ສິນຄ້າກະເສຕ ແພງຂຶ້ນ ຕາມສະພາບ ເງິນກີບອ່ອນຄ່າ
2022.10.17
ດັດຊະນີ ລາຄາການຊົມໃຊ້ ແລະ ອັດຕຣາເງິນເຟີ້ ຂອງລາວ ໃນເດືອນກັນຍາ 2022 ນີ້ສູງເຖິງ 34.05% ເຊິ່ງສົ່ງຜົລໃຫ້ລາຄາພືດຜັກ ຊນິດຕ່າງໆ ທີ່ຂາຍຢູ່ຕາມຕລາດ ໃນປັຈຸບັນແພງຂຶ້ນ 5.37% ເມື່ອທຽບໃສ່ ເດືອນສິງຫາທີ່ຜ່ານມາ. ປັດຈັຍສຳຄັນ ມາຈາກຊາວສວນ ມີຕົ້ນທຶນໃນການຜລິຕ ເພີ່ມຂຶ້ນ ໂດຍສະເພາະຄ່າປຸຍ, ຄ່າແນວພັນ ແລະນໍ້າມັນເຊື້ອເພິງ.
ດັ່ງຊາວສວນ ຜູ້ນຶ່ງໃນເມືອງປາກຊ່ອງ ແຂວງ ຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ່ 14 ຕຸລານີ້ວ່າ:
“ໂອ້! ຕົ້ນທຶນມັນສູງໄດ໋ ປຸຍສອບນຶ່ງຕົກເປັນເງິນກີບມັນ 8 ແສນF ລ້ານນຶ່ງກະມີ. ຊາວສວນນີ້ ຢູ່ໃນຄວາມສ່ຽງຫລາຍທີ່ສຸດ ແຕ່ວ່າເປັນຫຍັງຈັ່ງເຮັດ ມັນກະເປັນອາຊີພ ຂອງເຮົາ. ເປັນໜີ້ເປັນສິນ ກະຄ່ອຍໃຊ້ ຄ່ອຍເສັຽ ໄປຊັ້ນແຫລະ ບາດໄດ້ກະຄ່ອຍໃຊ້ຄືນເພິ່ນ.”
ຊາວສວນຜູ້ນີ້ ກ່າວອີກວ່າ ນອກຈາກຕົ້ນທຶນ ໃນການປູກຜັກ ຈະເພີ່ມຂຶ້ນແລ້ວ ຊາວສວນຈຳນວນນຶ່ງ ຍັງຕ້ອງພະເຊີນກັບ ຄວາມສ່ຽງ ໃນເຣຶ່ອງຂອງພັຍພິບັດ ທາງທັມມະຊາຕນຳດ້ວຍ ໂຕຢ່າງ ເມື່ອເດືອນກັນຍາ ທີ່ຜ່ານມານີ້ ສວນຜັກ ຂອງຊາວສວນ ຈຳນວນນຶ່ງ ຖືກນໍ້າຖ້ວມ ໄດ້ຮັບຄວາມເສັຽຫາຍ ປະມານ 10 ເຮັກຕ້າຣ໌ ຈາກເນື້ອທີ່ທັງໝົດ ປະມານ 30 ເຮັກຕ້າຣ໌ ແລະ ບໍ່ເຫັນມີພາກສ່ວນໃດ ໃຫ້ການຊ່ວຍເຫລືອ ຊາວສວນເຫລົ່ານີ້.
ທ່ານຍັງກ່າວຕື່ມອີກວ່າ ເມື່ອປີ 2021 ທີ່ຜ່ານມາ ຜັກກະຫລໍ່າປີ ລາຄາຂາຍຢູ່ໜ້າສວນ ຈະປະມານ 500-1,000 ກີບ ຕໍ່ກິໂລ ແຕ່ມາຮອດເດືອນຕຸລາ ປີ 2022 ລາຄາຢູ່ທີ່ 3,000 -3500 ກີບ ຕໍ່ກິໂລ, ບາດເອົາໄປຂາຍຢູ່ຕລາດ ລາຄາ ຈະຢູ່ປະມານ 135,000 ກີບ ຕໍ່ໝື່ນ ຫລື ປະມານ 10,000-12,000 ກີບ ຕໍ່ກິໂລ ເຊິ່ງຖືວ່າແພງຫລາຍ.
ນອກຈາກນີ້ ກໍຍັງມີຜັກ ອີກຫລາຍຊນິດ ທີ່ມີລາຄາແພງຂຶ້ນ ເປັນຕົ້ນຜັກບົ້ງ ຈາກລາຄາເດືອນກັນຍາ 75,000 ກີບຕໍ່ໝື່ນ ຂຶ້ນມາເປັນ 80,000 ກີບຕໍ່ໝື່ນ, ຫອມບົ່ວຈາກລາຄາ ເດືອນກັນຍາ 400,000 ກີບຕໍ່ 10 ກິໂລ ຂຶ້ນມາເປັນ 430,000 ກີບຕໍ່ 10 ກິໂລ, ຫອມປ້ອມ ຈາກລາຄາເດືອນກັນຍາ 450,000 ກີບຕໍ່ໝື່ນ ຂຶ້ນມາເປັນ 480,000 ກີບຕໍ່ໝື່ນ ຫລື 36,000 ກີບ ຕໍ່ກິໂລ, ຜັກບົວລະພາ ລາຄາເດືອນກັນຍາ 250,000 ກີບຕໍ່ໝື່ນ ຂຶ້ນມາເປັນ 300,000 ກີບຕໍ່ໝື່ນ.
ຊາວສວນ ປູກຜັກອີກຄົນນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ໄລຍະນີ້ ຜັກສົດຊນິດຕ່າງໆ ມີລາຄາແພງຂຶ້ນຫລາຍ ເນື່ອງຈາກຕົ້ນທຶນ ໃນການປູກ ມີລາຄາແພງຂຶ້ນ ຈາກອັຕຣາເງິນເຟີ້ ແລະ ສະພາບເງິນກີບອ່ອນຄ່າລົງ.
ດັ່ງເຈົ້າຂອງສວນຜັກ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫລະ ຂຶ້ນຫລາຍ ໝື່ນລະ 2-3 ແສນກີບ ໝື່ນນຶ່ງກະ 13 ກິໂລ ທຸກຜັກເລີຍ ແມ່ນແຫລະ ທຸກຜັກຂຶ້ນໝົດ ແລະ ແນວພັນນັ້ນກະຂຶ້ນ.”
ຈາກສະພາບທີ່ພືດຜັກ ແລະ ສິນຄ້າຕ່າງໆ ຢູ່ຕາມຕລາດ ມີລາຄາແພງຂຶ້ນ ໃນຄັ້ງນີ້ ຍັງສົ່ງຜົລກະທົບຕໍ່ຜູ້ປະກອບການ ຮ້ານອາຫານຈານດ່ວນ-ຈານດຽວ ອີກເປັນຈຳນວນຫລາຍ ເນຶ່ອງຈາກຕ້ອງຊື້ພືດຜັກ ແລະ ເຄື່ອງປຸງຕ່າງໆ ມາເຮັດຮ້ານອາຫານຂາຍ, ເຊິ່ງຜູ້ປະກອບການ ຮ້ານອາຫານ ກໍຍອມຮັບວ່າ ເມື່ອລາຄາສິນຄ້າ ຕ່າງໆເເພງຂຶ້ນ ທາງຮ້ານກໍມີຄວາມຈຳເປັນ ທີ່ຈະປັບລາຄາ ອາຫານຂຶ້ນ ໂດຍສະເພາະອາຫານຈານດຽວ.
ດັ່ງຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຕາມສະພາບຫັ້ນແຫລະ ເຈົ້າ ຄ່ອຍໆຂຶ້ນ ເຮົາຂຶ້ນຫລາຍ ເຮົາກະເສັຽລູກຄ້າເຮົາ ອາຫານຈານດຽວ ຕົກຢູ່ຈານນຶ່ງ 30 ພັນກີບ ຄັນບໍ່ຂາຍລາຄານີ້ ກະໄປບໍ່ລອດດອກ ຄັນບໍ່ຂຶ້ນເຮົາກໍບໍ່ໄດ້ກຳໄລ ມັນແພງໂພດເຈົ້າ ຕົ້ນທຶນສູງຫລາຍ ບໍ່ແມ່ນແຕ່ຜັກ ເຄື່ອງປຸງເຄື່ອງຫຍັງກະແພງຂຶ້ນໝົດ.”
ຜູ້ປະກອບການ ຮ້ານອາຫານຜູ້ນີ້ ຍັງກ່າວອີກວ່າ ຫາກສິນຄ້າຢູ່ຕາມຕລາດ ເປັນຕົ້ນ ພືດຜັກ, ເຄື່ອງປຸງອາການ ແລະ ແກ໊ສ ປັບລາຄາຫລຸດລົງ ທາງຮ້ານອາຫານ ກໍພ້ອມຈະຫລຸດລາຄາ ຄ່າອາຫານລົງເຊັ່ນດຽວກັນ ເພາະ ບໍ່ຕ້ອງການ ເສັຽລູກຄ້າໄປ.
ເຈົ້າຂອງຮ້ານ ຂາຍຫອມບົ່ວ ໃນແຂວງສວັນນະເຂດ ກ່າວວ່າ ໄລຍະນີ້ ພືດຜັກຊນິດຕ່າງໆ ມີລາຄາແພງຂຶ້ນແທ້ ຂນາດວ່າ ບໍ່ແມ່ນພືດຜັກ ທີ່ນຳເຂົ້າຈາກປະເທດໄທຍ ກໍຍັງມີລາຄາແພງຫລາຍ ເນຶ່ອງຈາກຕົ້ນທຶນ ໃນການປູກເພີ່ມຂຶ້ນ ບວກກັບເງິນກີບ ອ່ອນຄ່າລົງ ເມື່ອທຽບໃສ່ເງິນບາທ.
ດັ່ງເຈົ້າຂອງຮ້ານ ຂາຍຫອມບົ່ວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂອ້! ດຽວນີ້ ກະຖືວ່າສູງຫລາຍ 30 ປາຍພັນກີບ ເພາະວ່າແຕ່ລະປີ ມັນບໍ່ຂຶ້ນຮອດພຸ້ນເດ່ ປະມານຕັ້ນປີ 10 ປາຍພັນກີບ ຂຶ້ນ 2-3 ເທົ່າພຸ້ນແຫລະ ມັນຂຶ້ນນຳເງິນໄດ໋ ເພາະວ່າ 100 ບາທ ຢູ່ພີ້ມັນຕົກ 50 ພັນແຫລະ.”
ສ່ວນຊາວລາວຜູ້ນຶ່ງ ໃນແຂວງສາຣະວັນ ກ່າວວ່າ ຫາກເປັນຊາວບ້ານທົ່ວໄປ ກໍຈະປູກພືດຜັກ ແລະ ລ້ຽງສັດ ເພື່ອກິນເອງ ໃນຄອບຄົວ ໂດຍຈະຫລີກລ້ຽງ ການຈັບຈ່າຍຊື້ສິນຄ້າ ຕ່າງໆຢູ່ຕາມຕລາດ ເນຶ່ອງຈາກມີລາຄາແພງ ຂະນະທີ່ຊາວບ້ານທົ່ວໄປ ກໍພາກັນປຫຍັດ ແລະ ເກັບເງິນໄວ້ ໃຊ້ຈ່າຍ ບາດຍາມຈຳເປັນ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອິ! ປູກກິນເອງ ມັນຢູ່ບ້ານນອກ ມັນກະເສຖກິຈບໍ່ດີ ກະເລີຍຢູ່ແຕ່ບ້ານນອກ ກະຢູ່ຈັ່ງຊີ້ແຫລະ ກ່ຽວເຂົ້າກ່ຽວນໍ້າໄປ ປູກກິນເອງໄປບ້ານນອກ ບ້ານນາ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການ ສຶກສາທິການ ແລະ ກິລາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ກ່າວວ່າ ລາຄາອາຫານ ແລະ ສິນຄ້າຕ່າງໆ ແພງຂຶ້ນຫລາຍ ເຮັດໃຫ້ການດຳເນີນຊີວິຕ ຂອງຜູ້ທີ່ີເປັນພນັກງານຣັຖ ທີ່ຕ້ອງເພິ່ງພາເງິນເດືອນ ເປັນຫລັກ ຂ້ອນຂ້າງຫຍຸ້ງຍາກ ແລະ ລຳບາກຫລາຍ ໃນໄລຍະນີ້ ໃນຂະນະທີ່ ລາຍຮັບຂອງ ພນັກງານຣັຖກອນ ລະດັບຂັ້ນຜູ້ນ້ອຍ ພັດໄດ້ບໍ່ຮອດ 2 ລ້ານຕໍ່ເດືອນ.
ດັ່ງເຈົ້າໜ້າທີ່ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອາຫານການກິນນີ້ ຂ້ອຍໄລ່ 3 ຄາບເນາະ ສະເລັ່ຽ 30 ຫາ 50 ພັນກີບຕໍ່ມື້ໄດ໋ສຳລັບຂ້ອຍ ບໍ່ໄດ້ໄລ່ວ່າ ຄ່ານໍ້າ ຈິປາທະ ແມ່ນຫຍັງຕ່າງໆຫັ້ນໄດ໋ນ່າ ບໍ່ກຸ້ມຫັ້ນແລ້ວເຈົ້າ ເງິນເດືອນຂ້ອຍ ໄດ້ຕັ້ງແຕ່ລ້ານ 6 ລ້ານ 7 ເດ້.”
ສຳລັບ ລາຄາພືດຜັກ ແລະ ສິນຄ້າຕ່າງໆ ໃນລາວ ຍັງມີທ່າທີວ່າ ຈະເພີ່ມຂຶ້ນອີກ ເນື່ອງຈາກອັດຕຣາເງິນເຟິ້ ໃນລາວ ຍັງມີທ່າທີ່ເພີ່ມຂຶ້ນ ບວກກັບສະພາບ ເງິນກີບຍັງອ່ອນຄ່າ ລົງຕໍ່ເນຶ່ອງ ສາເຫດມາຈາກ ທາງການລາວ ຍັງບໍ່ສາມາດ ເພີ່ມການຜລິຕ ພາຍໃນໄດ້ຕາມເປົ້າໝາຍ ແລະ ການປູກ, ການຜລິຕ ແມ່ນຍັງບໍ່ທັນ ເຂັ້ມແຂງ ຂະນະທີ່ປະເທດລາວ ຍັງເພິ່ງພາ ການນຳເຂົ້າ ສິນຄ້າ ຈາກຕ່າງປະເທດ ເປັນສ່ວນໃຫຍ່ ເປັນຕົ້ນ ແມ່ນປະເທດໄທຍ ແລະ ວຽດນາມ.
ສ່ວນລາຄາ ນໍ້າມັນເຊື້ອເພີງ ໃນປະເທດລາວ ແມ່ນຍັງມີການເໜັ່ງຕີງ ເພີ່ມສູງຂຶ້ນ ສົ່ງຜົລກະທົບ ຕໍ່ຄ່າຄອງຊີພ ເພີ່ມສູງ ໃນທຸກໝວດສິນຄ້າ ແລະ ການບໍຣິການ.