ປີນີ້ ໃນບາງເຂດ ຊາວນາ ດຳນາລຸນ ຍ້ອນຝົນຕົກໜ້ອຍ

ພູວົງສ໌
2024.07.17
ປີນີ້ ໃນບາງເຂດ ຊາວນາ ດຳນາລຸນ ຍ້ອນຝົນຕົກໜ້ອຍ ຊາວນາລາວ ພວມຮ່ວມກັນດຳນາ ໃນລະດູເຮັດນາປີ ປະຈຳປີ 2024 ໃນເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (TS), ເດືອນ ກໍລະກົດ (7) ປີ 2024.
RFA

ຍ້ອນສະພາບການປ່ຽນແປງ ຂອງດິນຟ້າອາກາດ ທີ່ຝົນຕົກໜ້ອຍ ແລະ ແຫ້ງແລ້ງ ໃນປີນີ້, ຊາວນາລາວ ໃນບາງເຂດ ຂອງບາງແຂວງ ໃນປະເທດລາວ ຕ້ອງດຳນາ ຊ້າກວ່າກຳນົດຫຼາຍ ຂະນະທີ່ຊາວນາ ໃນບາງແຂວງ ຍັງຢູ່ໃນຂັ້ນຕອນ ຕົກກ້າຢູ່. ດັ່ງຊາວນາ ຢູ່ເມືອງສາລະວັນ ແຂວງສາລະວັນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ເດືອນ 7 ນີ້ວ່າ:

“ບາງຄົນກໍແລ້ວ ບາງຄົນກໍຍັງ, ບໍ່ມີນ້ຳ. ບາງຄົນທີ່ວ່າແລ້ວ ເຂົາກໍໃຊ້ນ້ຳຫ້ວຍ ນ້ຳໜອງ ທີ່ເຂົາໂປ່ມ ດຳ. ແມ່ນ, ບໍ່ທັນໄດ້ດຳເທື່ອປີນີ້, ແຕ່ລະປີຫັ້ນວ່າ ສຳເລັດແລ້ວ. ໂອ, ດຳຍັງບໍ່ຫຼາຍ ຍັງນາປະມານຢູ່ 7-8 ໄຮ່ ທີ່ວ່າມັນຍັງຂາດນ້ຳ. ຜູ້ໃດທີ່ວ່າ ບໍ່ມີໜອງ, ມີຫຍັງ ກໍແມ່ນໄດ້ລໍຖ້ານ້ຳຝົນ ກະຍັງຊິໄດ້ດົນອີກ. ບາງຄົນກໍຍັງຕົກກ້າ ກໍຍັງມີ.”

ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ມີເນື້ອທີ່ເຮັດນາ ປະມານ 35,900 ເຮັກຕ້າຣ໌ ແບ່ງເປັນເນື້ອທີ່ເຮັດນາດຳ 40% ນາຢອດ 10% ແລະ ນາຫວ່ານ 50% ແລະ ຈົນມາຮອດເດືອນ 7 ນີ້, ຊາວນາ ສາມາດເຮັດນາຢອດ ແລະ ນາຫວ່ານ ໄດ້ສຳເລັດ 100% ແລ້ວ ເຫຼືອແຕ່ນາດຳ ທີ່ເຮັດໄດ້ພຽງ 35% ຍ້ອນຕ້ອງຍັງລໍຖ້ານ້ຳຝົນ.

ສະພາບຝົນທີ່ຕົກລົງມາ ຊ້າກວ່າກຳນົດ ພ້ອມກັບຕົກບໍ່ຫຼາຍນີ້ ເຮັດໃຫ້ໃນປີນີ້ ຊາວນາຫຼາຍຄົນ ເລືອກເຮັດນາຫວ່ານ ຫຼາຍກວ່ານາດຳ ຍ້ອນນາດຳ ຕ້ອງໃຊ້ນ້ຳຫຼາຍ ກວ່ານາປະເພດອື່ນ ແລະ ນາສ່ວນຫຼາຍ ແມ່ນເປັນນາ ທີ່ຕ້ອງໃຊ້ນ້ຳຝົນ ຍ້ອນລະບົບຊົນລະປະທານ ມີຢູ່ໃນ 2 ເຂດເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ:

“ປີນີ້, ດຳຊ້າແນ່, ແຫ້ງແລ້ງແຫຼະປີນີ້, ເຂົາເຈົ້າຈຶ່ງເຮັດນາຫວ່ານຫຼາຍ ຫຼາຍກວ່າປີກາຍແຫຼະ ປີນີ້ຫັ້ນນ່າ. ຝົນບໍ່ມາ, ຝົນບໍ່ມາຕາມລະດູການເລີຍ, ຝົນຫາກໍເລີ່ມມານີ້, ເດືອນ 5-6 ມັນມາຮອດແລ້ວໄດ໋ ຝົນນີ້ໄດ໋. ດຽວນີ້ມັນເດືອນ 8 ແລ້ວ ກໍຍັງດຳນາບໍ່ແລ້ວ ເພາະວ່າ ສ່ວນຫຼາຍບ້ານເຮົາ ເປັນນາຖ້ານ້ຳຝົນ, ຫັ້ນນ່າ. ລະບົບຊົນລະປະທານ ມັນມີແຕ່ 2 ເຂດເທົ່ານັ້ນ.”

ທ່ານກ່າວຕື່ມວ່າ ສາເຫດທີ່ຊາວນາ ຕ້ອງລໍຖ້ານ້ຳຝົນ ກໍຍ້ອນວ່າ ຊາວນາບໍ່ມີອາຊີບອື່ນ ໃຫ້ໄປເຮັດແທນ. ດັ່ງນັ້ນ, ອາຊີບຫຼັກ ແມ່ນການເຮັດນາ ເພື່ອໃຫ້ມີເຂົ້າກຸ້ມກິນ ແລະ ຫາກເຫຼືອ ກໍຈະຂາຍອອກ. ສ່ວນພືດອື່ນໆ ເປັນຕົ້ນ ໝາກໂມ, ມັນຕົ້ນ, ໝາກແຕງ, ໝາກຖົ່ວ ຄືພືດທີ່ປູກເສີມເທົ່ານັ້ນ ແລະ ອາດມີອາຊີບຄ້າຂາຍ ພຽງເລັກໜ້ອຍ ປະມານ 10-20%.

ຂະນະທີ່ ການເຮັດນາ ຢູ່ເມືອງແບງ ແຂວງອຸດົມໄຊ ກໍໄດ້ດູດນ້ຳ ຈາກນ້ຳແບງ ຂຶ້ນມາໃຊ້ ໃນທຸກປີ ຍ້ອນໃນເຂດດັ່ງກ່າວ ຝົນບໍ່ຫຼາຍປານໃດ. ສຳລັບປີນີ້, ການເຮັດນາ ຫຼືການປູກເຂົ້າ ກໍຍັງບໍ່ສຳເລັດ 100%. ດັ່ງຊາວນາ ຢູ່ເມືອງແບງ ແຂວງອຸດົມໄຊ ນາງໜຶ່ງ ກ່າວວ່າ:

“ມັນບໍ່ຝົນ, ຫັ້ນນ່າ. ແມ່ນ, ປີໃດກໍຫາກຄືກັນ ໄດ້ດູດນ້ຳໃຊ້ເດ້, ນ້ຳແບງນີ້ແຫຼະເນາະ ເປັນນ້ຳແມ່. ປີນີ້, ມັນບໍ່ຄ່ອຍມີຝົນນ່າ. ຍັງ, ຍັງບໍ່ແລ້ວ ດຽວນີ້ນ່າ ນາໂຕເອງ.”

ດຳນາປີ (2).jpg
ກຸ່ມແມ່ນາລາວ ພວມພັກຜ່ອນກິນເຂົ້າທ່ຽງ ເທິງຖຽງນານ້ອຍ ພາຍຫຼັງດຳນາແລ້ວຮອບເຊົ້າ ໃນເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (TS), ເດືອນ ກໍລະກົດ (7) ປີ 2024. ຮູບພາບ RFA.

ຢ່າງໃດກໍຕາມ, ໃນບາງເຂດ ຂອງປະເທດລາວ ກໍຍັງເຮັດນາໄດ້ ຕາມປົກກະຕິ ຍ້ອນປີນີ້ ຝົນຕົກຕາມລະດູການ. ສະເພາະຢູ່ເມືອງຫົງສາ ແຂວງໄຊຍະບູລີ ປັດຈຸບັນ ເຮັດນາສຳເລັດແລ້ວ 88%. ສ່ວນທີ່ເຫຼືອ ຍັງຕ້ອງລໍຖ້ານ້ຳຝົນ ທີ່ຄາດວ່າ ຈະຕົກຫຼາຍ ໃນໄລຍະເຂົ້າພັນສາ ແລະ ເມື່ອມີນ້ຳໃນນາພຽງພໍ ຈຶ່ງຈະເຮັດນາໄດ້ສຳເລັດ 100%. ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ນາງໜຶ່ງ ກ່າວວ່າ:

“ກໍເຮັດຕາມປົກກະຕິນີ້ແຫຼະ ກໍບໍ່ຊ້າ ເພາະວ່າປີນີ້ ມັນນ້ຳເຮົາດີ, ຫັ້ນນ່າ ເຂົາເຈົ້າເຮັດແຕ່ຫົວປີນີ້ແຫຼະ ເຮັດນາຕາມລະດູການນີ້ແຫຼະ. ຍັງບໍ່ຮອດເທື່ອ, ຍັງບໍ່ 100% ເທື່ອ ປະມານ 80 ປາຍເປີເຊັນ. ຍັງນານ້ຳຟ້າ ຍັງບໍ່ໄດ້ເຮັດໝົດເທື່ອ. ນານ້ຳຟ້າ ກໍໄລຍະເຂົ້າພັນສາ, ເຂົ້າພັນສາຈັກໜ້ອຍຝົນຕົກ ກໍໄດ້ເຮັດໝົດ.”

ສ່ວນໃນທາງພາກກາງ ຂອງລາວ ການເຮັດນາ ໃນປີນີ້ ຖືວ່າໄວກວ່າປີກາຍ ຍ້ອນໃນປີນີ້ ປະລິມານນ້ຳຝົນ ມີພຽງພໍ, ບໍ່ຫຼາຍ-ບໍ່ໜ້ອຍເກີນໄປ. ດັ່ງຊາວນາ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:

“(ຝົນ) ປົກກະຕິ, ຕາມລະດູການ, ບໍ່ຫຼາຍຈົນເກີນໄປ ພໍດີ ສຳລັບປີນີ້. ຖືວ່າປົກກະຕິ ສຳລັບຍາມນີ້ແຫຼະ. ຍັງຢູ່ປະມານ 30% ຍັງບໍ່ທັນແລ້ວເທື່ອ, ຍັງດຳບໍ່ແລ້ວ, ເຮັດເປັນນາເຂົ້າດໍ, ຫັ້ນນ່າ. ຕ້ອງໄດ້ຖ້າຮອດເວລາ ມັນຈັ່ງສາມາດເຮັດໄດ້. ໂອ, ສຳລັບທຽບໃສ່ ກະຖືວ່າປີກາຍນີ້ ຫຼ້າຊ້າຫຼາຍ, ປີນີ້ໄວ ເຮັດໄວ.”

ໃນເມື່ອກ່ອນ, ປະລິມານນໍ້າຝົນ ຢູ່ປະເທດລາວ ສະເລ່ຍແລ້ວ ມີປະມານ 3,000 ມິລີແມັຕຕໍ່ປີ, ແຕ່ຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ຮຸນແຮງຂຶ້ນ ເຮັດໃຫ້ປະລິມານນໍ້າຝົນ ຢູ່ລາວ ນັບແຕ່ປີ 2019 ເປັນຕົ້ນມາ ຕໍ່າກວ່າປະລິມານສະເລ່ຍ ທີ່ວ່ານັ້ນ, ເຮັດໃຫ້ປະເທດລາວ ເກີດສະພາບການ ຂາດເຂີນນໍ້າ ເພື່ອຜລິດໄຟຟ້າ ແລະ ເຮັດການກະເສດ.

ປັດຈຸບັນ, ການເຮັດນາ ຫຼືປູກເຂົ້າ ໃນລາວ ຍັງເປັນການປູກເຂົ້າ ທີ່ຍັງຂາດເຕັກນິກ ແລະ ວິຊາການ ເຮັດໃຫ້ຜົນຜລິດເຂົ້າ ໃນແຕ່ລະປີ ບໍ່ແນ່ນອນ ຍ້ອນການປ່ຽນແປງ ຂອງສະພາບອາກາດ ແລະ ໄພທຳມະຊາດ ທີ່ເກີດຂຶ້ນ ໃນແຕ່ລະປີ. ດັ່ງນັ້ນ, ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ (Sino-Agri International Potash) ຈຶ່ງມີແຜນຈະເຮັດໂຄງການໃໝ່, ໂດຍເປັນໂຄງການ ນໍາໃຊ້ເຕັກໂນໂລຈີ້ ຮູບແບບໃໝ່ ໃນການປູກເຂົ້າ 3 ລະດູ ຢູ່ບ້ານຊຽງແຫວນ, ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍຈະໃຊ້ຮູບແບບກະສິກັມ ຂອງລາວ ແລະ ນໍາເຕັກໂນໂລຈີ້ ເຂົ້າມາ ເພື່ອນຳໃຊ້ ໃນການປູກເຂົ້າ ພັນປະສົມ ທີ່ກ້າວໜ້າສຸດ ຂອງຈີນ.

ຢ່າງໃດກໍຕາມ, ໂຄງການດັ່ງກ່າວ ກໍຍັງຢູ່ໃນຂັ້ນຕອນ ການສຶກສາຂໍ້ມູນ ແລະ ສຳຫຼວດເນື້ອທີ່ດິນກ່ອນ ຍ້ອນທີ່ດິນ ຂອງຊາວບ້ານ ຈຳນວນໜຶ່ງ ອາດໄດ້ຮັບຜົນກະທົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.