ການຄຸ້ມຄອງ ການຂຸດຄົ້ນແຮ່ທາດ ຂອງລັດຍັງອ່ອນແອ

ໄຊຍາ
2024.07.16
ການຄຸ້ມຄອງ ການຂຸດຄົ້ນແຮ່ທາດ ຂອງລັດຍັງອ່ອນແອ ບໍລິສັດຈີນ ພວມໃຊ້ກົນຈັກໜັກ ແລະ ລົດບັນທຸກໜັກຂຸດຄົ້ນ, ຮ່ອນ ແລະ ຂົນແຮ່ຄຳ ບໍລິເວນກາງດອນ ໃນແມ່ນ້ຳຂອງ ເຂດເມືອງໝື່ນ ແຂວງວຽງຈັນ (TS). ພຶສພາ ປີ 2024.
RFA

ການຄຸ້ມຄອງການຂຸດຄົ້ນແຮ່ທາດ ຂອງລັດຖະບານຍັງອ່ອນແອ ຫຼາຍອັນໄດ້ສ້າງຜົນກະທົບ ຕໍ່ເສດຖະກິດ-ສັງຄົມ. ກອງປະຊຸມສະພາແຫ່ງຊາດຫຼ້າສຸດ ສະມາຊິກສະພາໄດ້ສະເໜີໃຫ້ ກວດກາຄືນບໍລິສັດ ແລະບຸກຄົນລັກລອບຂຸດຄົ້ນແຮ່ທາດ. ນອກຈາກນີ້ຍັງມີບັນຫາການທຳລາຍ ສິ່ງແວດລ້ອມທີ່ເກີດຈາກຂຸດຄົ້ນແຮ່ທາດ, ການຂຸດຄົ້ນແຮ່ສະຊາຍ, ລາຄາການເມີນຜົນກະທົບ ຍັງບໍ່ຄົບຊຸດຍັງມີຄວາມຫຍຸ້ງຍາກເນື່ອງຈາກບໍ່ທັນມີນິຕິກຳ ຄົບຊຸດ ເຖິງວ່າຈະມີນິຕິກຳ ແລະກົດໝາຍກໍ່ຕາມ ແຕ່ຍັງບໍ່ທັນແກ້ໄຂບັນຫາໄດ້.

ກ່ຽວກັບເລື່ອງການລັກລອບຂຸດຄົ້ນແຮ່ທາດ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 16 ກະລະກົດ ວ່າ ກະຊວງມີຄວາມເຂັ້ມງວດກວດກາ ບໍລິສັດ ແລະ ບຸກຄົນທີ່ລັກລອບຂຸດຄົ້ນແຮ່ທາດ ບໍ່ເຕັມເມັດເຕັມໜ່ວຍ ຍ້ອນຈຳນວນເຈົ້າໜ້າທີ່ບໍ່ຫຼາຍ. ຂະນະທີ່ບໍ່ແຮ່ພາຍ ໃນລາວທີ່ຖືກກົດໝາຍ ແລະຜິດກົດໝາຍ ມີຈຳນວນຫຼວງຫຼາຍ.

“ເລື່ອງເຂັ້ມງວດເຮົາກໍ່ເຂັ້ມງວດເນາະ ແຕ່ວ່າຄັນສິເວົ້າວ່າເຮົາສາມາດປະຕິບັດໄດ້ 100% ມັນກໍ່ເປັນໄປບໍ່ໄດ້ເນື່ອງຈາກວ່າບາງເທື່ອຄົນເຮົາ ມັນບໍ່ຫຼາຍເອົາເວົ້າງ່າຍໆ ຄົນກະຊວງພະລັງງານນີ້ມີປະມານ 1,000 ຄົນເນາະ ບໍ່ແຮ່ທີ່ຖືກກົດໝາຍ 600 ກ່ວາບໍ່ແລ້ວບໍ່ເວົ້າເວົ້າເລື່ອງ ໂຕພວກບໍ່ຖືກກົດໝາຍອີກເປັນເທົ່າໃດມັນຢູ່ໃນປ່າ ໃນເຂົາ ແລວເຮົາບໍ່ຮູ້ວ່າເຂົາສີລັກຈົກລັກຂຸດຢູ່ໃສນ່າ. ເຮົາກໍ່ໄປເຝົ້ານໍາບໍ່ໄດ້ເນາະ. ສ່ວນຫຼາຍເຮົາກໍ່ອາໃສທະຫານຕຳຫຼວດຄືຄົນຂີ້ລັກເນາະ ເຮົາຊິໄປຮູ້ວ່າມື້ນີ້ມັນຊິໄປລັກເຮືອນຫຼັງໃດ ເຮົາຊິໄປຢືນແນມເບິ່ງດິນທົ່ວປະເທດ ມັນເປັນໄປໄດ້ຍາກໂດຍສະເພາະ ພວກຢູ່ຊາຍແດນເນາະ ເຂົາເຮັດຂຸດຢູ່ຊາຍແດນແລ້ວ ແລ້ວເຂົາລັກຄົ້ນອອກໄປເຮົາກໍ່ບໍ່ຮູ້.”

ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ກ່າວຕື່ມວ່າ ຖ້າພວກເຮົາພົບວ່າມີພະນັກງານ ເຂົ້າໄປກຽວຂ້ອງ, ບໍລິສັດ ແລະ ບຸກຄົນເຂົ້າໄປລັກລອບຂຸດຄົ້ນແຮ່ທາດ ບໍ່ວ່່າຈະຢູ່ເຂດໃດພວກເຮົາກໍ່ມີກົດໝາຍ ຮອງຮັບໃນການລົງໂທດຢູ່ແລ້ວ.

“ຄັນວ່າເຮົາກວດເຫັນວ່າພະນັກງານເຮົາ ກ່ຽວຂ້ອງນ່າສົມມຸດຢູ່ແຂວງຢູ່ຫຍັງ ສາກໍ່ຕ້ອງມອບໃຫ້ແຂວງເຂົາເຈົ້າ ເປັນຜູ້ປະຕິບັດ ຄືຢູ່ອັດຕະປືອີ່ຫຍັງກໍ່ຊິມາການໂຍກຍ້າຍ ຫຼືວ່າຫຼຸດຕຳແໜ່ງອັນນັ້ນ ແມ່ນພາກລັດແຕ່ວ່າຖ້າບໍລິສັດຫັ້ນເນາະ ຖ້າວ່າຈັບໄດ້ເນາະເຮົາຊິມີການຍຶດຂອງກາງ ກໍ່ຄືແຮ່ທາດທີ່ເຂົາເຈົ້າລັກເອົາໄປເນາະແລ້ວສອງແມ່ນປັບໃໝ ມັນຊິມີຄັນມີລັກລອບມັນກໍ່ສິປະມານ ນອກເຂດ ຫຼືວ່າອີ່ຫຍັງມັນ 2 ຕື້ກີບຄັນໃນເຂດຕົວເອງ ບໍ່ໄດ້ຮັບອະນຸຍາດກໍ່ 200 ລ້ານກີບແລ້ວເອົາແຮ່ທີ່ຍຶດມາໄດ້ຫັເນນ່າໃຫ້ແຂວງບໍ່ຫຼືວ່າໃຫ້ເມືອງປະມູນຂາຍເພື່ອເປັນລາຍຮັບຂອງແຂວງເລີຍ ແລ້ວແຂວງສິເອົາເອົາເງິນຕົວນັ້ນ ໄປບົວລະບັດຮັກສາສິ່ງແວດລ້ອມ ຫຼືວ່າເອົາພັດທະນາແຂວງ, ເມືອງ ແລ້ວແຕ່ແຂວງ.”

ທ່ານ ແກ້ວລັດຕະນະ ສີຫາວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈຳປາສັກໃຫ້ຄຳເຫັນໃນກອງປະຊຸມ ສະພາແຫ່ງຊາດຫຼ້າສຸດ ວ່າການຄຸ້ມຄອງລັດອ່ອນແອ, ບໍ່ເຂັ້ມງວດໃນການເຄົາລົບປະຕິບັດກົດໝາຍ ຈຶ່ງເຮັດໃຫ້ຍັງມີບໍລິສັດແລະບຸກຄົນລັກລອບຂຸດຄົ້ນ ແຮ່ທາດບໍ່ຖືກລົງໂທດ.

“ບັນຫາກໍ່ແມ່ນຍ້ອນພວກເຮົາ ບໍ່ເຂັ້ມງວດໃນການເຄົາລົບ ແລະປະຕິບັດຕາມກົດໝາຍ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ບ່ອນທີ່ມີການຂຸດຄົ້ນເຫັນໄດ້ຈາກການຕີລາຄາ ບ່ອນວ່າການອະນຸຍາດ ທົດລອງບາງບໍລິສັດບາງກໍລະນີກໍ່ຍັງວ່າ ມີການສວຍໂອກາດລັກລອບເອົາແຮ່ຕ່າງໆ ອອກໄປຂາຍ. ຍິ່ງໄປກ່ວານັ້ນ ຍັງມີເຈດຕະນາລັກລອບ ແລະຂຸດຄົ້ນແຮ່ຄຳຕົກຂ້ອນມີຫຍັງຕ່າງໆ ໄປຂາຍແຕ່ໃນນີ້ຂ້າພະເຈົ້າກໍ່ບໍ່ເຫັນວ່າໃນກໍລະນີດັ່ງກ່າວນີ້ ຈະໄດ້ດຳເນີນການທາງກົດໝາຍ ຕໍ່ບໍລິສັດ, ບຸກຄົນ ແລະ ນິຕິບຸກຄົນ ຫຼືວ່າຜູ້ມີສ່ວນກ່ຽວຂ້ອງໃນທາງກົດໝາຍ ແຕ່ປະການໃດອັນນີ້ເປັນການສະແດງເຫັນເຖິງ ຄວາມອ່ອນແອຂອງພວກເຮົາເດ້. ທ່ານປະທານໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ໃນຍຸກທີ່ເຮົາມີລັດຖະທຳມະນູນ ມີກົດໝາຍເປັນເຄື່ອງມື.”

ປະຊາຊົນເມືອງຄໍາເກີດ ແຂວງບໍລິຄໍາໄຊ ກ່າວວ່າໃນເຂດບ້ານທີ່ອາໄສ ຢູ່ມີການຂຸດຄົ້ນຫີນ ມາຣ໌ໂບ ຂອງຈີນ ແລະບໍ່ມີປະຊາຊົນລັກລອບຂຸດຄົ້ນຫີນໄປຂາຍ ຄືບ່ອນທີ່ມີການຂຸດຄົ້ນແຮ່ຄຳ ແລະບໍລິສັດໄດ້ຈ້າງປະຊາຊົນ ໃຫ້ເປັນແຮງງານຂຸດຫີນ ກໍ່ບໍ່ຄ່ອຍມີປະຊາຊົນພາຍໃນບ້ານ ໄປເຮັດໃຫ້ບໍລິສັດ.

“ເຂົາບໍ່ໄດ້ເອົາເພາະວ່າເຂົາບໍ່ສາມາດເອົາໄດ້ ເພາະວ່າເປັນໜ້າຜາ ໄປຕັດຕັດບໍ່ໄດ້ໄປຄືໄປຂຸດຄຳ ຢູ່ອັນນ່າບໍ່ຄໍາ ເປັນຄຳຫີນຄຳ ຢູ່ດິນຫັ້ນນ່າ. ອັນນີ້ເປັນໜ້າຜາເປັນໜ້າຜາສຸດໆ ແລ້ວຖືວ່າໄປຕັດເອົາມີເຄື່ອງຈັກໄປຕັດຈັ່ງໄດ້ ບໍລິສັດຈ້າງປະຊາຊົນ ໄປເຮັດ. ປະຊາຊົນຍັງບໍ່ໄປເພາະວ່າ ມັນຍາກຫຼາຍເນາະ ເປັນໜ້າຜາສົດໆ ຄືເອົາເຄື່ອງຈັກໄປຕັດ ຫຼືເອົາລະເບີດໄປຍິງນີ້ ປະຊາຊົນກໍ່ບໍ່ຄ່ອຍຢາກເຮັດນ່າ.”

ປະຊາຊົນເມືອງຜາໄຊ ແຂວງຊຽງຂວາງກ່າວ ວ່າບ້ານທີ່ອາໄສຢູ່ປະຈຸບັນ ເປັນບ້ານທີ່ມີບໍລິສັດຈີນ ເຂົ້າມາຂຸດຄົ້ນແຮ່ທາດ, ແຮ່ຫາຍາກ ແລະປະຊາຊົນ ກໍ່ສາມາດໄປລັກລອບຂຸດໄດ້ ຄືກັບຂຸດຄໍາ.

“ຄັນແຮ່ຄໍານີ້ລັກລອບງ່າຍ ແຕ່ວ່າແຮ່ຕົວນີ້ມັນເອົາຍາກ ມັນບໍ່ສາມາດທີ່ວ່າເອົາໄປເຮັດເອງໄດ້ມັນຕ້ອງມີໂຮງງານ ມີຫຍັງມີຕົວບໍາບັດວ່າຊັ້ນສາ. ເອົາໄປເອົາໄປປະໄວ້ກໍ່ບໍ່ມີຜູ້ຊື້ ຕ້ອງແມ່ນບໍລິສັດມີເອກະສານ ເອົາໄປຍາກຫັ້ນນ່າແຮ່ຄຳຫັ້ນ ເອົາມາເອົາມາທັບມາທັບແລ້ວ ເອົາມາປົດໝຸ່ນ ໝຸ່ນ ເອົາຄ້ອນຕີຄືເຮົາຕໍາໃສ່ຄົກ ໃສ່ຫຍັງໝຸ່ມໆ ມາຮອ່ນແລ້ວມັນກໍ່ອອກມາ ແລ້ວເດ້ເອົາໃສ່ນໍ້າມັນກໍ່ອອກມາແລ້ວ.

ຕາມການລາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ພາຍໃນປີ 2023 ລັດຖະບານໄດ້ອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະຕ່າງປະເທດ ໃນຂະແໜງບໍ່ແຮ່ທັງໝົດ 382 ບໍລິສັດ 505 ກິດຈະການ. ຢູ່ໃນໄລຍະການຊອກຄົ້ນ 24 ບໍລິສັດ 24 ກິດຈະການ. ໄລຍະການສຳຫຼວດ 127 ບໍລິສັດ 141 ກິດຈະການ. ໄລຍະການສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 33 ບໍລິສັດ 52 ກິດຈະການ. ໄລຍະການຂຸດຄົ້ນ ແລະປຸງແຕ່ງ 105 ບໍລິສັດ 195 ກິດຈະການ. ສະເພາະໂຄງກນຂຸດຄົ້ນ ແລະປຸງແຕ່ງແຮ່ທາດຫາຍາກແບບທົດລອງ 13 ບໍລິສັດເນື້ອທີ່ 7,396 ເຮັກຕ້າຣ໌. ນອນໃນ 3 ແຂວງ ຄື ແຂວງຫົວພັນ 6 ບໍລິສັດ, ຊຽງຂວາງ 6 ບໍລິສັດ ແລະ ເຊກອງ 1 ບໍລິສັດ.

ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ກ່າວລາຍການຈັດຕັ້ງປະຕິບັດໂຄງການລົງທຶນວ່າ ດ້ວຍດ້ານບໍ່ແຮ່ເມື່ອວັນທິ 12 ມິຖຸນາວ່າ ປີ 2023 ຜ່ານມາມູນຄ່າການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ໃນທົ່ວປະເທດມີມູນຄ່າຢູ່ທີ່ 2,432 ລ້ານໂດລ້າສະຫະລັດ. ການຈຳໜ່າຍແຮ່ທາດ ຢູ່ພາຍໃນປະເທດ ມີມູນຄ່າ 276,6 ລ້ານໂດລ້າ. ຈຳໜ່າຍອອກຕ່າງປະເທດ ມູນຄ່າ 2,604 ລ້ານໂດລ້າ ແລະ ມອບພັນທະໃຫ້ລັດຖະບານ 322,6 ລ້ານໂດລ້າ.

ໃນພັນທະທີ່ມອບໃຫ້ລັດຖະບານ ຂັ້ນຕອນການຂຸດຄົ້ນ-ປຸງແຕ່ງມູນຄ່າ 321,37 ລ້ານໂດລ້າ ໂດຍມີ 13 ລາຍການຈ່າຍເຊັ່ນ ຄ່າຊັບພະຍາກອນ, ອາກອນເງິນເດືອນ, ອາກອນກຳໄລຂົນສົ່ງ, ອາກອນກຳໄລ, ອາກອນຂຸດຄົ້ນ, ອາກອນຂົນສົ່ງ, ອາກອນມູນຄ່າເພີ່ມ, ພັນທະແບບມອບເໝົາ, ອາກອນເງິນປັນຜົນ, ພາສີຂາອອກ, ພັນທະມອບເໝົາລ່ວງໜ່າ ແລະ ຊື້ສິດສຳປະທານໂຄງການທົດລອງ, ພັນທະຕ່າງໆ ຂັ້ນທ້ອງຖີ່ນອະນຸຍາດ, ຄ່າສຳປະທານ ແລະພັນທະກອງທຶນ ຕາມສັນຍາ. ມາຮອດປະຈຸບັນລັດຖະບານ ໄດ້ອະນຸຍາດການລົງທຶນ ດ້ານແຮ່ທາດໃນທົ່ວປະເທດ ໃນໂຄງການປົກກະຕິລວມທັງໝົດ 968 ບໍລິສັດ. ນອກຈາກນີ້ຍັງມີໂຄງການ ພັດທະນາບໍ່ແຮ່ໃນຮູບແບບທົດລອງ ຈຳນວນ 93 ບໍລິສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.