ຜູ້ບໍລິຫານ ສະຖາບັນການເງິນຈຸລະພາກ 2 ຄົນ ຖືກຕັດສິນຈໍາຄຸກ ຖານສໍ້ໂກງ
2024.07.16
ສານແຂວງອຸດົມໄຊ ຕັດສິນຈໍາຄຸກນາງ ພອນວິໄລ ອະດີດຫົວໜ້າ ໜ່ວຍບໍລິການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບຝາກເງິນ ໄຊນິຍົມ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ຕະຫຼອດຊີວິດ ແລະທ້າວ ຂັນທະລີ ອະດີດອໍານວຍການສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບຝາກເງິນ ໄຊນິຍົມ ແຂວງອຸດົມໄຊ 8 ປີເຄິ່ງ ຖານໄດ້ຮ່ວມມືກັນສໍ້ໂກງເງິນສະຖາບັນການເງິນ ແລະເງິນປະຊາຊົນຫຼາຍ ກວ່າ 10 ຕື້ກີບ ໃນມື້ວັນທີ 13 ມິຖຸນາທີ່ຜ່ານມາ.
ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຍັງ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບຝາກເງິນ ໄຊນິຍົມ ແຂວງອຸດົມໄຊ ແຕ່ບໍ່ສາມາດຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ ອະດີດພະນັກງານສະຖາບັນການເງິນດັ່ງກ່າວ ຢູ່ເມືອງໄຊ ແຂວງອຸດົມໄຊ ກໍໄດ້ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ກໍລະ ກົດນີ້ວ່າ ການສໍ້ໂກງຂອງ ສອງຄົນທີ່ວ່ານັ້ນ ມີມາແຕ່ດົນແລ້ວ ກ່ອນຈະຖືກກວດສອບ ແລະຖືກຈັບໃນປີ 2020.
“ມັນກໍເລື້ອງຕັ້ງແຕ່ 2020 ພຸ້ນນ່າ 2020-2021 ພຸ້ນນ່າເລີ້ມສໍ້ກົງແຕ່ດົນແລ້ວ ແຕ່ວ່າເລີ້ມກັກຕົວຫັ້ນລະແມ່ນ 2020-2021 ຫັ້ນແຫລະ ແມ່ນແຫລະຫາກໍ່ມາຕັດສິນປີນີ້ຫັ້ນແຫລະ.”
ອີງຕາມສໍານວນຄະດີ ຂອງນາງ ພອນວິໄລ, ນາງໄດ້ເລີ່ມຕິດການພະນັນຫຼາຍຢ່າງ, ນາງໄດ້ຍັກຍອກ ສໍ້ໂກງ ເອົາເງິນຂອງສະຖາບັນການເງິນ ແລະຂອງປະຊາຊົນ ໂດຍໄດ້ເຮັດເອກະສານປອມ ດ້ວຍເອົາລາຍຊື່ ແລະປະຫວັດ ຂອງ ລູູກຄ້າເງິນກູ້ເກົ່າ ມາປະກອບເປັນເອກະສານ ຂອງລູກຄ້າໃໝ່ ແລ້ວສົ່ງໃຫ້ສໍານັກງານໃຫຍ່ ອະນຸມັດເງິນໃຫ້ ຈໍານວນ 128 ບັນຊີ ເປັນເງິນທັງໝົດ 4,072,614,028 ກີບ. ໃນຈໍານວນ 128 ບັນຊີນັ້ນ ເປັນບັນຊີຂອງລູກຄ້າ ຢູ່ໜ່ວຍບໍລິການເມືອງສິງ 101 ບັນຊີ.
ແລະທ້າວ ຂັນທະລີ ເປັນຜູ້ເຊັນໃບຢັ້ງຢືນເງິນ 2 ບັນຊີ ຈໍານວນເງິນ 1,000,000,000 ກີບ ແລະໄດ້ແນະນໍາໃຫ້ນາງ ພອນວິໄລ ໂອນເງິນເຂົ້າບັນຊີຂອງ ທ້າວ ພູລົມ ຈໍານວນ 500.000.000 ກີບ, ຜູ້ກ່ຽວເອົາເງິນໄປໃຊ້ສ່ວນຕົວ 500,000,000 ກີບ.
ປະຊາຊົນຢູ່ເມືອງສິງ ແຂວງຫຼວງນໍ້າທາ ຜູ້ນຶ່ງເວົ້າວ່າ ໜ່ວຍບໍລິການຂອງສະຖາບັນການເງິນດັ່ງກ່າວ ທີ່ຕັ້ງຢູ່ເມືອງສິງ ໄດ້ປິດໄປແລ້ວ ຍ້ອນເກີດກໍລະນີສໍ້ໂກງ ແລະຜູ້ເສຍຫາຍ ຊຶ່ງສ່ວນຫຼາຍແມ່ນປະຊາຊົນເມືອງສິງນັ້ນ ໄດ້ຮັບເງິນທົດແທນຄືນແລ້ວ.
“ກ່ອນໂຄວິດພຸ້ນນີ້ ກ່ອນໂຄວິດ ຫລາຍຕື້ຢູ່ ບໍ່ມີໆ ສ່ວນຫລາຍຢູ່ເມືອງສິງນີ້ແຫລະ ຄືນແລ້ວເຂົາທົດແທນຄືນແລ້ວ ແມ່ນແລ້ວໆ ໄດ້ຄືນແລ້ວ ບ້ານເຮົາກໍມີແຕ່ວ່າເຂົາໄດ້ແລ້ວ ໄດ້ຄົບ.”
ກ່ຽວກັບເລື່ອງດັ່ງກ່າວ ປະຊາຊົນບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ເວົ້າວ່າ ຕົນກໍໄດ້ຍິນຂ່າວການຕັດສິນທີ່ວ່ານັ້ນຢູ່ ແຕ່ບໍ່ຮູ້ລາຍລະອຽດ. ສ່ວນວ່າ ສະຖາບັນການເງິນດັ່ງກ່າວ ຢູ່ເມືອງນີ້ ຍັງເປີດໃຫ້ບໍລິການຢູ່.
“ໄດ້ຍິນຢູ່ໆ ເຈົ້າເປີດແນ່ ຄືວ່າເປີດຢູ່ ແຕ່ວ່າບໍ່ແນ່ໃຈຄືກັນ ເພາະເຮົາບໍ່ໄດ້ໃຊ້ຫັ້ນນ່າ ມັນກໍມີຫລາຍທະ ນາຄານ ສະຖາບັນການເງິນນ້ອຍໆ ກໍມີ 2-3 ນີ້ແຫລະ ປະມານ 2 ຫາ 3.”
ການທີ່ສານ ຕັດສິນຈໍາຄຸກນາງ ພອນວິໄລ ຕະຫຼອດຊີວິດ ນັ້ນ ອີງຕາມຄໍາເວົ້າຂອງທະນາຍຄວາມຜູ້ນຶ່ງ ແລ້ວແມ່ນຄາດວ່າ ນາງອາດຈະກະທໍາຜິດຫຼາຍຢ່າງ ແລະເຮັດໃຫ້ມີຄວາມເສຍຫາຍຢ່າງຫຼວງຫຼາຍ ແລະເຮັດຈົນເປັນອາຈິນ ຍ້ອນວ່າ ກົດໝາຍ ມາດຕາ 233 ກໍານົດໂທດ ພຽງແຕ່ 3 ປີຫາ 8 ປີ.
“ຢູ່ໃນກົດໝາຍລາວ ມາດຕາ 233 ການສໍ້ກົງມັນໂທດຊິບໍ່ສູງປານນັ້ນ ໂທດສູງສຸດກໍແມ່ນ 3 ຫາ 8 ປີຫັ້ນນ່າໂທດທາງດ້ານກົດໝາຍ ຫລືວ່າເພິ່ນຊິໃສ່ຂໍ້ຫາຢ່າງອື່ນບໍ່ ຢ້ານມີຫລາຍຂໍ້ຫາຢູ່ໃນຫັ້ນ ຢ້ານມີຄະດີແບບລັກສະນະຍັກຍອກ ຊັບຂອງບໍລິສັດອິຫຍັງບໍ່ ຢ້ານກະທໍາຜິດຫລາຍມາດຕາຢູ່ໃນນັ້ນຫັ້ນ.”
ແມ່ນແຕ່ ມາດຕາ 236 ຂອງປະມວນກົດໝາຍອາຍາ ກໍານົດໄວ້ບົດລົງໂທດສູງສຸດພຽງແຕ່ເຖິງ 10 ປີ ໃນກໍລະນີ ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ, ເປັນອັນຕະລາຍຕໍ່ຊີວິດ ແລະສຸຂະພາບ.
ທີ່ຜ່ານມາ ກໍມີຄະດີສໍ້ໂກງໃຫຍ່ ທີ່ເປັນຂ່າວໂດ່ງດັງ ກໍມີຫຼາຍຄະດີ ເຊັ່ນ ຄະດີສໍ້ໂກງ ປີ 2021 ທີ່ມີການລະດົມທຶນຮັບຝາກ ຜ່ານແອັບ SHBC ສ້າງຄວາມເສຽຫາຍຫຼາຍກວ່າ 2 ຕື້ກີບ.
ປີ 2020 ແອັບ Gingo ລົງທະບຽນຮັບເປີເຊັນ ຖ້າແນະນຳລູກຄ້າໃຫ້ ສ້າງຄວາມເສຍຫາຍ ຫຼາຍກວ່າ 500 ລ້ານກີບ.
ປີ 2017 ບໍລິສັດ ພີເອສ ລະດົມຮັບຝາກເງິນ ໂດຍໃຫ້ດອກເບັ້ຍ 6% ຕໍ່ເດືອນ ເຮັດໃຫ້ເສຍຫາຍ 900 ຕື້ກີບ. ແລະໃນປີດຽວກັນນີ້ ບໍລິສັດ ASEAN Face ຮັບຝາກເງິນ ໂດຍໃຫ້ດອກເບ້ຍ 30% ຕໍ່ເດືອນ ເຮັດໃຫ້ເສຍຫາຍ 16 ລ້ານໂດລ້າສະຫະລັດ.
ໃນປີ 2015 ບໍລິສັດ ແມ້ກີ້ ຮັບຝາກເງິນ ໂດຍໃຫ້ດອກເບັ້ຍ 6% ຕໍ່ເດືອນ ສ້າງຄວາມເສຍຫາຍ 16 ລ້ານໂດລ້າສະຫະລັດ.