ສປປ ລາວ ຂາດດຸນການຄ້າ ສູງສຸດ 233 ລ້ານໂດລ້າຣ໌
2022.10.12
ມູນຄ່າ ການນຳເຂົ້າ ແລະສົ່ງອອກ ສິນຄ້າຂອງລາວ ປະຈໍາເດືອນກັນຍາ 2022 ມີປະມານ 1,146 ລ້ານໂດລ້າຣ໌ສະຫະຣັຖ. ໃນນັ້ນ ມູນຄ່າການນໍາເຂົ້າ ປະມານ 689 ລ້ານໂດລ້າຣ໌ ແລະມູນຄ່າ ການສົ່ງອອກ ປະມານ 456 ລ້ານໂດລ້າຣ໌ ຄືຂາດດຸນ ການຄ້າປະມານ 233 ລ້ານໂດລ້າຣ໌, ເປັນການຂາດດຸນ ການຄ້າຕິດຕໍ່ກັນມາ 6 ເດືອນ ແລະຫລາຍທີ່ສຸດ ໃນຮອບປີ ຍ້ອນເງິນກີບເຟີ້ ແຕ່ນໍ້າມັນເຊື້ອເພີງ ເຂົ້າມາບໍ່ໄດ້ຂາດ.
ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 12 ຕຸລານີ້ວ່າ:
“ນໍ້ມັນຫັ້ນ ເຂົ້າມາມັນບໍ່ຂາດດອກ ແຕ່ວ່າມັນຍາກວ່າ ອັດຕຣາແລກປ່ຽນ ເງິນເຟີ້ຫັ້ນຊື່ໆ ເພາະວ່າເງິນໂດລ້າຣ໌ແຕ່ລະມື້ ມັນບໍ່ຢູ່ເກົ່າຫັ້ນນ່າ ບໍ່ທັນໄດ້ຂາຍ ກະຫລຸບທຶນແລ້ວ.”
ທະນາຄານແຫ່ງ ສປປ ລາວ ຣາຍງານເມື່ອຕົ້ນ ເດືອນຕຸລານີ້ວ່າ ເງິນກີບທຽບໃສ່ ເງິນໂດລ້າຣ໌ສະຫະຣັຖ ອ່ອນຄ່າລົງ 17.28% ແລະທຽບໃສ່ເງິນບາທ ອ່ອນຄ່າລົງ 16.6% ຍ້ອນ ສະພາບເສຖກິຈ ພາຍໃນປະເທດບໍ່ເຂັ້ມແຂງ, ໄດ້ຮັບຜົລກະທົບຈາກ ການຂຶ້ນດອກເບັ້ຍ ຂອງທະນາຄານກາງ ສະຫະຣັຖອາເມຣິກາ ແລະອີກຫລາຍບັນຫາ (ປັດຈັຍ).
ແຕ່ເຖິງຢ່າງໃດກໍຕາມ ຜູ້ຕາງໜ້າສະມາຄົມ ຢາງພາຣາ ແຂວງຫລວງນໍ້ານທາ ກໍເວົ້າວ່າ ຍ້ອນເງິນກີບອ່ອນຄ່າແຮງ ລາຄາສິນຄ້າ ຈຶ່ງແພງຂຶ້ນຫລາຍ ແຕ່ທາງສະມາຄົມ ກໍຍັງຮັບຊື້ຢາງພາຣາ ແລະສົ່ງໄປຂາຍ ໃຫ້ຈີນຕາມປົກກະຕິຢູ່ ເຖິງແມ່ນວ່າ ລາຄາຈະສູງຂຶ້ນເປັນ 8,000 ກີບ ເຖິງ 10,000 ກີບຕໍ່ກິໂລ ກໍຕາມ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ລາຄານີ້ຄັນຊິທຽບວ່າ ລາຄາກໍຂຶ້ນແຕ່ວ່າເງິນຕົກ ເງິນຕົກຫລາຍ ມາເບິ່ງເຄື່ອງນຸ່ງ ເຄື່ອງຂອງ ຕລາດຂຶ້ນເຄິ່ງນຶ່ງ ສະເພາະເງິນຫັ້ນ ແລ້ວດຽວນີ້ຫັ້ນ.”
ແມ່ຄ້າຂາຍອາຫານທະເລ ທີ່ນໍາສິນຄ້າ ຈາກໄທຍເຂົ້າມາຂາຍ ໃນນະຄອນຫລວງວຽງຈັນ ກໍເວົ້າວ່າ ບໍ່ແປກໃຈທີ່ປະເທດລາວ ຂາດດຸນການຄ້າຫລາຍ ຕິດຕໍ່ກັນມາຫລາຍເດືອນ ເພາະເງິນກີບອ່ອນຄ່າ ຢ່າງໜັກໜ່ວງ. ຕົວຢ່າງ ແຕ່ກ່ອນ ນໍາເອົາອາຫານທະເລເຂົ້າມາ 100 ກິໂລ ຕໍ່ 10,000 ບາທ, ຄິດເປັນເງິນກີບປະມານ 2.5 ລ້ານກີບ ແຕ່ປັດຈຸບັນ ເພີ່ມຂຶ້ນເປັນ 4.4 ລ້ານປາຍກີບ.
ດັ່ງທີ່ນາງກ່າວໃນມື້ວັນທີ 12 ຕຸລານີ້ວ່າ:
“ເອື້ອຍກະຊ່ວງນີ້ ເຣທເງິນມັນປັ່ນປວນຫລາຍ ເອົາງ່າຍໆ ເອື້ອຍເອົາອາຫານທະເລ ເຂົ້າມາຂາຍ ນໍາທາງໄທຍຈະສົ່ງມາໃຫ້ເອື້ອຍ ຂາຍກ່ອນ ແລ້ວເອື້ອຍຕ້ອງໂອນເງິນ ຄ່າເຄື່ອງຫັ້ນນ່າ ເອື້ອຍກະຂາດທຶນໆ ຂາດທຶນໄປ.”
ແຕ່ຜູ້ປະກອບການ ໂຮງງານອຸດສາຫະກັມ ຂອງໄທຍ ໃນເຂດອຸດສາຫະກັມ ວິຕ້າ ພາຣ໌ກ (VITA Park) ທີ່ນະຄອນຫລວງວຽງຈັນ ເວົ້າວ່າ ບໍ່ໄດ້ຮັບຜົລກະທົບ ຈາກເງິນກີບອ່ອນຄ່າ ໜັກປານໃດ ເມື່ອທຽບໃສ່ ໂຮງງານຂອງຄົນລາວເອງ ຍ້ອນໄດ້ຮັບການຍົກເວັ້ນ ພາສີນໍາເຂົ້າ ຈາກຣັຖບານລາວ. ໂຮງງານຂອງໄທຍ ຢູ່ລາວສ່ວນໃຫຍ່ ຈະໃຊ້ເງິນບາທ ແລະເງິນໂດລ້າຣ໌ສະຫະຣັຖ ເປັນຫລັກ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂ້ອຍວ່າ ເຮົາໄດ້ປຽບໃນເຣື່ອງຂອງ ການຊໍາຣະ ທີ່ເປັນເງິນໂດລ້າຣ໌ ສະກຸນເງິນຕ່າງປະເທດ ຢ່າງໜ້ອຍຢູ່ໃນນິຄົມ ອຸດສາຫະກັມ, ຂ້ອຍບໍ່ໄດ້ເສັຍພາສີຢູ່ແລ້ວເດ໋, ນໍາເຂົ້າ 10 ປີ ຕົ້ນທຶນກະເລີຍບໍ່ຫລາຍ ໃນໄລຍະນີ້.”
ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ຕາງໜ້າສະມາຄົມ ຜູ້ຈັດສົ່ງສິນຄ້າ ລະຫວ່າງປະເທດ ຂອງລາວ ເວົ້າວ່າ ຣັຖບານລາວຄວນຈະປັບເພີ່ມ ພາສີ-ອາກອນ ນໍາເຂົ້າສິນຄ້າບາງປະເພດ ແລະຫລຸດຜ່ອນ ການກູ້ຢືມເງິນຕຣາ ຕ່າງປະເທດ ໃນໄລຍະ ເງິນກີບອ່ອນຄ່ານີ້ ແລະຄວນເລັ່ງສະກັດກັ້ນ ແລະຄວບຄຸມການຈັດເກັບ ລາຍຮັບໃນ ແຕ່ລະຂແນງການ, ບໍ່ໃຫ້ເກີດການຮົ່ວໄຫລ, ບໍ່ໃຫ້ພະນັກງານພັກ-ຣັຖ ແລະເຈົ້າໜ້າທີ່ ປະຈໍາດ່ານສາກົລ ໃຊ້ເງິນຕຣາຕ່າງ ປະເທດ ຊະຊາຍ ເພື່ອເຮັດໃຫ້ສະພາບ ເງິນກີບແຂງຄ່າຂຶ້ນ, ບໍ່ໃຫ້ເງິນກີບເຟີ້ (ຫຼາຍກວ່ານີ້).
ດັ່ງທີ່ທ່ານກ່າວ ໃນມື້ວັນທີ 12 ຕຸລານີ້ວ່າ:
“ຄັນຢາກຄຸມໄດ້ກະມີແຕ່ວ່າ ໂຮ້ຍ... ທຸກຄົນກະຕ້ອງເປັນເຈົ້າການ ນໍາກັນແຫລະ ນັບແຕ່ພະນັກງານ, ທະຫານ, ຕໍາຣວດ. ພວກຢູ່ດ່ານ ເງິນບາທເຂົ້າມາ ກະບໍ່ຕ້ອງໃຊ້ຊະຊາຍ ມັນຄ່ານິຍົມ ຂອງໃຜຂອງມັນ ອັນນີ້ເງິນມັນ ກະເຟີ້ ເຮົາຕາຍແລ້ວ.”
ທ່ານກ່າວຕື່ມວ່າ ວິທີແກ້ໄຂບັນຫາ ການຂາດດຸນການຄ້າ, ຫາກລາວຂາດດຸນການຄ້າ ກັບປະເທດໃດ ກໍຕ້ອງຫລຸດຜ່ອນ ການນໍາເຂົ້າ ຫລືສົ່ງສິນຄ້າ ໄປປະເທດນັ້ນເພີ່ມຂຶ້ນ.
ສິນຄ້າທີ່ນໍາເຂົ້າມາລາວ ໃນເດືອນກັນຍາຜ່ານມາ ມີຮວມທັງນໍ້າມັນກາຊວນ, ນໍ້າມັນ ແອັດຊັງ, ອຸປກອນກົລຈັກ, ພາຫະນະທາງບົກ ແລະອື່ນໆ ຊຶ່ງສ່ວນຫລາຍ ແມ່ນນໍາເຈົ້າມາຈາກ ປະເທດໄທຍ, ຈີນ ແລະວຽດນາມ.
ສິນຄ້າສົ່ງອອກຕົ້ນຕໍ ແມ່ນຄຳປະສົມ, ຄຳແທ່ງ, ຢາງພາລາ, ຝຸ່ນ (ປຸຍ), ແຮ່ທອງ, ນ້ຳຕານ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ, ເກີບ, ແຮ່ເຫລັກ ແລະງົວ, ຄວາຍ. ປະເທດທີ່ສົ່ງອອກ ມີຮວມທັງຈີນ, ວຽດນາມ ແລະໄທຍ.
ເມື່ອວັນທີ 11 ຕຸລານີ້ ຄະນະຣັຖບານລາວ ແລະສະພາແຫ່ງຊາຕ ກໍໄດ້ຮ່ວມປະຊຸມ ຫາລືກັນ ເພື່ອຫາວິທີແກ້ໄຂ ບັນຫາເສຖກິຈ ຂອງປະເທດ ທີ່ກໍາລັງຫຍຸ້ງຍາກ ຫລາຍຢູ່ຕອນນີ້. ໃນກອງປະຊຸມຮ່ວມນີ້ ໄດ້ເວົ້າເຖິງຫລາຍບັນຫາ ທີ່ຈະຕ້ອງຫາວິທີແກ້ໄຂ ຢ່າງຮີບດ່ວນ ເປັນຕົ້ນເຣື່ອງນະໂຍບາຍ ແລະມາຕການ ສນອງເງິນຕຣາ ເພື່ອຮັບປະກັນ ການນໍານໍ້າມັນເຊື້ອເພີງ ເຂົ້າມາ ສໍາລັບໄລຍະກາງ ແລະໄລຍະຍາວ, ມາຕການແກ້ໄຂ ເງິນເຟີ້ສໍາ ລັບ ໄລຍະກາງ ແລະໄລຍະຍາວ, ການຄຸ້ມຄອງລາຄາສິນຄ້າ ແລະການນໍາເຂົ້າ ນໍ້າມັນເຊື້ອເພີງ ໃນເງື່ອນໄຂສະພາບ ເສຖກິຈມີຄວາມຫຍຸ້ງຍາກ ແລະການແກ້ໄຂ ບັນຫາໜີ້ສິນ ສໍາລັບໂຄງການ ລົງທຶນຂອງຣັຖ ໃນບ້ວງປົກກະຕິ ແລະການຊໍາຣະໜີ້ສິນ ທັງພາຍໃນ ແລະຕ່າງປະເທດ ໃຫ້ຄົບຖ້ວນ ຕາມທີ່ສະພາແຫ່ງຊາຕ ກໍານົດ.