ການຄຸ້ມຄອງ ເງິນຕາຕ່າງປະເທດ ຍັງບໍ່ລວມສູນເອກະພາບ
2024.07.18

ທະນາຄານແຫ່ງ ສປປ ລາວ ໄດ້ອອກນິຕິການຄຸ້ມຄອງ ລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກແລະການບໍລິການ ເມື່ອວັນທີ 07 ມີນາ 2024 ເພື່ອຜັນຂະຫຍາຍກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັງປຸງ ໃຫ້ເຂົ້າສູ່ການນໍາໃຊ້ທີ່ຖືກຕາມກົດໝາຍ ແລະ ປະຕິບັດຄາດໝາຍສະພາແຫ່ງຊາດ ໃນການນໍາລາຍຮັບເງິນຕາ ຈາກການສົ່ງອອກຜ່ານລະບົບ ທະນາຄານ ໃຫ້ບັນລຸໄດ້ 70% ໃນປີ 2024. ຜ່ານມາບັນຫາດັ່ງກ່າວ ມັນໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາເງິນເຟີ້ ຍັງສູງ, ເຮັດໃຫ້ເສດຖະກິດລາວຖົດຖອຍ ປະຊາຊົນຫາກິນຍາກລຳບາກຫຼາຍຂຶ້ນ.
ກ່ຽວກັບການຄຸ້ມຄອງລາຍຮັບຕ່າງປະເທດ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຄຸ້ມຄອງເງິນຕ່າງຕາຕ່າງປະເທດໄດ້ກ່າວເມື່ອບໍ່ດົນມານີ້ວ່າ. ຄວາມຕ້ອງການເງິນຕາເພື່ອນໍາເຂົ້າສິນຄ້າ, ການບໍລິການ ແລະ ພັນທະທາງການເງິນກັບຕ່າງປະເທດມີສູງຂຶ້ນ, ທະນາຄານຈຳເປັນຕ້ອງມີການປະຕິຮູບວຽກງານການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຄົບຖ້ວນສົມບູນຄືກັບຫຼາຍປະເທດ.
“ແຫຼ່ງເງິນຕາຕ່າງປະເທດຕ່າງໆ ກາຍັງບໍ່ທັນເຂົ້າສູ່ລະບົບເທົ່າທີ່ຄວນ ຍ້ອນການເຄົາລົບຕໍ່ການຈັດຕັ້ງປະຕິບັດກົດໝາຍຢູ່ປະເທດເຮົານີ້ ກໍ່ເປັນປະເທດໜຶ່ງທີ່ນໍາໃຊ້ເງິນຕາຕ່າງປະເທດ ຫຼາຍສະກຸນ. ອັນຕໍ່ມານີ້ກໍ່ແມ່ນພື້ນຖານເສດຖະກິດ ຂອງພວກເຮົາກໍ່ຍັງອ່ອນນ້ອຍເປັນປະເທດ ທີ່ນໍາເຂົ້າສິນຄ້າ ການບໍລິການ ຂະແໜງເສດຖະກິດປາຍແຫຼມ ກໍ່ຍັງບໍ່ແຂງແຮງ ທຶນຮອນໃນການພັດທະນາປະເທດ ກໍ່ມີຈຳກັດ ຈຳຕ້ອງໄດ້ກູ້ມຢືມມາພັດທະນາປະເທດ. ໄປຄຽງຄູ່ກັນນັ້ນການຄຸ້ມຄອງເງິນຕາຕ່າງປະເທດ ຂອງພວກເຮົາໂດຍລວມກາຍັງບໍ່ທັນລວມສູນ ເປັນເອກະພາບ.”
ຫົວໜ້າກົມຄຸ້ມຄອງ ເງິນຕາຕ່າງປະເທດ ກ່າວຕື່ມວ່າ ນະໂຍບາຍຄຸ້ມຄອງ ເງິນຕາຕ່າງປະເທດ ຂອງ ສປປ ລາວ ໄດ້ເປີດກ້ວາງຫຼາຍດ້ານໂດຍອີງໃສ່ ຫຼັກການສາກົນ ແລະຈຸດພິເສດ ຂອງປະເທດທີ່ມີການນໍາໃຊ້ເງິນຕາຫຼາຍສະກຸນ. ເຖິງວ່າໄດ້ມີນະໂຍບາຍ, ນິຕິກຳເປັນເຄື່ອງມືຂອງລັດໃນການຄຸ້ມຄອງເງິນຕາຕ່າງປະເທດ. ປະຈຸບັນຄວາມຕ້ອງການເງິນຕາ ເພື່ອນໍາເຂົ້າສິນຄ້າ, ການບໍລິກາກນ ແລະ ພັນທະທາງການເງິນກັບຕ່າງປະເທດມີສູງຂຶ້ນ, ທະຄານແຫ່ງ ສປປ ລາວ ຈຳເປັນຕ້ອງມີການປະຕິຮູບ ວຽກງານການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຄົບຖ້ວນສົມບູນຄືກັບຫຼາຍປະເທດ.
ການປະຕິຮູບກໍ່ມີການພັດທະນາ ລະບົບການຄຸ້ມຄອງຜູ້ນໍາເຂົ້າ-ສົ່ງອອກ, ການເປີດບັນຊີສະເພາະຜູ້ນໍາເຂົ້າ-ສົ່ງອອກ, ບັນຊີລົງທຶນຕ່າງປະເທດ, ກຳນົດເວລາ, ເງື່ອນໄຂ, ໄລຍະເວລານໍາເອົາລາຍຮັບ ຈາກການສົ່ງອອກ, ພັດທະນາລະບົບການບໍລິຫານກະແສ ເງິນຕາຕ່າງປະເທດ ແລະພັນທະການແລກປ່ຽນກັບລະບົບທະນາຄານ, ກຳນົດເພດານການກູ້ຢືມຕ່າງປະເທດ ຂອງພາກລັດແລະເອກະຊົນ, ການຄຸ້ມຄອງແຫຼ່ງເງິນຈາກແຮງງານ, ການທ່ອງທ່ຽວຕ່າງໆ ແລະ ຕ້ອງຄຸ້ມຄອງລາຍຈ່າຍເພື່ອສຳລະ ກັບຕ່າງປະເທດ.
ທ່ານໄດ້ກ່າວຢໍ້າຕອນທ້າຍວ່າ ຈາກການປະຕິບັດໄລຍະບໍ່ດົນມານີ້ເຫັນວວ່າ ລາຍຮັບເງິນຕາຈາການສົ່ງອອກຜ່ານທະນາຄານດີຂຶ້ນ ຕາມລຳດັບເປັນຕົ້ນປີ 2021 ບັນລຸໄດ້ 32,46%, ປີ 2022 ກວມເອົາ 36,26% ແລະ ໃນປີ 2023 ເພີ່ມຂຶ້ນ ເປັນ 54,47% ຂອງມູນຄ່າການສົ່ງອອກ. ສ່ວນການສະໜອງເງິນຕາຂອງລະບົບ ທະນາຄານໃຫ້ແກ່ສັງຄົມເພື່ອສຳລະສິນຄ້າ ກັບຕ່າງປະເທດໄດ້ແກ່ສິນຄ້າບູລິມະສິດ, ພັນທະທາງການເງິນໂດຍລວມດີຂຶ້ນ, ສະພາບອັດຕາແລກປ່ຽນ ແລະເງິນເຟີ້ເຖິງວ່າ ບໍ່ທັນບັນລຸຕາມລະດັບຄາດໝາຍກໍານົດກໍບໍ່ເໜັງຕີງ ແຮງແລະສາມາດຄວບຄຸມໄດ້. ເຖິງຄວາມຕ້ອງເງິນຕາຍັງມີສູງເພື່ອນໍາເຂົ້າສິນຄ້າ ແລະການບໍລິການໂດຍສະເພາະສິນຄ້າທີ່ຈໍາເປັນ ເປັນຕົ້ນນໍ້າມັນເຊື້ອໄຟ, ສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນແລະອື່ນໆ.
ການຄຸ້ມຄອງເງິນຕາບໍ່ເຂົ້າລະບົບ ມັນກໍ່ສົ່ງຜົນຕໍ່ການຄວບຄຸມແລກປ່ຽນ ເງິນຕາທີ່ມັນເປັນບັນຫາໃຫຍ່ກ່ຽວພັນເຖິງອັດຕາເງິນເຟີ້ໃນປະຈຸບັນ. ອີງຕາມບົດລາຍງານອັດຕາເງິນເຟີ້ ເດືອນມິຖຸນາ 2024 ໃຫ້ຮູ້ວ່າ ອັດຕາເງິນເຟີ້ໄຕມາດ 2 ປີ 2024 ຢູ່ໃນລະດັບ 25,6% ແລະ ສະເລັ່ຍ 6 ເດືອນຕົ້ນປີອັດຕາເງິນເຟີ້ ຢູ່ໃນລະດັບ 25,3%.
ກ່ຽວກັບເລື່ອງອັດຕາເງິນເຟີ້ ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ກໍລະກົດວ່າ ການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ ອັດຕາເງິນເຟີ້ຂອງລັດຖະບານຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ທັງເລື່ອງການປະສານງານລະຫວ່າງສູນກາງ ກັບທ້ອງຖິ່ນ, ຄວາມຮູ້ບຸກຄະລາກອນ ລວມເຖິງການຊຸກຍູ້ການສົ່ງເສີມ ໃຫ້ປະຊາຊົນລາວຜະລິດສິນຄ້າເປັນສະບຽງອາຫານ ເພື່ອຫຼຸດຜ່ອນການນໍາເຂົ້າກາຍັງຫຍຸ້ງຍາກຫຼາຍ ເພາະຕົ້ນທຶນໃນການຜະລິດແພງຂຶ້ນ.
“ເລື່ອງໄພເງິນເຟີ້ເຈົ້າເຮັດບໍ່ມີລະບຽບ ແລ້ວໃຜຢາກຢູ່ກາຢູ່ໃຜຢາກໄປກາໄປແຕ່ວ່າ ຄວາມຮູ້ບຸກຄະລາກອນຍາກຢູ່ເນາະເລື່ອງສົ່ງເສີມ ກາສົ່ງເສີມຢູ່ແຕ່ວ່າເລື່ອງລາຄານີ້ ເຮົາຜະລິດບໍ່ໄດ້ເນາະແລ້ວກາສິນຄ້າບາງອັນນີ້ ມັນກາຂາຍແພງກ່ວານໍາເຂົ້າອີກ.”
ປະຊາຊົນໃນແຂວງໄຊຍະບູລີ ກ່າວວ່າອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ສົ່ງຜົນເຮັດໃຫ້ລາຄາສິນຄ້າຕ່າງໆ ຂຶ້ນລາຄາບໍ່ວ່າຈະເປັນແນວພັນສາລີແຕ່ກ່ອນລາຄາປະມານ 4-5 ແສນກີບຕໍ່ 10 ກິໂລແຕ່ປະຈຸບັນຂຶ້ນລາຄາເປັນລ້ານກ່ວາກີບຕໍ່ 10 ກິໂລ. ຕໍ່ບັນຫາດັ່ງກ່າວຊາວບ້ານຈຳນວນໜຶ່ງ ຫຼຸດເນື້ອທີ່ການປູກສາລີໃຫ້ໜ້ອຍລົງເພາະຕົ້ນທຶນ ໃນການປູກແພງຂຶ້ນ.
“ຊີ້ປັບໄດ້ຫຼືບໍ່ກາຍັງຫັ້ນແຫຼະ ກາຍັງວ່າຫັ້ນແຫຼະຄັນເວົ້າກາຄືວ່າຫັ້ນແຫຼະ ມັນກາແພງຫຼາຍເນາະເງິນກາຂຶ້ນເງິນບາດຫັ້ນເນາະ ກາສູງເດ້ເຄື່ອງນ່າຄັນເວົ້ານ່າ, ສວນສາລີກັບມັນຕົ້ນດຽວນີ້ນ່າໜັກກ່ວາໝູ່ນ່າ ຄິດວ່າແນວສາລີແນວປູກນີ້ແຕ່ເກົ່າເຮົາຊື້ເປົາໜຶ່ງ ກາມີແຕ່ 4-5 ແສນເນາະ 10 ກິໂລແລ້ວດຽວນີ້ມັນຖືກຢູ່ລ້ານປາຍໜັກຫຼາຍ.”
ພະນັກງານລັດຖະກອນ ໃນແຂວງອຸດົມໄຊ ກ່າວຕໍວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລາວ ໄດ້ສົ່ງຜົນກະທົບຕໍ່ກຸ່ມພະນັກງານລັດຖະກອນ ຢ່າງໜັກເນື່ອງຈາກພະນັກງານລັດຖະກອນໄດ້ຮັບເງິນເດືອນປະມານ 1-3 ລ້ານກີບແຕ່ລາຍຈ່າຍຕໍ່ເດືອນ ສະເລັ່ຍແລ້ວປະມານ 4-5 ລ້ານກີບ. ສ່ວນລາຄາສິນຄ້າອຸປະໂພກ-ບໍລິໂພກຂຶ້ນລາຄາຫຼາຍ ຈົນສ້າງຄວາມຫຍຸ້ງຍາກ ໃນການດຳລົງຊີວິດ.
“ແມ່ນແຫຼະກາຫຍຸ້ງຍາກຫຼາຍຢ່າງຄ່າຄອງຊີບ ມັນຂຶ້ນສູງກາໄດ້ຈໍາເປັນໄດ້ອອກຫາຢູ່ຫາກິນ ເອົາຫັ້ນແຫຼະເຮັດໄດໄດ້ເງິນເດືອນເຮົາ ກາຊໍ່ານີ້ໜັກຫຼາຍເຕີບ.”
ພະນັກງານລັດຖະກອນ ແຂວງຫົວພັນກ່າວຕໍ່ວິທຍຸເອເຊັຽເສຣີ ວ່າບັນຫາເງິນເຟີ້ທີ່ເພີ່ມສູງຂຶ້ນ ໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ກັບພະນັກງານລັດຖະກອນ ທີ່ມີລາຍໄດ້ຕໍ່າເພາະເງິນເດືອນ ບໍ່ກຸ້ມກິນເຖິງແມ່ນວ່າພະນັກງານລັດຖະກອນຫຼາຍຄົນ ຈະຫັນໄປປູກພືດ, ລ້ຽງສັດ ແລະຫໍ່ເຂົ້າມາກິນຢູ່ຫ້ອງການແຕ່ວັດຖຸດິບໃນການປຸງແຕ່ງ ກາມີລາຄາແພງຫຼາຍ ແລະຈຳເປັນທີ່ຈະຕ້ອງໄດ້ຊື້ ເພາະບໍ່ສາມາດຜະລິດໄດ້ເອງ.
“ໂຕນີ້ກາໂດຍທົ່ວໄປກາຄືເຮົາຮູ້ສະພາບບ້ານເມືອງເຮົາ ເປັນແນວນີ້ກາໂອ້...ຫຍຸ້ງຍາກຫັ້ນແຫຼະ ໂດຍສະເພາະແມ່ນຄ່າຄອງຊີບ ມັນພຸ້ງຂຶ້ນສູງກາບໍ່ຢາກໄຫວປານໃດ.”
ຕາມການລາຍງານ ກອງປະຊຸມຄະນະກໍາມະການ ນະໂຍບາຍເງິນຕາຄັ້ງທີ 4 ຂອງ ຈັດຂຶ້ນເມື່ອທ້າຍປີ 2023 ຜ່ານມາວ່າ. ຄະນະກຳມະການ ນະໂຍບາຍເງິນຕາຈະສືບຕໍ່ດຳເນີນນະໂຍບາຍ ເງິນຕາໃນທິດທາງທີ່ຮັດກຸມ ໂດຍການສຸມໃສ່ເຮັດໃຫ້ອັດຕາແລກປ່ຽນ ສະຫງົບ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟິ້, ຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກິນ 9% ໃນທ້າຍປີ 2024, ຄຸ້ມຄອງປະລິມານ M2 ໃຫ້ຂະຫຍາຍຕົວ (M2 ໝາຍເຖິງຈຳນວນເງິນທັງໝົດ ຖືໂດຍບຸກຄົນແລະອົງກອນ ນອກສະຖາບັນການເງິນລວມທັງທະນາຄານກາງ ໃນເສດຖະກິດໃດໜຶ່ງ) ຢູ່ໃນລະດັບບໍ່ເກີນ 25% ທຽບໃສ່ປີຜ່ານມາ ຕາມທີ່ສະພາຮັບຮອງ.
ນອກຈາກນີ້ ເນື້ອໃນຍັງລະບຸວ່າ ທະນາຄານແຫ່ງ ສປປ ລາວ ຈະຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ໄປຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ຢ່າງມີປະສິດທິຜົນ. ໃນນີ້ຈະສືບຕໍ່ປະຕິບັດກົດໝາຍຄຸ້ມຄອງ ເງິນຕາຕ່າງປະເທດ ແລະຄົ້ນຄ້ວາມາດຕະການໃນການຄຸ້ມຄອງ ເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ ຫຼາຍຂຶ້ນ ເພື່ອຊ່ວຍເຮັດໃຫ້ອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ ແລະຫຼຸດຜ່ອນແຮງກົດດັນຕໍ່ອັດຕາເງິນເຟີ້.