ຖ້ຽວລົດໄຟລາວ-ໄທ ເລີ່ມເປີດໃຫ້ຊື້ປີ້ ຂະນະທີ່ ຍັງມີບາງບັນຫາ ທີ່ຕ້ອງແກ້ໄຂ
2024.07.16

ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ໄດ້ເປີດໃຫ້ບໍລິການ ຈອງປີ້ລົດໄຟ ຈາກສະຖານີວຽງຈັນ (ຄຳສະຫວາດ) ຢູ່ນະຄອນຫຼວງວຽງຈັນ ປະເທດລາວ ໄປຍັງສະຖານີກຸງເທບອະພິວັດ (ບາງຊື່) ຢູ່ນະຄອນຫຼວງບາງກອກ ປະເທດໄທ ແລ້ວ ແລະ ຜູ້ທີ່ຕ້ອງການຈອງປີ້ລົດໄຟ ຈະຕ້ອງໄດ້ຈ່າຍຄ່າທຳນຽມ ເປັນຈຳນວນເງິນ ປະມານ 70 ບາທ ໃຫ້ແກ່ຈຸດຂາຍປີ້ເພີ່ມຕື່ມ ຈາກຄ່າປີ້ລົດໄຟ ໃນລາຄາປົກກະຕິ ເຮັດໃຫ້ລາຄາປີ້ໂດຍສານ ມີລາຄາແພງຂຶ້ນໜ້ອຍໜຶ່ງ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສະຫງວນຊື່ ແລະ ສຽງນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ເດືອນ 7 ນີ້ວ່າ:
ຍານາງວ່າ: “ຄຳສະຫວາດ ໄປບາງກອກ ວັນທີ 20 ເນາະ. ວັນທີ 20 ຍັງເຫຼືອບ່ອນນັ່ງໂຊນ A. ຕຽງນອນບໍ່ມີ ຕຽງນອນເຕັມແລ້ວ, ຕຽງນອນມີໜ້ອຍ ມັນເຕັມແລ້ວ, ຍັງເຫຼືອແຕ່ນັ່ງໂຊນ A, 3-4 ບ່ອນ. ຈອງໄດ້ແລ້ວ ກຳລັງເປີດມື້ນີ້ ນີ້ແຫຼະ. ດຽວນີ້ເພິ່ນໃຫ້ບອກເພີ່ມຕື່ມ ປະມານ 70 ບາທ ນີ້ແຫຼະ ເພາະວ່າ ເພີ່ມເປັນຄ່າທຳນຽມ ເພາະວ່າ ຄັນເຮົາໄປຊື້ຢູ່ຝັ່ງໄທຫັ້ນ ບໍ່ໄດ້ເສຍ ຈະຈ່າຍແຕ່ຄ່າປີ້ລະແລ້ວ. ອອກທຸກມື້ເລີຍ ອອກຈາກລາວ 18 ໂມງ 25 ນາທີ. ສຳລັບຖ້ຽວ ໂຕທີ່ເຮົາໄດ້ແລ່ນເຂົ້າ ກຸງເທບ ນີ້, ຮອບດຽວ.”
ກ່ຽວກັບເລື້ອງນີ້, ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ໄດ້ເປີດໃຫ້ປະຊາຊົນທົ່ວໄປ ສາມາດຈອງປີ້ລົດໄຟລາວ-ໄທ ໄດ້ແລ້ວ ໃນຮອບສັປດາທີ່ຜ່ານມາ, ແຕ່ພັດຍັງບໍ່ທັນໄດ້ ມີການໂຄສະນາ-ປະຊາສັມພັນ ພໍເທົ່າໃດ ເຮັດໃຫ້ປີ້ລົດໄຟ ສ່ວນຫຼາຍ ຖືກຈອງໂດຍນາຍໜ້າ. ຈາກນັ້ນ, ນາຍໜ້າ ກໍຈະນຳປີ້ມາຂາຍຕໍ່ ເຮັດໃຫ້ລາຄາສູງຂຶ້ນຕື່ມ ແລະ ບໍ່ໄດ້ບ່ອນນັ່ງ ຕາມທີ່ຕ້ອງການ. ດັ່ງໂຕແທນຈຳໜ່າຍ ປີ້ລົດໄຟລາວ-ໄທ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພິ່ນເປີດຮັບຈອງແລ້ວ ວັນທີ 20 ກໍຄືເຮົາເປັນໂຕແທນ ຮັບກ່ອນແລ້ວ ເພາະວ່າຕອນນີ້ ເຂົາເປີດແລ້ວ. ເຂົາເປີດຕັ້ງແຕ່ວັນທີ 10 ແລ້ວ, ໃຜຈະໄປ ເຂົາກໍຕ້ອງວາງແຜນກັນໄວ້. ຖ້າຫາກວັນທີ 20 ແລ້ວ ມັນກໍຈະເຕັມແລ້ວ ບໍ່ທັນກັນ. ຖ້າຫາກຢາກໄດ້ ເປັນຕຽງນອນ ກໍເພາະວ່າຕຽງນອນ ກໍມີຈຳກັດ.”
ສຳລັບຜູ້ທີ່ຈຳເປັນ ຕ້ອງໄດ້ຈອງປີ້ລົດໄຟລາວ-ໄທ ຜ່ານໂຕແທນຈຳໜ່າຍນັ້ນ, ກໍຈຳເປັນ ຕ້ອງໄດ້ຈ່າຍຄ່າບໍລິການເພີ່ມຂຶ້ນ ຈາກລາຄາະປີ້ ທຳມະດາ ເພີ່ມຂຶ້ນປະມານ 100-200 ບາດ. ດັ່ງໂຕແທນຈຳໜ່າຍປີ້ລົດໄຟລາວ-ໄທ ອີກນາງໜຶ່ງກ່າວວ່າ:
“ອັນເພິ່ນເປີດວັນທີ 20 ຈາກລາວໄປ ອັນ 18 ໂມງ 20, ໃຫ້ຈອງລ່ວງໜ້າ. ກໍຄືເຮົາມີປະສົບການ ໃນການຂາຍປີ້ລົດໄຟລາວ-ຈີນ ມາ 2 ປີ, ອັນນີ້ ໝັ້ນໃຈໄດ້ເລີຍ ເຮົາຈຶ່ງຄ່ອຍມາເຮັດຢູ່ລາວ-ໄທ. ໂຕນີ້ແມ່ນຄ່າບໍລິການ ປີ້ລະ 100, ແຕ່ຕອນນີ້ຫັ້ນ ວັນທີ 20 ຫັ້ນ ແມ່ນເຕັມ.”

ສຳລັບລາຄາປີ້ ໂດຍສານລົດໄຟລາວ-ໄທ ແບ່ງອອກເປັນ 5 ລາຄາ ປະກອບມີ ລົດໄຟແລ່ນໄວ ຊັ້ນ 3 (ນັ່ງ ແລະ ພັດລົມ) ລາຄາປະມານ 158,000 ກີບ ຫຼື 211 ບາທ, ລົດໄຟດ່ວນ ຊັ້ນ 3 (ນັ່ງ ແລະ ພັດລົມ) ລາຄາ 185,000 ກີບ ຫຼື 251 ບາທ, ລົດໄຟດ່ວນ ຊັ້ນ 2 (ນັ່ງ ແລະ ມີແອເຢັນ) ລາຄາ 363,000 ກີບ ຫຼື 494 ບາທ, ລົດໄຟດ່ວນພິເສດ ຊັ້ນ 2 (ນັ່ງ, ນອນ ແລະ ແອເຢັນ) ລາຄາເກືອບ 700,000 ກີບ ຫຼື 894-994 ບາທ, ລົດໄຟດ່ວນພິເສດ ຊັ້ນ 1 (ນັ່ງ, ນອນ ແລະ ແອເຢັນ) ລາຄາປະມານ 1,000,000 ກີບ ຫຼື 1,350 ເຖິງ 1,550 ບາດ.
ເນື່ອງຈາກການໂຄສະນາ-ປະຊາສັມພັນ ກ່ຽວກັບການຊື້ປີ້ ລົດໄຟລາວ-ໄທ ລ່ວງໜ້າ ຢູ່ປະເທດລາວ ຍັງບໍ່ທັນແຜ່ຫຼາຍ ໃນກຸ່ມປະຊາຊົນ ເຮັດໃຫ້ໂຕແທນຈຳໜ່າຍປີ້ ຈຳນວນໜຶ່ງ ແມ່ນກັກຕຸ໋ນປີ້ ເພື່ອເກງກຳໄລ ຂະນະທີ່ການຊື້ປີ້ ຢູ່ປະເທດໄທ ແມ່ນເປີດໃຫ້ຊື້ປີ້ ລ່ວງໜ້າໄດ້ ເປັນໄລຍະເວລາ 6 ເດືອນ, ເຊິ່ງສາມາດເດີນທາງໄປຊື້ ຢູ່ສະຖານີ ຫຼືຜ່ານລະບົບອອນລາຍນ໌ ກໍໄດ້ຄືກັນ. ດັ່ງເຈົ້າໜ້າທີ່ ການລົດໄຟ ແຫ່ງປະເທດໄທ ນາງໜຶ່ງ ກ່າວວ່າ:
ຍານາງວ່າ: “ສາມາດຈອງຜ່ານ Call Center ໄດ້ ແລ້ວກໍສາມາດຈອງຜ່ານ Internet, Application ແລ້ວກໍສາມາດຈອງໄດ້ ທີ່ສະຖານີ. ຈອງລ່ວງໜ້າໄດ້ 180 ວັນ. ເປີດໃຫ້ຈອງຮຽບຮ້ອຍແລ້ວ (ບໍ່ມີຄ່າທຳນຽມອື່ນໆ).”
ກ່ຽວກັບຖ້ຽວລົດໄຟລາວໄທ ແລະ ໄທ-ລາວ ນີ້, ລົດໄຟແລ່ນໄວ ເລຂທີ 133 ມີກຳນົດຈະເດີນລົດ ຖ້ຽວປະຖົມມະເລີກ ອອກຈາກສະຖານີກຸງເທບອະພິວັດ ຢູ່ນະຄອນຫຼວງບາງກອກ ໃນມື້ວັນທີ 19 ເດືອນ 7 ນີ້ ໃນເວລາ 21 ໂມງ 25 ນາທີ ຕອນກາງຄືນ ໄປຮອດສະຖານີໜອງຄາຍ ເວລາ 8 ໂມງ 35 ນາທີ ຕອນເຊົ້າ ຂອງວັນທີ 20 ເດືອນ 7 ແລະ ມີກຳນົດຈຳອອກຈາກສະຖານີໜອງຄາຍ ເວລາ 8 ໂມງ 55 ນາທີ ຕອນເຊົ້າ ໄປຮອດສະຖານີວຽງຈັນ (ຄຳສະຫວາດ) ເວລາ 9 ໂມງປາຍ ຕອນເຊົ້າ ໃຊ້ເວລາໃນການເດີນທາງທັງໝົດ ປະມານ 12 ຊົ່ວໂມງ.
ສຳລັບລົດໄຟ ຝັ່ງປະເທດລາວ ຈະອອກເດີນທາງ ເປັນຖ້ຽວປະຖົມມະເລີກ ໃນຕອນແລງ ຂອງມື້ວັນທີ 20 ເດືອນ 7, ເປັນລົດໄຟແລ່ນໄວ ເລຂທີ 134, ອອກເດີນທາງຈາກສະຖານີວຽງຈັນ (ຄຳສະຫວາດ) ເວລາ 18 ໂມງ 25 ນາທີ ໄປຮອດສະຖານີໜອງຄາຍ ເວລາ 18 ໂມງ 55 ນາທີ ແລະ ອອກຈາກສະຖານີໜອງຄາຍ ເວລາ 20 ໂມງ 15 ນາທີ ຕອນກາງຄືນ, ເຊິ່ງຈະຮອດຈຸດໝາຍປາຍທາງ ຄືສະຖານີກຸງເທບອະພິວັດ ເວລາ 7 ໂມງ 30 ນາທີ ຕອນເຊົ້າ, ເວລາໃນການເດີນທາງ ປະມານ 13 ຊົ່ວໂມງ, ອີງຕາມການລາຍງານ ຂອງການລົດໄຟ ແຫ່ງປະເທດໄທ.

ໄລຍະຜ່ານມາ ຄົນລາວຈຳນວນໜຶ່ງ ນິຍົມເດີນທາງມາໃຊ້ ບໍລິການໂຮງໝໍ, ຊື້ສິນຄ້າ ແລະ ທ່ອງທ່ຽວ ໃນມື້ວັນພັກ ຢູ່ຝັ່ງປະເທດໄທ. ສະນັ້ນ, ເມື່ອມີການເປີດ ໃຫ້ບໍລິການລົດໄຟ ລະຫວ່າງປະເທດລາວ-ໄທ ຈຶ່ງໄດ້ຮັບຄວາມສົນໃຈ ຈາກຄົນລາວ ຂ້ອນຂ້າງຫຼາຍ, ແຕ່ພັດຍັງມີຄວາມຫຍຸ້ງຍາກ ກ່ຽວກັບການຈ້ຳເອກະສານຜ່ານແດນ. ດັ່ງຊາວນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ໄປທ່ຽວ ສ່ວນຫຼາຍໄປທ່ຽວ ກັບໄປກວດສຸຂພາບ. ແມ່ນໆ, ສ່ວນຫຼາຍເຂົາເຈົ້າໄປໜອງຄາຍ ບາງຄົນເຂົາເຈົ້າກໍໄປກຸງເທບ, ມີຫຍັງຫັ້ນນ່າ. ດຽວນີ້, ເຂົາເຈົ້າມີລົດໄຟ ແລ້ວເຂົາເຈົ້າສ່ວນຫຼາຍ ເຂົາເຈົ້າກໍເດີນທາງ, ໜ້າຈະເດີນທາງນຳລົດໄຟ ເພື່ອຄວາມສະດວກ. ຄົນອັນຄົນລາວຢູ່ນີ້. ຖ້າວ່າຈອງຢູ່ ສະຖານີນະຄອນຫຼວງ ໄປທ່ຽວບ່ອນອື່ນ ກະຄົນລະ 100 ບາທ ເພາະວ່າ ໂຕເຮົາຈອງອອກໄປທາງໄທ ມັນຂ້ອນຂ້າງຍາກ, ຫັ້ນນ່າ ເພາະວ່າ ເຂົາເຈົ້າຕ້ອງໄດ້ໃຫ້ເຮົາບາງຄົນ ຕ້ອງໄປຈ້ຳ, ໄປຈ້ຳເອກະສານ ແລ້ວເຮົາຈັ່ງໄປຊື້ປີ້ໄດ້ ແມ່ນຫຍັງຫັ້ນນ່າ.”
ກ່ອນໜ້ານີ້, ໃນໄລຍະເດືອນ 6 ທີ່ຜ່ານມາ, ທ່ານ ວິລຸດ ທອງເນດ, ຮອງຜູ້ວ່າການລົດໄຟ ແຫ່ງປະເທດໄທ ໄດ້ເຂົ້າຮ່ວມປະຊຸມກັບທ່ານ ດາວຈິນດາ ສີຫາລາດ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດໄຟ ແຫ່ງຊາດລາວ ເພື່ອຮອງຮັບການເດີນທາງ ຂອງປະຊາຊົນ ແລະ ການຂົນສົ່ງສິນຄ້າ ຂອງທັງ 2 ປະເທດ ຮ່ວມກັນຫາລື ໃນ 4 ປະເດັນ ຄື:
- ແຜນການເດີນລົດ ລະຫວ່າງສະຖານີກຸງເທບອະພິວັດ-ອຸດອນທານີ-ໜອງຄາຍ-ວຽງຈັນ (ຄຳສະຫວາດ) ລວມເຖິງແຜນການເດີນລົດທົດລອງ ແບບຄືມື້ເດີນທາງແທ້ ໃນມື້ວັນທີ 13-14 ເດືອນ 7 ປີ 2024.
- ແຜນງານພັທນາ ດ້ານການທ່ອງທ່ຽວ
- ແຜນການໂຄສະນາ-ປະຊາສຳພັນ
- ແຜນເພີ່ມສັກກະຍະພາບ ດ້ານການຂົນສົ່ງສິນຄ້າ ລະຫວ່າງໄທ-ລາວ-ຈີນ ພ້ອມຈັດຕັ້ງຄະນະກັມມະການ ເພື່ອຫາລື ກ່ຽວກັບການສົ່ງສິນຄ້າຂ້າມແດນ.
ສະບາຍດີ.