໂຕ ຢູ່ສະຖານີຕຳຣວດຕາກໃບ, ເມືອງ ສີສາຄອນ ແຂວງນະຣາທິວາດ ປະເທດໄທຍ, ແລະ ເຂົາເຈົ້າກຳລັງລໍຖ້າຜົນກກວດໂຄວິດ, ເປັນເວລາ 14 ວັນ ເພື່ອເຂົ້າສູ່ຂະບວນ ການຜັກດັນກັບຄືນປະເທດລາວ ຕາມຂັ້ນຕອນ. ເຈົ້າໜ້າທີ່ຕຳຣວດ ຫ້ອງການຕາກໃບ ຜູ້ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວໃນ ວັນທີ 23 ທັນວາ ວ່າ:,
"ຕອນນີ້ ຄື ຣໍຜົນໂຄວິດ19 ທີ່ທາງໂຮງໝໍຕາກໃບກວດ, ຜົນໂຄວິດ19 ອອກມາ ທຸກຄົນບໍ່ມີເຊື້ອ ເຂົາເຖີງຈະຜັກດັນໃຫ້ກັບ ປະເທດເຂົາ, ຢ່າງຊ້າສຸດ 14 ວັນ ຜັກດັນກັບເພາະວ່າລາວ ຢູ່ໃກ້ປະເທດໄທຍ ຜັກດັນງ່າຍ ມື້ກ່ອນ ກໍວຽດນາມ, ມາຢູ່ນີ້ ເກືອບ 2 ເດືອນ ພໍສົ່ງຄົນວຽດນາມແລ້ວ, ຄົນລາວກໍເຂົ້າມາແທນ."
ທ່ານ ກ່າວຕື່ມວ່າ ຄົນງານລາວ 32 ຄົນ ເປັນຜູ້ຊາຍ ແລະ ມີພູລຳເນົາ ຢູ່ນະຄອນຫລວງວຽງຈັນ 31 ຄົນ ສ່ວນອີກຄົນ ຈຳປາສັກ 1, ຄົນ ເປັນຄົນງານເຮັດວຽກຢູ່ເຮືອປະມົງມາເລເຊັຽ ທີ່ຮຽນຮ້ອງໃຫ້ທາງການລາວ ຊ່ວຍເຫຼືອສົ່ງເຂົາເຈົ້າກັບປະເທດລາວ. ຄົນງານ ກຸ່ມນີ້ ຈະບໍ່ຖືກດຳເນີນຄະດີ ແຕ່ຈະຖືກຜັກດັນກັບລາວ ຫຼັງຈາກຜົນກວດ ຖ້າບໍ່ມີເຊື້ອໂຄວິດ, ເນື່ອງຈາກ ເປັນໄປຕາມບົດບັນທຶກ ຄວາມເຂົ້າໃຈ MOU ລະຫວ່າງ ລາວ ແລະໄທຍ.
ປັດຈຸບັນມີ ຄົນງານລາວຢູ່ ມາເລເຊັຽ ປະມານ 200 ຫາ 300 ຄົນ ຈາກ ທີ່ເຄີຍມີ ບໍ່ຕໍ່າກວ່າ 500 ຄົນ, ນຶ່ງໃນຄົນງານລາວ 32 ຄົນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ທັນວາ ວ່າ:
"ແຕ່ວ່າ ກໍຍັງມີຢູ່ເດ່ ດຽວນີ້ ຍັງຊິປະມານຢູ່ 200-300, ຕອນນັ້ນມັນມີຢູ່ 500-600 ແລ້ວ ແຕກແຍກຍ້າຍກັນໜີ ມາແບບນີ້ແຫຼະ."
ຄົນງານລາວອີກຄົນນຶ່ງ ທີ່ຢູ່ໃນກຸ່ມຄົນງານ 32 ຄົນ ກ່າວຕໍ່ເອເຊັຽເສຣີ ວ່າ, ຢູ່ປະເທດມາເລເຊັຽ ບໍ່ໄດ້ເຮັດວຽກ 2 ເດືອນ ແລະ ນາຍຈ້າງບໍ່ຕໍ່ສັນຍາ ສະນັ້ນຈຶ່ງພາກັນຕັດສິນໃຈ ເດີນທາງກັບຊ່ອງທາງນີ້:
"ຢູ່ທາງມາເລເຊັຽ ມັນໝົດສັນຍາຈ້າງແລ້ວ ເຮືອກໍປົດອ່າວແລ້ວ ມັນມີລົມຫັ້ນນາ ເຂົາອອກບໍ່ໄດ້ແລ້ວ ແລ້ວໝົດສັນຍາຈ້າງແລ້ວ ແລ້ວພາກັນຢູ່ ບາດນີ້ນ່າ ປະມານ 1-2 ເດືອນ ແລ້ວ ບໍ່ໄດ້ກັບ ທາງການເຂົາກໍເລື່ອນບໍ່ໄດ້ກັບຢູ່ແລ້ວ ພາກັນຕັດສິນໃຈ ຂ້າມມາຫາ ຕ.ມ ທາງຝັ່ງໄທຍ ມາຂໍຄວາມຊ່ວຍເຫຼືອເພິ່ນນີ້ແຫຼະ ເພາະໝູ່ເພິ່ນມາກ່ອນກໍມາທາງນີ້ເດ້ ເພິ່ນກໍແນະນຳວ່າທາງ ຕ.ມ ເພິ່ນເບິ່ງດີຢູ່ ຮອດລາວໝົດທຸກຄົນ."
ໃນຂນະດຽວກັນ, ເຈົ້າໜ້າຕຳຣວດຕາກໃບ ກ່າວວ່າ:
"ຕອນນີ້ ກໍຄື ຣໍແຕ່ ຕ.ມ ມາຮັບໂຕ, ເພາະວ່າ ອັນນີ້ ຣໍແຕ່ຜົນກວດໂຄວິດ19 ຢ່າງດຽວ, ເອກສານ ຄົບຖ້ວນແລ້ວ ບາງກໍຣະນີນະ ເອກສານຄົບທຸກຢ່າງແລ້ວ ແຕ່ທາງ ຕ.ມ ເຂົາຍັງບໍ່ມີ ໂຄຕ້າຮັບຕົວ, ຄືວ່າ ການທີ່ເຂົາຈະຜັກດັນ, ເຂົາຕ້ອງມີຊ່ວງໄວລາຂອງເຂົາ, ວ່າ ຈະພາຄົນງານໄປສົ່ງເມື່ອໃດ."
ເຈົ້າໜ້າທີ່ຕຳຣວດທ່ານນີ້ ຍັງກ່າວຕື່ມວ່າ ນອກຈາກນີ້ ຍັງມີຄົນງານລາວ 12 ຄົນ, ທີ່ເດີນທາງມາຈາກປະເທດມາເລເຊັຽ ຖືກຈັບ ໃນຂໍ້ຫາ ຫຼົບໜີເຂົ້າເມືອງ ໃນເດືອນທັນວາ ນີ້.
ເຈົ້າໜ້າທີ່ຕຳຣວດ ມູໂນະ ເມືອສຸໄຫງໂກລົກ ແຂວງນະຣາທິວາດ ກ່າວວ່າ, ກ່ອນໜ້ານີ້ ໃນວັນທີ 16 ທັນວາ ເຈົ້າໜ້າທີ່ກໍໄດ້ຈັບ ຄົນງານລາວ 20 ຄົນ ທີ່ມາຈາກປະເທດມາເລເຊັຽ ແລະ ປັດຈຸບັນ ເຂົາເຈົ້າກຳລັງລໍຖ້າໃຫ້ເຈົ້າໜ້າທີ່ ຜັກດັນກັບຄືນປະເທດລາວ.
"ຕ້ອງຖ້າເບິ່ງກ່ອນເພາະວ່າໂຄວິດລະບາດ, ເພາະເຂົາມາຈາກມາເລເຊັຽ ທີ່ເຂດມູໂນະ ກໍມີເທົ່ານີ້ແຫຼະ ແຕ່ວ່າເຂດອື່ນບໍ່ແນ່ໃຈ."
ເຫດການຄົນງານລາວ ທີ່ເດີນທາງມາຈາກປະເທດມາເລເຊັຽ ຖືກເຈົ້າໜ້າທີ່ໄທຍ ຈັບໂຕ ມີດັ່ງນີ້:
• ໃນວັນທີ 7 ທັນວາ 2020, ມີຄົນງານລາວ 20 ຄົນ ທີ່ເດີນທາງມາຈາກປະເທດມາເລເຊັຽ ຖືກຈັບຢູ່ແຂວງສົງຂາ.
• ໃນວັນທີ 16 ທັນວາ, ມີຄົນງານລາວ 20 ທີ່ເດີນທາງມາຈາກປະເທດມາເລເຊັຽ ຖືກຈັບຢູ່ແຂວງນະຣາທິວາດ.
• ໃນວັນທີ 22 ທັນວາ, ມີຄົນງານລາວ 32 ທີ່ເດີນທາງມາຈາກປະເທດມາເລເຊັຽ ຖືກຈັບຢູ່ແຂວງນະຣາທິວາດ.
• ຄົນງານລາວອີກ 12 ທີ່ເດີນທາງມາຈາກມາເລເຊັຽ ຖືກຈັບ ຢູ່ແຂວງນະຣາທິວາດ ຂອງໄທຍ ໃນເດືອນທັນວາ, ແຕ່ບໍ່ໄດ້ຣະບຸ ວັນທີ.
ຫຼ້າສຸດ ມີຄົນງານລາວທີ່ເດີນທາງຈາກປະເທດມາເລເຊັຽ ແລະ ຖືກເຈົ້າໜ້າທີ່ໄທຍຈັບໂຕ ທັງໝົດ 84 ຄົນ.