ກະຊວງແຮງງານ ແລະສວັດດີການສັງຄົມ ຮ່ວມກັບຄະນະກັມມາທິການ ວັທນະທັມ ແລະສັງຄົມຂອງສພາແຫ່ງຊາຕ ປຶກສາຫາລື ຊອກຊ່ອງທາງ ໃນການແກ້ໄຂ ບັນຫາອັດຕຣາ ຄົນວ່າງງານ ພາຍໃນປະເທດທີ່ມີຢູ່ໃນປັດຈຸບັນ 19.51% ຂອງປະຊາກອນ ວັຍອອກແຮງງານ ໃຫ້ເຫລືອ 19.40% ພາຍໃນທ້າຍປີ 2022 ນີ້ ດ້ວຍການຝຶກອົບຮົມ ວິຊາອາຊີພ ແລະຈັດຫາງານ ໃນຂນະທີ່ຊາວນຸ່ມລາວ ຈຳນວນຫລາຍບໍ່ຢາກເຮັດວຽກ ພາຍໃນປະເທດ ຍ້ອນໄດ້ຄ່າຈ້າງໜ້ອຍ ແລະບໍ່ເໝາະສົມ ກັບສພາບເສຖກິຈ ໃນປັດຈຸບັນ. ດັ່ງຊາວນຸ່ມລາວ ຜູ້ນຶ່ງຈາກນະຄອນຫລວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ຕຸລາ ປີ 2022 ວ່າ:
“ມັນກໍວຽກຫັ້ນມີຫລາຍ ແຕ່ວ່າຄ່າມັນຫນ້ອຍເນາະ ຄ່າແຮງງານມັນຫນ້ອຍ ເພາະວ່າມັນເຮັດວຽກເມື່ອຍເດ ແລ້ວມັນໄດ້ຄ່າແຮງງານໜ້ອຍຫັ້ນນ່າ ຂະເຈົ້າກໍບໍ່ຢາກເຮັດ ມັນເມື່ອຍ ມັນໄດ້ເງິນບໍຫລາຍ ຂະເຈົ້າກໍບໍ່ຢາກເຮັດ ປະມານນັ້ນແຫລະ ມັນຈະເປັນແບບນັ້ນ ວຽກກໍຈະມີຫລາຍຢ່າງ ກໍ່ສ້າງແບບນີ້ ແບບນັ້ນ ຫັ້ນນ່າ ແຕ່ວ່າລາຄາແຮງງານກໍໜ້ອຍ ມັນກໍຕ່ຳຫັ້ນນ່າ ໂຕຢ່າງເຮັດວຽກ ໄດ້ຫາເງິນຫັ້ນນ່າ ມັນບໍ່ມີ.”
ໃນໄລຍະ 2 ເດືອນຜ່ານມາ ກະຊວງແຮງງານ ແລະສວັດດີສັງຄົມ, ສູນກາງສຫະພັນ ກັມມະບານລາວແລະສພາການຄ້າ ແລະອຸດສາຫະກັມແຫ່ງຊາຕລາວ ໄດ້ເຫັນດີໃຫ້ມີການປັບຂຶ້ນ ຄ່າແຮງງານຂັ້ນຕ່ຳ ເປັນ 1,200,000 ກີບຕໍ່ເດືອນ ແລະມີແຜນໃຫ້ປັບຂຶ້ນອີກ ໃຫ້ເປັນ 1,300,000 ຕໍ່ເດືອນ ໃນກາງປີໜ້າ ແຕ່ເຖິງຢ່າງໃດກໍຕາມ ຊາວນຸ່ມລາວສ່ວນໃຫຍ່ ເຫັນວ່າ ການປັບຂຶ້ນ ຄ່າຈ້າງແຮງງານ ຂັ້ນຕ່ຳດັ່ງກ່າວ ຍັງບໍ່ກຸ້ມຢູ່ ກຸ້ມກິນ, ຕ້ອງການຢາກໃຫ້ ພາກສ່ວນກ່ຽວຂ້ອງ ປັບຂຶ້ນຕື່ມອີກ.
ດັ່ງກັມມະກອນ ກໍ່ສ້າງຄົນນຶ່ງ ທີໄດ້ຮັບຄ່າຈ້າງ ລາຍວັນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍາກຢູ່, ຍາກຢູ່. ວຽກເຮັດງານທຳຫັ້ນຫາຍາກ ເງິນກໍບໍ່ມີ ຄ່າແຮງງານກໍຕ່ຳ ຕໍ່ມື້ ມື້ນຶ່ງ 30 ຫາ 50 ພັນກີບ ວຽກກໍ່ສ້າງບໍ ເປັນວຽກລາຍມື້ ສ່ວນຫລາຍດຽວນີ້ ເດີນທາງໄປເຮັດວຽກ ຢູ່ປະເທດໄທຫລາຍ ກໍຢາກໃຫ້ເພີ່ມເງິນໃຫ້ມັນສູງຂຶ້ນ.”
ໃນຂນະດຽວກັນ ທາງການລາວ ແລະພາກສ່ວນກ່ຽວຂ້ອງ ກໍໄດ້ສນັບສນູນ ໃຫ້ມີການຝຶກອົບຮົມ ອາຊີພແລະພັທນາສີມືແຮງງານ ໃຫ້ຫລາຍຂຶ້ນ ໂດຍສເພາະ ໃນວຽກງານຕັດຫຍິບ ເພື່ອຕອບສນອງ ການຂາດແຮງງານ ໃນອຸດສະຫາກັມ ຕັດຫຍິບພາຍໃນປະເທດ ທີ່ຍັງຕອ້ງການແຮງງານ ຈຳນວນຫລາຍ.
ດັ່ງເຈົ້າໜ້າທີ່ ຈັດຫາງານຢູ່ ແຂວງພາກໃຕ້ ຂອງລາວ ທ່ານນຶ່ງກ່່າວວ່າ:
“ສາຂາວິຊາ ອາຊີພເຮົາກໍເປັນຕັດຫຍີບ ຊ່າງຕັດຫຍີບ, ຊ່າງຣົຖຈັກ, ຣົຖໃຫຍ່ ຊ່າງຈອດ, ຊ່າງກໍ່, ຊ່າງໄມ້, ເສີມສວຍ. ບາງທີກໍຕັດຫຍີບ ບາງຄົນກໍເປີດຮ້ານເອງ ບາງຄົນກໍເປັນພນັກງານ ຢູ່ຕາມຮ້ານໃຫຍ່ໆ ເປັນຫລາຍຮູບແບບ.”
ສຳລັບການຝຶກອົບຮົມ ແລະພັທນາສີມື ແຮງງານຕ່າງໆ ພາຍໃນປະເທດນັ້ນ ຍັງມີຂໍ້ຈຳກັດ ຫລາຍດ້ານ ເປັນຕົ້ນ ບຸກຄະລາກອນ ແລະອຸປກອນຕ່າງໆ ແລະຍ້ອນຂາດງົບປະມານ ເຮັດໃຫ້ບໍ່ສາມາດ ເປີດການຝຶກອົບຮົມ ແລະພັທນາສີມືແຮງງານ ໃນຂແນງອາຊີພ ຫລາກຫລາຍໄດ້.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານພັທນາສີມື ແຮງານ ຢູ່ແຂວງພາກໃຕ້ ຂອງລາວ ກ່າວວ່າ:
“ແຜນພັທນາໂຕນີ້ ທາງເຮົາກໍເພີ່ມຂຶ້ນຢູ່ ແຕ່ວ່າປັດຈຸບັນນີ້ ການເງິນທາງເຮົາ ກໍບໍ່ພ້ອມປານໃດ ຕອນນີ້ເຮົາກະຍັງບໍ່ທັນລົງມືແທ້ ປານໃດ ເພາະວ່າວຽກທີ່ເຮົາເຮັດນີ້ ແມ່ນງົບປະມານມາຈາກ ຂອງຣັຖບານເນາະ ໃນການຝຶກແຕ່ລະເທື່ອ ຄ່າໃຊ້ຈ່າຍສູງ ມັນກໍຍັງເລີຍວ່າ ຊີ່ເພີ່ມຂຶ້ນຫັ້ນ ມັນກໍຍັງບໍ່ເປັນໄດ້ຈັກເທື່ອ.”
ຜ່ານມາ ທາງການລາວ ແລະພາກສ່ວນກ່ຽວຂ້ອງ ມີເປົ້າໝາຍ ໃນການລຸດຜ່ອນ ອັດຕຣາການວ່າງງານພາຍໃນປະເທດ ດ້ວຍການຈັດຕລາດນັດ ແຮງງານ ຕາມແຂວງຕ່າງໆ ເພື່ອສນັບສນູນ ໃຫ້ຜູ້ໃຊ້ ແລະຜູ້ອອກແຮງງານ ໄດ້ພໍ້ກັນ, ຈັດຝຶກອົບຮົມ ແລະພັທນາ ສີມືແຮງງານ ໃຫ້ແກ່ຜູ້ທີ່ຕ້ອງການ ເຮັດວຽກຢູ່ໂຮງງານ ຕັດຫຍິບ ແລະສາຂາອື່ນໆ ແລະໃຫ້ເງິນກູ້ດອກເບັ້ຽຕ່ຳ ແກ່ຄົນງານຜູ້ທີ່ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ ເປັນຕົ້ນໄທຍ, ເກົາຫລີໃຕ້ ແລະຍີ່ປຸ່ນ.
ດັ່ງນັກວິຊາການ ດ້ານແຮງງານ ທ່່ານນຶ່ງເວົ້າວ່າ:
“ການລຸດຜ່ອນແຮງງານ ກໍຍັງບໍ່ທັນໄດ້ລຸດລົງດອກ ແຕ່ອັນນີ້ກໍລຸດລົງ ແຕ່ວ່າທາງບ້ານເກີດການຮ່ວມມືຣະວຫ່ວາງລາວ-ໄທ ກໍລຸດລົງແລ້ວກໍມເຮັດວຽກພາຍໃນນີ້ແດ່ ການຈັດສົ່ງໄປປະເທດເກົາຫລີ ປະເທດຍີ່ປຸ່ນຫັ້ນແດ່ເນາະ ກໍຫລຸດຫລາຍນ້ອຍນຶ່ງ ເຂົາກໍສົ່ງໄປ ໂຮງງານຕັດຫຍີບ ໂຮງງານທີ່ມັນມີ ຢູ່ໃນລາວນີ້ນ່າ ແລ້ວກໍທາງຣົຖໄຟ ລາວ-ຈີນ ແມ່ນບໍ່ໄດ້ມີ ການຝຶກງານຫັ້ນນ່າ.”
ອີງຕາມບົດຣາຍງານ ຫລັງຈາກການຫາລືກັນ ລະຫວ່າງ ກະຊວງແຮງງານ ແລະສວັດດີການສັງຄົມ ແລະກັມມາທິການ ວັທນະທັມ ສັງຄົມ ຂອງສພາແຫ່ງຊາຕ, ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະພຍາຍາມ ສ້າງຕ່ຳແຫນ່ງງານ ທີ່ຫລາກຫລາຍ ແລະມີລາຍໄດ້ສູງ ໃຫ້ໄດ້ 855 ຄົນ, ຈັດການທົດສອບ ສີມືແຮງງານ ໃຫ້ໄດ້ 535 ຄົນ, ຈັດຫາວຽກເຮັດ ງານທຳ ເຂົ້າສູ່ຕລາດແຮງງານ ໃຫ້ໄດ້ 2,604 ຄົນ, ໃນນີ້ ເປັນການຈັດຫາງານ ພາຍໃນ 1,200 ຄົນ ແລະຈັດສົ່ງຄົນງານ ໄປເຮັດວຽກ ຢູ່ຕ່າງປະເທດ 1,404 ຄົນ ສືບຕໍ່ອັດຕຣາ ການມີວຽກເຮັດ ງານທຳ ໃຫ້ແກ່ພົລເມືອງລາວ ໃຫ້ໄດ້ 24.64% ແລະແກ້ໄຂບັນຫາ ອັດຕຣາການວ່າງງານ ໃຫ້ຫລຸດລົງ 0.11%. ພາຍໃນທ້າຍປີ 2022.
ກ່ອນໜ້ານີ້ ເມື່ອວັນທີ 16 ສິງຫາ ຜ່ານມາ ທ່ານ ສຸລີຍາ ຄຳວົງສາ ຮອງຫົວໜ້າ ກົມຈັດຫາງານ ໄດ້ກ່າວໃນກອງປະຊຸມ ເຜີຍແຜ່ດຳຣັຖ ວ່າດ້ວຍການຈັດສົ່ງຄົນງານ ໄປເຮັດວຽກ ຢູ່ຕ່າງປະເທດ (ສບັບປັບປຸງ) ວ່າ “ໃນໄລຍະ ການແຜ່ຣະບາດ ໂຄວິດ-19 ໄດ້ສົ່ງຜົລກະທົບ ຕໍ່ການຂຍາຍໂຕ ຂອງຫົວໜ່ວຍແຮງງານ ແລະການລົງທຶນ ຕ່າງໆພາຍໃນປະເທດ ອີກທັງ ຄວາມຕ້ອງການ ກຳລັງແຮງງານ ເຂົ້າສູ່ຕ່ຳແໜ່ງໃໝ່ ທັງພາຍໃນ ແລະຕ່າງປະເທດ ກໍຫລຸດລົງ ເຮັດໃຫ້ມີຜູ້ວ່າງງານ ປະມານ 442,976 ຄົນ, ທັງນີ້ ເມືອສພາບການ ໂຄວິດ-19 ຫລຸດລົງ ແລະມີການເປີດປະເທດ ໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ ເຮັດໃຫ້ຊາວລາວ ສາມາດຊອກວຽກເຮັດ ງານທຳໄດ້ 27,163 ຄົນ ໃນນັ້ນ ເປັນການເຮັດວຽກ ພາຍໃນປະເທດ 13,802 ຄົນ ແລະເດີນທາງ ໄປເຮັດວຍກຢູ່ຕ່າງປະເທດ 13,361 ຄົນ.”
ໃນວັນທີ 30 ພືສຈິກາ ປີ 2021 ຜ່ານມາ ທ່ານ ພົງໄຊສັກ ອິນທາລາດ ຮອງຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ ກ່າວໃນກອງປະຊຸມສພາ ບໍຣິຫານອົງການ ຈັດຕັ້ງສາກົລ ເພື່ອຄົນຍ້າຍຖິ່ນຖານ ຫລື International Organization Migration (IOM) ຜ່ານລະບົບທາງໄກ ວ່າການແຜ່ຣະບາດໂຄວິດ-19 ເຮັດໃຫ້ອັດຕຣາ ການວ່າງງານ ໃນລາວເພີ່ມຂຶ້ນເປັນ 21.8% ຈາກເດີມ ຢູ່ທີ່ 9.4% ແລະມີໂຕເລກຜູ້ວ່າງານ ພາຍໃນປະເທດ ຈຳນວນ 439,082 ຄົນ.