ນັກລົງທຶນຈີນ ສ້າງໂຮງແຮມຫຼູຫຼາ ຢູ່ແຂວງຄໍາມ່ວນ
2024.06.26

ປັດຈຸບັນ ນັກລົງທຶນຈີນ ຜູ້ໜຶ່ງ ທີ່ມີຂໍ້ມູນວ່າ ເປັນນັກລົງທຶນລາຍໃຫຍ່ ໃນແຂວງບໍ່ແກ້ວ ແຕ່ບໍ່ລະບຸຊື່ຢ່າງຄັກແນ່ ກໍາລັງເດີນໜ້າ ກໍ່ສ້າງໂຮງແຮມຫຼູຫຼາ ຢູ່ເຂດບ້ານ ເລົ່າໂພໄຊ ເມືອງທ່າແຂກ ແຂວງຄໍາມ່ວນ ເພື່ອເປັນໂຮງແຮມ ທີ່ໄວ້ຕ້ອນຮັບ ນັກທ່ອງທ່ຽວຈີນ ແລະນັກທ່ອງທ່ຽວຕ່າງປະເທດ ໃນອະນາຄົດ ແລະກໍ່ຢູ່ບໍ່ຫ່າງໄກ ຈາກຮ້ານອາຫານ ວິສຕ້າ ຂອງນັກລົງທຶນຈີນ ທີ່ຫາກໍ່ເປີດໃນກ່ອນໜ້ານີ້, ເຊິ່ງຊາວບ້ານໃກ້ຄຽງ ກໍ່ລ້ວນເຫັນການກໍ່ສ້າງຢູ່ທຸກມື້ ແຕ່ບໍ່ຮູ້ຄັກແນ່ວ່າ ໃຜເປັນເຈົ້າຂອງໂຮງແຮມແຫ່ງນີ້, ດັ່ງຊາວບ້ານ ຢູ່ເມືອງທ່່າແຂກ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ມິຖຸນາ ນີ້ວ່າ:
“ກະຢູ່ໂຕແຄມຂອງ ນີ້ເລີຍແຫຼະ ບ້ານເລົ່າໂພໄຊ ໃກ້ຮ້ານອາຫານ ເຂົາເຈົ້າຈັດຕັ້ງ ໂຮງແຮມນ່າ ເຂົາກະເຮັດຢູ່ ແຕ່ວ່າ ຍັງບໍ່ຮອດຂັ້ນໃດ ຂ້ອຍກະຍັງບໍ່ຮູ້ໃດ໋ ເຂົາກໍາລັງເລີ້ມ.”
ໃນຂະນະທີ່ ຊາວບ້ານໃກ້ຄຽງ ອີກນາງໜຶ່ງ ກໍ່ຢືນຢັນວ່າ ນາງເອງ ກໍ່ເຫັນວ່າ ການກໍ່ສ້າງໂຮງແຮມດັ່ງກ່າວ ກໍ່ຄ່ອຍໆມີຄວາມຄືບໜ້າຂຶ້ນເລື້ອຍໆນັບມື້ ເຊິ່ງກໍ່ມີການກໍ່ສ້າງ ໄດ້ປະມານ 2-3 ຊັ້ນແລ້ວ ແຕ່ກໍ່ຍັງບໍ່ມີການຕົບແຕ່ງພາຍໃນເທືື່ອ, ແຕ່ນາງ ກໍ່ບໍ່ຮູ້ຄັກແນ່ວ່າ ໂຮງແຮມດັ່ງກ່າວ ແມ່ນໃຊ້ຊື່ຫຍັງ ແລະໃຜ ເປັນເຈົ້າຂອງລົງທຶນເຮັດ ຮູ້ພຽງແຕ່ວ່າ ເປັນຂອງນັກລົງທຶນຈີນຊື່ໆ, ດັ່ງນາງກ່າວວ່າ:
“ໄປຫັ້ນ ເຫັນເຂົາເຈົ້າເຮັດຢູ່ ໃນແຄມຂອງຫັ້ນ ມັນມີຢູ່ ໂຕສ້າງໃໝ່ໃດ໋ ໃຕ້ຮ້ານອາຫານເວສຕ້າ ລົງມາທາງໃຕ້ນີ້ ເຂົາເຈົ້າສ້າງໃໝ່ຢູ່ ເບິ່ງເຫັນ 2-3 ຊັ້ນແລ້ວໃດ໋ ຢູ່ຫັ້ນຂຶ້ນມາ ທ່າດ່ານນະຄອນພະນົມນີ້ກະ ລົງມາໃຕ້ໜ້ອຍໜຶ່ງ ປະມານ 500 ແມັດນີ້ແຫຼະ.”
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ພະແນກຖະແຫຼງຂ່າວ, ວັດຖະນະທໍາ ແລະທ່ອງທ່ຽວ ແຂວງຄໍາມ່ວນ ແລະພະແນກ ແຜນການ ແລະການລົງທຶນ ເພື່ອສອບຖາມລາຍລະອຽດ ກ່ຽວກັບການກໍ່ສ້າງໂຮງແຮມ ຢູ່ເຂດດັ່ງກ່າວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍ່ຍັງບໍ່ສາມາດທີ່ຈະໃຫ້ລາຍລະອຽດໄດ້ເທື່ອ.
ແຕ່ເຖິງຢ່າງໃດກໍ່ຕາມ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ເມືອງທ່າແຂກ ທ່ານໜຶ່ງ ກໍ່ໄດ້ຢືນຢັນ ຕໍ່ວິທຍຸເອເຊັຽເສຣີ ໃນກ່ອນໜ້ານີ້ ວ່າ ສໍາລັບການກໍ່ສ້າງ ໂຮງແຮມຫຼູຫຼາ ຢູ່ບ້ານເລົ່າໂພໄຊ ແມ່ນເປັນຂອງນັກລົງທຶນຈີນ ທີ່ລົງທຶນຢູ່ທາງພາກເໜືອຂອງລາວ ແຕ່ທ່ານເອງ ກໍ່ບໍ່ມີລາຍລະອຽດຄັກແນ່ ວ່າແມ່ນເປັນຂອງໃຜ, ດັ່ງທ່ານກ່າວ ໃນກ່ອນໜ້ານີ້ວ່າ:
“ມັນເປັນໂຄງການຂອງຈີນ ແມ່ນແຫຼະ ຈີນເຂົາກໍາລັງປຸກສ້າງ ແມ່ນແຫຼະ ກະຢູ່ໃກໆກັນ ກັບຈອມແຈ້ງ ແຕ່ວ່າ ມັນຂຶ້ນກັບບ້ານເລົ່າໂພໄຊ ມັນຢູ່ແຄມຂອງເລີຍ ເພິ່ນເລີ້ມເຮັດແລ້ວ ເລີ້ມລົງມືແລ້ວນ່າ.”
ທາງດ້ານ ພະນັກງານປະຈໍາຮ້ານອາຫານ ວິສຕ້າ ທີ່ຕັ້ງຢູ່ເຂດແຄມຂອງ ບ້ານເລົ່າໂພໄຊ ກ່າວວ່າ ສໍາລັບການກໍ່ສ້າງ ໂຮງແຮມດັ່ງກ່າວ ແມ່ນຢູ່ຫ່າງຈາກຮ້ານອາຫານ ບໍ່ຮອດ 1 ກິໂລແມັດ ແຕ່ກໍ່ບໍ່ແມ່ນເຄືອຂ່າຍ ຫຼືເຈົ້າຂອງຄົນດຽວກັນ ກັບຮ້ານອາການວິສຕ້າ ແລະກໍ່ຍັງບໍ່ຮູ້ວ່າ ໂຮງແຮມ ມີຊື້ແນວໃດ, ດັ່ງນາງກ່າວວ່າ:
“ກະປະມານເທົ່າໃດເບາະ 600-700 ແມັດເບາະ ເພິ່ນຍັງ ບໍ່ທັນໄດ້ເປັນຮູບເປັນຮ່່າງຢູ່ ບໍ່ຮູ້ເຮົາໂຕນີ້ ເພາະວ່າ ຄົນລະພາກສ່ວນ ບໍ່ໄດ້ອັນນັ້ນນໍາກັນ ກະໄດ້ຍິນຊື່ໆໃດ໋ ວ່າເຂົາເຈົ້າຊິສ້າງໂຮງແຮມ ແຕ່ວ່າບໍ່ຮູ້ວ່າ ຊິສ້າງໂຮງແຮມແທ້ບໍ່ ມີແຕ່ວ່າໄດ້ຍິນ.”
ສ່ວນຜູ້ປະກອບການ ທຸລະກິດນໍາທ່ຽວ ຢູ່ແຂວງຄໍາມ່ວນ ນາງໜຶ່ງ ກ່າວວ່າ ສໍາລັບການກໍ່ສ້າງໂຮງແຮມດັ່ງກ່າວນັ້ນ ນາງເອງ ກໍ່ເຫັນແຕ່ພຽງວ່າ ກໍາລັງກໍ່ສ້າງຢູ່ຊື່ໆ ແລະຍັງບໍ່ໄດ້ຮູ້ຂໍ້ມູນຫຼາຍໄປກວ່ານີ້ ແລະເຫັນວ່າ ສໍາລັບການລົງທຶນ ດ້ານການທ່ອງທ່ຽວ ຂອງນັກລົງທຶນຈີນ ຢູ່ເມືອງທ່່າແຂກ ກໍ່ຍັງບໍ່ສາມາດດືງດູດນັກທ່ອງທ່ຽວ ໄດ້ຫຼາຍພໍປານໃດ ຍົກໂຕຢ່່າງ ຮ້ານອາຫານຂອງຈີນ ທີ່ຫາກໍ່ເປີດໃໝ່ຢູ່ແຄມຂອງ ກໍ່ຍັງບໍ່ເປັນທີ່ນິຍົມ ໃນກຸ່ມນັກທ່ອງທ່ຽວເທົ່າທີ່ຄວນ ຍ້ອນເປັນຮ້ານອາຫານຫຼູຫຼາ ທີ່ມີລາຄາ ຂ້ອນຂ້າງສູງກວ່າ ຮ້ານອາຫານທົ່ວໄປ, ດັ່ງນາງ ກ່າວວ່າ:
“ມີໃດ໋ ໂຮງແຮມ ຢູ່ແຖວນັ້ນໃດ໋ ຍັງບໍ່ທັນແລ້ວໃດ໋ ມີແຕ່ຮ້ານອາຫານ ເຂົາເຈົ້າເປີດໃໝ່ ຍັງບໍ່ທັນເຄີຍພາລູກຄ້າໄປກິນຈັກເທື່ອໃດ໋ ແພງຫຼາຍຢູ່ຫັ້ນນ່າ ມັນບໍ່ຄ່ອຍມີລູກຄ້າ ເຂົ້າໄປເລີຍນ່າ ຢູ່ຫັ້ນນ່າ ແພງ ມັນກໍ່ບໍ່ປານໃດດອກ ເບິ່ງຫັ້ນນ່າ ມັນເປັນຮ້ານຂອງຄົນຈີນນ່າ.”
ນອກຈາກນັ້ນແລ້ວ ປັດຈຸບັນ ຢູ່ໃນເມືອງທ່່າແຂກ ກໍ່ເລີ່ມມີນັກລົງທຶນຈີນ ເຂົ້າມາເຊົ່າທີ່ດິນ ໃນເຂດແຄມແມ່ນໍ້າຂອງ ເພື່ອລົງທຶນເຮັດທຸລະກິດ ດ້ານການທ່ອງທ່ຽວ ແລະບັນເທີງ ແບບຄົບວົງຈອນ ແມ້ແຕ່ທີ່ດິນຂອງລັດ ທີ່ຕິດກັບ ພະແນກແຜນການ ແລະການລົງທຶນ ແຂວງຄໍາມ່ວນ ແລະໂຮງໝໍ ແຂວງຄໍາມ່ວນ ກໍ່ຍັງຖືກນັກລົງທຶນ ເຊົ່າທີ່ດິນໄປ, ອີງຕາມຂໍ້ມູນຈາກຊາວບ້ານ.
ຢ່າງໃດກໍ່ຕາມ ປັດຈຸບັນ ນັກລົງທຶນຈີນ ກໍ່ກໍາລັງເນີນການ ໂຄງການໃຫຍ່ ຢູ່ເຂດເມືອງທ່າແຂກ ແລະເມືອງໜອງບົກ ເປັນຕົ້ນ ໂຄງການ ຂຸດຄົ້ນບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ-ໂປຕາສ ຈໍາກັດ ຂອງຈີນ ທີ່ມີການ ດໍາເນີນທຸລະກິດ ຂຸດຄົ້ນເກືອກາລີ ຄວບຄູ່ໄປກັບສ້າງອານາເຂດ ຢູ່ໃນຂອບເຂດອ້ອມແອ້ມໂຄງການ ຈົນເກີດມີຮ້ານບັນເທີງ ຂອງຈີນຫຼາຍແຫ່ງ ໃນເຂດນັ້ນ ລວມທັງ ມີກິດຈະກໍາບາງຢ່າງ ແອບແຝງຢູ່ນໍາດ້ວຍ ເປັນຕົ້ນ ວຽກຂາຍບໍລິການທາງເພດ ອີກທັງ ບໍລິສັດຈີນດັ່ງກ່າວ ມີແຜນ ຈະສ້າງໂຄງການ ນິຄົມອຸດສາຫະກໍາ ໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ໃນເນື້ອທີ່ 2,000 ເຮັກຕ້າ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ນໍາດ້ວຍ.