ການໃຊ້ອິນເຕີເນັດ ຍັງຄົງເປັນຄວາມທ້າທາຍ ສໍາລັບທຸລະກິດການທ່ອງທ່ຽວໃນລາວ

ສຸພັດຕາ
2024.08.13
ການໃຊ້ອິນເຕີເນັດ ຍັງຄົງເປັນຄວາມທ້າທາຍ ສໍາລັບທຸລະກິດການທ່ອງທ່ຽວໃນລາວ ຕາດກວາງຊີ ແຫຼ່ງທ່ອງທ່ຽວ ຂອງແຂວງຫຼວງພຣະບາງ, ວັນທີ 17 ສິງຫາ ປີ 2023.
ຮູບພາບຈາກພົນລະເມືອງ

ການໃຊ້ອິນເຕີເນັດ ຍັງຄົງເປັນຄວາມທ້າທາຍ ສໍາລັບທຸລະກິດການທ່ອງທ່ຽວ ໃນລາວ ເພາະພາກການທ່ອງທ່ຽວ ຖືເປັນພາກສ່ວນສໍາຄັນ ໃນການກະຕຸ້ນ ແລະຂັບເຄື່ອນເສດຖະກິດ ຂອງປະເທດລາວ ປັດຈຸບັນ ຜູ້ປະກອບການ ທຸລະກິດທ່ອງທ່ຽວບາງສ່ວນ ໄດ້ເລີ່ມຫັນມາໃຊ້ເຄື່ອງມືດິຈິຕອລ ໃນການສົ່ງເສີມທຸລະກິດ ໃຫ້ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດຫຼາຍຂຶ້ນ. ຢ່າງໃດກໍ່ຕາມ ທຸລະກິດທ່ອງທ່ຽວຂະໜາດນ້ອຍ ທີ່ຢູ່ໃນເຂດພື້ນທີ່ຫ່າງໄກ ກໍ່ຍັງບໍ່ສາມາດໃຊ້ປະໂຫຍດ ຈາກເຄື່ອງມືດິຈິຕອລໄດ້ ຍ້ອນຍັງຂາດເຂີນເຄື່ອງມື ແລະໂຄງສ້າງພື້ນຖານ ໃນການເຂົ້າເຖິງອິນເຕີເນັດ, ດັ່ງທ່ານ Steven Schipani ຜູ້ຊ່ຽວຊານພາກການທ່ອງທ່ຽວ ຂອງທະນາຄານພັດທະນາອາຊີ ຫຼື ADB ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ກໍລະກົດ 2024 ທີ່ຜ່ານມາວ່າ:

“ທຸລະກິດທ່ອງທ່ຽວ ທີ່ໃຊ້ເຄື່ອງມືດິຈິຕອລ ໃນການຂະຫຍາຍ ແລະຈັດການທຸລະກິດ ມີຄວາມແຕກຕ່າງກັນຫຼາຍ ຍ້ອນບໍລິສັດທ່ອງທ່ຽວຂະໜາດໃຫຍ່ ແລະໂຮງແຮມ ເລີ່ມໃຊ້ເຄື່ອງມືດິຈິຕອລແລ້ວ ແຕ່ກໍ່ຍັງມີທຸລະກິດຂະໜາດນ້ອຍ ທີ່ຍັງບໍ່ໄດ້ຢູ່ໃນລະບົບດິຈິຕອລເທື່ອ ເຮັດໃຫ້ເຂົາເຈົ້າຍັງບໍ່ເປັນທີ່ຮູ້ຈັກ ຂອງນັກທ່ອງທ່ຽວເທື່ອ ແລະເຂົາເຈົ້າຍັງຂາດຄວາມສາມາດ ໃນການເຊື່ອມຕໍ່ ກັບທຸລະກິດຂະໜາດໃຫຍ່ ນີ້ແມ່ນ ຍັງຖືວ່າ ເປັນຂໍ້ທ້າທາຍ.”

ທຸລະກິດທ່ອງທ່ຽວ ພາຍໃນໂຕເມືອງໃຫຍ່ຂອງລາວ ມີໂຄງສ້າງພື້ນຖານ ເຊັ່ນ ອິນເຕີເນັດ ແລະໄຟຟ້າ ທີ່ອໍານວຍຄວາມສະດວກ ທຸລະກິດເປັນທີ່ຮູ້ຈັກ ແຕ່ໃນພື້ນທີ່ຫ່າງໄກສອກຫຼີກ ຍັງບໍ່ເຂົ້າເຖິງໂຄງສ້າງພື້ນຖານເຫຼົ່ານີ້ໄດ້ ເກີດເປັນຊ່ອງວ່າງ ທາງດິຈິຕອລ (Digital Divide) ທີ່ເຮັດໃຫ້ທຸລະກິດຂະໜາດນ້ອຍ ບໍ່ສາມາດສ້າງໂຕຕົນ ໃນໂລກອອນລາຍໄດ້ ເພື່ອໃຫ້ນັກທ່ອງທ່ຽວ ເຂົ້າເຖິງທຸລະກິດຂອງເຂົາເຈົ້າໄດ້.

ຢ່າງໃດກໍ່ຕາມ ທຸລະກິດທ່ອງທ່ຽວຂະໜາດນ້ອຍ ສາມາດໃຊ້ເຄື່ອງມືດິຈິຕອລ ທີ່ຢູ່ແລ້ວ ເຊັ່ນ Google Maps ຫຼື Facebook ໃນການສ້າງໂຕຕົນ ໃຫ້ນັກທ່ອງທ່ຽວເບິ່ງເຫັນໄດ້ ແລະຄວນມີໜ້າເພຈ ໃນແພດຟອມ ທີ່ນັກທ່ອງທ່ຽວຈີນໃຊ້ ຢ່າງເຊັ່ນ WeChat ນໍາ, ດັ່ງທ່ານ Steven ກ່າວຕື່ມວ່າ:

“ຂ້າພະເຈົ້າຄິດວ່າ ທຸລະກິດທ່ອງທ່ຽວຂະໜາດນ້ອຍ ຕ້ອງເຮັດໃຫ້ໂຕເອງ ເປັນທີ່ຮູ້ຈັກ ດ້ວຍການສ້າງໝຸດ ໃນແຜນທີ່ກູເກີ້ນ ສ້າງເພຈເຟສບຸກ ອັບເດດເນື້ອຫາເລື້ອຍໆ ນອກຈາກນີ້ ຜູ້ປະກອບການທ່ອງທ່ຽວ ທັງໃນລາວ ແລະໃນປະເທດ ໃນອະນຸພາກພື້ນແມ່ນໍ້າຂອງຕອນລຸ່ມ ຫຼື (GMS) ຄວນສ້າງໜ້າເພຈຂອງໂຕເອງ ໃນແພດຟອມ ທີ່ນັກທ່ອງທ່ຽວຈາກຈີນ ໃຊ້ນໍາ ຍ້ອນກ່ອນໂຄວິດ ນັກທ່ອງທ່ຽວທີ່ເຂົ້າມາໃນພູມິພາກ GMS ຫຼາຍທີ່ສຸດແມ່ນ ນັກທ່ອງທ່ຽວຈີນ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຂອງລັດຖະບານລາວ ກໍ່ໄດ້ຮ່ວມມືກັບ ADB ເພື່ອໃຫ້ການອົບຮົມ ທຸລະກິດການທ່ອງທ່ຽວຂະໜາດນ້ອຍ ໃນການໃຊ້ເຄື່ອງມືດິຈິຕອລເຫຼົ່ານີ້ ຂະນະທີ່ ລັດຖະບານເອງ ກໍ່ພະຍາຍາມຂະຫຍາຍໂຄງສ້າງພື້ນຖານ ດ້ານການສື່ສານ ແລະເຕັກໂນໂລຊີ ໃຫ້ຄອບຄຸມພື້ນທີ່ຫ່າງໄກ ເພື່ອໃຫ້ທຸລະກິດ ສາມາດນໍາໃຊ້ເຄື່ອງມືດິຈິຕອລ ໃນການປະກອບທຸລະກິດໄດ້.

ທີ່ຜ່ານມາ ທຸລະກິດດ້ານການທ່ອງທ່ຽວໃນລາວ ໄດ້ເລີ່ມນໍາເຕັກໂນໂລຊີ ດິຈິຕອລ ມາໃຊ້ ແລະເຊື່ອມໂຍງກັບຂະແໜງການອື່ນໆ ເພື່ອສົ່ງເສີມການທ່ອງທ່ຽວແລ້ວ ເປັນຕົ້ນ ແອັບພິເຄຊັ້ນ LOCA ເຊິ່ງເປັນແອັບ ໃຫ້ບໍລິການແທັກຊີ່ ອອນລາຍ 24 ຊົ່ວໂມງ ໂດຍລົດທີ່ນໍາໃຊ້ ແມ່ນເປັນລົດໄຟຟ້າ ຫຼື ລົດ EV ບໍລິສັດ ໄດ້ມີການຕິດຕັ້ງ ສະຖານີສາກລົດໄຟຟ້າ ຕາມທາງຫຼວງແຫ່ງຊາດ ແລະເມືອງທ່ອງທ່ຽວ ທີ່ສໍາຄັນໃນລາວ ເປັນຕົ້ນ: ນະຄອນຫຼວງວຽງຈັນ, ວັງວຽງ, ເມືອງເຟືອງ ແລະ ນະຄອນຫຼວງພະບາງ ເພື່ອໃຫ້ລູກຄ້າ ທີ່ໃຊ້ລົດໄຟຟ້າ ໃນພູມິພາກແມ່ນໍ້າຂອງຕອນລຸ່ມ ທັງຈາກລາວ, ໄທ, ຈີນ ແລະ ຫວຽດນາມ ສາມາດເຂົ້າເຖິງ ການທ່ອງທ່ຽວລາວໄດ້ຫຼາຍຂຶ້ນ ພາກການທ່່ອງທ່ຽວໃນລາວ ຈຶ່ງສາມາດຊ່ອຍສົ່ງເສີມການນໍາໃຊ້ລົດໄຟຟ້າ ໃນລາວໄດ້ນໍາ, ດັ່ງທ່ານ ສຸລິໂຍ ວົງດາລາ ຜູ້ບໍລິຫານ ບໍລິສັດ LOCA ກ່າວໃນມື້ດຽວກັນນີ້ວ່າ:

“ຂ້າພະເຈົ້າຄິດວ່າ ພາກການທ່ອງທ່ຽວ ຈະເປັນພາກສ່ວນສໍາຄັນ ໃນການກະຕຸ້ນ ການນໍາໃຊ້ລົດໄຟຟ້າ (EV) ໃນລາວໄດ້ຫຼາຍຂຶ້ນ ເມື່ອເຮົາຕິດຕັ້ງ ສະຖານີສາກໄຟລົດໄຟຟ້າ ໃນເມືອງທີ່ບໍ່ມີລົດໄຟຟ້າ ເຮົາກໍ່ຫວັງວ່າ ນີ້ຈະຊ່ອຍກະຕຸ້ນໃຫ້ຄົນຂັບລົດໄຟຟ້າ ຂອງໂຕເອງ ໄປແຫຼ່ງທ່ອງທ່ຽວນັ້ນໄດ້ຫຼາຍຂຶ້ນ ໂຕຢ່າງ ທີ່ຫຼວງພະບາງ ບໍ່ມີລົດໄຟຟ້າເລີຍ ແຕ່ເຮົາ ກໍ່ສ້າງສະຖານີສາກໄຟຟ້າໄວ້ ຕອນນີ້ ມີຄົນເອົາລົດມາສາກໄຟ ກັບເຮົາ 3,000 ຄົນແລ້ວ.”

ໜຶ່ງໃນຮູບແບບການທ່ອງທ່ຽວ ທີ່ປະເທດໃນພູມິພາກແມ່ນໍ້າຂອງຕອນລຸ່ມ ຍັງບໍ່ໄດ້ໃຫ້ຄວາມສໍາຄັນ ແຕ່ຖືວ່າ ມີສັກກະຍະພາບໃນການພັດທະນາ ແລະສ້າງມູນຄ່າ ຄື ການທ່ອງທ່ຽວສໍາລັບທຸກຄົນ ຫຼື Inclusive Tourism ເຊິ່ງໃຫ້ຄວາມສໍາຄັນ ກັບກຸ່ມນັກທ່ອງທ່ຽວສູງອາຍຸ ແລະນັກທ່ອງທ່ຽວພິການ ທີ່ມີຄວາມຕ້ອງການ ທ່ອງທ່ຽວຄືກັບນັກທ່ອງທ່ຽວທົ່ວໄປ ແຕ່ດ້ວຍສະຖານທີ່ທ່ອງທ່ຽວຫຼາຍບ່ອນ ຍັງບໍ່ມີສິ່ງອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວກຸ່ມນີ້ ເຮັດໃຫ້ນີ້ ຍັງເປັນຕະຫຼາດ, ດັ່ງທ່ານນາງ ພັດທະມົນ ຣຸ່ງຊະວານນົນ ຫົວໜ້າງານ ດ້ານນະວັດຕະກໍາຊຸມຊົນ ຂອງ UNDP Accelerator Lab ປະເທດໄທ ກ່າວໃນກອງປະຊຸມແມ່ນໍ້າຂອງ ປະຈໍາປີ 2024 ໃນວັນທີ 31 ເດືອນກໍລະກົດ 2024 ວ່າ:

“ຫຼາຍຄົນອາດຄິດວ່າ Inclusive tourism ແມ່ນເປັນຕະຫຼາດ ສະເພາະກຸ່ມຄົນພິການ ເປັນຕະຫຼາດ ຂະໜາດນ້ອຍ ແຕ່ແທ້ໆແລ້ວແມ່ນເປັນຕະຫຼາດ ທີ່ຍັງບໍ່ມີຜູ້ໃຫ້ບໍລິການ ແລະມີກຸ່ມນັກທ່ອງທ່ຽວພິການຫຼາຍຄົນທົ່ວໂລກ ທີ່ຍັງບໍ່ມີທາງເລືອກ ໃນການທ່ອງທ່ຽວຫຼາຍປານໃດ ຖ້າເຮົາສາມາດສ້າງສະຖານທີ່ທ່ອງທ່ຽວ ສໍາລັບທຸກຄົນໄດ້ ເຮົາຈະສາມາດດືງດູດ ນັກທ່ອງທ່ຽວກຸ່ມນີ້ ໄດ້ຢ່າງແນ່ນອນ ນອກຈາກນີ້ ຍັງດືງດູດກຸ່ມນັກທ່ອງທ່ຽວສູງອາຍຸ ທີ່ເພີ່ມຂຶ້ນເລື້ອຍ ທົ່ວໂລກໄດ້ນໍາ.”

ນາງກ່າວຕື່ມວ່າ ເຄື່ອງມືດິຈິຕອລ ສາມາດເຂົ້າມາມີບົດບາດສໍາຄັນ ໃນການສົ່ງຕໍ່ຂໍ້ມູນ ໃຫ້ນັກທ່ອງທ່ຽວກຸ່ມນີ້ໄດ້ ເປັນຕົ້ນ ການໃຊ້ Google Review ໃນການເຜີຍແຜ່ຂໍ້ມູນ ກ່ຽວກັບສະຖານທີ່ຕ່າງໆ ເພື່ອໃຫ້ນັກທ່ອງທ່ຽວກຸ່ມນີ້ຮັບຮູ້ວ່າ ສະຖານທີ່ ສາມາດຮັບຮອງເຂົາເຈົ້າໄດ້ ຫຼືບໍ່.

ກ່ອນການລະບາດ ຂອງໂຄວິດ-19 ລະຫວ່າງປີ 2016-2019 ພາກການທ່ອງທ່ຽວ ສາມາດສ້າງລາຍໄດ້ ໃນປະເທດລາວ ໄດ້ປະມານ 12.5% ຂອງ GDP ຕັ້ງແຕ່ລາວ ເລີ່ມເປີດປະເທດ ກໍ່ເລີ່ມເຫັນການຟື້ນໂຕ ຂອງພາກການທ່ອງທ່ຽວມາຢ່າງຕໍ່ເນື່ອງ ສ່ວນໜຶ່ງ ໄດ້ຮັບການກະຕຸ້ນ ຈາກການເປີດໃຊ້ລົດໄຟລາວ-ຈີນ.

ໃນ 3 ເດືອນຕົ້ນປີ 2024 ນີ້ ປະເທດລາວ ມີນັກທ່ອງທ່ຽວ ເຂົ້າມາ ປະມານ 240,000 ຄົນ. ນັກທ່ອງທ່ຽວຈີນ ເປັນກຸ່ມນັກທ່ອງທ່ຽວຕ່າງປະເທດ ອັນດັບທີ 3 ຮອງລົງມາຈາກ ນັກທ່ອງທ່ຽວໄທ ແລະ ຫວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.