ຜູ້ທີ່ພາພີ່ນ້ອງ ຈາກຕ່າງປະເທດ ໄປທ່ອງທ່ຽວ ຖືກປັບໃໝ

ສຸພັດຕາ
2022.10.07
ຜູ້ທີ່ພາພີ່ນ້ອງ ຈາກຕ່າງປະເທດ ໄປທ່ອງທ່ຽວ ຖືກປັບໃໝ ແມ່ຄ້າ ຂາຍດອກໄມ້ບູຊາ ແລະ ໝາກເບັງ ທີ່ເຮັດຈາກໃບຕອງ ປະດັບດ້ວຍດອກດາວເຮືອງ ເໜັບດອກຂີ້ເຜິ້ງ ໃຫ້ແກ່ຜູ້ທີ່ມາໄຫວ້ ພຣະທາຕຫຼວງ (TS), ເດືອນພຶສຈິກາ ປີ 2021.
RFA

ໃນໄລຍະທີ່ຜ່ານມາ ມີຊາວລາວຈໍານວນນຶ່ງ ພາພີ່ນ້ອງທີ່ມາຈາກຕ່າງປະເທດ ໄປທ່ຽວຊົມ ພຣະທາຕຫຼວງ ແລະປະຕູໄຊ ຢູ່ນະຄອນຫຼວງວຽງຈັນ ແລ້ວຖືກເຈົ້າໜ້າທີ່ ຕໍາຣວດ ທ່ຽວທ່ອງປັບໃໝ ໃນຂໍ້ຫາ ເປັນໄກ໋ດ໌ (Guide) ເຖື່ອນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການຄຸ້ມຄອງ ການທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ຖ້າຫາກຖືກກ່າວຫາວ່າ ເປັນໄກ໋ດ໌ເຖືື່ອນ, ເປັນຄະດີຄວາມ ກໍຕ້ອງໄດ້ຂຶ້ນສານ ເມື່ອສານຕັດສິນ ວ່າເປັນໄກ໋ດ໌ເຖື່ອນແທ້ ກໍຈະຖືກປັບໃໝຕາມກົດໝາຍ ຕົກເປັນເງິນເກືອບ 20,000,000 ກີບ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 4 ຕຸລາ 2022 ນີ້ວ່າ:

“ແລ້ວແຕ່ວ່າ ເພິ່ນຊິໃສ່ກໍຣະນີໃຫ້ເຮົາເນາະ ຖ້າກໍຣະນີວ່າ ເຮັດທົວຣ໌ເຖື່ອນແນວນີ້ນິ່ ເພິ່ນເອົາຫຼາຍໄດ໋ ຖ້າວ່າໄກ໋ດ໌ມາບັນຍາຍ ເຮັດທົວຣ໌ເຖື່ອນຫັ້ນ ເພິ່ນເອົາຫຼາຍ ໄລ່ເປັນເງິນກີບລາວ ມັນກໍເກືອບ 20 ລ້ານພຸ້ນແຫຼະ ໃນລະບຽບເພິ່ນຫັ້ນນ່າ ແຕ່ສ່ວນໃຫຍ່ ເພິ່ນກໍບໍ່ປັບຮອດປານນັ້ນດອກ ບໍ່ເອົາເຣື່ອງເອົາຄວາມກັນ ພໍໄດ້ເງິນນໍາຂະເຈົ້າ ແລ້ວຫັ້ນນ່າ ເຮົາກໍ ມັນເປັນຂໍ້ເສັຍຂອງເຮົາຢູ່ຈຸດນີ້ແຫຼະ.”

ຂະນະດຽວກັນ ຖ້າຫາກມີເຈົ້າໜ້າທີ່ ຕໍາຣວດທ່ອງທ່ຽວ ດໍາເນີນການໃສ່ຂໍ້ຫາວ່າ ມີການນໍາທ່ຽວ ແລະທ່ອງທ່ຽວແບບບໍ່ຖືກຕ້ອງ ຕາມກົດໝາຍ ພ້ອມປັບໃໝນັ້ນ, ຄົນລາວທີ່ພາຍາຕິພີ່ນ້ອງ ຈາກຕ່າງປະເທດ ເດີນທາງ ໄປທ່ຽວຕາມບ່ອນຕ່າງໆ ພາຍໃນປະເທດ ແລະນັກທ່ອງທ່ຽວ ຈາກຕ່າງປະເທດ ທີ່ເດີນທາງມາຍັງປະເທດລາວ ສາມາດປະຕິເສດ ທີ່ຈະບໍ່ເສັຍຄ່າປັບໃໝ ໃຫ້ແກ່ເຈົ້າໜ້າທີ່ຕໍາຣວດ ແລະເດີນທາງໄປຮັບຟັງຄໍາຊີ້ແຈງ ຢູ່ຫ້ອງການຕໍາຣວດໄດ້.

ດັ່ງເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກໍມີແຕ່ເພິ່ນຊິປັບໃໝ ກໍມີແຕ່ບອກວ່າ ຂຽນໃບໃຫ້ເຮົາສາ ເຮົາຂໍໄປຈ່າຍຢູ່ຫ້ອງການ ພວກທ່ານເອົາ ແນວນີ້ຫັ້ນເຂົາກໍຊິປັບ ມັນເປັນຄວາມຄິດ ສ່ວນບຸກຫຼາຍກວ່າຫັ້ນນ່າ ຫົວໜ້າເພິ່ນກໍບໍ່ໃຫ້ປັບ ແຕ່ວ່າບາງຄົນເພິ່ນກະວ່າ ເພື່ອອໍານວຍຄວາມສະດວກ ຂ້ອຍຈ່າຍ 100, 200, 400, 500 ໄປແລ້ວໄປ ແລ້ວບາດນີ້ ອ້າຍນ້ອງເຮົາເຄີຍໄດ້ແລ້ວ ເທື່ອໜ້າມາເອົ້າລອງກວດເບິ່ງ.”

ທາງດ້ານຊາວລາວຫຼາຍຄົນ ທີ່ມີໝູ່ເພື່ອນ ແລະຍາຕິພີ່ນ້ອງ ຂ້າມມາຈາກຝັ່ງໄທຍນັ້ນ ສາມາດອະທິບາຍຂໍ້ມູນເບື້ອງຕົ້ນ ກ່ຽວກັບສະຖານທີ່ທ່ອງທ່ຽວ ແຕ່ລະແຫ່ງ ພາຍໃນປະເທດລາວໄດ້ ແລະຖ້າຫາກເຈົ້າໜ້າທີ່ ຕໍາຣວດທ່່ອງທ່ຽວ ຕ້ອງການກວດສອບ ເອກສານ ເພື່ອຂໍປັບໃໝ ກໍຄວນອະທິບາຍ ໃຫ້ພວກເຂົາເຈົ້າເຂົ້າໃຈວ່າ ເປັນການເລົ່າສູ່ກັນຟັງ ໃນເຣື່ອງທົ່ວໄປ ເຊິ່ງບໍ່ມີຄວາມຜິດ ທາງກົດໝາຍ.

ດັ່ງເຈົ້າຂອງ ບໍຣິສັດນໍາທ່ຽວ ພາຍໃນປະເທດ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:

“ເອີ່ ບໍ່ຖືກດອກ ຄັນວ່າມາຕາມກົດໝາຍ ກໍບໍ່ໄດ້ປັບຫຍັງ ການທ່ອງທ່ຽວ ຢູ່ລາວນີ້ ມັນຊິມີ 2 ແບບ ເພາະວ່າ ເຂົາເຂົ້າມາແບບຜ່ານທົວຣ໌ ຫຼື ເຂົ້າມາອີກກຸ່ມນຶ່ງນີ້ ເພິ່ນບໍ່ຜ່ານທົວຣ໌ ແຕ່ສາມາດແຈ້ງເອກສານເຂົ້າມາເອງຊີ້ນ່າ. ເອີ່ ກໍໄດ້ ກໍບໍ່ເປັນຫຍັງ ແລ້ວແຕ່, ແຕ່ວ່າ ເຮົາເຮັດໜັງສື ຜ່ານແດນເຂົ້າມາ ຕາມທົ່ວໄປແບບບໍ, ໄດ້ຢູ່ດອກ ໄດ້ຢູ່ໆ ບໍ່ເປັນຫຍັງ ຢ້ຽມຢາມຫັ້ນແຫຼະ.”

ທີ່ຜ່ານມາ ນັກທ່ອງທ່ຽວກຸ່ມໃຫຍ່ ທີ່ມີຄົນບັລຍາຍ ແລະໃຫ້ຂໍ້ມູນ ກ່ຽວກັບສະຖານທີ່ ຕ່າງໆນັ້ນ ມັກຖືກເຈົ້າໜ້າທີ່ ຕໍາຣວດທ່ອງທ່ຽວ ຊູ່ມກວດ ຍ້ອນອາຈມີການ ໃຫ້ບໍຣິການ ໄກ໋ດ໌ນໍາທ່ຽວ ແບບບໍ່ຖືກຕ້ອງຕາມກົດໝາຍ ສ່ວນກໍຣະນີ ກຸ່ມນັກທ່ອງທ່ຽວຂນາດນ້ອຍ ປະມານ 2-3 ຄົນນັ້ນ ມັກບໍ່ໄດ້ຮັບ ການກວດກາ ຈາກເຈົ້າໜ້າທີ່ ຕໍາຣວດພໍເທົ່າໃດ.

ດັ່ງຊາວນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ:

“ເອີ່ ນໍາທ່ຽວ ຄັນເປັນໄກ໋ດ໌ນໍາທ່ຽວ ບໍ່ເປັນຫຍັງດອກ ບໍ່ໄດ້ຈັບດອກ ຍາຕພີ່ນ້ອງກັນນີ້ ຄັນຫຼາຍຄົນນີ້ ເຂົາຊິກວດເນາະ ເພາະວ່າເຂົາບໍ່ເຊື່ອວ່າ ເປັນຍາຕພີ່ນ້ອງກັນແທ້ຊີ້ນ່າ ຄັນວ່າຄົນນຶ່ງ ສອງຄົນລະ ບໍ່ເປັນຫຍັງ ຫຼາຍຄົນແລ້ວຄ້າຍໆ ແບບເອີ່ເຮົານໍາທ່ຽວຊີ້ນ່າ ແລ້ວມັນຈະບໍ່ຖືກ ເຂົາຈະກວດ ວ່າແມ່ນແທ້ບໍ່ຊີ້ນ່າ.”

ສໍາລັບນັກທ່ອງທ່ຽວຊາວໄທຍ ທີ່ຢູ່ລະຫວ່າງການເດີນທາງ ຈາກປະເທດໄທຍ ມາຍັງປະເທດລາວ ພວກເຂົາເຈົ້າສາມາດໃຊ້ບໍຣິການ ໄກ້ນໍາທ່ຽວຄົນໄທຍໄດ້ ແຕ່ເມື່ອເດີນທາງ ມາຮອດປະເທດລາວ ກໍຈໍາເປັນຕ້ອງໃຊ້ ບໍຣິການ ຈາກໄກ໋ດ໌ນໍາທ່ຽວ ຊາວລາວ ໂດຍທີ່ໄກ໋ດ໌ຊາວໄທຍ ສາມາດຮ່ວມເດີນທາງ ຮ່ວມກັບໄກ໋ດ໌ຊາວລາວ ແລະນັກທ່ອງທ່ຽວໄດ້ ໂດຍບໍ່ມີຄວາມຜິດ ທາງກົດໝາຍ.

ດັ່ງໄກ໋ດ໌ນໍາທ່ຽວ ພາສາໄທຍ ແລະພາສາວຽດນາມ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ມາໃຫ້ຖືກຕ້ອງຕາມເພິ່ນຫັ້ນແຫຼະ ແຕ່ວ່າຄັນແມ່ນ ຕ້ອງໄດ້ມີໄກ໋ດ໌ຜ່ານບໍຣິສັດ ຜ່ານບໍຣິສັດໄກ໋ດ໌. ໄກ໋ດ໌ໄທຍມາກໍໄດ້ ແຕ່ວ່າຜ່ານບໍຣິສັດລາວ ແຕ່ວ່າບໍ່ໃຊ້ໄກ໋ດ໌ກໍມີແຕ່ເຊົ່າຣົຖ ລູກຄ້າບໍ່ເກີນ 8 ຄົນ ມີໄກ໋ດ໌ລາວ ໄກ໋ດ໌ໄທຍກໍໄດ້ ຄັນວ່າມີໄກ໋ດ໌ໄທຍ ກໍຕ້ອງມີໄກ໋ດ໌ກ້ລາວຄູ່ນໍາ.”

ຂະນະດຽວກັນ ເຖິງແມ່ນວ່າ ຄົນລາວຈະສາມາດ ພາຍາຕິພີ່ນ້ອງ ຈາກຝັ່ງໄທຍມາທ່ອງທ່ຽວ ພາຍໃນປະເທດລາວໄດ້ ແຕ່ຢ່າງໃດກໍຕາມ ຖ້າຫາກຕ້ອງການ ພາພວກເຂົາເຈົ້າໄປພັກ ທີ່ເຮືອນຂອງໂຕເອງ ໂດຍສະເພາະ ເຮືອນພັກ ທີ່ຢູ່ໃນພື້ນທີ່ເຂດນອກ ຈະຕ້ອງແຈ້ງໃຫ້ນາຍບ້ານ ໄດ້ຮັບຮູ້ກ່ອນ ເພື່ອຄວາມປອດພັຍ ຂອງຄົນໃນເຂດບ້ານ ແລະຜູ້ທີ່ເດີນທາງ ເຂົ້າໄປພັກໃນເຂດບ້ານ.

ດັ່ງຊາວ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງກ່າວວ່າ:

“ສົມມຸດວ່າ ຄືເຈົ້ານີ້ເນາະ ມາທ່ຽວ ສົມມຸດເຮົາອອກໄປນອກ ໄປນອນບ້ານຢູ່ເຮືອນພີ່ນ້ອງ ເຮືອນຍາຕ ເຮົາກໍຕ້ອງໄດ້ຄອບ ນາຍບ້ານເຂົາຫັ້ນນ່າ ວ່າມີແຂກມີຫຍັງ ມານອນເຮືອນເຮົາຊື່ໆ ຄັນເກີດມີຂີ້ລັກ ໂຈນມາເຂົາກໍໄດ້ຮູ້ວ່າ ເຮົາໄດ້ແຈ້ງ ຄັນເຮົາບໍ່ແຈ້ງ ຄັນເກີດມີຄົນມາປຸ້ນມາຍິງກັນ ເຂົາກໍຊິຫາເຣື່ອງ ວ່າເຮົານີ້ມາໜີຄະດີ.”

ໃນໄລຍະ ທ້າຍເດືອນສິງຫາ 2022 ທີ່ຜ່ານມາ ມີປະຊາຊົນຈໍານວນຫຼາຍ ໄດ້ສົ່ງຂ່າວ ໄປຍັງໜັງສືພິມລາວພັທນາ ວ່າ ຍາຕິພີ່ນ້ອງຂອງຊາວລາວ ທີ່ຢູ່ທາງຝັ່ງໄທຍ ໄດ້ເດີນທາງມາຍັງປະເທດລາວ ເຊິ່ງພວກເຂົາເຈົ້າ ກໍໄດ້ພາໄປນະມັສການ ພຣະທາຕຫຼວງ ໂດຍໃຊ້ຣົົຖສ່ວນໂຕ ແຕ່ພັດມີເຈົ້າໜ້າທີ່ ຕໍາຣວດທ່ອງທ່ຽວ ເຂົ້າມາ ພ້ອມໃຊ້ມາຕການປັບໃໝ ສ່ວນອີກກໍຣະນີນຶ່ງ ແມ່ນພາກສ່ວນໂຮງແຮມ ທີ່ບໍຣິການທີ່ພັກພ້ອມຣົຖຮັບສົ່ງ ເມື່ອມີນັກທ່ອງທ່ຽວມາພັກ ກໍຈະພາໄປສົ່ງ ຍັງສະຖານທີ່ທ່ອງທ່ຽວ ໂດຍບໍ່ໄດ້ມີການນໍາທ່ຽວ ແຕ່ຢ່າງໃດ ແຕ່ຖືກເຈົ້າໜ້າທີ່ປັບໃໝ ຍ້ອນບໍ່ແມ່ນການບໍຣິການນໍາທ່ຽວ ແຕ່ຮັບງານພາແຂກທ່ອງທ່ຽວ ຕາມສະຖານທີ່ຕ່າງໆ ພາຍໃນນະຄອນຫຼວງວຽງຈັນ.

ກ່ຽວກັບເຣື່ອງນີ້ ກະຊວງ ຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ໄດ້ອະທິບາຍວ່າ ການທີ່ປະຊາຊົນລາວ ໄດ້ພາພີ່ນ້ອງນໍາທ່ຽວ ຖືວ່າບໍ່ຜິດລະບຽບ ກົດໝາຍ ການນໍາທ່ຽວ ແລະສາມາດເຮັດໄດ້ ແຕ່ຕ້ອງສະແດງຫຼັກຖານ ຄວາມຈິງ ວ່າເປັນພີ່ນ້ອງແທ້, ບໍ່ແມ່ນການສວຍໂອກາດ ຮັບແຂກນໍາທ່ຽວ ບໍ່ຖືກຕ້ອງ, ສ່ວນຣົຖໂຮງແຮມ ກໍສາມາດນໍາສົ່ງ ນັກທ່ອງທ່ຽວໄດ້ ໂດຍບໍ່ແມ່ນການນໍາທ່ຽວໂດຍຕຣົງ ແຕ່ຕ້ອງສະແດງເອກສານຣົຖ, ບັດພະນັກງານ ທີ່ກ່ຽວຂ້ອງກັບໂຮງແຮມນັ້ນໆ ຈຶ່ງຈະຖືວ່າ ບໍ່ເຂົ້າຂ່າຍຄວາມຜິດທາງກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.