ເສດຖະກິດລາວ ຈະຂະຫຍາຍຕົວ ຍ້ອນການທ່ອງທ່ຽວ, ຊັບພະຍາ ກອນທໍາມະຊາດ

ຈຳປາທອງ
2024.07.02
ເສດຖະກິດລາວ ຈະຂະຫຍາຍຕົວ ຍ້ອນການທ່ອງທ່ຽວ, ຊັບພະຍາ ກອນທໍາມະຊາດ ກຸ່ມນັກທ່ອງທ່ຽວຊາວຈີນ ທີ່ພວມເລາະຊື້ສິນຄ້າ ຫັດຖະກຳທ້ອງຖິ່ນ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ (TS) ເດືອນມີນາ 2024.
RFA

ກອງທຶນເງິນສາກົນ ຫຼື IMF ຄາດຄະເນວ່າ ເສດຖະກິດຂອງ ສປປ ລາວ ຈະເຕີບໂຕຂຶ້ນ ຍ້ອນຂະແໜງການທ່ອງທ່ຽວ ແລະຊັບພະຍາກອນທໍາມະຊາດ. ແຕ່ເຖິງຢ່າງໃດກໍຕາມ ສະພາບເສດຖະກິດ ໃນພາບລວມ ກໍຍັງມີສິ່ງທ້າທາຍຫລາຍດ້ານ ໂດຍສະເພາະ ເລື່ອງລະດັບໜີ້ສິນສາທາລະນະ ແລະອັດຕາເງິນເຟີ້ ທີ່ຍັງຢູ່ໃນລະດັບສູງ, ບັນຫາເງິນກີບອ່ອນຄ່າ ແລະການຄຸ້ມຄອງເງິນຕາ.

ກ່ຽວກັບເລື້ອງນີ້ ຜູ້ຊ່ຽວຊານດ້ານເສດຖະສາດລາວ ກໍເຫັນດີນໍາການປະເມີນຂອງ IMF ໃນຄັ້ງນີ້. ແຕ່ຂະແໜງການທ່ອງທ່ຽວ ແລະຊັບພະຍາກອນ ທໍາມະຊາດ ທີ່ວ່ານັ້ນ ກໍຍັງມີບັນຫາທ້າທາຍຢູ່ຫລາຍ ເປັນຕົ້ນ ແຮ່ທາດ ທີ່ຂຸດຄົ້ນຂື້ນມາ ຍັງບໍ່ມີໂຮງງານ ແປຮູບແຮ່ທາດນັ້ນເທື່ອ, ເຮັດໃຫ້ມູນຄ່າແຮ່ທາດ ທີ່ສົ່ງອອກໄປ ຕໍ່າ ແລະວ່າ ໃນໄລຍະສັ້ນ ການສົ່ງແຮ່ທາດອອກໄປ ອາດຈະສ້າງລາຍຮັບ ໃຫ້ເສດຖະກິດໄດ້, ແຕ່ໃນໄລຍະຍາວ ແຮ່ທາດອາດຈະໝົດໄປ.ສ່ວນຂະແໜງການທ່ອງທ່ຽວ ກໍຍັງມີບັນຫາ ທົວສູນຫຼຽນ (Zero Income) ເກີດຂຶ້ນ ຊຶ່ງລາຍຮັບ ບໍ່ໄດ້ຕົກເຖິງໄກຜູ້ນໍາທ່ຽວ ແລະຜູ້ປະກອບການໂຮງແຮມ ຫລືຮ້ານອາຫານ ຂອງຄົນລາວ, ແຕ່ຫາກຈະຕົກເປັນລາຍໄດ້ ຂອງນັກທຸລະກິດຈີນຫລາຍກວ່າ.ນອກນັ້ນ ກໍຍັງມີບັນຫາໜີ້ສາທາລະນະ, ເງິນເຟີ້ ແລະເງິນກີບອ່ອນຄ່າ ກໍອາດຈະເຮັດໃຫ້ປີນີ້ ລວມຍອດມຸນຄ່າຜະລິດຕະພັນພາຍໃນ ຫຼື GDP ຂອງປະເທດ ຈະບໍ່ເພີ່ມຂຶ້ນຫລາຍປານໃດ, ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມິຖຸນາ 2024 ນີ້ວ່າ:

ໂອເຄໄດ໋ ຂະເຈົ້າກໍວິເຄາະ ໄດ້ກົງໄປກົງມາດີ ກໍເຫັນຄ້າຍໆກັນ ໂອກາດທີ່ລາວຈະມີລາຍຮັບ ກໍມີແຕ່ເລື້ອງຂອງການທ່ອງທ່ຽວ ແລະເລື້ອງຂອງການສົ່ງອອກ ແຕ່ວ່າດ້ານດີກໍມີດ້ານອ່ອນຫລາຍ  ເລຶ້ອງການສົ່ງອອກສິນຄ້າປະເພດດ້ານແຮ່ທາດຕ່າງໆ ເລື້ອງການສົອອກແຮ່ທາດ ມັນກໍຍັງມີສິ່ງທ້າທາຍເລື້ອງຂອງການທີ່ເຮົາສົ່ງອອກເປັນແຕ່ແຮ່ ບໍ່ໄດ້ເປັນສິນຄ້າແປຮູບ ດັ່ງນັ້ນມູນຄ່າເພີ້ມ ມັນກໍຈະໄດ້ຕໍ່າຫລາຍ ຕໍ່ມາການທ່ອງທ່ຽວເນາະ ເຖິງວ່າຈະມີການທ່ອງທ່ຽວມາຫລາຍ ແຕ່ວ່າການທ່ອງທ່ຽວເປັນທົວສູນຫລຽນ ນັກທ່ອງທ່ຽວມາທ່ຽວ ຕົວຢ່າງນັກທ່ອງທ່ຽວຈີນ, ນັກທ່ອງທ່ຽວເກົາຫລີ ກໍມາກິນອາຫານຈີນຢູ່ລາວ ໃນໂຮງແຮມຂອງຄົນຈີນຢູ່ລາວ ສ່ວນທີ່ເຫລືອມາກໍມາສູ່ຂອງພາກປະຊາຊົນ ຈໍານວນຈໍາກັດ.

ຜູ້ນໍາທ່ຽວ ຢູ່ນະຄອນຫລວງພະບາງ ທ່ານໜຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ບັນຫາທົວສູນຫຼຽນ ຢູ່ນະຄອນຫລວງພະບາງ ກໍຍັງມີຢູ່ ໂດຍທີ່ນັກທ່ອງທ່ຽວຈີນ ຈະເດີນທາງມາລາວ ດ້ວຍລົດໄຟລາວ-ຈີນ, ຫລັງຈາກທ່ອງທ່ຽວແລ້ວ ກໍຈະເຂົ້າພັກ ແລະກິນອາຫານ ທີ່ໂຮງແຮມ ຂອງຄົນຈີນ ເຮັດໃຫ້ມີຜົນກະທົບ ຕໍ່ທຸລະກິດຂອງຄົນ ດັ່ງທີ່ທ່ານກ່າວວ່າ:

ມີສູນຫລຽນອີ່ຫຍັງກໍມີ ມີແຕ່ຄົນຈີນເທົ່ານັ້ນແຫລະ ເຮັດຮັບເປີດທຸຫຢ່າງເມິດ ມາຈາກຈີນເລີຍ ເຈົ້າ ມັນກໍມີບໍລິສັດເນາະ ບໍລິສັດທີ່ມາຮັບມາສົ່ງ ແລ້ວກໍຂະເຈົ້າກໍໄປກິນທີ່ຮ້ານອາຫານຈີນ ຊື້ເຄື່ອງຂອງຝາກຈີນ ບໍ່ໄດ້ກິນອາຫານລາວເດີ້ ພວກເກົາຫລີກໍກໍາລັງມີມາຫລາຍ ມັນຜົນກະທົບຫລາຍເນາະ ເພາະວ່າບາງຄົນມັນກໍເງິນມັນບໍ່ພໍ ຂະເຈົ້າກໍຂ້າມຝັ່ງໄປໄທບໍ່ ໄປເຮັດວຽກຢູ່ຕ່າງປະເທດເມິດຫັ້ນນ່າ.

ຢູ່ນະຄອນຫລວງວຽງຈັນ ຜູ້ນໍາທ່ຽວນາງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ທີ່ຜ່ານມາ ຖ້າຫາກນັກລົງທຶນຕ່າງປະເທດ ຕ້ອງການເປີດບໍລິສັດທ່ອງທ່ຽວໃນລາວ ກໍຕ້ອງມີຄົນລາວ ຫຸ້ນສ່ວນນໍາເຄິ່ງໜຶ່ງ, ແຕ່ຕອນນີ້ ນັກລົງທຶນຕ່າງປະເທດ ສາ ມາດເປີດບໍລິສັດໄດ້ ໂດຍບໍ່ຕ້ອງມີຄົນລາວ ຮ່ວມຖືຫຸ້ນນໍາ, ເຮັດໃຫ້ນັກລົງທຶນຈີນ, ໄທ ແລະຫວຽດນາມ ເຂົ້າມາເປີດບໍລິສັດທ່ອງທ່ຽວ ແລະໂຮງແຮມ ໃນລາວຫລາຍຂຶ້ນ.

ຕົວນີ້ຫັ້ນກໍເລີ້ມຈົດໄດ້ປີ 2 ປີ ແຕ່ກ່ອນຫັ້ນຈະສາມາດເປີດໄດ້ ມີເງື່ອນໄຂທີ່ວ່າຕ້ອງມີຄົນລາວຖືຫຸ້ນ ເປັນຫຸ້ນໃຫຍ່ເນາະ ຕ່າງປະເທດຫຸ້ນນ້ອຍ ແລ້ວອໍານວຍການແມ່ນໄຜ ຈະເປັນຕ່າງປະເທດກໍໄດ້ ຫລືວ່າເປັນລາວກໍໄດ້ເນາະ ຜ່ານມາ ແຕ່ວ່າດຽວນີ້ຫັ້ນແມ່ນວ່າ ສາມາດເປັນບໍລິສັດຈໍາກັດຜູ້ດຽວລົງທຶນໂດຍຕ່າງປະເທດຫັ້ນໄດ້ແລ້ວ.

ໃນຂະແໜງຊັບພະຍາກອນທໍາມະຊາດ ນັກວິໄຈແຮ່ທາດທ່ານໜຶ່ງ ເວົ້າວ່າ ການແປຮູບແຮ່ທາດຢູ່ລາວ ຍັງມີໜ້ອຍຫຼາຍ ຖ້າທຽບໃສ່ການຂຸດຄົ້ນ ຍ້ອນຢູ່ລາວ ຍັງຂາດເຂີນ ນັກວິຊາການເຕັກນິກ ແລະວິຊາການແປຮູບແຮ່ທາດ ເຮັດໃຫ້ບໍລິສັດຕ່າງປະເທດ ເປັນຕົ້ນ ບໍລິສັດຈີນ, ຫວຽດນາມ ແລະໄທ ຂຸດຄົ້ນແຮ່ທາດໄດ້ແລ້ວ ກໍສົ່ງແຮ່ທາດນັ້ນ ໄປແປຮູບຢູ່ປະເທດຂອງເຂົາເຈົ້າ ດັ່ງທີ່ທ່ານເວົ້າວ່າ:

ໂອ້ຕົວນີ້ມີ ກໍແມ່ນນ້ອຍໜັກ ຈໍານວນໜ້ອຍ ບໍ່ຄ່ອຍໄດ້ມີເລີຍ ເວົ້າງ່າຍໆວ່າບໍ່ມີ ບໍ່ໄດ໋ ຊິໄດ້ແປຕິ ບໍ່ຄ່ອຍຊິໄດ້ແປ ພວກແຫ່ທາດຫັ້ນບໍ່ຄ່ອຍແປຮູບດອກ. ສ່ວນຫລາຍເປັນບໍລິສັດຈີນເຂົ້າມາເຮັດເອງ ແລ້ວກໍສົ່ງເອງ.

ບົດລາຍງານຂອງ IMF ກ່ຽວກັບການປະເມີນເສດຖະກິດ ມະຫາພາກ ຂອງ ສປປ ລາວ ໄດ້ລະບຸ ເຖິງບັນຫາໜີ້ສາທາລະນະ ຂອງລາວອີກວ່າ ເຖິງແມ່ນຈະມີການລຶບລ້າງ ການຂາດດຸນງົບປະມານເບື້ອງຕົ້ນ ແຕ່ໜີ້ສິນສາທາລະນະ ກໍໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ. ສປປ ລາວ ມີໜີ້ສິນສາທາລະນະ ແລະໜີ້ ທີ່ລັດຄໍ້າປະກັນ ເພີ່ມຂຶ້ນ 16.4% ຂອງ GDP ແຕ່ປີ 2020 ຫາ 2021 ແລະເພີ່ມຂຶ້ນອີກ 36.2% ຂອງ GDP ແຕ່ປີ 2021 ຫາ 2022 ຊຶ່ງສ່ວນໃຫຍ່ ແມ່ນຍ້ອນການອ່ອນຄ່າ ຂອງເງິນກີບ.

ແລະໃນການແກ້ໄຂ ບັນຫາໜີ້ສາທາລະນະ ຂອງລາວນັ້ນ ຕ້ອງໄດ້ໃຊ້ມາດຕະການ ແກ້ໄຂທັງໄລຍະສັ້ນ, ໄລຍະກາງ ແລະໄລຍະຍາວ ໂດຍເນັ້ນໃສ່ການແກ້ໄຂບັນຫາ ນະໂຍບາຍເງິນຕາ, ອັດຕາແລກປ່ຽນ, ນະໂຍບາຍທີ່ຕິດພັນກັບຂະ  ແໜງ ການທະນາຄານ, ການເງິນພາກລັດ ແລະຕ້ອງໄດ້ມີການປະຕິຮູບ ລັດວິສາຫະກິດຕ່າງໆ ເພື່ອໃຫ້ມີຄວາມ ເປັນເອກກະຊົນຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.