ຄົນຈີນ ກັບບັນຫາ ອາຊຍາກັມ ໃນລາວ
2022.10.07
ນັບແຕ່ປະເທດລາວ ໄດ້ເປີດກວ້າງການຮ່ວມມື ການລົງທຶນກັບຈີນ ນັ້ນກໍເຮັດໃຫ້ການລົງທຶນຂອງຈີນເປັນອັນດັບທີ 1 ຢູ່ໃນປະເທດ, ແຕ່ ໃນຂະນະດຽວກັນ ບັນຫາອາຊຍາກັມ ທີ່ກ່ຽວຂ້ອງກັບຄົນຈີນ ກໍເກີດຂຶ້ນຫຼາຍ. ອາຊຍາກັມດັ່ງກ່າວ ຈະມາໃນຮູບແບບ ການຈັບຄົນຮຽກຄ່າໄຖ່, ການທວງໜີ້, ການອູ້ມຂ້າ ອຳພາງຄະດີ ແລະ ການຄາຕກັມ ອື່ນໆ ກໍເກີດຂຶ້ນຢູ່ໃນປະເທດລາວ. ຄົນຈີນເຂົ້າມາຢູ່ໃນລາວ ມີການດຳເນີນທຸຣະກິຈ ທີ່ຖືກກົດໝາຍ ແລະ ຜິດກົດໝາຍ ເຊິ່ງໄດ້ພົວພັນ ກັບເຈົ້າໜ້າຢູ່ໃນເຄື່ອງແບບ ຈຳນວນນຶ່ງ.
ບຸກຄົນທີ່ໃຊ້ຊິດເຈົ້າໜ້າທີ່ ຕຳຣວດ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ “ຢູ່ປະເທດລາວ ປັດຈຸບັນນີ້ ມີເຈົ້າໜ້າທີ່ ລະດັບນາຍພົນ, ນາຍພັນ ເຂົ້າມາພົວພັນ ເຣື່ອງສິ່ງຜິດກົດໝາຍ ກັບກຸ່ມມາເຟັຽຈີນຫຼາຍ ໂດຍ ໄດ້ຮັບຄ່າຈ້າງ ຈາກກຸ່ມຄົນຈີນເພື່ອ ມາທວງໜີ້ ນຳຄົນຈີນນຳກັນ ຫຼື ຈັບຄົນຈີນຮຽກຄ່າໄຖ່.”
ນຶ່ງໃນສາເຫດ ຂອງບັນຫານີ້ ກໍຄື ທາງການລາວ ເປີດໃຫ້ຄົນຈີນເຂົ້າມາຫຼາຍ ແລະ ຄວບຄຸມໄດ້ຍາກ.
ພະນັກງານບຳນານທ່ານນຶ່ງ ທີ່ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ “ຣັຖບານເປີດໃຫ້ຄົນຈີນ ເຂົ້າມາຫຼາຍຈົນເກີນໄປ ແລະ ບໍ່ສາມາດຄວບຄຸມໄດ້. ເຂົ້າມາແລ້ວກໍ ມາຍາດໂຄງການກັນ ແລະ ຄົນຈີນຈຳນວນນຶ່ງ ກໍໜີຄະດີຈາກປະເທດຈີນ ມາລີ້ຢູ່ປະເທດລາວ.”
ນອກຈາກນີ້, ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ ຕຳຣວດລະດັບສູງ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ມາເຟັຽຈີນຢູ່ເມືອງລາວ ພິເລິກ ບັນຫານີ້ ຊິເຮັດແນວໃດ ມັນບໍ່ແມ່ນຮົ້ງກົງ ມັນບໍ່ແມ່ນມາເກົາ ແຕ່ວ່າ ມັນຢາກກາຍຮົ້ງກົງ ກາຍມາເກົາລະໄດ໋.”
ບັນຫາອາຊຍາກັມ ທີ່ເກີດຂຶ້ນໃນປີນີ້:
- ກໍລະນີທີ 1 ເປັນ ຄະດີສະເທືອນຂວັນເກີດຂຶ້ນ, ມີການອູ້ມຂ້າ ຄົນຈີນສອງຄົນ ຢູ່ນະຄອນຫລວງວຽງຈັນ ເດືອນມີນາ 2022 ທີ່ຜ່ານມາ ໂດຍ ມີຄົນຈີນ ຮ່ວມຂະບວນການ 4 ຄົນ ແລະ ຄົນລາວ 13 ຄົນ ຮ່ວມກັນໄປອູ້ມຂ້າ ຄົນຈີນອີກ 2 ຄົນ, ແລ້ວເອົາໄປຝັງດິນ ເຊິ່ງຄະດີດັ່ງກ່າວ ມີເຈົ້າໜ້າທີ່ ຢູ່ໃນເຄື່ອງແບບເຂົ້າໄປພົວພັນ.
ບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ຕຳຣວດ ໄດ້ກ່າວ່າ:
“ຄົນຈີນຂັດຜົລປໂຍດກັນ ແລ້ວມາຈ້າງຄົນລາວ ໄປອູ້ມຄົນຈີນ 2 ຄົນ ແລ້ວ ຫຼັງຈາກນັ້ນ ກໍຄາຕກັມ. ຄົນຈີນທີ່ເສັຽຊີວິຕ ເປັນລູກເຈົ້າໜ້າ ທີ່ຂັ້ນສູງຂອງຈີນ ແລ້ວເຈົ້າໜ້າທີ່ ຕຳຣວດມາຈັບໄດ້ທັງໝົດ ຜູ້ຮ່ວມຂບວນການ 13 ຄົນ.”
- ກໍລະນີທີ 2 ໃນວັນທີ 15 ກັນຍາ ທີ່ຜ່ານມາ, ມີຊາວບ້ານ ບ້ານທາດ ເມືອງໂພນໂຮງ ແຂວງວຽງຈັນ ພົບເຫັນຊາກສົບ ຄົນເສັຽຊີວິຕ ບັນຈຸໃສ່ໃນເປົ໋າ ຖິ້ມລົງເຂດເຂື່ອນໄຟຟ້າ ນໍ້າລີກ 1 ເຂດບ້ານຂາມ ເມືອງໂພນໂຮງ, ຫລັງຈາກນັ້ນ ຊາວບ້ານໄດ້ແຈ້ງ ເຈົ້າໜ້າທີ່ຕຳຣວດ ວິຊາສະເພາະ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ ຕຳຣວດ ນິຕິວິທຍາ ປກສ ເມືອງໂພນໂຮງ ລົງຊັນນະສູຕຊາກສົບ ແລະ ສະຖານທີ່ເກີດເຫດ ຈຶ່ງຮູ້ວ່າ ຊາກສົບຜູ້ເສັຽຊີວິຕ ຊື່ ທ້າວ ຕູຫາຍຢ໋າງ ອາຍຸ 37 ປີ ເຊື້ອຊາຕ ແລະສັນຊາຕຈີນ ເຊິ່ງຜູ້ກ່ຽວມາດຳເນີນທຸຣະກິຈ ຢູ່ໂຮງງານຫລອມເຫລັກ ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ສ່ວນສາເຫດໂຕຈິງ ທີ່ນັກທຸຣກິຈຈີນ ຖືກພົບເປັນສົບນັ້ນ ຍັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ.
- ກໍລະນີທີ 3 ເຈົ້າໜ້າທີ່ ໜ່ວຍຮັກສາຄວາມສງົບ ຕາມລໍາແມ່ນໍ້າຂອງ ແຂວງນະຄອນພະນົມ ຂອງໄທຍ ໄດ້ພົບສົບແມ່ຍິງລາວຜູ້ນຶ່ງ ຢູ່ໃນກະເປົ໋າເດີນທາງ ທີ່ໄຫລໄປທາງຝັ່ງໄທຍ ໃນມື້ວັນທີ 29 ກັນຍາ 2022 ຊຶ່ງຕໍ່ມາຮູ້ວ່າ ເປັນສົບຂອງນາງ ວິພາພອນ ກອນສີ ປະທານ ບໍຣິສັດ ລາວວີໄອພີ ພັທນາການລົງທຶນ ຈໍາກັດຜູ້ດຽວ. ເຟສບຸກສ່ວນໂຕ ຂອງນາງ ວິພາພອນ ກອນສີ ນັກທຸຣະກິຈລາວ ທີ່ຖືກຄາຕກັມ ຊຶ່ງໃສ່ຊື່ວ່າ ລີ ຈຸນ ວີພີ (Lì Jūn Vp) ໄດ້ຂຽນໄວ້ວ່າ ນາງເປັນນັກທຸຣະກິຈ ຜູ້ນຶ່ງທີ່ມີຊື່ສຽງໃນລາວ, ມີໜັງສືເດີນທາງ (ຜ່ານແດນ) ຫລືPassport 2 ຫົວ ຄືຂອງ ສປປ ລາວ ແລະຂອງຈີນ.
- ກໍລະນີ ທີ 4 ກໍແມ່ນ ຄົນງານລາວຫຼາຍຄົນ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄຳ ໂດຍ ນາຍຈ້າງຈີນບອກວ່າ ຈະໃຫ້ເງິນເດືອນ ແລະ ຄ່າຕອບແທນສູງ, ແຕ່ ເມື່ອໄປແລ້ວ ກໍບໍ່ເປັນຢ່າງທີ່ເວົ້າກັນ ຫຼາຍຄົນເຮັດວຽກເກີນໂມງ ບໍ່ໄດ້ຄ່າຈ້າງ ຕົກເປັນໜີ້ເປັນສິນ. ນາຍຈ້າງຈີນບໍ່ອະນຸຍາດ ໃຫ້ຄົນງານລາວກັບບ້ານ ແຕ່ຖ້າຈະກັບບ້ານ ຈະຕ້ອງໄດ້ຈ່າຍເງິນຄືນໃຫ້ນາຍຈ້າງຄົນຈີນ ຫຼາຍສິບລ້ານກີບ, ພະນັກງານຍິງບາງຄົນ ກໍຖືກນາຍຈ້າງຈີນບັງໃຫ້ຂາຍບໍຣິການ ທາງເພດ ແລະ ພະນັກງານບາງຄົນຖືກ ທຳຮ້າຍຮ່າງກາຍກໍມີ.
ຄົນງານຄົນນຶ່ງ ຜູ້ທີ່ສາມາດໜີອອກ ຈາກເຂດເສຖກິຈພິເສດສາມຫຼ່ຽມຄຳ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ລະບາດນີ້ ເຮົາໄປແລ້ວປະມານອາທິດແລກ ເຮົາແຊັດຫາໃຜບໍ່ໄດ້ເລີຍ ແຈ້ງຫາກະຄືວ່າ ບໍຣິສັດທີ່ຢູ່ຊັງຈຽງນີ້ ຖືວ່າ ແຊັດຫາໄດ້ແຕ່ຜູ້ດຽວ ແລະ ເຮົາກະບອກວ່າ ໃຫ້ຢູ່.”
ນັກຂ່າວ: ທຳອິດເຂົາໄດ້ເວົ້າກັບເຈົ້າບໍ່ວ່າ ທຸກຢ່າງ ແມ່ນຄ່າໃຊ້ຈ່າຍ ບໍຣິສັດ ຮັບຜິດຊອບໝົດ?
ຄົນງານລາວ: “ເຂົາເຈົ້າເປັນຄົນເວົ້າວ່າ ຟຣີໝົດທຸກຢ່າງ ເຮົາກະຖາມຢ້ຳອີກເທື່ອນຶ່ງວ່າ ແມ່ນເຮົາບໍ່ໄດ້ເຮັດວຽກໃຊ້ໜີ້ແມ່ນບໍ່, ເຂົາເຈົ້າກະວ່າບໍ່ ທຸກຢ່າງຄື ບໍຣິສັດອອກໃຫ້ເອງ ຟຣີໝົດ.”
ນັກຂ່າວ: ຕອນໃດ ທີ່ໄປສມັກນີ້?
ຄົນງານລາວ: “ປະມານເດືອນ 2 ນີ້ລະອ້າຍ. ວັນທີ 10 ນີ້ລະ ໄປສມັກລະ ລະວັນທີ 16 ເດືອນທາງໄປ.”
ນັກຂ່າວ: ໄດ້ລົມກັນບໍ່ວ່າ ເງິນເດືອນທໍ່ໃດ? ການເຮັດວຽກຈັກໂມງຫາຈັກໂມງ? ໄດ້ລົງຣາຍລະອຽດກັນບໍ່?
ຄົນງານລາວ: “ກະຄືມີແຕ່ລົມກັນທາງວອດແອບ ບໍ່ໄດ້ລົງລາຍລະອຽດຫຍັງເລີຍ ມີແຕ່ລົມກັນທາງວອດແອບ ລະກະໂທລົມແດ່. ເບື້ອງຕົ້ນເຂົາເວົ້າວ່າ ເຮັດວຽກນີ້ ໄດ້ 12 ຊົ່ວໂມງ, ເງິນເດືອນ 4,000 ຢວນ ປະມານ 7 ລ້ານ ກີບ.”
ນັກຂ່າວ: ຄ່າໃຊ້ຈ່າຍນີ້ ເຂົາບອກບໍ່ວ່າ ມັນມີຄ່າໃຊ້ຈ່າຍຫຍັງແດ່ ໃນເວລາທີ່ໄປຮອດລະ?
ຄົນງານລາວ: “ທຸກຢ່າງເລີຍອ້າຍ ຕັ້ງແຕ່ຄ່ານ້ຳຄ່າໄຟ ເຂົາໄລ່ໝົດເລີຍ ທີ່ເປັນຂອງເຂົາ ເຂົາໄລ່ໝົດເລີຍ ເຮົາກິນເຂົ້າ ເຂົາກະເອົາ ເຮົາໃຊ້ຫຍັງເຂົາກະເອົານຳ.”
ນັກຂ່າວ: ຕົກເປັນມື້ນຶ່ງເທົ່າໃດ ຄ່າໃຊ້ຈ່າຍ?
ຄົນງານລາວ: “ໂຕນີ້ ເຮົາໄດ້ຂໍຣາຍລະອຽດ ໄປນຳຜູ້ທີ່ເກັບເງິນນຳເຮົາແລ້ວ ຄ້າຍໆແບບລາວ ເວົ້າອອກມາຊື່ໆ ຫັ້ນນ່າ, ແຕ່ວ່າ ເຮົາຂໍຣາຍລະອຽດເອີ ຄ່ານີ້ທໍ່ໃດ ເປັນບິນຫັ້ນນ່າ ເປັນລາຍລັກອັກສອນຫັ້ນນ່າ ເຂົາກະບໍ່ເຮັດໃຫ້ເຮົາ.”
ນັກຂ່າວ: ສັນຍົງສັນຍາ ແຮງງານທີ່ ເຮົາໄດ້ເຊັນກັບເຂົາເດ້?
ຄົນງານລາວ: “ແມ່ນມັນຄາດເຄື່ອນ ຈາກທີ່ຕົກລົງກັນໄວ້ກ່ອນທີ່ເຮົາຈະໄປ ມັນຄາດເຄື່ອນຫຼາຍ ມັນຕ່າງກັນແບບຄືພິກມື ເລີຍອ້າຍ ລະນາທີນັ້ນຄືປະຕິເສດບໍ່ໄດ້. ປະຕິເສດຄືຈ່າຍເງິນຢ່າງດຽວ.”
ນັກຂ່າວ: ໃນສ່ວນຂອງເຈົ້າ ຕົກເປັນໜີ້ທໍ່ໃດ?
ຄົນງານລາວ: “15,000 ຢວນ. ທຸກຄົນໄປ ຈະເປັນໜີ້ໝົດເລີຍ. ໄປຄາຊິໂນ ແມ່ນເປັນໜີ້ເລີຍ.”
ນັກຂ່າວ: ເຮັດໄດ້ດົນປານໃດ?
ຄົນງານລາວ: “ຂອງເຮົາຫັ້ນ ແມ່ນ 2 ອາທິດ. ຄວາມຮູ້ສຶກວ່າ ເຮົາຖືກຕົວະລະ. ບໍ່ໄດ້ລະ ນອນກະບໍ່ໄດ້ນອນລະ. ເຂົາລົມນຳເຮົາເນາະ 12 ຊົ່ວໂມງເຮັດວຽກ ແຕ່ທີ່ໄລ່ໆນີ້ ມັນບໍ່ແມ່ນ. ມັນກາຍ 12 ຊົ່ວໂມງ ມັນ 14-15 ຊົ່ວໂມງ. ລະມັນຍາກບ່ອນໄປໃສກະບໍ່ໄດ້ ເຮັດຫຍັງແບບຊີວິຕ ຂອງຕົວເອງບໍ່ມີເລີຍ. ຄືຖືກຄວບຄຸມ ໂດຍເຂົາເຈົ້າເລີຍຫັ້ນນ່າ.”
ປະເທດລາວ ເອົາໂຕແບບການພັທນາ ເສຖກິຈຂອງຈີນ ເປັນຕົ້ນແບບ ແລະ ເປີດໃຫ້ນັກລົງທຶນຈີນ ເຂົ້າມາໃນລາວຫຼາຍ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີຕຮອງນາຍົກຣັຖມົນຕຣີ ເປັນຜູ້ທີ່ມີບົດບາດ ແລະ ເປັນບຸກຄົນຫຼັກ ໃນການນຳເອົານັກລົງທຶນຈີນ ເຂົ້າມາໃນປະເທດລາວ.
ໃນວັນທີ 11 ກັນຍາ 2022 ທີ່ຜ່ານມາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ສັມພາດຕໍ່ນັກຂ່າວ ວິທະຍຸ ໂທລະພາບ ສູນກາງຈີນ ຫຼື CMG ໃນຮູບແບບ ໂຄສະນາໃຫ້ປະເທດຈີນ ຕອນນຶ່ງ ວ່າ:
“ແຕ່ວ່າ ມາເບິ່ງແລ້ວ ມີການພັທນາກ້າວໄປເລື້ອຍໆ ສະເພາະ 10 ປີ ຫຼັງມານີ້ ແຫ່ງພັທນາ ອັນສລຸບລວມລະແມ່ນພັທນາ ດີປານໃດຫັ້ນນະ ແມ່ນເບິ່ງພື້ນຖານເສຖກິຈ ຂອງຈີນຈົນກາຍເປັນອັນດັບ ທີ 2 ຂອງໂລກ.”
ອີງຕາມຂໍ້ມູນ ຈາກກະຊວງ ແຜນການ ແລະ ການລົງທຶນ, ການລົງທຶນຂອງຈີນ ມາເປັນອັນດັບທີ 1 ນັບແຕ່ປີ 2016 ຫາ ປີ 2021:
ປີ 2016 ມູນຄ່າການລົງທຶນ ຂອງຈີນ ແມ່ນ 2.7 ຕື້ໂດລ້າຣ໌
ປີ 2017 ມູນຄ່າການລົງທຶນ ຂອງຈີນ ແມ່ນ 170 ລ້ານ ໂດລ້າຣ໌
ປີ 2018 ມູນຄ່າການລົງທຶນ ຂອງຈີນ ແມ່ນ 750 ລ້ານໂຕລ້າຣ໌
ປີ 2019 ມູນຄ່າການລົງທຶນ ຂອງຈີນ ແມ່ນ 1 ຕື້ໂດລ້າຣ໌
ປີ 2020 ມູນຄ່າການລົງທຶນ ຂອງຈີນເກືອບ 2.6 ຕື້ໂດລ້າຣ໌
ປີ 2021 ມູນຄ່າການລົງທຶນ ຂອງຈີນ ແມ່ນ 1.2 ຕື້ໂດລ້າຣ໌
ເຖິງຢ່າງໃດກໍຕາມ, ການເຂົ້າມາຂອງຄົນຈີນ ແລະ ການລົງທຶນຂອງຈີນ ກໍນຳມາເຊິ່ງຄວາມຂັດແຍ່ງ ທາງດ້ານທຸຣະກິຈ ແລະ ມີບັນຫາອາຊຍາກັມຕາມມາ. ບັນຫາອາຊຍາກັມ ທີ່ເກີດຂຶ້ນໃນປີຜ່ານມາເຊັ່ນ:
- ໃນວັນທີ 12 ສິງຫາ 2018, ທ້າວ Li Zhao Peng, ຫົວໜ້າສະພາການຄ້າ ແຂວງເຫີ ນານ ປະເທດຈີນ ກໍຖືກຄາຕກັມ ຢູ່ບ້ານພັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
- ໃນເດືອນກັນຍາ 2017, ທ້າວ Su Wang Tien ນັກທຸຣະກິຈ ຈີນໄຕ້ຫວັນ ເຈົ້າຂອງຫ້າງສັບພະສິນຄ້າສີໄຄ ພລ່າຊ້າ ກໍຖືກຍິງເສັຽຊີວິຕ ຢູ່ນະຄອນຫລວງວຽງຈັນ.
- ໃນເດືອນກໍຣະກະດາ 2016, ນາງ Lee-Yen Tin, ທີ່ເປັນຜູ້ຈັດການ ຕລາດຊັງຈຽງ ກໍຖືກຍິ່ງເສັຽຊີວິຕ ຢູ່ນະຄອນຫລວງວຽງຈັນ.