371 ຄອບຄົວ ທີ່ຖືກຜົນກະທົບ ຈາກໂຄງການທາງລົດໄຟ ລາວ-ຈີນ ບໍ່ໄດ້ຮັບຄ່າຊົດເຊີຍ
2024.12.04
ມາເຖິງປັດຈຸບັນ ກໍດົນສົມຄວນແລ້ວ ທີ່ທາງລົດໄຟລາວ-ຈີນ ໄດ້ເປີດໃຊ້ຂົນຜູ້ໂດຍສານ ແລະສິນຄ້າ ແຕ່ລັດຖະບານ ສປປລາວ ຍັງບໍ່ເອົາໃຈໃສ່ເທົ່າທີ່ຄວນ ໃນເລື່ອງການຊົດເຊີຍຄວາມເສຍຫາຍ ທີ່ປະຊາຊົນໄດ້ຮັບ ຈາກການກໍ່ສ້າງທາງລົດໄຟນັ້ນ ຈໍານວນ 371 ຄອບຄົວ. ໃນຈໍານວນປະຊາຊົນ 371 ຄອບຄົວທີ່ໄດ້ຮັບຜົນກະທົບ ສ່ວນໃຫຍ່ແມ່ນຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ທີ່ບໍ່ຍອມຮັບເອົາຄ່າຊົດເຊີຍ ທີ່ລັດຖະບານກໍານົດຈະຈ່າຍໃຫ້ ຍ້ອນເຫັນວ່າ ຄ່າຊົດເຊີຍທີ່ຈະຈ່າຍໃຫ້ນັ້ນ ຕໍ່າເກີນໄປ ບໍ່ເໝາະສົມກັບລາຄາ ໃນສະພາບເສຖກິດ ເວລາທີ່ລັດຖະ ບານກໍານົດໃຫ້. ດັ່ງນັ້ນ ພວກເຂົາເຈົ້າ ຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາຄືນໃໝ່ ແລະເພີ່ມຄ່າຊົດເຊີຍ ໃຫ້ເໝາະສົມ, ສົມເຫດສົມຜົນ, ຄິດ ໄລ່ໃຫ້ຕາມສະພາບຄວາມເປັນຈິງ ທີ່ເສດຖະກິດຕົກຕໍ່າ ແລະເງິນກີບເຟີ້ ໃນປັດຈຸບັນ ຊຶ່ງຂະນະນີ້ ຍັງຢູ່ໃນຂັ້ນຕອນຂອງການໄກ່ເກ່ຍກັນຢູ່.
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບການຊົດເຊີຍ ຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພະຈິກ 2024 ແລ້ວແມ່ນວ່າ ຕາມຂໍ້ຕົກລົງເກົ່າ ເຂົາຈະເພີ່ມລາຄາໃຫ້.
“ແມ່ນລາຄາຫັ້ນ ບາງເທື່ຶອເຂົາຢາກໄດ້ເພີ່ມ ຈາກຂໍ້ຕົກລົງໂຕເກົ່າຫັ້ນ ລາຄາມັນຫັ້ນກໍເໝາະສົມແລ້ວ ແຕ່ມັນກໍຫຼາຍປີແລ້ວນໍ ພັດນີ້ຄັນຫຼາຍ ເສດຖະກິດມັນກໍຕ້ອງມີການເໜັງຕີງຫັ້ນແຫຼະ ແມ່ນໆ ລັດຖະບານຊົດເຊີຍຊົດເຊີຍ ແລະເຮົາໄກ່ເກ່ຍເອົາ.”
ເວົ້າເຖິງການຈ່າຍຄ່າຊົດເຊີຍຄວາມເສຍຫາຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງລົດໄຟລາວ-ຈີນ ຮວມທັງ 371 ຄອບຄົວ ທີ່ຍັງບໍ່ຍອມຮັບເອົານັ້ນ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 27 ພະຈິກ 2024 ວ່າ ມີຜູ້ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງລົດໄຟດັ່ງກ່າວທັງໝົດ 6,875 ຄອບຄົວ ເປັນເງິນ 1,844 ຕື້ປາຍກີບ. ໃນຈໍານວນນັ້ນ ລັດຖະບານ ໄດ້ຈ່າຍຄ່າຊົດເຊີຍໄປແລ້ວ 6,504 ຄອບຄົວ ເປັນເງິນ 1,599 ຕື້ປາຍກີບ ແລະຍັງບໍ່ທັນຈ່າຍໃຫ້ 371 ຄອບຄົວ ຍ້ອນການເກັບກໍາຂໍ້ມູນການຊົດເຊີຍ ຍັງບໍ່ລະອຽດຊັດເຈນ ເຊັ່ນການຄິດໄລ່ມູນຄ່າສິ່ງປຸກສ້າງ, ຕົ້ນໄມ້ກິນໝາກ, ເນື້ອທີ່ດິນນາ, ດິນສວນ, ດິນປຸກສ້າງ ແລະມີຄອບຄົວ ຈໍານວນນຶ່ງ ບໍ່ຍອມຮັບເອົາຄ່າຊົດເຊີຍ ຊຶ່ງບັນຫາດັ່ງກ່າວນີ້ ລັດຖະບານຈະສືບຕໍ່ໃຫ້ການຊົດເຊີຍ ດັ່ງທີ່ທ່ານກ່າວໃນຕອນນຶ່ງວ່າ:
“ສືບຕໍ່ຕິດຕາມ ຊຸກຍູ້ການຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບ ໂຄງການກໍ່ສ້າງລົດໄຟລາວ-ຈີນ ທີ່ຍັງຄ້າງ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ທີ່ເຄີຍຕິດຕາມເລື່ອງການຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກໍເວົ້າວ່າ ຊາວບ້ານທີ່ຍັງບໍ່ໄດ້ຄ່າຊົດເຊີຍ ຈໍານວນນຶ່ງແມ່ນຄອບຄົວ ທີ່ບໍ່ຍອມຮັບເອົາຄ່າຊົດເຊີຍ ຕາມທີ່ທາງໂຄງການສະເໜີໃຫ້ ເພາະໃຫ້ລາຄາຕໍ່າຫຼາຍ. ພວກເຂົາເຈົ້າເຄີຍໄດ້ສະເໜີໃຫ້ມີການປັບຄ່າຊົດເຊີຍນັ້ນຂື້ນ ຍ້ອນໃຫ້ລາຄາຕໍ່າແຮງ. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີການແກ້ໄຂຫຍັງເທື່ອ ແລະທີ່ຜ່ານມາທາງໂຄງການກໍບໍ່ມາແຈ້ງ ມາເຕືອນໃຫ້ປະຊາຊົນຮູ້. ແລະວ່າ ເລື່ອງຄ່າຊົດເຊີຍນີ້ ກອງປະຊຸມສະພາກໍຮັບຮອງແລ້ວ.
“ຈ່າຍຊົດເຊີຍນີ້ ກອງປະຊຸມສະພາກໍ ຮັບຮອງແລ້ວ ມະຕິກໍຕົກລົງແລ້ວ ແຕ່ວ່າໃນການຊົດເຊີຍອັນນັ້ນຍັງບໍ່ຄົບເທື່ອ ເອີລາຄານ່າມັນກໍບໍ່ສົມສ່ວນປານໃດ ລາຄາມັນຕໍ່າແຮງ ປະຊາຊົນນີ້ ປະຊາຊົນກໍບໍ່ຢາກເຫັນດີ ລັດນັ້ນກໍບໍ່ໃຫ້ ເຮັດແນວໃດ ຜ່ານມານັ້ນເຂົາກໍບໍ່ມາແຈ້ງມາເຕືອນໃຫ້ຊາວບ້ານນ່າ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທ້ອງຖິ່ນອີກທ່ານນຶ່ງກໍເວົ້າວ່າ ເປັນເລື່ອງປົກກະຕິ ທີ່ລັດຖະບານຍັງຄາເລື່ອງຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການທີ່ວ່ານັ້ນ, ໃຫ້ບໍ່ທັນຄົບທຸກຄອບຄົວ ຍ້ອນປະຊາຊົນຈໍານວນນຶ່ງ ເປັນຄອບຄົວທີ່ຂ້ອນຂ້າງມີຖານະ ມີທຸລະກິດ ກໍພະຍາຍາມຕໍ່ລອງ ຢາກໄດ້ລາຄາຕາມທີ່ພວກເຂົາຊື້. ດັ່ງນັ້ນ ຈຶ່ງເຮັດໃຫ້ການຊົດເຊີຍ ຍັງບໍ່ທັນສໍາເລັດ ເຖິງທາງລົດໄຟຈະເປີດໃຊ້ມາໄດ້ 2-3 ປີແລ້ວ. ປັດຈຸບັນ ປະຊາຊົນຍັງລໍຖ້າຢູ່ ດັ່ງທີ່ທ່ານກ່າວວ່າ:
“ທີ່ບໍ່ໄດ້ເທື່ອ ເຂົາເຈົ້າກໍຍັງລໍຖ້າຢູ່ ສ່ວນຫຼາຍກໍເປັນພາກສ່ວນທີ່ມີເງິນແດ່ ຂັດບໍ່ເອົາຫັ້ນນະ ມີທຸລະກິດບໍຫັ້ນນະ ເຂົາເຈົ້າກໍບໍ່ຢາກຍອມ ບໍ່ໄດ້ຕົກລົງລາຄາທີ່ເຂົາຊື້ ກະບໍ່ເອົາ ປະຊາຊົນທີ່ທຸກຍາກແທ້ກໍບໍ່ເອົາ ຫາກບໍ່ຄ້າງແລ້ວ ປະຊາຊົນທີ່ມຸກຍາກນ່າ ແລ່ນໄດ້ 2-3 ປີ ໜ້າຈະໄດ້ເງິນແລ້ວ ມາຖົມໃຫ້ພາກສ່ວນທີ່ຍັງບໍ່ຊົດເຊີຍຫັ້ນ.”
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຈໍານວນ 371 ຄອບຄົວ ທີ່ບໍ່ໄດ້ຮັບຄ່າຊົດເຊີຍນັ້ນ ຍັງບໍ່ຮູ້ວ່າ ຈະໄດ້ເມື່ອໃດ, ມີແຕ່ທາງການລາວ ເວົ້າວ່າ ຈະພະຍາ ຍາມສືບຕໍ່ ຈ່າຍຄ່າຊົດເຊີຍໃຫ້ໄວທີ່ສຸດ ຊຶ່ງຄໍາເວົ້າແບບນີ້ ເປັນຄໍາເວົ້າ ທີ່ທາງການລາວ ເວົ້າມາຫຼາຍເທື່ອແລ້ວ ທັງຢູ່ໃນກອງປະຊຸມສະພາແຫ່ງຊາດ ແລະທັງຢູ່ໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຕ່ມາເຖິງປັດຈຸບັນ ການຈ່າຍຄ່າຊົດເຊີຍຄວາມເສຍຫາຍໃຫ້ປະຊາຊົນນັ້ນ ກໍຍັງບໍ່ທັນສໍາເລັດເທື່ອ.