ໄທຍ ປຶກສາຫາລື ສປປ ລາວ ເຊື່ອມຕໍ່ ທາງຣົຖໄຟ

ສຸພັດຕາ
2022.10.07
ໄທຍ ປຶກສາຫາລື ສປປ ລາວ ເຊື່ອມຕໍ່ ທາງຣົຖໄຟ ຂະບວນຣົຖໄຟສິນຄ້າລາວ-ຈີນ ທີ່ພວມເດີນທາງເຂົ້າສູ່ສະຖານີ ນະຄອນຫຼວງວຽງຈັນ ອັນເປັນສະຖານີຂົນສົ່ງສິນຄ້າ ຈາກໄທຍມາລາວ ແລ້ວໄປສູ່ຈີນ ແລະ ຈາກຈີນມາລາວ ແລ້ວໄປສູ່ໄທຍ (TS), ເດືອນພຶສພາ ປີ 2022.
RFA

ໃນວັນທີ 6 ຕຸລາ ທີ່ຜ່ານມາ ທ່ານ ອະນຸທິນ ຊານວີຣະກູລ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີກະຊວງ ສາທາຣະນະສຸຂ ຂອງໄທຍ ພ້ອມດ້ວຍທ່ານ ສັກສະຫຍາມ ຊິດຊອບ ຣັຖມົນຕຣີ ກະຊວງຄົມມະນາຄົມຂອງໄທຍ ພ້ອມດ້ວຍຄະນະເຈົ້າໜ້າທີ່ ໄດ້ເດີນທາງມານະຄອນຫຼວງວຽງຈັນ ເພື່ອປະຊຸມກັບທ່ານ ດຣ. ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງຂອງລາວ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກ່ຽວກັບໂຄງການ ເຊື່ອມຕໍ່ເສັ້ນທາງຣົຖໄຟ ລາວ-ໄທຍ ເພື່ອເຊື່ອມຈອດ ການຂົນສົ່ງສິນຄ້າ ລະຫວ່າງ 2 ປະເທດ ດ້ວຍລະບົບທາງຣົຖໄຟ, ອີງຕາມການຣາຍງານ ຂອງສໍານັກຂ່າວ ໄທຍໂພສຕ໌ (Thai post) ວັນທີ 6 ຕຸລາ ປີ 2022.

ທ່ານ ສັກສະຫຍາມ ຊິດຊອບ ຣັຖມົນຕຣີ ກະຊວງຄົມມະນາຄົມ ຂອງໄທຍ ໄດ້ກ່າວໃນລະຫວ່າງ ການຫາລືດັ່ງກ່າວ ໃນຕອນນຶ່ງວ່າ “ສໍາລັບການເຊື່ອມຕໍ່ ທາງຣົຖໄຟໄທຍ, ລາວ ແລະຈີນນັ້ນ ທາງການໄທຍ ກໍມີແຜນ ຫຼາຍຢ່າງ ເປັນຕົ້ນວ່າ ມີແຜນກໍ່ສ້າງໂຄງການ ເສັ້ນທາງຄວາມໄວສູງ ໄລຍະທີ່ີ 1 ຈາກນະຄອນຫຼວງ ບາງກອກ ຫາ ແຂວງນະຄອນຣາຊສີມາ ຄາດວ່າຈະເປີດ ໃຫ້ບໍຣິການ ໃນປີ 2026 ແລະໄລຍະທີ່ 2 ຈາກແຂວງນະຄອນຣາຊສີມາ ຫາແຂວງໜອງຄາຍ ຄາດວ່າຈະເປີດ ໃຫ້ບໍຣິການ ໃນປີ 2028, ກໍ່ສ້າງຂົວທາງຣົຖໄຟ ຂ້າມແມ່ນໍ້າຂອງ ແລະໄດ້ມີການປັບປຸງພື້ນທີ່ ລານຍົກສິນຄ້າ ຢູ່ບໍຣິເວນສະຖານີຣົຖໄຟ ແຂວງໜອງຄາຍ ເພື່ອຮອງຮັບການຂົນສົ່ງ ສິນຄ້າໃນອະນາຄົດ.

ກ່ຽວກັບກອງປະຊຸມດັ່ງກ່າວນີ້ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງ ທ່ານນຶ່ງ ກ່າວວ່າ ການຫາລືດັ່ງກ່າວ ໄດ້ມີຂຶ້ນແຕ່ໃນມື້ວັນທີ 6 ຕຸລາ ປີ 2022 ພຽງມື້ດຽວ ແລະສໍາລັບພາກສ່ວນ ຂອງລາວ ທີ່ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ ສ່ວນໃຫຍ່ແມ່ນເຈົ້າໜ້າທີ່ ກົມທາງຣົຖໄຟ ແຕ່ສໍາລັບຣາຍລະອຽດ ຂອງການຫາລືນັ້ນ ທ່ານເອງກໍບໍ່ຮູ້ຢ່າງລະອຽດເທື່ອ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ຕຸລາ ນີ້ວ່າ:

“ແມ່ນໆ ມື້ວານນີ້ ໂຕເພິ່ນປະຊຸມກັນ ຂ້ອຍກະບໍ່ໄດ້ຮ່ວມປະຊຸມນໍາ ເລີຍເກັບຂໍ້ມູນວຽກບໍ່ໄດ້ລະອຽດ ຕ້ອງແມ່ນໂທຫາ ທາງກົມຣົຖໄຟ ຮູ້ຂໍ້ມູນລະອຽດຫັ້ນນ່າ.”

ໃນຂະນະດຽວກັນ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາ ກົມທາງຣົຖໄຟ ເພື່ອສອບຖາມ ຣາຍລະອຽດ ເພີ່ມຕື່ມ ພ້ອມດ້ວຍ ການຕຣຽມຄວາມພ້ອມ ຂອງຝ່າຍລາວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະເປີດເຜີຍຂໍ້ມູນໃຫ້ຮູ້.
ທາງດ້ານເຈົ້າໜ້າທີ່ ປະຈໍາສະຖານີຣົຖໄຟ ແຂວງໜອງຄາຍ ທ່ານນຶ່ງກ່າວວ່າ ທ່ານເອງກໍຕິດຕາມຂ່າວການປະຊຸມກັນ ລະຫວ່າງທາງລາວ ແລະໄທຍ ໃນມື້ດັ່ງກ່າວ ເຊິ່ງໄລຍະຜ່ານມາ ພາກສ່ວນທີ່ກ່ຽວຂ້ອງໃນລະດັບແຂວງ ກໍໄດ້ມີການຫາລືກັນຢູ່ເລື້ອຍໆ ກ່ຽວກັບແຜນກະຕຣຽມ ການເຊື່ອມຕໍ່ ເສັ້ນທາງຣົຖໄຟລາວ-ໄທຍ ໃນອະນາຄົຕ.

ດັ່ງທ່ານກ່າວວ່າ:

“ຕາມປົກກະຕິ ກໍມີການຫາລືກັນຢູ່ເລື້ອຍໆ ຂຶ້ນຢູ່ກັບແຕ່ລະໜ່ວຍງານ ທີ່ເຂົ້າມາຕິດຕໍ່ ວ່າຈະມີພາກສ່ວນໃດມາຮ່ວມການຫາລືແດ່ ສ່ວນຢູ່ສະຖານີຣົຖໄຟແຂວງໜອງຄາຍ ກໍຍັງມີການຂົນສົ່ງສິນຄ້າ ຕາມປົກກະຕິຢູ່ ກໍມີການປະຊຸກັນຢູ່ທຸກເດືອນຢູ່ແລ້ວ ສໍາລັບພາກສ່ວນໃນລະດັບແຂວງ.”

ໃນຂະນະທີ່ ທາງການທັງ 2 ປະເທດ ໄດ້ມີການຫາລືກ່ຽວກັບ ແຜນການເຊື່ອມຕໍ່ ເສັ້ນທາງຣົຖໄຟ ລາວ-ໄທຍ ຢູ່ເລື້ອຍໆນັ້ນ ທາງດ້ານຜູ້ປະກອບການ ດ້ານການຂົນສົ່ງສິນຄ້າ ລະຫວ່າງລາວ-ໄທຍ ກໍໄດ້ຕິດຕາມຂ່າວຢ່າງໃກ້ຊິດ ແລະຈໍານວນນຶ່ງ ກໍໄດ້ວາງແຜນໄວ້ລ່ວງໜ້າ ເພື່ອທີ່ຈະຫັນໄປຂົນສົ່ງ ສິນຄ້າດ້ວຍທາງຣົຖໄຟ ລາວ-ໄທຍ ຫຼາຍກວ່າການຂົນສົ່ງ ດ້ວຍທາງຣົຖບົນທຸກ.

ດັ່ງພະນັກງານ ບໍຣິສັດ ທີ່ໃຫ້ບໍຣິການ ດ້ານການຂົນສົ່ງ ສິນຄ້າແຫ່ງນຶ່ງ ຢູ່ເຂດທ່າບົກ-ທ່ານາແລ້ງ ກ່າວວ່າ:

“ຍັງບໍ່ມີກໍານົດເທື່ອນ່າ ວ່າຊິເຊື່ອມຕໍ່ກັນຕອນໃດ ໂຕນີ້ໆ ຖ້າວ່າມີການເຊື່ອມຕໍ່ກັນແທ້ນີ້ ສ່ວນຫຼາຍ ມັນຈະເປັນ ການຂົນສົ່ງທາງຣົຖໄຟ ຄ່າໃຊ້ຈ່າຍ ຫຼືວ່າຄ່າຂົນສົ່ງມັນຈະຖືກ ເພາະວ່າເຮົາຈະຕັດຫົວຣົຖໄຟ ແລ້ວກະໃສ່ຣາງດຽວກັນເລີຍ.”

ແລະທາງດ້ານ ຜູ້ປະກອບການຂົນສົ່ງສິນຄ້າ ລະຫວ່າງລາວ-ໄທຍ ອີກນາງນຶ່ງ ກ່າວວ່າ ບໍຣິສັດຂອງຍານາງເອງ ກໍອາຈຫັນໄປໃຊ້ບໍຣິການ ຂົນສົ່ງສິນຄ້າດ້ວຍທາງຣົຖໄຟ ລາວ-ໄທຍ ໃນອະນາຄົດ ເນື່ອງຈາກປັດຈຸບັນ ກໍມີນັກທຸຣະກິຈຈີນຈໍານວນນຶ່ງ ໄດ້ມາເຊົ່າສາງ ເກັບເຄື່ອງຂອງບໍຣິສັດ ເຊິ່ງການຂົນສົ່ງດ້ວຍຣົຖໄຟນັ້ນ ຈະສະດວກສໍາລັບການຂົນສົ່ງສິນຄ້າ ຂນາດໃຫຍ່.

ດັ່ງຍານາງກ່າວວ່າ:

“ອາຈມີ ເພາະວ່າຕອນນີ້ກໍາລັງເບິ່ງຢູ່ ເພາະວ່າເຫັນບໍຣິສັດຈີນເຂົາເຈົ້າ ມາເຊົ່າສາງພວກເເຮົາຢູ່ນ່າ ແຕ່ວ່າດຽວນີ້ ຍັງບໍ່ໄດ້ມີການຕົກລົງຫຍັງກັນເທື່ອຫັ້ນນ່າ ເຄື່ອງໃຫຍ່ອາຈສະດວກເນາະ ແຕ່ຖ້າເປັນເຄື່ອງຍ່ອຍໆ ອາຈບໍ່ສະດວກເທົ່າຣົຖ ຄັນຖ້າເປັນເຄື່ອງລ໊ອດໃຫຍ່ໆຫັ້ນ ອາຈສະດວກ.”

ແຕ່ເຖິງຢ່່າງໃດກໍຕາມ ກໍມີບາງບໍຣິສັດຂົນສົ່ງສິນຄ້າ ລະຫວ່າງ ລາວ-ໄທຍ ອີກຈໍານວນນຶ່ງ ທີ່ຍັງລັງເລໃຈ ວ່າຈະປ່ຽນໄປໃຊ້ ບໍຣິການຂົນສົ່ງ ດ້ວຍຣົຖໄຟ ລາວ-ໄທຍ ຫຼືບໍ່ ຫາກມີການເຊື່ອມຕໍ່ກັນ ໃນອະນາຄົຕ ຍ້ອນເຫັນວ່າ ການຂົນສົ່ງສິນຄ້າ ດ້ວຍຣົຖບັນທຸກ ກໍສະດວກຢູ່ແລ້ວ ແລະຕົ້ນທຶນໃນການຂົນສົ່ງ ກໍຍັງຢູ່ໃນລະດັບທີ່ ສາມາດຮັບໄດ້ ແຕ່ຕ້ອງໄດ້ມີການເບິ່ງສະພາບການ ໂຕຈິງອີກເທື່ອນຶ່ງ.

ດັ່ງຜູ້ປະກອບການ ຂົນສົ່ງສິນຄ້າ ອີກນາງນຶ່ງກ່າວວ່າ:

“ອັນນີ້ກະບໍ່ແນ່ເດີ້ ຕ້ອງເບິ່ງໂຕຈິງກ່ອນ ວ່າອັນໃດມັນສະດວກກ່ອນກັນ ເພາະວ່າ ເຮົາໃຊ້ຣົຖຂອງເຮົາເອງນ່າ ທຸກມື້ນີ້ ຣົຖບັນທຸກກະດີແລ້ວ.”

ສໍາລັບກອງປະຊຸມ ໃນມື້ດັ່ງກ່າວນີ້ ທັງຝ່າຍ ລາວແລະໄທຍ ໄດ້ມີການຂໍຄວາມຮ່ວມມື ຈາກໜ່ວຍງານທີ່ກ່ຽວຂ້ອງຂອງທັງ 2 ປະເທດ ນໍາຜົນການປະຊຸມຫາລື ໄປປະຕິບັດ ເພື່ອໃຫ້ການເຊື່ອມຕໍ່ ທາງຣົຖໄຟລາວ-ໄທຍ ມີຄວາມຄືບໜ້າ ແລະໄດ້ປໂຍດສູງສຸດ ຮ່ວມກັນ ໂດຍສະເພາະ ການປະສານງານ ຮ່ວມກັນຢ່າງໃກ້ຊິດ ເຊິ່ງມີຜົນຕໍ່ສັນຕິພາບ ແລະຄວາມຈະເຣີນຮຸ່ງເຮືອງ ຂອງພາກພື້ນນໍາດ້ວຍ, ອີງຕາມການຣາຍງານ ຂອງ ສໍານັກຂ່າວ ໄທຍໂພສຕ໌ (Thai post).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.