ລັດຖະບານລາວ ຂະຫຍາຍເວລາ ໃຫ້ນັກທ່ອງທ່ຽວ ທີ່ຖືບັດຜ່ານແດນຢູ່ໄດ້ 10 ມື້

ຈຳປາທອງ
2024.07.18
ລັດຖະບານລາວ ຂະຫຍາຍເວລາ ໃຫ້ນັກທ່ອງທ່ຽວ ທີ່ຖືບັດຜ່ານແດນຢູ່ໄດ້ 10 ມື້ ດ່ານກວດຄົນເຂົ້າເມືອງຂາເຂົ້າ ສປປ ລາວ ທີ່ຂົວມິດຕະພາບແຫ່ງທີ່ໜຶ່ງ ນະຄອນຫຼວງວຽງຈັນ-ໜອງຄາຍ, ເດືອນສິງຫາ 2023.
ຮູບພາບຈາກພົນລະເມືອງ

ລັດຖະບານລາວ ອະນຸຍາດໃຫ້ຜູ້ຖືບັດຜ່ານແດນ ຈາກໄທ ແລະຫວຽດນາມ ຢູ່ລາວໄດ້ຕື່ມ 10 ມື້ ຈາກເດີມ ທີ່ຢູ່ໄດ້ 3 ມື້ ເພື່ອສ້າງລາຍຮັບ ໃຫ້ທຸລະກິດທ່ອງທ່ຽວ ພາຍໃນປະເທດ ຊຶ່ງເລີ່ມມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກໍລະກົດນີ້ ໄປເຖິງທ້າຍເດືອນທັນວາ 2024. ການໃຊ້ບັດຜ່ານແດນນີ້ ນັກທ່ອງທ່ຽວ ຈະຕ້ອງເຂົ້າມາທ່ຽວແບບກະລຸບທົວ ໂດຍຜ່ານບໍລິສັດນໍາທ່ຽວ ທີ່ຈົດທະບຽນເທົ່ານັ້ນ.

ການຂະຫຍາຍເວລາ ໃຫ້ຜູ້ຖືບັດຜ່ານແດນນີ້ ຄາດວ່າ ຈະມີນັກທ່ອງທ່ຽວໄທ ເຂົ້າມາ ຫຼາຍກວ່າຫວຽດນາມ ແລະສາມາດສ້າງລາຍຮັບ ກະຕຸ້ນການທ່ອງທ່ຽວ ແລະໃຫ້ເສດຖະກິດລາວໄດ້ ຍ້ອນພາກການທ່ອງທ່ຽວ ເປັນແຫຼ່ງລາຍຮັບສໍາຄັນຂອງລາວ ໃນຕອນນີ້, ອີງຕາມຄໍາເວົ້າ ຂອງພະນັກງານ ບໍລິສັດນໍາທ່ຽວ ຢູ່ນະຄອນຫລວງວຽງຈັນ ນາງໜຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ກໍລະກົດນີ້.

ຕົວນີ້ແມ່ນຕົວ 10 ມື້ນີ້ແມ່ນ ເຈົ້າ ໄດ້ມາກັບບໍລິສັດທົວເຖິງໄດ້ 10 ມື້ ແມ່ນເປັນກະລຸບທົວ ມາຊື້ທົວນໍາເຮົາ ເຮົາຈະໄດ້ອອກໃນຂອງບໍລິສັດທົວ ໄປຍື່ນຕໍາຫລວດທ່ອງທ່ຽວ ໄປເສັຍຄ່າພາສີໃຫ້ຕໍາຫລວດທ່ອງທ່ຽວ ຜ່ານແດນຊົ່ວຄາວກໍມີແຕ່ໄທກັບຫວຽດນາມນີ້ແຫລະ ໂດຍ ກໍມີແຕ່ທຸລະກິດທ່ອງທ່ຽວນີ້ແຫລະ ມັນກະຕຸ້ນເສດຖະກິດລາວໄດ້ ແມ່ນ ຊາວບ້ານກໍມີລາຍຮັບ ລັຖະບານກໍມີລາຍຮັບ ທຸກຊ່ອງທາງທີ່ມີຈາກນັກທ່ອງທ່ຽວ.

ພ້ອມດຽວກັນນີ້ ພະນັກງານ ບໍລິສັດນໍາທ່ຽວຢູ່ນະຄອນຫລວງວຽງຈັນ ອີກທ່ານໜຶ່ງ ກໍເວົ້າເຖິງນັກທ່ອງທ່ຽວໄທ ແລະຫວຽດນາມ ທີ່ເຂົ້າມາດ້ວຍບັດຜ່ານແດນນັ້ນວ່າ ຈະສາມາດໄປທ່ອງທ່ຽວໃນລາວໄດ້ຫລາຍແຂວງ ຊຶ່ງກ່ອນໜ້ານີ້ ຈະທ່ຽວໄດ້ ພຽງແຂວງ ທີ່ຜ່ານດ່ານມາເທົ່ານັ້ນ. ແຕ່ການມາທ່ຽວນັ້ນ ກໍຕ້ອງເຂົ້າມາແບບກະລຸບທົວຣ໌ ແລະຖ້າຫາກມີຫຼາຍກວ່າ 10 ຄົນ ກໍຕ້ອງມີຕໍາຫຼວດທ່ອງທ່ຽວ ນໍາທາງ.

ຖ້າທ່ຽວແຕ່ໃນນະຄອນຫລວງຫັ້ນນ່າ ຈະມີ 10 ຄົນຫລືວ່າຫລາຍຫັ້ນກໍໄດ້ ທ່ຽວໄດ້ໂດຍບໍ່ຕ້ອງ ໄກດ໌ ຫລືວ່າຕ້ອງມີຕໍາຫລວດ ແຕ່ວ່າຖ້າອອກຈາກນະຄອນຫລວງວຽງຈັນ ຕ້ອງໄດ້ຜ່ານບໍລິສັດທົວຣ໌ ຕ້ອງມີໄກດ໌ ຖ້າກໍລະນີມາຫລາຍກວ່າ 10 ຄົນຂຶ້ນໄປເນາະ ແມ່ນຕ້ອງໃຊ້ຕໍາຫລວດທ່ອງທ່ຽວຂຶ້ນໄປນໍາ.

IMG_6072.JPG
ດ່ານກວດຄົນເຂົ້າເມືອງຂາອອກໄປໄທ ທີ່ຂົວມິດຕະພາບແຫ່ງທີ່ໜຶ່ງ ນະຄອນຫຼວງວຽງຈັນ-ໜອງຄາຍ, ເດືອນສິງຫາ 2023. ຮູບຈາກພົນລະເມືອງ. 

ທ່ານກ່າວຕື່ມວ່າ ການໃຊ້ບັດຜ່ານແດນນີ້ ອາດບໍ່ແຕກຕ່າງປານໃດ ຍ້ອນນັກທ່ອງທ່ຽວໄທສ່ວນຫຼາຍ ທີ່ຢາກມາທ່ຽວແທ້ໆ ກໍຈະໃຊ້ພາດສະປອດ (Passport) ເຂົ້າລາວເລີຍ, ມີຈໍານວນນ້ອຍ ທີ່ຈະໃຊ້ບັດຜ່ານແດນ. ສ່ວນນັກທ່ອງທ່ຽວຫວຽດນາມ ຈະເຂົ້າມາທ່ຽວ ຕາມສັນຍາລະຫວ່າງປະເທດ ທີ່ອະນຸຍາດໃຫ້ນັກທ່ອງທ່ຽວທັງ 2 ປະເທດ ສາມາດໄປທ່ຽວລະຫວ່າງແຂວງຂອງກັນແລະກັນໄດ້.  

ແລະເຈົ້າຂອງຮ້ານອາຫານ ຢູ່ນະຄອນຫຼວງພະບາງຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກໍເປັນການດີ ມີມາດຕະການນີ້ອອກມາ ຊຶ່ງຈະເຮັດໃຫ້ແຂກ ມາທ່ຽວມີຫຼາຍຂຶ້ນ ທັງນັກທ່ອງທ່ຽວໄທ ແລະນັກທ່ອງທ່ຽວຈີນ.

ໂອ້ ເຂົາປະກາດກໍດີ ສໍາລັບວ່າແຂກຄົນມາທ່ຽວ ບ້ານເຮົານີ້ແຫລະ ສ່ວນຫລາຍກໍແຂກບ້ານເຮົາ ແຂກໄທກໍມາກິນໜ້ອຍໜຶ່ງ ກໍມີຢູ່ສ່ວນຫລາຍໄທມາທ່ຽວ ແຕ່ດຽວນີ້ຄົນຈີນມາຫລາຍກວ່າທຸກໝູ່ເບິດ.

ຢູ່ນະຄອນຫລວງວຽງຈັນ ພະນັກງານເຮືອນພັກນາງໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງມາດຕະການດັ່ງກ່າວວ່າ ໜ້າຈະສາມາດ ກະຕຸ້ນລາຍຮັບໃຫ້ທຸລະກິດທ່ອງທ່ຽວໄດ້ ໂດຍສະເພາະໂຮງແຮມ ໃກ້ຊາຍແດນ ເປັນຕົ້ນໂຮງ ແຮມ ທີ່ຢູ່ແຄມແມ່ນໍ້າຂອງ.

ໄດ້ໆ ໂດຍສະເພາະແມ່ນແຖວໂຮງແຮມ ຢູ່ໃກ້ແຄມຂອງຫັ້ນນ່າ ຄົນຕ່າງຊາດຫລາຍ ແຕ່ວ່າຕົວນີ້ຫັ້ນຈະຢູ່ໃນເຂດນອກໜ້ອຍໜຶ່ງ ຕົວນີ້ບໍ່ໄດ້ຢູ່ໃກ້ກັບເຂດທ່ອງທ່ຽວ ສ່ວນຫລາຍຄັນແມ່ນຕ່າງຊາດ ຈະມີຄົນຈີນ ບາງເທື່ອກໍມີຄົນໄທກັບຄົນຫວຽດກໍມີຢູ່.

ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ ໄປຍັງກະຊວງການຕ່າງປະເທດ ແລະກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເພື່ອຂໍຮູ້ຂໍ້ມູນເພີ້ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ເມື່ອກ່ອນໜ້ານີ້ ຄືເດືອນມິຖຸນາ ລັດຖະບານລາວ ກໍໄດ້ກຽມອອກນະໂຍບາຍ ໃໝ່ ເພື່ອອອກວີຊາແບບບໍ່ເສຍຄ່າ (Free Visa) ໃຫ້ນັກທ່ອງທ່ຽວຈີນ ທີ່ມາຜ່ານບໍລິສັດທ່ອງທ່ຽວ ເພື່ອສະໜັບສະໜູນ ປີທ່ອງທ່ຽວລາວ 2024

ນະໂຍບາຍໃໝ່ ທີ່ຈະໃຫ້ວີຊາແບບບໍ່ເສຍຄ່າ ແກ່ນັກທ່ອງທ່ຽວຈີນ ທີ່ຈອງຜ່ານໂຕແທນທ່ອງທ່ຽວ ທີ່ທາງການຮັບຮອງນັ້ນ ແມ່ນເພື່ອເພີ່ມຈໍານວນນັກທ່ອງທ່ຽວຈີນ ມາລາວຫຼາຍຂຶ້ນ.

ໃນ 3 ເດືອນຕົ້ນປີ 2024 ນີ້ ປະເທດລາວ ມີນັກທ່ອງທ່ຽວເຂົ້າມາ ປະມານ 240,000 ຄົນ. ນັກທ່ອງທ່ຽວຈີນ ເປັນກຸ່ມນັກທ່ອງທ່ຽວຕ່າງປະເທດ ອັນດັບທີ 3 ຮອງລົງມາຈາກນັກທ່ອງທ່ຽວໄທ ແລະຫວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.