ນໍ້າເສັຽຈາກໂຮງງານ ທໍາລາຍ ໄຮ່ນາ

ໄມຊູລີ
2015.03.24
F-polluted ບ້ານຫ້ວຍເຕີຍ ທົ່ງນາ ທີ່ບໍ່ສາມາດ ເຮັດນາໄດ້ ຍ້ອນນໍ້າເຄັມ ຈາກໂຮງງານ ເກືອກາລີ ບ້ານດົງບອງ ໄຫລເຂົ້າໃສ່ນາ.
Citizen Journalist

ຊາວບ້ານ ຫ້ວຍເຕີຍ ເມືອງ ໄຊທານີ ນະຄອນ ຫລວງ ວຽງຈັນ ປະມານ 20 ຄອບຄົວ ທີ່ ຢູ່ໃກ້ ໂຮງງານ ຜລິດ ເກືອ ກາລີ ຂອງ ຈີນ ພາກັນ ຈົ່ມວ່າ ພື້ນທີ່ ດິນ ປູກຝັງ ທົ່ງໄຮ່ ທົ່ງນາ ຂອງ ພວກຕົນ ໄດ້ຮັບ ຜົນ ກະທົບ ຈາກ ນໍ້າເຄັມ ທີ່ ໄຫລ ມາຈາກ ໂຮງງານ ຈົນວ່າ ປູກຝັງ ຫຍັງ ບໍ່ໄດ້ ປະມານ 2-3 ປີ ມາແລ້ວ ຕັ້ງແຕ່ ໂຮງງານ ນີ້ ຕັ້ງ ຂຶ້ນ. ດັ່ງ ຊາວບ້ານ ຜູ້ນຶ່ງ ຜູ້ ທີ່ເປັນ ເຈົ້າຂອງ ນາ ທີ່ ໄດ້ຮັບ ຜົນ ກະທົບ ກ່າວວ່າ:

"ປູກເຂົ້າ ບໍ່ໄດ້ ເລີຍ ເຄີຍ ເຮັດນາ ທຸກປີ ຫຍ້າ ທີ່ຢູ່ນໍາ ນາ ຫັ້ນ ມັນ ກະຕາຍ ນະ ມັນປູກ ບໍ່ໄດ້ເລີຍ ນະ ປູກເຂົ້າ ປູກນໍ້າ ເຮັດຫຍັງ ກະ ບໍ່ໄດ້ ເຮັດສວນ ກະບໍ່ໄດ້ ສອງສາມ ປີ ລະ ພວກຂ້ອຍ ປົກກະຕິ ກະເຮັດ ນາ ທຸກປີ ຕັ້ງແຕ່ ເພິ່ນ ມາເຮັດ ໂຮງງານ ຢູ່ຫັ້ນ ລະ ບໍ່ໄດ້ເຮັດ ນາ ເລີຍ ເຮັດ ບໍ່ໄດ້".

ຊາວບ້ານ ເວົ້າວ່າ ທຸກຄັ້ງ ທີ່ ມີການ ຫວ່ານກ້າ ເພື່ອ ປັກດຳ ນາ ຕົ້ນກ້າ ຈະຕາຍ ໝົດ ຍ້ອນມີ ນ້ຳ ເຄັມ ໄຫຼ ມາໃສ່ ທົ່ງນາ ຂອງ ພວກຕົນ ແລະ ນອກຈາກ ນັ້ນ ແລ້ວ ນ້ຳເຄັມ ນັ້ນ ກໍ່ຍັງ ໄຫຼ ລົງສູ່ ນ້ຳງື່ມ ອີກ. ຊາວບ້ານ ວ່າ ພວກຕົນ ເຄີຍ ພາກັນ ຂຽນໃບ ສເນີ ໄປຫາ ພາກສ່ວນ ທີ່ ກ່ຽວຂ້ອງ ໃຫ້ ມາເບິ່ງ ຕົວຈິງ ແຕ່ ກໍຍັງ ບໍ່ທັນມີ ໜ່ວຍງານ ໃດ ເຂົ້າມາ ກວດສອບ ແລະ ແກ້ໄຂ ແຕ່ ຢ່າງໃດ.

ຊາວບ້ານ ເວົ້າຕໍ່ ເອເຊັຽ ເສຣີ ອີກວ່າ ແຕ່ກ່ອນ ພື້ນທີ່ ດິນ ນາ ໃນເຂດ ນັ້ນ ເປັນ ດິນ ທີ່ ອຸດົມ ສົມບູນ ແລະ ເໝາະສົມ ສໍາລັບ ເຮັດນາ ຊຶ່ງ ຊາວບ້ານ ກໍໄດ້ ເຮັດນາ ຢູ່ເຂດ ນັ້ນ ມາຕລອດ ກ່ອນມີ ໂຮງງານ ເກືອ ກາລີ ຂອງ ຈີນ ຕັ້ງຂຶ້ນ ມາ.

ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ນະຄອນ ຫລວງ ວຽງຈັນ ແລະ ໄດ້ ຄໍາຕອບ ວ່າ ຫ້ອງການ ຂອງເພິ່ນ ບໍ່ເຄີຍ ໄດ້ຮັບ ຄໍາຮ້ອງ ທຸກ ກ່ຽວກັບ ເຣື້ອງ ນີ້ ຈັກເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.