ເກົາຫລີໃຕ້ ເປີດໂອກາດ ໃຫ້ຄົນງານລາວ ໄປເຮັດວຽກຫຼາຍຂຶ້ນ

ໄຊຍາ
2022.10.14
ເກົາຫລີໃຕ້ ເປີດໂອກາດ ໃຫ້ຄົນງານລາວ ໄປເຮັດວຽກຫຼາຍຂຶ້ນ ແຜນທີ່ ສແດງການເດີນທາງ ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ຂອງຄົນງານລາວ.
ຮູບພາບ: OpneStreetMap contributors/DataWrapper

ພາຍຫຼັງທີ່ ກັບເຂົ້າມາສູ່ພາວະ ປົກກະຕິໃນປີນີ້ ຣັຖບານຂອງ ທັງສອງປະເທດ ລາວ-ເກົາຫລີໃຕ້ ໄດ້ສົ່ງເຈົ້າໜ້າທີ່ ກະຊວງແຮງງານ ປຶກສາຫາລື ເພື່ອນຳຄົນງານລາວ ໄປເຮັດວຽກຢູ່ປະເທດ ເກົາຫລີໃຕ້ ແບບຖືກຕ້ອງ ຕາມກົດໝາຽ ໂດຍອີງໃສ່ບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ທີ່ທັງສອງປະເທດ ໄດ້ເຊັນເມື່ອປີ 2016 ໂດຍມີທັງວຽກຕາມລະດູການ ແລະ ວຽກໄລຍະຍາວ.

ທັງນີ້ ການສົ່ງຄົນງານລາວ ໄປເກົາຫລີໃຕ້ ແມ່ນເຣີ່ມຕັ້ງແຕ່ເມື່ອ 5 ປີກ່ອນ ແຕ່ກໍມີຈຳນວນ ຈຳກັດ, ເນື່ອງຈາກ ການໄປເຮັດວຽກ ຢູ່ເກົາຫລີໃຕ້ ແມ່ນຕ້ອງໄດ້ຝຶກ ທັກສະສີມື ແລະ ມີຄ່າໃຊ້ຈ່າຍຫຼາຍ ທີ່ສຳຄັນແມ່ນ ຕ້ອງແມ່ນກົມການຈັດຫາງານ ຂອງກະຊວງ ແຮງງານ ແລະສວັດດີການ ສັງຄົມ ເປັນຜູ້ດຳເນີນການ ຄັດເລືອກເພື່ອ ສົ່ງຕໍ່ໃຫ້ບໍຣິສັດ ທີ່ຮັບອະນຸຍາດ ຈັດສົ່ງຄົນງານລາວ ໄປເກົາຫລີໃຕ້ ເປັນຜູ້ຈັດສົ່ງ.

ດັ່ງຄົນງານລາວ ທີ່ຢູ່ແຂວງໄຊຍະບູຣີ ຂໍສງວນຊື່ ທີ່ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ມາແລ້ວ 1 ປີ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ຕຸລາ 2022 ນີ້ວ່າ:

ອັນນີ້ມັນຂຶ້ນກັບນາຍຈ້າງ ຢູ່ພີ້ເລືອກເອົາເນາະ ພໍດີນ້ອງມາພີ້ ນ້ອງກາໄດ້ເຮັດວຽກ ກ່ຽວກັບເຟີຣ໌ນິເຈີ້ຣ໌ ກ່ຽວກັບປ່ອງຢ້ຽມເກົາຫລີ ເລື່ອນໄປ ເລື່ອນມາ ກໍໂອເຄ ເພາະວ່າຢູ່ເກົາຫລີ ຄ່າຄອງຊີພບໍ່ແພງ ເດືອນນຶ່ງຖ້າວ່າເຮົາປະຢັດໃຊ້ ບໍ່ຮອດແສນນຶ່ງ ກໍ່ມີຢູ່ ມາກາຢືມນຳນ້ອງຊາຍແດ່ ຢູ່ນີ້ກາໄດ້ສະສົມເປັນທຶນ.

ສ່ວນຄົນງານລາວ ທີ່ເຮັດວຽກຢູ່ເກົາຫລີໃຕ້ ໄດ້ສອງປີແລ້ວ ກໍກ່າວວ່າ ຖ້າຈະມາກໍຂໍໃຫ້ມາ ແບບຖືກກົດໝາຽ. ໂດຍຜ່ານຂັ້ນຕອນ ຂອງກົມການຈັດຫາງານ ກະຊວງແຮງງານແລະ ສວັດດີການສັງຄົມ ທີ່ໄດ້ຮ່ວມກັບ ແຮງງານເກົາຫລີໃຕ້ ຈັດລະບົບຂຶ້ນມາ ເພື່ອເຮັດໃຫ້ຄົນງານລາວ ໄດ້ຮັບສິທທິຜົລປໂຍດ ຕາມກົດໝາຽ ແຮງງານຂອງເກົາຫລີໃຕ້. ຢ່າມາເຮັດວຽກ ແບບຜິດກົດໝາຽ ມັນຈະບໍ່ໄດ້ຮັບການປົກປ້ອງ ຕາມກົດໝາຽ ລະບຸໄວ້ຊໍ້າບໍ່ໜຳ ຍັງມີໂອກາດຈະຖືກລົງໂທດ ຈຳຄຸກອີກ. ສ່ວນຊີວິຕ ການເປັນຢູ່ແມ່ນດີຂຶ້ນຫຼາຍ ໂດຍສະເພາະແມ່ນລາຍຮັບ.

ດັ່ງ ຄົນງານລາວ ໄດ້ກ່າວວ່າ:

ຖ້າວ່າ ໄປຖືກຕ້ອງຕາມກົດໝາຽ ໄປໃນນາມກົມຈັດຫາງານ ຂອງກະຊວງແຮງງານ ແລະສວັດດີການສັງຄົມ ມີການຄຸ້ມຄອງສິທທິພິເສດ ບໍ່ກາມີສ່ວນນຶ່ງເພາະວ່າ ເຮົາໄປຖືກຕ້ອງຕາມກົດໝາຽ ຈະບໍ່ມີຄວາມສ່ຽງໃດໆ ຕໍ່ກັບເຮົາເປັນຕົ້ນ ຄົນທີ່ສວຍໂອກາດເນາະ ສອງກາແມ່ນພວກທີ່ຄ້າມະນຸສ ຈະບໍ່ມີໂອກາດສ່ຽງໂຕນັ້ນເລີຍ.

ຄົນງານອີກຄົນນຶ່ງ ໄດ້ອະທິບາຍເຖິງ ການເຮັດວຽກວ່າ ຖ້າບໍ່ອົດທົນກາບໍ່ໄດ້ ກ່ອນອື່ນຕ້ອງເຂົ້າໃຈວ່າ ການເຮັດວຽກຕ່າງປະເທດ ເອົາສະເພາະພາສາ ກໍຍາກຕ້ອງໄດ້ເອົາໃຈໃສ່ ອີຫລີ, ອີກທັງເມື່ອເຂົາຈ້າງມາແລ້ວ ເຂົາກໍຕ້ອງໄດ້ຈັດວຽກໃຫ້ເຮົາ ຕາມທີ່ເຂົາຈ້າງຫັ້ນ ຖ້າວ່າຜູ້ໃດຍັງບໍ່ພ້ອມ ທີ່ຈະປະເຊີນເຣື່ອງ ແບບນີ້ມາກາບໍ່ລອດ.

ດັ່ງທ່ານໄດ້ກ່າວວ່າ:

ຢູ່ເກົາຫລີໄດ້ເດືອນລະ 2,000,000 ວອນ. ສັນຍາຈ້າງ ຂ້ອຍມາເຮັດວຽກ ຢູ່ເກົາຫລີ (ເຮັດວຽກ) 08:30 ເລິກ (ວຽກ) 05:30. ຈັນຫາສຸກ. ຂ້ອຍໄດ້ເງິນເດືອນ, ເດືອນລະ 2,000,000 ວອນ ເສົາ-ອາທິດ ຂ້ອຍງານໂອທີ ມີລາຍໄດ້ເສີມ ງານສວນ. ເດືອນນຶ່ງ ຂ້ອຍຕົກຢູ່ເດືອນລະ 3,000,000 ວອນ ເພາະຕອນນີ້ຂ້ອຍຢູ່ໄດ້ 4 ປີ, ນາຍຈ້າງຂຶ້ນເງິນເດືອນໃຫ້.

ວັນທີ 13 ກັນຍາ ຜູ້ປະກອບການ ແລ່ນວີຊ້າໃຫ້ກັບ ຄົນງານລາວໄປເກົາຫລີໃຕ້ ໄດ້ກ່າວຕໍ່ວິທຍຸ ເອັເຊັຽເສຣີ ວ່າ ມີຄົນງານລາວປະມານ 30 ຄົນ ທີ່ໄປເຮັດວຽກ ຢູ່ເກົາຫລີໃຕ້ ໄດ້ໂຕນໜີ ອອກຈາກບ່ອນເຮັດວຽກ. ຕໍ່ບັນຫາດັ່ງກ່າວນີ້ ຍານາງໄດ້ກ່າວຕື່ມວ່າ ຖ້າເປັນແບບນີ້ ມັນຈະສົ່ງຜົລກະທົບ ຕໍ່ກັບໂຄຕ້າການນຳເຂົ້າ ຄົນງານລາວ ເຮັດວຽກຢູ່ເກົາຫລີໃຕ້. ນອກຈາກນີ້ ອາຈຈະສົ່ງຜົລກະທົບ ຕໍ່ວີຊ້າຂາເຂົ້າ ຊຶ່ງມັນຍິ່ງຈະເພີ່ມ ຄວາມຫຍຸ້ງຍາກຂຶ້ນ.

ກ່ຽວກັບເຣື່ອງນີ້ ພວກເຮົາໄດ້ຕິດຕໍ່ ໄປຫາກົມຈັດຫາງານ ໂດຍຕຣົງ ແຕ່ທາງເຈົ້າໜ້າທີ່ ກໍໄດ້ຕອບ ວ່າ ທາງເຈົ້າໜ້າທີ່ ພ້ອມບໍຣິສັດ ກຳລັງເລັ່ງແກ້ໄຂ ບັນຫາດັ່ງກ່າວ ນຳເອົາພວກກ່ຽວ ທີ່ໂຕນໜີ ມາສືບສວນເພື່ອຊາບເຣື່ອງ ທີ່ເກີດຂຶ້ນ ວ່າເປັນຫຍັງ ຈຶ່ງໂຕນໜີ ແລ້ວຈະຣາຍງານ ໃຫ້ຂັ້ນເທິງໄດ້ຮັບຊາບ ຕໍ່ໄປ.

ວັນທີ 26 ພຶສພາ 2022 ທີ່ຜ່ານມາ ຍານາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າ ກົມການຈັດຫາງານ ກະຊວງ ແຮງງານ ແລະສວັດດີການສັງຄົມ ໄດ້ໃຫ້ສັມພາດ ຕໍ່ສື່ພາຍໃນປະເທດລາວວ່າ ພາຍໃຕ້ການຮ່ວມມື ລະຫວ່າງ ກະຊວງ ແຮງງານ ຂອງທັງສອງປະເທດ ລາວ-ເກົາຫລີໃຕ້ ທີ່ໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການສົ່ງ ຄົນງານລາວ ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ໂດຍການລົງນາມ ການຈັດສົ່ງ ຄົນງານລາວ ຕາມລະບົບ ການອະນຸຍາດ ຈ້າງງານ (Employment Permission System-EPS) ໃນວັນທີ 09 ກັນຍາ 2016.

ສະເພາະການໄປເຮັດວຽກ ຢູ່ຕ່າງປະເທດ ກໍແມ່ນບັນຫາສຳຄັນນຶ່ງເນາະ ການສົ່ງເງິນກັບບ້ານ ຂອງແຮງງານນີ້ ກາຊິມາຊຸກຍູ້ ເບື້ອງລາຍຮັບ ຂອງເບື້ອງເຮົາ ໃຫ້ມັນມີການເພີ່ມຂຶ້ນເນາະ ກໍຖືວ່າຫຼາຍປະເທດ ເຂົາກໍຖືເອົາການສົ່ງອອກ ເປັນສ່ວນນຶ່ງທີ່ຊຸກຍູ້ ເສຖກິຈ ໃຫ້ມີການເຕີບໂຕ ໂດຍສະເພາະຟີລິບປີນສ໌, ມາເລເຊັຽ, ໄທຍ ທີ່ເຂົາເຈົ້າ ຖືເອົາການສົ່ງອອກແຮງງານນີ້ ເປັນ ວຽດນາມ ກໍເຊັ່ນດຽວກັນ ເປັນອັນນຶ່ງທີ່ມາສ້າງລາຍຮັບ ໃຫ້ແກ່ປະເທດ ໃນການສົ່ງເງິນກັບບ້ານ ຂອງແຮງງານ.”

ຍານາງໄດ້ກ່າວຕື່ມວ່າ ມາເຖິງປັດຈຸບັນ ການຈັດສົ່ງຄົນງານ ແມ່ນໄດ້ຈັດຕັ້ງປະຕິບັດແລ້ວ ໂດຍຜ່ານ 2 ລະບົບຄື ລະບົບ Employment permission system ຫຼື EPS. ລະບົບ ເປັນລະບົບໄລຍະຍາວ 3-5 ປີ ແມ່ນເຮັດວຽກ ໃນຂແນງອຸດສະກັມ ຂນາດນ້ອຍ ແລະ ຂນາດກາງ ຕາມໂຮງງານຕ່າງໆ ຊຶ່ງມີຄວາມຕ້ອງການ 500-1000 ຄົນຕໍ່ປີ.

ລະບົບ Seasonal Worker (SW) ເປັນລະບົບ ໄລຍະສັ້ນ ເຮັດວຽກຕາມຣະດູການ 3-6 ເດືອນສ່ວນໃຫຍ່ແລ້ວ ແມ່ນເຮັດວຽກ ດ້ານການກະເສຕ ຊຶ່ງໃນເດືອນມິຖຸນາ ທີ່ຜ່ານມານັ້ນ ທາງເກົາຫລີໃຕ້ຕ້ອງການ 1,000 ຄົນ. ກ່ອນໜ້ານັ້ນ ໄດ້ຈັດສົ່ງໄປແລ້ວ ປະມານ 632 ຄົນ.

ສຳລັບການໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ທັງສອງລະບົບນັ້ນ ແມ່ນຢູ່ພາຍໃຕ້ ການອະນຸຍາດ ຈາກກະຊວງແຮງງານ ແລະສວັດດີການສັງຄົມ ເທົ່ານັ້ນ. ຖ້າຫາກມີຂແນງການອື່ນ ຢູ່ຂັ້ນສູນ ແລະທ້ອງຖິ່ນມີການດຳເນີນການ ຈັດສົ່ງຄົນງານໄປເຮັດວຽກຢູ່ ເກົາຫລີໃຕ້ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຜິດກົດໝາຽ. ສ່ວນການໄປເຮັດວຽກ ໃນລະບົບ EPS ຍານາງໄດ້ຣະບຸວ່າ ຈະໄດ້ຮັບເງິນເດືອນ ປະມານ 1,500 ໂດລ້າຣ໌/ເດືອນ ບໍ່ລວມເງິນລ່ວງເວລາ. ສຳລັບຄ່າໃຊ້ຈ່າຍ ຄົນງານຕ້ອງຮັບຜິດຊອບ ຈ່າຍ 1,100 ໂດລ້າຣ໌ ຊຶ່ງປະກອບມີ ຄ່າຮຽນພາສາເກົາຫລີ, ຄ່າລົງທະບຽນສອບເສັງ, ຄ່າວີຊ້າແຮງງານ, ຄ່າກວດພະຍາດ, ຄ່າປະກັນພັຍ, ຄ່າປີ້ຍົນ ແລະ ຄ່າເອກສານອື່ນໆ ສ່ວນໃນລະບົບ SW ຈະໄດ້ຮັບເງິນເດືອນ ປະມານ 1,570 ໂດລ້າຣ໌/ເດືອນ ບໍ່ລວມຄ່າລ່ວງເວລາ, ຖ້າໄລຍະສັ້ນ ກໍຈະໄດ້ທັງໝົດ ປະມານ 7,850 ໂດລ້າຣ໌. ສຳລັບຄ່າໃຊ້ຈ່າຍ ທັງໝົດແມ່ນຄົນງານ ຮັບຜິດຊອບ ຈ່າຍປະມານ 2,780 ໂດລ້າຣ໌ ເປັນຕົ້ນຄ່າໂຄສະນາ, ຄ່າບໍຣິຫານແຮງງານ, ຄ່າປີ້ຍົນ ໄປ-ກັບ, ຄ່າຝຶກອົບຮົມ ກ່ອນການຈັດສົ່ງ ຮວມທັງອາຫານແລະທີ່ພັກ, ກວດສຸຂພາບ ກ່ອນການເດີນທາງ, ກວດໂຄວິດ, ວີຊ້າແຮງງານ, ປະກັນພັຍ, ຄ່າເອກສານອື່ນໆ . ນອກຈາກຄ່າໃຊ້ຈ່າຍ ທັງໝົດແລ້ວນັ້ນ ຜູ້ອອກແຮງງານ ຕ້ອງໄດ້ວາງມັດຈຳ ນວນ 3,000 ໂດລ້າຣ໌ ຫຼື ໃບຕາດິນ ເພື່ອປ້ອງກັນ ການລົບໜີ ຈາກນາຍຈ້າງ ອັນນຳມາຊຶ່ງ ເປັນພາຣະອັນໜັກໜ່ວງຂອງກະຊວງ ແຮງງານ ແລະ ບໍຣິສັດ ຕ້ອງໄດ້ຮັບຜິດຊອບ ເພາະອາຈເຮັດ ໃຫ້ປະເທດລາວ ຖືກໂຈະແລະຢຸດການຈັດສົ່ງ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ໃນກໍຣະນີ ຄົນງານລົບໜີນາຍຈ້າງ.

ປັດຈຸບັນນີ້ ການສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ລວມເຖິງເກົາຫລີໃຕ້ ກໍມີທັງໝົດ 40 ບໍຣິສັດ ທີ່ມີທີ່ຕັ້ງຢູ່ທັງໝົດ 5 ແຂວງ ໃນນັ້ນປະກອບມີ ນະຄອນຫຼວງວຽງຈັນ 32 ບໍຣິສັດ, ແຂວງສວັນນະເຂດ ແລະ ບໍ່ແກ້ວ ແຂວງລະ 3 ບໍຣິສັດ, ສ່ວນຈໍາປາສັກ ແລະ ສາຣະວັນ ແຂວງລະ 1 ບໍຣິສັດ ໂດຍບໍຣິສັດ ທີ່ໄດ້ອະນຸຍາດນີ້ ສາມາດສົ່ງຄົນງານໄປເຮັດວຽກ ໄລຍະສັ້ນ ຢູ່ປະເທດເກົາຫລີໃຕ້ ໄດ້. ສ່ວນ ບໍຣິສັດ ໄອຈອບ ແລະ ບໍຣິສັດສະຫວັນ ຈັດຫາງານ ໃນການທົດລອງຕິດຕາມ ປະສານງານ ພ້ອມຈັດສົ່ງຄົນງານ ໄປເຮັດວຽກຕາມຣະດູການ. ທັງນີ້ເພື່ອຕ້ອງການ ໃຫ້ສັງຄົມມີຄວາມເຂົ້າໃຈ ຫຼາຍຂຶ້ນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ຂອງການຈ້າງງານ ແບບຜິດກົດໝາຽ.

ບໍຣິສັດ ສະຫວັນຈັດຫາງານ ໄດ້ກ່າວ ເມື່ອຕົ້ນເດືອນກັນຍາວ່າ ການຈັດສົ່ງຄົນງານລາວ ໃນປັດຈຸບັນ, ບໍຣິສັດ ສາມາດຍາດສ່ວນແບ່ງ ການສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີ ໄດ້ເຖິງ 30%. ທັງນີ້ກໍຍັງພົບຄວາມຫຍຸ້ງຍາກ ໃນການຈັດສົ່ງ ຢູ່ໂດຍສະເພາະ ແມ່ນການຕົວະຍົວະ ຂອງນາຍໜ້າ ຈຳນວນນຶ່ງພາໃຫ້ຄົນງານ ມີການຫລັກໜີ ແລະ ອີກບັນຫານຶ່ງ ກໍຄືການຮຽນຮູ້ພາສາ ແລະ ວັທນະທັມ ຂອງປະເທດຈ້າງງານ ຍັງບໍ່ໄດ້ດີ. ຄົນງານເອງຍັງບໍ່ສາມາດ ສື່ສານກັບນາຍຈ້າງໄດ້ ເຮັດໃຫ້ເຂົາເຈົ້າ ໄດ້ເງິນຄ່າຈ້າງໜ້ອຍ. ນອກຈາກນີ້ ໃນອະນາຄົຕ ກົດໝາຽຂອງເກົາຫລີໃຕ້ ຈະຂຍາຍການເຮັດວຽກ ໃນໄລຍະສັ້ນອອກໄປ ພ້ອມທັງວາງແຜນ ສ້າງວິຊາຊີພ ໃນໄລະຍະຍາວໃໝ່ ໃຫ້ຄົນງານ ທີ່ໄດ້ຮັບວິຊ້າ 3 ປີຂຶ້ນໄປ ໄດ້ຈັດສົ່ງໄປເກົາຫລີໃຕ້ ໂດຍບໍ່ມີບັນຫາໃດໆ ສຳລັບການສົ່ງຄົນງານລາວ ໄປເກົາຫລີໃຕ້ ຖືວ່າໄດ້ຮັບການຕອບຮັບຈາກນາຍຈ້າງ ເປັນຢ່າງດີ ອີງຕາມການຣາຍ ຂອງສື່ເມື່ອຕົ້ນເດືອນກັນຍາ.

ຕາມການຣາຍງານ ຂອງກະຊວງແຮງງານ ສະເພາະໃນປີ 2022 ມີຄົນງານ ຖືກສົ່ງໄປເກົາຫລີໃຕ້ ເກືອບ 2,000 ຄົນ ແຕ່ໃນນັ້ນ 70% ແມ່ນກວມເອົາ ຄົນງານເຮັດວຽກ ໄລຍະສັ້ນ, ສ່ວນໄລຍະຍາວ ມີພຽງ 30% ເທົ່ານັ້ນ. ຕໍ່ກັບບັນຫາດັ່ງກ່າວ ມັນເປັນໂຈດໃຫຍ່ ຂອງກະຊວງແຮງງານ ທີ່ຈະປັບປຸງ ໃຫ້ຄົນງານລາວ ເປັນວິຊາຊີພ ສົມບູນ ເພື່ອສົ່ງເຂົ້າໄປເຮັດວຽກເກົາຫລີໃຕ້ ອັນນຳມາຊຶ່ງລາຍໄດ້ເຂົ້າປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.