ແມ່ຄ້າ ບໍ່ຮັບເງິນບາດ ເປັນການຂາຍຝັນ
2024.07.17
ເມື່ອບໍ່ດົນມານີ້ ມີຂ່າວກ່ຽວກັບຜູ້ປະກອບການບາງຄົນ ບໍ່ຂາຍສິນຄ້າເປັນສະກຸນເງິນບາດ ແຕ່ຖ້າລູກຄ້າຈະໃຊ້ເງິນບາດ ຜູ້ປະກອບການຄົນນັ້ນ ຈະຄິດໄລ່ໃນອັດຕາເງິນຕໍ່າກວ່າທະນາຄານ.
ສິ່ງດັ່ງກ່າວ ກໍມີຄົນຕັ້ງຂໍ້ສັງເກດວ່າ ການຂາຍສິນຄ້າ ເປັນສະກຸນເງິນກີບ ເປັນຄວາມຕັ້ງໃຈ ຫຼື ເປັນການສ້າງກະແສ.
ເຈົ້າໜ້າທີ່ບໍານານ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ມັນຕ້ອງມີຜູ້ນຶ່ງຮູ້ກັນນ່າ ມັນບໍ່ໄດ້ຍາກ ຢູ່ບ້ານເຮົານີ້ ຮ້ານຂາຍເຄື່ອງຮ້ານໃດນີ້ ມັນຮູ້ໝົດດອກເຣດ ມັນແຕກໃຫ້ໝົດ ແຕ່ວ່າ ເຮົາຢູ່າເຮັດເປີດເຜີຍເປີດກວ້າງທໍ່ນັ້ນລະ ປາກເຮົາກະຂຽນປ້າຍຢູ່ວ່າ ເອົາເງິນກີບ ເອົາເງິນກີບ ແຕ່ບາດນັ້ນລະ ມັນກະເອົາຄືເກົ່າ ເອີຄື ອ້າວໂຕບໍ່ສ້າງກະແສມັນກະບໍ່ໄດ້ ດຽວນີ້ ຄົນສ້າງກະແສເດ້ ເອີ ສ້າງກະແສແບບຕິກຕອກນີ້ ນ່າໃຫ້ຄົນ ໃຫ້ຄົນເອົາມາເວົ້າມາວ່າ ຊື່ໆ ຫາກແຕ່ວ່າ ດີແທ້ ມັນບໍ່ແມ່ນ.”
ການແລກເງິນຢູ່ຕະຫຼາດ ໃນລະບົບລາຄານຶ່ງ ແລະ ການແລກໃນຕະຫຼາດນອກລະບົບ ເປັນອີກລາຄານຶ່ງ ບໍ່ໄດ້ເກີດຂຶ້ນ ສະເພາະຢູ່ປະເທດລາວ ແຕ່ຍັງເກີດຂຶ້ນຢູ່ປະຣັດເຊັຍ ອີກດ້ວຍ.
ໃນຊຸມປີ 1970 ຄົນລາວທີ່ໄປປະເທດຣັດເຊັຍ ກໍຮູ້ດີວ່າ ມີຕະຫຼາດມືດ ໃນການແລກເງິນ, ໂຕຢ່າງ ຢູ່ໃນຮ້ານແລກປ່ຽນທາງການ 1 ໂດລ້າ ເທົ່າກັບ 0.80 ຣູບໂບ ແຕ່ໃນຕະຫຼາດນອກລະບົບ 1 ໂດລ້າ ເທົ່າກັບ 4 ຣູບໂບ.
ເຈົ້າໜ້າທີ່ບໍານານ ທ່ານນີ້ ໄດ້ກ່າວວ່າ:
“ໂດລ້ານຶ່ງ 80 ໂກເປກ [0.80 ຣູໂບ] ລະບາດນີ້ ບາດຢູ່ນອກ 3-4 ຣູໂບ ພຸ້ນ ມັນຕ່າງກັນໄດ໋ ເຮົາໄປ [ປີ] 70 ປາຍ ປີ 78-79 ມັນກະມີຕະຫຼາດມືດ ເຮົາເບິ່ງມັນຄືໆວ່າບໍ່ມີ ມີ.”
ການສ້າງກະແສແບບນີ້ ຍັງມີຊ່ອງວ່າ ໂດຍ ຜູ້ປະກອບການບາງຄົນ ສະເໜີລູກຄ້າ ໃນເຣດເງິນທີ່ຕໍ່າກວ່າປົກກະຕິ ຖ້າວ່າ ລູກຄ້າຈະເອົາເງິນບາດມາຊື້ ຊຶ່ງມັນກໍຍັງເປັນການຮັບເອົາເງິນບາດຄືເກົ່າ.
ເຈົ້າໜ້າທີ່ ທ່ານນຶ່ງ ເວົ້າວ່າ ຖ້າຜູ້ປະກອບການຄົນນັ້ນຈິງໃຈແທ້ ຈະຕ້ອງບອກລູກຄ້າເປັນໄປແລກເງິນຢູ່ທະນາຄານກ່ອນ ແລ້ວຈຶ່ງມາຊື້ ມັນຈັ່ງຖືກຕ້ອງ ແລະ ບໍ່ຄວນ ສະເໜີລູກຄ້າໃນເຣດເງິນທີ່ຕໍ່າກວ່າປົກກະຕິ.
ດັ່ງ ທ່ານກ່າວວ່າ:
“ຄັນວ່າ ເຈົ້າຈິງໃຈແທ້ ເຈົ້າຂອງປໍ້ານໍ້າມັນ ເຈົ້າກະວ່າ ບໍ່ຮັບເດີ ບໍ່ເອົາເດີ ເຮົາບໍ່ຮັບເອົາເງິນບາດ ເຮົາບໍ່ຮັບເອົາເງິນໂດລ້າ ເຈົ້າປະຕິເສດແບບນັ້ນ ມັນຈັ່ງຖືກ ມັນນີ້ ເຈົ້າພັດຮັບເອົາເງິນເຂົາມາໃນລາຄາຕໍ່າ ໃນເຣດຕໍ່າໆ ບາດນີ້ເຈົ້າເອົາໄວ້ເຮັດຫຍັງຊັ້ນ ຂັ້ນວ່າ ເຈົ້າຈິງໃຈແທ້ໆ ເຈົ້າເປັນຫຍັງບໍ່ບອກເຂົາໄປແລກຢູ່ທະນາຄານ ຈັ່ງມາ ຈັ່ງມາໃຊ້ຈ່າຍຫັ້ນນ່າ ຄວາມໝາຍ.”
ເງິນບາດມີຄວາມຈໍາເປັນສໍາລັບຄົນລາວ ໃນກໍລະນີສຸກເສີນ ໂດຍສະເພາະ ການໄປ່ປິ່ນປົວ ຢູ່ປະເທດໄທ ຫຼື ຊື້ສິນຄ້າມາຈາກປະເທດໄທມາໃຊ້ໃນຊີວິດປະຈໍາ ປະຊາຊົນ ຈໍາຕ້ອງໄດ້ໄປແລກຢູ່ຕະຫຼາດນອກລະບົບ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ:
“ໂອ້ຍໃຊ້ຄືເກົ່າຫັ້ນແຫຼ ບາດນີ້ສົມມຸດວ່າ ເຮົາເຈັບເປັນເອັນອຸ່ນກາງຄໍ່າກາງຄືນບາດໄປໄທໄປຫຍັງ ຊິເອົາຫຍັງໃຊ້ ຂັ້ນບໍ່ໃຊ້ເງິນບາດ ມັນບໍ່ງ່າຍຄືພວກເພິ່ນລົງເຟສລົງຫຍັງ ເອີ ຄັນເຈົ້າປະຕິເສດເລິີຍລະເຈົ້າບໍ່ເອົາຫັ້ນລະແມ່ນ ອັນນັ້ນ.”
ໃນກໍລະນີ ຜູ້ປະກອບການບາງຄົນ ບໍ່ຮັບຮັບນໍາລະເປັນເງິນບາດ ແຕ່ ສະເໜີເຣດຕໍ່າກວ່າທະນາຄານ ນັ້ນເປັນດາບສອງຄົມ ກໍຄື ໃນທາງໜຶ່ງກໍເປັນຜູ້ປະກອບມີນໍ້າໃຈ ຫຼື ຈິດໃຈຮັກຊາດ, ແຕ່ ອີກທາງນຶ່ງ ແມ່ນ ຜູ້ປະກອບການສະເໜີເຣດຕໍ່າກວ່າທະນາຄານ ກໍຜິດລະບຽບການ ແລະ ຍັງມີສິ່ງແອບແຝງຢາກໂຄສະນາ ໂປໂມດຮ້ານຂອງຕົນເອງ.
ເຈົ້າໜ້າທີ່ພາກປະຊາສັງຄົມ ທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:
“ຄວາມຈິງແລ້ວເຂົາຮ້ອງວ່າ ອັນໃດ ເປັນດາບສອງຄົມ ຄັນເວົ້າເລື່ອງຈຸດຮັກຊາດ ເຈົ້າເຮັດຖືກຢູ່ ແຕ່ມັນບໍ່ຖືກັບລະບຽບປານໃດ ເປັນຫຍັງຈັ່ງບໍ່ຖືກກັບລະບຽບ ລະ ບຽບນີ້ມັນມີແລ້ວ ທະນາຄານເຂົາເປັນຄົນກໍານົດ ວ່າອັດຕາເທົ່ານັ້ນເທົ່ານີ້ເນາະ ແຕ່ວ່າ ຮ້ານຄ້າເຈົ້າໄປກໍານົດເອງ ທີ່ຕໍ່າກວ່າທະນາຄານ.”
ເຈົ້າໜ້າທີ່ພາກປະຊາສັງຄົມ ທ່ານນີ້ ກ່າວຕື່ມອີກວ່າ:
“ໃນທາງແອບແຝງເນາະ ກະຄືເຮົາມອງໃນທັດສະນະ ຖ້າວ່າເປັນ ຖ້າວ່າ ເປັນການແອບແຝງນັ້ນກໍຄື ຕ້ອງການອີ່ຫຍັງ ຍອດໄລ້ ຍອດແຊຣເບາະ ຫຼືວ່າ ຕ້ອງການໂປໂມດຮ້ານເຈົ້າຂອງ.”
ຕໍ່ບັນຫາດັ່ງກ່າວເພຈ ທະນາຄານແຫ່ງສປປລາວ ໄດ້ອອກຂໍ້ຊີ້ແຈງ ກ່ຽວກັບເລື່ອງດັ່ງກ່າວ ໃນວັນທີ 16 ກໍລະກົດ ທີ່ຜ່ານມາ.
ຂໍ້ຊີ້ແຈງຂອງທະນາຄານແຫ່ງ ສປປ ລາວ ໄດ້ລະບຸວ່າ:
“ທະນາຄານແຫ່ງ ສປປ ລາວ ໃນຖະນະເປັນຜູ້ຮັບຜິດຊອບ ວຽກງານນີ້ ຂໍໃຫ້ຂໍ້ມູນເພີ່ມເຕີມແກ່ສັງຄົມເພື່ອໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນວ່າ ນັ້ນເປັນພຽງການສະແດງອອກ ຄວາມຕື່ນຕົວຂອງສັງຄົມທີ່ຢາກຊ່ວຍພາກລັດ ໃນການຫຼຸດຜ່ອນການໃຊ້ຈ່າຍເງິນ ຕາຕ່າງປະເທດ ໃນສັງຄົມທີ່ມີຄວາມຊິນເຄີຍມາດົນນານ ເພື່ອແກ້ໄຂບັນຫາອັດຕາແລກປ່ຽນ, ເງິນເຟີ້ ແລະ ຕ້ອງໃຫ້ຜູ້ມີເງິນຕາຕ່າງປະເທດ ໄປແລກນໍາທະນາຄານ ກ່ອນຈະໃຊ້ຈ່າຍຕາມກົດໝາຍ, ແຕ່ບໍ່ໄດ້ເຮັດເພື່ອຈຸດປະສົງດ້ອຍຄ່າ ຫຼື ກຽດຊັງ ສະກຸນເງິນຕາຕ່າງປະເທດໃດໜຶ່ງ ທີ່ສັງຄົມອອນລາຍກ່າວອ້າງ ທີ່ມີຄວາມຄາດເຄື່ອນ ແລະ ບິດເບືອນຄວາມຈິງ.”
ປັດຈຸບັນ ອັດຕາເງິນບາດໄທ ປະມານ 689 ກີບ ຕໍ່ 1 ບາດ ສ່ວນວ່າ ເງິນໂດລ້າ ຢູ່ທີ່ປະມານ 22,000 ກີບ ຕໍ່ 1 ໂດລ້າ ຢູ່ຮ້ານແລກປ່ຽນທີ່ເປັນທາງການ.
ສ່ວນວ່າ ຢູ່ຮ້ານແລກປ່ຽນນອກລະບົບບາງບ່ອນ ປະມານສອງເດືອນຜ່ານມາ ອັດຕາເງິນບາດຍັງຢູ່ທີ່ປະມານ 600 ປາຍ ກີບ ຕໍ່ 1 ບາດ ສ່ວນວ່າ ເງິນໂດລ້າ ຢູ່ທີ່ 23,000 ກີບ ຕໍ່ 1 ໂດລ້າ ໂດຍປະມານ, ແຕ່ ປັດຈຸບັນເງິນບາດໄທ ຂຶ້ນຮອດ 769 ກີບ ຕໍ່ 1 ບາດ ສ່ວນວ່າ ເງິນໂດລ້າ ຢູ່ທີ່ 26,800 ກີບ ຕໍ່ 1 ໂດລ້າ.
ປັດຈຸບັນ ລັດຖະບານລາວ ພະຍາຍາມຫາມາດຕະການເພື່ອແກ້ໄຂບັນຫາກີບກີບເຟີ້.
ກອງປະຊຸມລັດຖະບານເປີດກວ້າງໃນວັນທີ 15 ກໍລະກົດ 2024 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸດລິດ ປະທານປະເທດລາວ ໄດ້ກ່າວໃນຖະແຫຼງການຕອນນຶ່ງວ່າ:
“ເອົາຄ່າເງິນກີບທີ່ອ່ອນລົງໃຫ້ຢຸດພາຍໃນ 1 ເດືອນ, ຈາກນັ້ນໃຫ້ຄ່ອຍໆແຂງຂຶ້ນເປັນກ້າວໆ (ບໍ່ແມ່ນເຮັດບໍ່ໄດ້, ຕ້ອງເຮັດໄດ້ຖ້າຕັດສິນໃຈເຮັດດ້ວຍນໍ້າໃຈຮັບຜິດຊອບແທ້).”
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຍັງກ່າວຕື່ມອີກວ່າ:
“ເອົາອັດຕາເງິນເຟີ້ໃຫ້ລົງເປັນກ້າວໆດ້ວຍທຸກວິຖີທາງ (ກ້າວໄປເຖິງໃຫ້ຢູ່ໃນລະດັບທີ່ສະພາຮັບ ຮອງ).”
ອາຫານການກິນ ເປັນຕົ້ນວ່າ ເຂົ້າປຽກຖ້ວຍນຶ່ງບໍ່ຕໍ່າກວ່າ 20,000 ກິີບ ຈາກແຕ່ກ່ອນລາຄາພຽງແຕ່ 10,000 ກີບ ສ່ວນວ່າ ເຝີຖ້ວຍໜຶ່ງ ປັດຈຸບັນ ລາຄາ 60,000 ກີບ ຈາກແຕ່ກ່ອນ ລາຄາພຽງແຕ່ 20,000-30,000 ກີບ ອີງຕາມ ຂໍ້ມູນຈາກປະຊາຊົນ.
ອີງຕາມຂໍ້ມູຈາກປະຊາຊົນ ທີ່ເອເຊັຽເສຣີ ໄດ້ສໍາພາດ, ຢູ່ແຂວງອັດຕະປື ມີຮ້ານແລກປ່ຽນເງິນຕາ 1 ຮ້ານ ເປັນຂອງຄົນຫວຽດນາມ ທີ່ແລກເງິນໃນອັດຕາທີ່ສູງກວ່າທະນາຄານ ຫຼື ນອກລະບົບ.
ສ່ວນວ່າ ຢູ່ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ນະຄອນຫລວງວຽງຈັນ ແລະ ແຂວງໄຊຍະບູລີ ຜູ້ປະກອບຂາຍເຄື່ອງກໍາຍັງຮັບຂາຍເປັນເງິນຕາຕ່າງປະເທດ ຖ້າວ່າ ລູກຄ້າຈະຈ່າຍເປັນເງິນຕາຕ່າງປະເທດ ແລະ ຈະໄລ່ຕາມອັດຕາແລກປ່ຽນນອກລະບົບ ຊຶ່ງຈະສູງກວ່າຢູ່ທະນາຄານ ແລະ ນອກຈາກນີ້ ຍັງມີຢູ່ແຂວງອື່ນໆ ອີກ.