ນະຄອນຫຼວງວຽງຈັນ ປະເຊີນບັນຫາ ນໍ້າຖ້ວມຂັງ

ຈຳປາທອງ
2024.07.18
ນະຄອນຫຼວງວຽງຈັນ ປະເຊີນບັນຫາ ນໍ້າຖ້ວມຂັງ ນ້ຳຖ້ວມຂັງເສັ້ນທາງຕັດໃໝ່ໜອງພະຍາ-ຫ້ວຍຫົງ, ນະຄອນຫຼວງວຽງຈັນ, ວັນທີ 3 ກໍລະກົດ 2024.
ຮູບພາບຈາກພົນລະເມືອງ

ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ແກ້ໄຂບັນຫານໍ້າຖ້ວມຂັງ ລະບາຍນໍ້າ ຢູ່ນະຄອນຫຼວງວຽງຈັນ ບໍ່ເຊື່ອມຈອດກັນ ເປັນບັນຫາເຮັດໃຫ້ຮ່ອງລະບາຍນໍ້າ ລະບາຍນໍ້າບໍ່ທັນ, ນໍ້າຖ້ວມຂັງ, ປະຊາຊົນຮັບຜົນກະທົບໜັກ, ການໄປມາຫຍຸ້ງຍາກ, ບ້ານເຮືອນເປິເປື້ອນ ແລະຄວາມຫຍຸ້ງຍາກອື່ນໆອີກ.

ກ່ຽວກັບເລື່ອງນີ້ ຍານາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ຖາມຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ໃນວັນທີ 9 ກໍລະກົດນີ້ວ່າ ຮ່ອງລະບາຍນໍ້າບໍ່ເຊື່ອມຈອດກັນ ໃນນະຄອນຫຼວງວຽງຈັນນີ້ ນໍ້າຈະໄຫຼລົງໄປໃສ? ແລ້ວແມ່ນຄວາມຮັບຜິດຊອບ ຂອງພະແນກໂຍທາທິການ ແລະຂົນສົ່ງບໍ? ທີ່ບໍ່ກວດໂຄງການ ຈົນເຮັດໃຫ້ບັນຫານໍ້າຖ້ວມຂັງເກີດຂື້ນ ຈຶ່ງຄ່ອຍມາແກ້ໄຂ ດັ່ງທີ່ຍານາງກ່າວວ່າ:

ໃນຄວາມເປັນຈິງ ພວກເຮົານີ້ສ່ວນຫລາຍ ມີບັນຫາແລ້ວມາແກ້ກັນແບບໄຟຮອດບ້ານແລ້ວ ຈັ່ງຄ່ອຍມາແກ້ຫັ້ນນ່າ ຕາມທໍາມະດາບັນດາຮ່ອງທີ່ບໍ່ເຊື່ອມຈອດກັນຫັ້ນນ່າ. ອັນນີ້ ແມ່ນຄວາມຮັບຜິດຊອບຂອງທາງຜັງເມືອງ ຫລື ຍໍທຂ ແທ້ໆ ບໍ່ຄສນໃຫ້ເກີດຮອດປານນັ້ນ ຂ້າພະເຈົ້າເຫັນກັບຕາຕົວເອງ ເວລາເຮັດຫົນທາງຫັ້ນນ່າ ແລ້ວເຮັດຮ່ອງນໍ້າ ແລ້ວກໍໄປຢຸດຢູ່ນີ້ ບໍ່ເຫັນໂຕເຊື່ອມເລີຍບາດນີ້ ຕັ້ງຄໍາຖາມໃຫ້ຕົວເອງວ່າ ມັນຈະໄປລົງໃສ່ ບາດນີ້ ນໍ້າ ອັນນີ້ແມ່ນແທ້ໆເດ້ເນາະ. ຄວາມຜິດໃຜເວລາກວດໂຄງການຫັ້ນ ກໍສະແດງວ່າຜິດກັນເປັນແທບ ຄັນສິເອົາຄວາມຜິດຄືນນີ້ນ່າ. ອັນນີ້ຢາກຕັ້ງຄໍາຖາມ ເວລາເຮົາກວດໂຄງການ ເຮົາໄດ້ທົດລອງບໍ່ ອັນທີ່ເລື້ອງນໍ້ານັ້ນນີ້ຫັ້ນນ່າ.

ແລະ ດຣ. ເກດແກ້ວ ສີຫາລາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງດຽວກັນນີ້ ກໍກ່າວໃນກອງປະຊຸມນັ້ນວ່າ ຕ້ອງມີການແຕ່ງຕັ້ງຄະນະອະນຸກໍາມະການສະເພາະກິດ ເພື່ອກວດເບິ່ງການຖົມດິນຊະຊາຍ ຕັນແລວທາງນໍ້າ ຕາມຮ່ອງລະບາຍນໍ້າ, ຕ້ອງມີການຄຸມຄອງຜັງເມືອງ, ຄຸ້ມຄອງການປຸກສ້າງ.

ການຄຸ້ມຄອງຜັງເມືອງນີ້ນ່າ ກັບຄຸ້ມຄອງການປຸກສ້າງນີ້ນ່າ ຕ້ອງມາເປັນອັນດັບແລກ ເຮົາສິແບ່ງຄວາມຮັບຜິດຊອບຄືແນວໃດ ເຮັດແນວໃດເພື່ອສິບໍລິຫານຈັດການເລື້ອງການນໍາໃຊ້ທີ່ດິນໃຫ້ມັນມີປະສິດທິຜົນ ບໍ່ໃຫ້ຄົນຖົມດິນຊະຊາຍນີ້ນ່າ ຂ້າພະເຈົ້າຢາກສະເໜີວ່າ ມາດຕະການນຶ່ງ ມັນຕ້ອງແຕ່ງຄະນະອະນຸກໍາມະການສະເພາະກິດ ໄປກວດເບິ່ງດູວ່າ ຮ່ອງລະບາຍນໍ້າບໍ່ ທົ່ງໄຮ່ທົ່ງນາໜອງຕ່າງໆນີ້ກວດກາເບິ່ງ ແລ້ວມາລາຍງານກອງປະຊຸມຊຸດສິມານີ້ ມັນເປັນແນວໃດແທ້ ແມ່ນຜູ້ໃດແທ້ເຮັດ ເມື່ອບໍ່ຜະແນກບໍ່ ເຮັດ ເຮົາກໍເວົ້າດ້ວຍຄວາມຈິງໃຈສາ ອັນນີ້ນ່າ ຄັນບໍ່ເຊັ່ນນັ້ນ ກໍແກ້ບໍ່ຕົກອັນນີ້ ຂ້າພະເຈົ້າຢາກສະເໜີ.

ແມ່ຄ້າຂາຍອາຫານ ຢູ່ເມືອງຈັນທະບູລີ ເວົ້າວ່າ ເຂດຮ່ອງຄ້າ ເປັນເຂດນໍ້າຖ້ວມຂັງ ຍ້ອນຮ່ອງລະບາຍນໍ້າ ລະບາຍນໍ້າບໍ່ທັນ ເຮັດໃຫ້ມີຂີ້ຕົມ, ຮ້ານເປື້ອນ, ຕ້ອງໄດ້ເພີ່ມຄວາມລະວັງ ເລື່ອງການໃຊ້ໄຟຟ້າຫຼາຍຂື້ນ, ມັນມີຜົນກະທົບ ດັ່ງທີ່ນາງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ກໍລະກົດນີ້ວ່າ:

ສົ່ງຜົນກະທົບກໍມີແຕ່ວ່າ ຕື່ນມາແລ້ວກໍຮ້ານເປື້ອນຫັ້ນແຫລະເນາະ ເພາະວ່າມີຂີ້ຕົມໝົດເດ້ ໄດ້ມາລ້າງຮ້ານ ຄື ກໍເວົ້າໂຕຈິງຫັ້ນແຫລະເນາະ ເຮົາກໍໂຊກດີມັນບໍ່ໄດ້ຖ້ວມຕອນສວາຍ ມີແຕ່ຕອາງຄືນຫັ້ນແຫລະ ຄັນວ່າມັນເປັນຕອນສວາຍນີ້ ກໍຂາຍເຄື່ອງຍາກຫັ້ນແຫລະ ແລ້ວກໍຢ້ານໄຟຮົ່ວພ້ອມ ເຮົາຕ້ອງໄດ້ລະມັດລະວັງໂຕໄຟຮົ່ວຫັ້ນ ແລ້ວອີກຢ່າງຮ້ານກໍເປື້ອນ ເປັນແນວນີ້ແຫລະ 2 ປີແລ້ວເດ້ຖືວ່າໜັກຫລາຍ ຮອດໜ້າແລ້ງພຸ້ນເດ້ ຄືໂຕຢ່າງຫລານເນາະ ຂີ່ລັດໄຟຟ້າໄປວຽກ ລົດຈັກໄຟຟ້າຫັ້ນນ່າ ແລ້ວກໍຕອນກັບຫັ້ນນ່າ ອຸ້ຍ ຍາກລໍາບາກຫລາຍ ໂຊກດີນໍ້າບໍ່ຖ້ວມລົດ.

ແລະຊາວບ້ານຢູ່ເມືອງດຽວກັນນີ້ ຜູ້ນຶ່ງກໍເວົ້າວ່າ ບັນຫາທີ່ວ່ານີ້ ເປັນມາໄດ້ 2-3 ປີແລ້ວ, ຂະໜາດຢູ່ບ້ານນາງ ກໍມີການຈົ່ມວ່າ ເຖິງມີການອອກແຮງງານ ເອົາຜັກຕົບອອກຈາກຮ່ອງນໍ້ານັ້ນແລ້ວ.

ຂະໜາດບ້ານຂ້ອຍນີ້ ໜອງທາດໃຕ້ນີ້ ເຂົາກໍຍັງຈົ່ມແລ້ວນີ້ ຄວາມໝາຍວ່າຖ້ວມຂັງດົນໆຫລາຍນີ້ມັນກໍບໍ່ຖ້ວມຂັງ ຍົກຕົວຢ່າງວ່າ ມັນຖ້ວມຂັງແຕ່ຕອນຝົນຕົກຫັ້ນແຫລະ ຝົນຕົກແລ້ວມັນກໍໄຫລບໍ່ທັນ ແລ້ວມັນຖ້ວມໄປມາ ຖ້ວມເຮືອນຊານເຂົາຫັ້ນແຫລະແຕ່ວ່າ ຝົນຕົກແລ້ວໆ ຕົວຢ່າງວ່າຝົນຕົກແລ້ວໆ ບຶດນຶ່ງມັນກໍຄ່ອຍແຫ້ງຄ່ອຍຫຍັງຫັ້ນແຫລະ 2-3 ປີກໍເປັນມາລະ ແຈ້ງບ້ານແຈ້ງຫຍັງ ບ້ານກໍແຈ້ງມາຫາເມືອງອີ່ຫຍັງຫັ້ນນ່າ ເພິ່ນກໍ ຄວາມໝາຍເພິ່ນກໍຫາແຜນ ຫາວິທີທາງແກ້ຊີ້ບໍ່ ຄືເມືອງຈັນທະບູລີເຮົານີ້ ເພິ່ນກໍລົງເພິ່ນອອກແຮງງານ ເອົາຜັກຕົບ ຢູ່ຮ່ອງແຊງນີ້ນ່າ ເຫັນເພິ່ນມອບເຮືອໃຫ້ບ້ານແຕ່ລະລໍາ.

ທ່ານກ່າວຕື່ມວ່າ ຮ່ອງລະບາຍນໍ້າ ລະບາຍນໍ້າບໍ່ທັນ ຢູ່ເຂດບ້ານພະຂາວ ເມືອງໄຊທານີ ຈະໜັກກວ່າໝູ່ ຈົນນໍ້າໄຫຼຖ້ວມເຂົ້າຮືອນປະຊາຊົນ ຮວມໄປເຖິງເມືອງສີໂຄດຕະບອງ ເຂດບ້ານສີໄຄ ວັດໄຕ ໜອງໜ້ຽວ ໜອງແຕ່ງ ກໍມີນໍ້າຖ້ວມຂັງ ຫຼັງຝົນຕົກ ຊົ່ວໂມງນຶ່ງສອງຊົ່ວໂມງ ເຮັດໃຫ້ການໄປມາບໍ່ສະດວກ ແລະຊາວບ້ານຢູ່ເມືອງໄຊທານີ ກໍເວົ້າວ່າ ແມ່ນແຕ່ເຂດສີວິໄລ ກໍມີນໍ້າຖ້ວມຂັງ ຍ້ອນຮ່ອງລະບາຍນໍ້ານ້ອຍ, ເວລາມັນຖ້ວມແຮງ ລົດຜ່ານໄປບໍ່ໄດ້.

ເຂົ້າມາໜ້າຄ້າຍຫລັກ 6 ແລ້ວລ້ຽວຂວາມື ອັນນີ້ບ່ອນໍ້າຖ້ວມ ຈຸດນໍ້າຖ້ວມ ສີວິໄລ ຕົກມາແຮງໆແລ້ວກໍຂັງທົ່ວເດ້ ຂັງ ລົດໄປບໍ່ໄດ້ເດ້ ລົດໄຟຟ້ານີ້ໄປບໍ່ໄດ້ ຍັງລົດເກັງ ລົດເກັງໄປບໍ່ໄດ້ ຄັນລົດຕໍ່າກໍຍັງໄດ້ເອົາລົດມາແກ່ໄປມາລາກໄປ ມັນຖ້ວມແຮງ ໄປບໍ່ໄດ້ ມັນກໍເປັນຊົ່ວໂມງ 2 ຊົ່ວໂມງ, 3 ຊົ່ວໂມງ ນໍ້າ ມັນກໍໄປຫັ້ນນ່າ ເຫດຜົນຍ້ອນ ຮ່ອງລະບາຍມັນໜ້ອຍ.

ປັດຈຸບັນ ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງຄະນະກະກຽມ ແກ້ໄຂບັນຫາຮ່ອງລະບາຍນໍ້າ ລະບາຍນໍ້າບໍ່ທັນແລ້ວ ເພື່ອກຽມຕ້ອນຮັບກອງປະຊຸມສຸດຍອດອາຊຽນ (ASEAN Summit) ດັ່ງເຈົ້າໜ້າທີ່ນະຄອນ ຫຼວງວຽງຈັນ ເວົ້າວ່າ:

ດຽວນີ້ທາງຄະນະທີ່ກ່ຽວຂ້ອງ ເພິ່ນກໍໄດ້ກະກຽມກັນລະອຽດແລ້ວ ໝາຍຄວາມວ່າ ມີແຜນ ທົ່ວນະຄອນຫລວງຮັບຜິດຊອບນໍາກັນ ໃນຂອບເຂດເມືອງໃຜເມືອງມັນ ເລີຍແລ້ວກໍສິມີຄະນະສົມທົບກັນ ຜະແນກເຮົາເປັນເຈົ້າການໃນການສົມທົບບັນດາເມືອງ ຫລັງຈາກຈຸທີ່ຍັງຄ້າງຄາ ພວກເຮົາກໍໄດ້ກະກຽມເຮັດແລ້ວ ປະມານທ້າຍປີນີ້.

ທ່ານ ບຸນຍະວັດ ນິລະໄຊ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 9 ກໍລະກົດນີ້ວ່າ ຮ່ອງລະບາຍນໍ້າໃນຕົວເມືອງ ຂາດການອະນາໄມຢ່າງຕໍ່ເນື່ອງ, ບໍ່ໄດ້ຮັບການປັບປຸງ ແລະກໍ່ສ້າງເປັນລະບົບ, ມີການຖົມດິນຊະຊາຍ ຕັນແລວທາງນໍ້າ, ມີການຖົມບຶງ ຖົມໜອງ ຢູ່ໃນຕົວເມືອງ ຈຶ່ງເຮັດໃຫ້ເກີດນໍ້າຂັງ ໃນນະຄອນຫຼວງວຽງຈັນ.

ອີງຕາມຂໍ້ມູນຂອງພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ, ຮ່ອງລະບາຍນໍ້າຂ້າມທາງ ແລະທໍ່ລະບາຍນໍ້າຂ້າງທາງ  ມີຂະໜາດນ້ອຍ ບໍ່ສາມາດຮອງຮັບປະລິມານໍ້າຝົນ ໃນເວລາຝົນຕົກໜັກໄດ້ ແລະທັງມີນໍ້າເປື້ອນ, ບາງເສັ້ນທາງ ທໍ່ລະບາຍນໍ້າ ບໍ່ເຊື່ອມຈອດກັນ, ມີບ່ອນຕໍ່າ ບ່ອນສູງ ແລະຂະໜາດບໍ່ເທົ່າກັນ, ມີບາງຈຸດຖືກຂີ້ຕົມ ແລະສິ່ງເສດເຫຼືອຕ່າງໆຖົມ ຈຶ່ງເຮັດໃຫ້ເກີດນໍ້າຖ້ວມຂັງ ໃນນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.