ຄອລເຊັນເຕີ້ ຍ້າຍໜີອອກຈາກລາວ ໄປຢູ່ມຽນມາ ແລະກໍາປູເຈ້ຍ
2024.10.30

ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ລົງມາກວດກາ ບໍລິສັດທີ່ລັກລອບເຄື່ອນໄຫວຕອບແຊັດ ຫຼື ສໍ້ໂກງທາງໂທລະຄົມ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາຫຼາຍເທື່ອ ຈຶ່ງເຮັດໃຫ້ບໍລິສັດ ຍ້າຍໄປຢູ່ມຽນມາ ແລະກໍາປູເຈັ້ຍແທນ ເນື່ອງຈາກ ບໍ່ຖືກກວດກາຢ່າງເຂັ້ມງວດ ອີງຕາມຄວາມເວົ້າ ຂອງນາຍໜ້າລາວ ທີ່ຫາຄົນຕ່າງປະເທດ ໄປເຮັດວຽກເປັນສະແກມເມີ້ ຢູ່ລາວ, ມຽນມາ ແລະກໍາປູເຈັ້ຍ ນາງໜຶ່ງ ຊຶ່ງໄດ້ກ່າວກັບ ວິທຍຸເອເຊັຽເສຣີ ໃນວັນທີ 30 ຕຸລາ 2024 ນີ້ວ່າ:
“ເຮົາເອົາໄປລົງຢູ່ມຽນມາ ມີຄົນອິນເດ ກັບຄົນດໍາ ເອົາໄປທຸກມື້ ເພາະວ່າຢູ່ສາມຫຼ່ຽມນີ້ນ່າ ເຂົາເຈົ້າລົງກວດກາຕະຫຼອດ ແລ້ວມັນບໍ່ປອດໄພຫັ້ນນ່າ ແລ້ວເຂົາເຈົ້າຍ້າຍໄປພຸ້ນໝົດແລ້ວ ມີແຕ່ວ່າໄປອັນ ມຽນມາ ກັບ ກໍາປູເຈັ້ຍຫັ້ນນ່າ ຄົນລາວກະໄປຢູ່ ຄົນລາວ ກະບໍລິສັດເອື້ອຍ ຄົນລາວກໍ່ມີ ເພາະວ່າ ຢູ່ພຸ້ນ ມັນຫາເງິນໄດ້ ບໍ່ມີຕໍາຫຼວດວຸ້ນວາຍ ແບບວ່າ ເຮົາເຮັດວຽກໄດ້ເຕັມທີ່ ບໍ່ຄືຢູ່ພີ້ ເຮົາເຮັດວຽກແບບກັງວົນ ວ່າຢ້ານ ຢູ່ພຸ້ນນ່າ ເຂົາເຈົ້າປອດໄປສຸດ.”
ນາງກ່າວຕື່ມວ່າ ນາຍໜ້າ ທີ່ສາມາດຫາຄົນໄປເຮັດວຽກຕອບແຊັດໄດ້ ຈະໄດ້ຄ່າຕອບແທນ ແຕ່ 7,000 ຫາ 10,000 ບາດ ແລະຄັນພະນັກງານຄົນໃດ ຖືກພາໄປເຮັດວຽກຕອບແຊັດຢູ່ມຽນມາ ຫຼື ກໍາປູູເຈັ້ຍ ກໍ່ຈະຖືກໃຫ້ເຊັນສັນຍາເຮັດວຽກສໍ້ໂກງ ທາງໂທລະຄົມນໍາ ແຕ່ລະບໍລິສັດຢ່າງໜ້ອຍ 2 ປີ ຈຶ່ງຈະປ່ອຍໂຕກັບບ້ານ, ດັ່ງນາງກ່າວວ່າ:
“ຢູ່ຕິດກັບໄທ ຢູ່ຕິດກັບແມ່ສອດ ເຮົາຕ້ອງອັນ ຊອກໂຊເຟີ້ລົດ ເປັນຄົນໄທຮັບໄປ ໄປຮອດແມ່ສອດ ແລ້ວມີຄົນມຽນມາ ມາຮັບໄປທາງມຽນມາ ໄປຮອດພຸ້ນ ຄັນວ່າຖ້າເຮົາບໍ່ຢາກຢູ່ ຫຼືວ່າ ຢາກັບ ຄົນໝົດສັນຍາແລ້ວ ເຂົາກໍ່ສົ່ງກັບເດ້ ມີສັນຍາ ປະມານ 2 ປີບໍ ຫຼືວ່າ 6 ເດືອນ ບໍ່ 6 ເດືອນບໍ່ແມ່ນ 6 ເດືອນດອກ ເພາະວ່າມັນໄປໄກເດ້ ຄ່າໃຊ້ຈ່າຍທຸກຢ່າງມັນແພງນ່າ.”
ຊາວອິນເດຍ 29,000 ຄົນ ຫາຍໄປ ຢູ່ລາວ, ກໍາປູເຈັ້ຍ ແລະ ມຽນມາ ໃນນັ້ນ ເຂົ້າໄປພົວພັນ ກັບເຄືອຂ່າຍທາງໄຊເບີ້ ອີງຕາມລາຍງານ ຫົວຂໍ້ “ເວັບໄຊແຫ່ງການຕົວະຍົວະ ຄວາມເຂົ້າໃຈ ຂອງການຄ້າມະນຸດ ທາງໄຊເບີ້ຂ້າມຊາດ ແລະກຸ່ມອາດຊະຍາກໍາ ໃນອາຊ້ຽນ” ທີ່ຖືກເຜີຍແຜ່ ເມື່ອວັນທີ 25 ເດືອນຕຸລາ ທີ່ຜ່ານມານີ້ ລະບຸວ່າ ຊາວອິນເດຍ ຫຼາຍກວ່າ 29,000 ຄົນ ໄດ້ຫາຍໄປ ຢູ່ລາວ, ກໍາປູເຈັ້ຍ ແລະມຽນມາ ໃນຈໍານວນນັ້ນ ໄດ້ເຂົ້າໄປພົວພັນ ກັບເຄືອຂ່າຍທາງໄຊເບີ້ ແລ້ວຕົກເປັນເຫຍື່ອ ໃຫ້ເຂົ້າສູ່ການຖືກບັງຄັບໃຊ້ແຮງງານ ທາງດ້ານລະບົບໄຊເບີ້ ຫຼືກຸ່ມທີ່ເຮັດວຽກຖືກຕົວະຍົວະ ຜ່ານລະບົບອິນເຕີເນັດ. ຂະນະທີ່ ສະຖານທູດອິນເດຍ ປະຈໍາລາວ ຍັງບໍ່ໄດ້ຮັບຮູ້ ກ່ຽວກັບລາຍງານດັ່ງກ່າວ ແຕ່ມີການຢັ້ງຢືນວ່າ ຍັງມີພົນລະເມືອງອິນເດຍຈໍານວນໜຶ່ງ ທີ່ຍັງບໍ່ຖືກຊ່ອຍເຫຼືອ ອອກຈາກເຂດສາມຫຼ່ຽມຄໍາ, ດັ່ງເຈົ້າໜ້າທີ່ ສະຖານທູດອິນເດຍ ປະຈໍາລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ຕຸລາ ນີ້ວ່າ:
“ຕອນນີ້ ເຮົາຍັງບໍ່ມີຂໍ້ມູນເທື່ອເຈົ້າ ຕອນນີ້ເຮົາ ຍັງທະຍອຍຊ່ອຍກັນຢູ່ເຈົ້າ. ອາ! ແບບຖືກເອເຈັ້ນຕົວະມາ ມາເອງ.”
ຄົນລາວ ທີ່ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ມຽນມາ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ຜ່ານທາງຂໍ້ຄວາມວ່າ ລັດຖະບານຂອງແຕ່ລະປະເທດ ທີ່ດໍາເນີນການຊ່ອຍເຫຼືອ ພົນລະເມືອງທີ່ຖືກຕົວະໄປເຮັດວຽກ ເປັນຕອບແຊັດ ຢູ່ມຽນມານັ້ນ ບໍ່ມີຄວາມຄືບໜ້າໃດໆເທື່ອ ເປັນຕົ້ນ ຄົນລາວ, ແອັບຟິກາ, ອິນໂດເນເຊຍ, ເມເລເຊຍ, ຟິລິປິນ, ປາກິດສະຖານ ແລະ ອິນເດຍ ຈໍານວນຫຼາຍ ຍັງລໍຖ້າການຊ່ອຍເຫຼືອ ເປັນຫຼາຍເດືອນ ບາງຄົນ ຮອດປີແລ້ວ, ດັ່ງນາງ ກ່າວວ່າ: “ທຸກຢ່າງ ງຽບໄປໝົດ ບໍ່ມີຫຍັງເກີດຂຶ້ນ ແມ່ນມີຄົນຄຸ້ມກາລາຫົວມັນຢູ່ ມັນເລີຍບໍ່ຢ້ານ ປະເທດມຽນມານີ້ ຄືເປັນແບບນີ້ ເກີດມາບໍ່ເຄີຍເຫັນ ຊາວໂລກ ຄືບໍ່ໂຈມຕີນໍ້ ກະຫຼ່ຽງ, ແອັບຟິກາ, ອິນໂດ, ມາເລ, ຟີລິປິນ, ປາກິດສະຖານ, ອິນເດຍ ເຮັດວຽກຕອບແຊັດໝົດ.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ສະຖານທູດອິນເດຍ ປະຈໍາມຽນມາ ແລະກໍາປູເຈັ້ຍ ແຕ່ກໍ່ບໍ່ສາມາດຕິດຕໍ່ຫາເຈົ້າໜ້າທີ່ ຄົນໃດໄດ້ ຂະນະທີ່ ມີລາຍງານຕື່ມວ່າ ຕັ້ງແຕ່ ປີ 2022 ເຖິງວັນທີ 13 ເດືອນສິງຫາ ປີ 2024 ຈໍານວນການຊ່ອຍເຫຼືອ ພົນລະເມືອງອິນເດຍ ອອກຈາກ ສູນສະແກມເມີ້ທາງໄຊເບີ້ ແລະວຽກອື່ນໆ ໃນປະເທດລາວ ມີທັງໝົດ 548 ຄົນແລ້ວ.
ນອກນັ້ນ ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ຮຽກຮ້ອງໃຫ້ປະຊາຊົນ ລະວັງ ອາດຊະຍາກໍາທາງໄຊເບີ້ ທີ່ເພີ່ມຂຶ້ນ ພາຍຫຼັງ ສູນປະສານງານອາດຊະຍາກໍາໄຊເບີ້ ຂອງອິນເດຍ (Indian Cyber Crime Coordination Centre ຫຼື I4C ລະບຸວ່າ ແຕ່ເດືອນມັງກອນ ເຖິງເດືອນເມສາ ປີ 2024 ອາດຊະຍາກໍາໄຊເບີ້ ທີ່ປະຕິບັດການຢູ່ລາວ, ກໍາປູເຈັ້ຍ ແລະມຽນມາ ສ້າງການສໍ້ໂກງໃຫ້ພົນລະເມືອງອິນເດຍ ເຖິງ 210 ໂດລ້າສະຫະລັດ, ອີງຕາມການລາຍງານ ຂອງ “The Laotian Times”.