ຄ່າແຮງງານ ຢູ່ລາວຕ່ຳ, ຄົນງານ ເລືອກໄປໄທຍ ຫຼາຍກວ່າ
2022.10.15
ອັຕຣາເງິນເຟີ້ ເພີ່ມສູງຂຶ້ນໄປເລື້ອຍໆ ສົ່ງຜົລ ໃຫ້ຄ່າຄອງຊີພສູງ, ວັຍໜຸ່ມ ຈຳນວນຫຼາຍ ເລືອກເຮັດວຽກນອກປະເທດ ມີລາຍຮັບ ສູງກ່ວາ. ຖ້າເຮັດວຽກ ຢູ່ພາຍໃນ ຄ່າແຮງງານ ບໍ່ກຸ້ມກິນ. ໄມຊູລີ ແລະ ໄຊຍາ ມີຣາຍລະອຽດ ເພີ່ມຕື່ມ ມາສເນີທ່ານ ໃນຣາຍການ “ມາຟັງນຳກັນ” ໃນສັປດານີ້.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ ຣາຍການ “ມາຟັງນຳກັນ”, ສັປດານີ້ມາເວົ້າເຖິງ ເຣື່ອງຄົນງານລາວ ເລືອກທີ່ຈະໄປເຮັດວຽກ ຕ່າງປະເທດ ເພື່ອຄວາມຢູ່ລອດ. ປັດຈຸບັນ ອັຕຣາເງິນເຟີ້ ໃນລາວ ເພີ່ມສູງຂຶ້ນ ເຮັດໃຫ້ຄ່າຄອງຊີພ ສູງຂຶ້ນຕາມ. ພ້ອມນີ້ ຄ່າແຮງງານ ພາຍໃນປະເທດ ສຳລັບຄົນງານລາວ ແມ່ນຖືກຫຼາຍ ໂດຍສະເພາະ ລາຍໄດ້ຂັ້ນຕໍ່າ ບໍ່ເຖິງ 100 ໂດລ້າຣ໌ ຖ້າທຽບໃສ່ ອັຕຣາແລກປ່ຽນ ຕອນນີ້.
ທ່ານຜູ້ຟັງ ທີ່ຕິດຕາມຣາຍການ ຂອງພວກເຮົາ ທ່ານມີ ຄວາມຄິດຄວາມເຫັນແນວໃດ ກະຣຸນາ ອອກຄວາມເຫັນ ຂອງທ່ານ ຊ່ອຍກັນ ດ້ວຍການຂຽນລົງໃສ່ ຊ່ອງຄອມເມັ້ນ ທີ່ກຳລັງອອກ ຣາຍການ ຢູ່ໃນຕອນນີ້. ສຳລັບມື້ນີ້ ຫົວຂໍ້ ທີ່ຈະມາລົມກັນ ກໍຄື ຄ່າຄອງຊີພສູງ ຄົນງານລາວ ເລືອກໄປເຮັດວຽກ ຢູ່ໄທຍຫຼາຍກວ່າ ປະເທດອື່ນ. ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ສັປດານີ້ ມາເວົ້າເຖິງ ເຣື່ອງຄ່າແຮງ ໃນເມື່ອ ຄ່າແຮງງານຕໍ່າຄ່າຄອງຊີພສູງ ຈະຢູ່ແນວໃດ. ປັດຈຸບັນ ພວກເຮົາ ກໍໄດ້ເຫັນ ປະກົດການນຶ່ງ ທີ່ເກີດຂຶ້ນ ກໍຄື ວັຍໜຸ່ມລາວ ຕ່າງກໍດິ້ນຮົນ ອອກໄປ ເຮັດວຽກ ຢູ່ປະເທດໄທຍ, ເກົາຫຼີ ແລະ ຢີ່ນປຸ່ນ ເພາະປະເທດເຫລົ່ານີ້ ມີຄ່າແຮງງານ ຂັ້ນຕໍ່າ ສູງກວ່າ ລາວຫຼາຍ. ສະພາບການເງິນເຟີ້ ຕອນນີ້ ຣັຖບານ ຍັງຄວບຄຸມ ບໍ່ໄດ້ມັນຍັງສູງຂຶ້ນເຣື້ອຍໆ ສົ່ງຜົລ ເຮັດໃຫ້ຄ່າຄອງຊີພ ແພງຂຶ້ນ ປະຊາຊົນ ຫາເຊົ້າກິນຄໍ່າ ຕ່າງກໍຈົ່ມ. ໂດຍສະເພາະ ກຸ່ມທີ່ເຮັດວຽກ ໃຊ້ແຮງງານ ໄດ້ຄ່າແຮງງານມາ ບໍ່ກຸ້ມກິນ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)