ມີຜູ້ເສຍຫາຍຢ່າງໜ້ອຍ 200 ຄົນ ຈາກຜູ້ແອບອ້າງ ຮັບແລ່ນວີຊ້າ ໄປເກົາຫຼີໃຕ້
2024.07.18

ນັບແຕ່ໄລຍະ ກ່ອນທ້າຍປີ 2023 ເປັນຕົ້ນມາ ໄດ້ເກີດເຫດການ ນັກຕົ້ມຕຸ໋ນ 2 ຜົວເມັຍ ຊາວລາວ ປະກອບດ້ວຍ ທ້າວຊີວາ ວິມາລາ ແລະ ນາງ ແສນ ໄຊຍະວົງສາ ທີ່ໄດ້ເປີດບໍລິສັດ ຊື່ ບໍລິສັດ ເອັສ ເຊີວິດສ ຈໍາກັດ ຜູ້ດຽວ ຕັ້ງຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເພື່ອດໍາເນີນທຸລະກິດ ກ່ຽວກັບ ຮັບແລ່ນວີຊາ ໄດ້ແອບອ້າງວ່າ ສາມາດແລ່ນ ວີຊ້າ ໃຫ້ຄົນລາວ ສາມາດເດີນທາງໄປເຮັດວຽກ ຫລື ຮຽນຕໍ່ ທີ່ປະເທດເກົາຫລີໃຕ້ ໂດຍໄດ້ເກັບເງິນຈໍານວນ 3,000 ຫາ 6,000 ໂດລ້າສະຫະລັດ ຕໍ່ຄົນ ເພື່ອເປັນຄ່າດໍາເນີນການ ແຕ່ເມື່ອຜູ້ເສຍຫາຍ ຈໍານວນ 200 ຄົນ ໄດ້ເສຍເງິນໃຫ້ທາງບໍລິສັດ ກໍປະກົດວ່າ ບໍ່ໄດ້ນໍາພາໄປເຮັດວຽກ ໂຕຈິງ ໂດຍອ້າງເຫດຜົນຕ່າງໆ ແລະບໍ່ຄືນເງິນ ໃຫ້ແກ່ຜູ້ເສຍຫາຍ ມາຈົນຮອດປັດຈຸບັນນີ້ ເຮັດໃຫ້ຫລາຍຄົນພາກັນເດືອດຮ້ອນ, ດັ່ງ ຜູ້ເສຍຫາຍ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 18 ກໍລະກົດ ນີ້ວ່າ:
“ຄືທາງນ້ອງນີ້ ໄດ້ຈ່າຍຢູ່ 3,000 ໂດລ້າ ບາງຄົນກະຈ່າຍ 4,000-5,000-6,000 ຈົນຮອດ 6,000 ພຸ້ນນ່າ ກຽມເຄື່ອງຫັ້ນແຫລະ ໃສ່ກະເປົາ ຈົນຮຽບຮ້ອຍ ອິຫຍັງທຸກຢ່າງ ມາປີ້ນ ມາແຈ້ງຄວາມວ່າ ເອີ ແຈ້ງການເດ້ວ່າ ວີຊ້າບໍ່ຜ່ານ ໃນກຸ່ມຫັ້ນ ກໍເລີຍຖືກຍົກເລີກ ໝົດທຸກຄົນ.”
ນາງກ່າວຕື່ມວ່າ ຫລັງຈາກນັ້ນ ທ້າວ ຊີວາ ກໍໄດ້ບອກ ກັບ ບັນດາຜູ້ເສຍຫາຍ ວ່າຈະ ທະຍອຍຄືນເງິນທັງໝົດ ໃຫ້ແກ່ຜູ້ເສຍຫາຍ ແຕ່ກໍບໍ່ໄດ້ຄືນໃຫ້ຈັກກີບ ແລະ ມີແຕ່ພັດມື້ໄປເລື້ອຍໆ ຈົນເຮັດໃຫ້ພວກເສຍຫາຍ ພາກັນໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ, ແຕ່ປັດຈຸບັນ ໂຕຜູ້ກໍ່ເຫດທັງ 2 ຍັງຫລົບຫນີຢູ່ ແລະ ກໍບໍ່ຮູ້ວ່າ ຫລົບຫນີໄປຢູ່ໃສ, ດັ່ງ ນາງກ່າວຕື່ມວ່າ:
“ຍັງບໍ່ຖືກຈັບເທື່ອ ເພາະວ່າ ບໍ່ຮູ້ວ່າໂຕຕົນລາວ ບໍ່ຮູ້ວ່າໄປຢູ່ໃສ ທ້າວ ຊີວາ ກັບນາງແສນ ມື້ວານນີ້ນ້ອງໄປ ໃຫ້ປາກຄໍາ ກັບຕໍາຫລວດ ກ່ອນລາວຊິມາຕົວະຄົນໄດ້ສ່ໍານີ້ຫັ້ນນ່າ ລາວສ້າງໂປຟາຍລາວມາ. ໂອ ດີຂະໜາດເລີຍ ລາວມີໂຕຕົນແທ້ ເປັນຄົນມີໜ້າມີຕາ ໃນສັງຄົມ.”
ກ່ອນໜ້ານີ້ ໃນວັນທີ 13 ກໍລະກົດ ທີ່ຜ່ານມາ ບໍລິສັດ ສະຫວັນ ບໍລິຫານ ຈັດຫາງານ ຈໍາກັດ ຜູ້ດຽວ ໄດ້ອອກປະກາດ ໃຫ້ລະວັງ ບຸກຄົນ ແອບອ້າງວ່າ ເປັນພະນັກງານຂອງບໍລິສັດ ແລ້ວໄປຕົວະເຮັດຄ່າຈ້າງ ເພື່ອແລກກັບການໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ພ້ອມທັງ ລະບຸຄັກແນ່ວ່າ ທ້າວ ຊີວາ ວິມາລາ ບໍ່ແມ່ນພະນັກງານຂອງບໍລິສັດ ເຊິ່ງປັດຈຸບັນ 2 ຜົວເມັຍດັ່ງກ່າວ ຍັງບໍ່ຖືກຈັບໄດ້ເທື່ອ, ດັ່ງ ພະນັກງານຂອງບໍລິສັດ ສະຫວັນ ບໍຣິການຈັດຫາງານ ຈໍາກັດ ຜູ້ດຽວ ກ່າວວ່າ:
“ບໍ່ຖືກຈັບເທື່ອ ຫລາຍຄົນກະວ່າ ມີຄົນຕົກເປັນເຫຍື່ອຫລາຍ 200 ຄົນ ວ່າຊັ້ນ ຍັງບໍ່ຮູ້ເທື່ອ ເພາະວ່າຫົວໜ້າເພິ່ນ ຍັງຄາປະຊຸມຢູ່.”
ໃນຂະນະດຽວກັນ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ຜະແນກແຮງງານ ແລະ ສວັດຕິການສັງຄົມ ນະຄອນຫລວງວຽງຈັນ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ຍັງບໍ່ສະດວກ ໃຫ້ຂໍ້ມູນເພິ່ມຕື່ມ ແລະ ພ້ອມດຽວກັນນີ້ ວິທຍຸ ເອເຊັຍເສຣີ ກໍໄດ້ພະຍາຍາມຕິດຕໍ່ຫາ ທ້າວ ຊີວາ ແລະນາງ ແສນ ໄຊຍະວົງສາ ເພື່ອສອບຖາມ ຂໍ້ເທັດຈິງ ທີ່ເກີດຂຶ້ນ ແຕ່ຜູ້ກຽວບໍ່ຮັບໂທລະສັບ ແລະ ກໍໄດ້ເຮັດປິດກັ້ນ ການເຂົ້າເຖິງຂໍ້ມູນ ໃນສື່ສັງຄົມອອນລາຍ ຂອງພວກຂະເຈົ້າ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກ່າວວ່າ ທ່ານເອງກໍຍັງບໍ່ໄດ້ພົວພັນ ກັບ ກຸ່ມຜູ້ເສຍຫາຍ ທີ່ຖືກຕົວະໄປເຮັດວຽກດັ່ງກ່າວເທື່ອ ແຕ່ຕາມຫລັກການແລ້ວ ບັນດາຜູ້ເສຍຫາຍ ຕ້ອງໄດ້ພາກັນແຈ້ງຄວາມ ເພື່ອຟ້ອງຮ້ອງ ຕໍ່ຜູ້ກະທໍາຜິດ, ດັ່ງ ທ່ານກ່າວວ່າ:
“ຄັນວ່າຖືກຕົວະ ກໍຕ້ອງໄດ້ດໍາເນີນ ຕາມລະບຽບກົດໝາຍ ຂອງບ້ານເຮົາ ມີຫັ້ນແຫລະ ຕ້ອງໄດ້ຟ້ອງຄືກັນ ພວກເຮົາກະຍັງບໍ່ທັນໄດ້ຮັບຮູ້ ພາກສ່ວນກ່ຽວຂ້ອງ ກະຊວງພວກເຮົານີ້ ກະໄດ້ອອກໜັງສື ວ່າ ການໄປເຮັດວຽກຢູ່ເກົາຫລີ ມັນມີແຕ່ລັດຖະບານ ທີ່ເຮັດໄດ້ເທົ່ານັ້ນ ບໍລິສັດອື່ນ ທີ່ບໍ່ໄດ້ຮັບອະນຸຍາດ ຈາກລັດຖະບານ ແມ່ນເຮັດບໍ່ໄດ້.”
ໃນຂະນະທີ່ເຈົ້າໜ້າທີ່ ຈັດຫາງານ ນາງນຶ່ງ ກ່າວໃຫ້ຄວາມຮູ້ແກ່ ຄົນງານລາວ ທີ່ສະແຫວງຫາໂອກາດ ໄປເຮັດວຽກ ຢູ່ເກົາຫລີໃຕ້ ວ່າ ຕາມປົກກະຕິແລ້ວ ບໍ່ມີບໍລິສັດໃດ ທີ່ເກັບເງິນຄ່າດໍາເນີນການໄປກ່ອນ ເຊິ່ງຖ້າມີການຮຽກເກັບເງິນກ່ອນ ກໍມີໂອກາດສູງ ທີ່ຈະຖືກຕົວະ ໂດຍສໍາລັບບໍລິສັດ ທີ່ຈັດຫາຄົນງານລາວໄປເກົາຫລີໃຕ້ ຢ່າງຖືກຕ້ອງ ສ່ວນໃຫຍ່ຈະເຮັດຕາມຂັ້ນຕອນ ແລະ ມີການເວົ້າເຖິງ ເລື້ອງຄ່າໃຊ້ຈ່າຍກ່ອນ ທີ່ຈະມີການເດີນທາງແທ້ໆ ດັ່ງ ນາງກ່າວວ່າ:
“ແມ່ນ ອັນງ່າຍໆ ຄື ບໍລິສັດໃດ ຈະບໍ່ມີເກັບເງິນກ່ອນ ແຮງງານຈະໄດ້ເສຍ ແມ່ນໄປກວດສຸຂພາບເທົ່ານັ້ນ ຄັນກວດຜ່ານຕາມເງື່ອນໄຂ ກະພວກເຮົາກະຮັບໂຕໃບກວດໂຕ ຫັ້ນເລີຍ ຄັນບໍ່ຜ່ານເຮົາກະແຈ້ງ ນໍາໃຫ້ໄປ ຮຽນພາສາເທົ່ານັ້ນ ທີ່ວ່າໄດ້ເສຍ ຈາກນັ້ນກະບໍ່ໄດ້ຈ່າຫຍັງ ແລ້ວຄ່ອຍມາເວົ້າກູ້ເງິນ ຈະໄປເຮັດວຽກຫັ້ນນ່າ.”
ສ່ວນເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບຄຸ້ມຄອງແຮງງານ ນາງນຶ່ງ ກ່າວວ່າ ກໍລະນີ ທີ່ມີຜູ້ເສຍຫາຍ ຈາກກຸ່ມນາຍໜ້າບໍ່ດີນັ້ນ ກໍແມ່ນຍ້ອນ ບໍ່ໄດ້ສຶກສາຂໍ້ມູນຢ່າງຄັກແນ່ກ່ອນ ເຊິ່ງນາງເອງ ກໍຢາກແນະນໍາ ໄປຍັງ ຄົນງານລາວ ທີ່ຢາກໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ໃຫ້ມີການໄປ ແບບຖືກຕ້ອງເທົ່ານັ້ນ ຕາມທີ່ ແຕ່ລະເມືອງ ແລະ ແຂວງ ໄດ້ຮັບໂກຕ້າມາ ແລ້ວສົ່ງຄົນງານລາວໄປຕ່າງປະເທດ ຈຶ່ງຈະມີຄວາມປອດໄພກວ່າ, ດັ່ງ ນາງກ່າວວ່າ:
“ເຂົາເຈົ້າໄປສະມັກ ດ້ວຍຕົນເອງຕິ ຄັນວ່າມີນາຍໜ້າຕົວະຫັ້ນນ່າ ເພາະວ່າໂຕນີ້ໄປເກົາຫລີ ຈະມີໂກຕ້າ ອະນຸມັດຈາກ ກະຊວງແຮງງານ ຕ້ອງໄດ້ຜ່ານທາງຂັ້ນເມືອງ ຂັ້ນແຂວງກ່ອນ ເຮົາຈັ່ງຄ່ອຍເອົາໄປ ອັນນັ້ນ ບໍ່ໄດ້ທາງຂັ້ນເມືອງຂັ້ນແຂວງ ໄທເຮົາກະບໍ່ຮູ້ນໍາ ທີ່ວ່າເຂົາເຈົ້າ ໄປສະມັກດ້ວຍຕົນເອງແທ້ ເຮົາກະບໍ່ຮູ້.”
ສໍາລັບທ້າວ ຊີວາ ປັດຈຸບັນ ແມ່ນມີຕໍາແໜ່ງ ເປັນປະທານ ແລະ ຜູ້ອໍານວຍການໃຫຍ່ ບໍລິສັດ ພີໂອເອັສ (POH) ລາວ ຈໍາກັດ, ບໍລິສັດ ເອັສເຊີວິດສ໌ ຈໍາກັດຜູ້ດຽວ, ບໍລິສັດ ໄຄແຜນລາວຈໍາກັດ, ແລະ ຢູ່ໃນຄະນະບໍລິຫານງານ ສະມາຄົມ ນັກທຸລະກິດ ຊາວໝຸ່ມ ແຫ່ງຊາດລາວ.