ເຣື້ອງທີ່ເກັບບັນທຶກໄວ້
2024-07-19
ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງຂະບວນການຕິດຕາມ-ກວດກາ ການຕິດລາຄາສິນຄ້າ ແລະ ການແລກປ່ຽນເງິນຕາ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ແລະ ສະເຖຍລະພາບ ຂອງຄ່າເງິນກີບ.
2024-07-18
ການຄຸ້ມຄອງເງິນຕາ ຕ່າງປະເທດຍັງບໍ່ລວມສູນ ເອກະພາບ, ມາດຕະການຂອງລັດ ທີ່ແກ້ໄຂຍັງບໍ່ບັນລຸຕາມເປົ້າປະສົງ ຈຶ່ງສົ່ງຜົນໃຫ້ເງິນເຟີ້ ແລະຄ່າຄອງຊີບເພີ່ມສູງຂຶ້ນຫຼາຍເທົ່າຕົວ ຂະນະທີ່ປະຊາຊົນຈຳນວນຫຼາຍໄດ້ແຕ່ຈົ່ມວ່າ ສະພາບແບບນີ້ຮັບບໍ່ໄຫວແລ້ວ.
2024-07-18
ນັກທ່ອງທ່ຽວ ຈາກໄທ ແລະຫວຽດນາມ ທີ່ຖືບັດຜ່ານແດນ ໄດ້ຮັບການຂະຫຍາຍເວລາ ໃຫ້ຢູ່ ສປປ ລາວ ໄດ້ 10 ມື້ ຈາກເດີມ 3 ມື້ ເພື່ອຫວັງສ້າງລາຍໄດ້ໃຫ້ທຸລະກິດທ່ອງທ່ຽວ ພາຍໃນປະເທດ ແລະນັກທ່ອງທ່ຽວເຫຼົ່ານັ້ນ ຍັງສາມາດທ່ອງທ່ຽວໄດ້ຫຼາຍແຂວງ ຂະນະດຽວກັນ ກໍຕ້ອງເຂົ້າມາທ່ຽວເປັນກຣຸບທົວຣ໌ ແລະຖ້າຫາກມີຫຼາຍກວ່າ 10 ຄົນ ກໍຕ້ອງມີຕໍາຫຼວດທ່ອງທ່ຽວ ນໍາທາງ.
2024-07-18
ເຈົ້າຂອງບໍລິສັດຮັບແລ່ນວີຊ້າ, ເເອບອ້າງ ເອົາຄົນລາວໄປເຮັດວຽກ ແລະ ຮຽນຕໍ່ ທີ່ປະເທດເກົາຫລີໃຕ້ ເຊິ່ງມີຄົນຕົກເປັນເຫຍື່ອ 200 ຄົນ ຂະນະທີ່ ປັດຈຸບັນ ຜູ້ຕ້ອງຫາສອງຄົນ ຍັງຢູ່ລະຫວ່າງການຫລົບຫນີ.
2024-07-18
ຮ່ອງລະບາຍນໍ້າ ຢູ່ນະຄອນຫຼວງວຽງຈັນ ບໍ່ເຊື່ອມຈອດກັນ ເປັນບັນຫາເຮັດໃຫ້ຮ່ອງລະບາຍນໍ້າ ລະບາຍນໍ້າບໍ່ທັນ, ນໍ້າຖ້ວມຂັງ, ປະຊາຊົນຮັບຜົນກະທົບໜັກ, ການໄປມາຫຍຸ້ງຍາກ, ບ້ານເຮືອນເປິເປື້ອນ ແລະຄວາມຫຍຸ້ງຍາກອື່ນໆອີກ.
2024-07-18
ອົງການ USAID ຈາກ ສະຫະລັດອາເມຣິກາ ໃຫ້ທຶນຊ່ວຍເຫລືອແກ່ ຄະນະກຳມະການ ແມ່ນ້ຳຂອງສາກົນ ຫຼື Mekong River Commission (MRC) ເພື່ອຈັດການສິ່ງທ້າທາຍ, ການພັດທະນາແບບຍືນຍົງ, ສ້າງຄວາມຍຶດຍຸ່ນ ຕໍ່ສະພາບດິນຟ້າອາກາດ ແລະ ສົ່ງເສີີມຄວາມຍືນຍົງທາງດ້ານເສດຖະກິດ.
2024-07-17
ຂ່າວຜູ້ປະກອບການບາງຄົນປະຕິເສດ ເງິນບາດ ກາຍ ເປັນດາບສອງຄົມ ນັ້ນຄື ເປັນການສ້າງກະແສ ຫຼື ເປັນຄວາມຕື່ນໂຕ.
2024-07-17
ໃນປີນີ້ ຊາວນາໃນບາງເຂດ, ບາງແຂວງ ຕ້ອງດຳນາລຸນແດ່ ຍ້ອນຝົນຕົກໜ້ອຍ ເນື່ອງຈາກການປ່ຽນແປງ ຂອງດິນຟ້າອາກາດ ຈາກທີ່ໄລຍະເດືອນ 6 ຊາວນາເລີ່ມຕົກກ້າ, ແຕ່ຕົກມາປີນີ້ ໃນບາງເຂດ ຈົນມາເຖິງເດືອນ 7 ຈັ່ງຄ່ອຍພາກັນໄດ້ຕົກກ້າ.
2024-07-17
ບັນຫາຂາດແຄນຄູ, ນັກຮຽນປະລະການຮຽນ, ການສົ່ງເສີມເຂົ້າຮຽນວິຊາຊີບ ແລະ ການພັດທະນາ ຊັບພະຍາກອນມະນຸດ ຂອງແຂວງອຸດົມໄຊ ມາຮອດປັດຈຸບັນ ທົ່ວແຂວງ ຂາດແຄນຄູ 273 ຄົນ ແລະ ມີນັກຮຽນມັດທະຍົມ ປະລະການຮຽນ 1,956 ຄົນ ແລ້ວ.
2024-07-17
ມີຜູ້ລັກລອບ ຖິ້ມສານເຄມີໃສ່ຫ້ວຍນ້ຳຮຸນ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ເຮັດໃຫ້ມີປາຕາຍ ແລະ ຊາວບ້ານໃຊ້ນ້ຳບໍ່ໄດ້ ຈຶ່ງເຮັດໃຫ້ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງງອຍ ອອກແຈ້ງການ ງົດໃຊ້ນ້ຳໃນຫ້ວຍດັ່ງກ່າວ.
2024-07-16
ຖ້ຽວລົດໄຟລາວ-ໄທ ມີກຳນົດເປີດບໍລິການ ໃນວັນທີ 20 ເດືອນ 7 ນີ້ ແລະ ໄດ້ເລີ່ມເປີດ ໃຫ້ຊື້ປີ້ໂດຍສານແລ້ວ ຂະນະທີ່ຍັງມີບາງບັນຫາ ທີ່ຈຳເປັນຕ້ອງແກ້ໄຂຕື່ມ ອັນກ່ຽວພັນກັບການຈອງປີ້ນັ້ນ.
2024-07-16
ບັນຫາຄົນງານມຽນມ້າ ເຂົ້າມາເຮັດວຽກຜິດກົດໝາຍ ໃນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ແລະຄ່າປີ້ຍົນ ສະໜາມບິນສາກົນ ແຂວງບໍ່ແກ້ວແພງເກີນທີ່ຊາວບ້ານ ສາມາດເຂົ້າເຖິງໄດ້ ເຊິ່ງຮອງເຈົ້າແຂວງບໍ່ແກ້ວສະເໜີຕໍ່ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ເພື່ອແກ້ໄຂ.
2024-07-16
ປະທານປະເທດ ສປປ ລາວ ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ ຄຽງຄູ່ໄປກັບບັນຫາອື່ນໆ ນັບແຕ່ວັນທີ 15 ກໍລະກົດ 2024 ນີ້ເປັນຕົ້ນໄປ, ບໍ່ໃຫ້ມີຄໍາວ່າ ເຮັດບໍ່ໄດ້ ເພາະໄລຍະທີ່ຜ່ານມາ ກໍໄດ້ມີການປັບປຸງ ບັນດາກົນໄກດ້ານຕ່າງໆ ແຕ່ກໍບໍ່ມີແນວໂນ້ມດີຂຶ້ນ.
2024-07-16
ການຄຸ້ມຄອງການຂຸດຄົ້ນແຮ່ທາດ ຂອງລັດຖະບານຍັງອ່ອນແອ ຫຼາຍອັນໄດ້ສ້າງຜົນກະທົບ ຕໍ່ເສດຖະກິດ-ສັງຄົມ. ກອງປະຊຸມສະພາແຫ່ງຊາດຫຼ້າສຸດ ສະມາຊິກສະພາໄດ້ສະເໜີໃຫ້ ກວດກາຄືນບໍລິສັດ ແລະບຸກຄົນລັກລອບຂຸດຄົ້ນແຮ່ທາດ.
2024-07-16
ນາງ ພອນວິໄລ ອະດີດຫົວໜ້າໜ່ວຍ ບໍລິການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບຝາກເງິນ ໄຊນິຍົມ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ຖືກຕັດສິນຈຳຄຸກ ຕະຫຼອດຊີວິດ ແລະທ້າວ ຂັນທະລີ ອະດີດອໍານວຍການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບຝາກເງິນ ໄຊນິຍົມ ແຂວງອຸດົມໄຊ 8 ປີເຄິ່ງ ຖານໄດ້ຮ່ວມມືກັນສໍ້ໂກງ ເງິນສະຖາບັນການເງິນ ແລະເງິນປະຊາຊົນຫຼາຍ ກວ່າ 10 ຕື້ກີບ.