ແຂວງອຸດົມໄຊ ຂາດແຄນຄູ 273 ຄົນ, ນັກຮຽນ ມັດທະຍົມ ປະລະການຮຽນ ເກືອບ 2,000 ຄົນ

ພອນ ພູມມີທອນ
2024.07.17
ແຂວງອຸດົມໄຊ ຂາດແຄນຄູ 273 ຄົນ, ນັກຮຽນ ມັດທະຍົມ ປະລະການຮຽນ ເກືອບ 2,000 ຄົນ ພິທີເປີດການສອບເສັງຈົບຊັ້ນ ມ.7 ທີ່ສູນສອບເສັງໂຮງຮຽນ ມ.ສ ເມືອງໄຊ ແຂວງອຸດົມໄຊ.
ຂອບໃຈຮູບພາບຈາກເພຈຂອງ ໂຮງຮຽນ ມ.ສ ເມືອງໄຊ

ເມື່ອວັນທີ 15 ກໍລະກົດ 2024 ກອງປະຊຸມ ປືກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບັນຫາຂາດແຄນຄູ ການປະລະ ການຮຽນຂອງນັກຮຽນ ການສົ່ງເສີມເຂົ້າຮຽນວິຊາຊີບ ແລະ ການພັດທະນາ ຊັບພະຍາກອນມະນຸດ ຂອງແຂວງອຸດົມໄຊ ລະບຸວ່າ ມາຮອດປັດຈຸບັນ ທົ່ວແຂວງອຸດົມໄຊ ຂາດແຄນຄູ 273 ຄົນ ແລະ ສົກຮຽນ 2023-2024 ນີ້ ມີນັກຮຽນມັດທະຍົມ ປະລະການຮຽນ 1,956 ຄົນ. ອີງຕາມການລາຍງານ ຂ່າວຂອງສະຖານນີ ວິທຍຸ ແລະ ໂທລະພາບ ແຂວງອຸດົມໄຊ. 

ສືບເນື່ອງຈາກ 2 ປີ ທີ່ຜ່ານມາ ຮອດປັດຈຸບັນ ຄູອາສາສະມັກ ແຂວງອຸດົມໄຊ ພະເຊີນບັນຫາເສດຖະກິດ ແລະ ຂັ້ນເທິງ ບໍ່ມີນະໂຍບາຍ ຊ່ວຍຄູອາສາ ໃຫ້ມີເງິນເດືອນພຽງພໍ ຕໍ່ກັບການດໍາລົງຊີວິດຕົວຈິງ ຈຶ່ງເຮັດໃຫ້ທົ່ວແຂວງ ຈາກ 2 ປີ ທີ່ຜ່ານມາ ເຄີຍມີຄູອາສາທົ່ວແຂວງ 500 ກວ່າຄົນ ມາປັດຈຸບັນ ເຫລືອພຽງ 169 ຄົນ ແລະ ຍັງຕ້ອງການຄູອາສາ ອີກ 273 ຄົນ ຊັ້ນການສຶກສາກ່ອນໄວຮຽນ 75 ຄົນ, ຊັ້ນປະຖົມສຶກສາ 148 ຄົນ ແລະ ຊັ້ນມັດທະຍົມສຶກສາ 49 ຄົນ. ດັ່ງ ເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 17 ກໍລະກົດ ນີ້ວ່າ:

ຂໍ້ມູນຂອງການວິເຄາະເຮົາ ເພິ່ນໃຫ້ພຽງແຕ່ ນັກຮຽນ 30 ຄົນລົງມາ ມີ 5 ຊັ້ນຮຽນ ເພິ່ນໃຫ້ບັນຈຸຄູ ແຕ່ 2 ຄົນ 1-2 ຄົນ ໂຕຢ່າງຈັ່ງຊີ້ ແຕ່ຄວາມເປັນຈິງແລ້ວ ການສິດສອນໂຕຈິງ ຍັງມີຄວາມຕ້ອງການເພີ່ມຕື່ມ ເພາະວ່າ ມັນຈະຄົບຫ້ອງ ແລ້ວການສົ່ງຄວາມຮູ້ ການຮັບຮູ້ຂອງນັກຮຽນກໍ ຖືວ່າ ບໍ່ຄ່ອຍດີປານໃດ ຈຶ່ງຄ່ອຍວ່າ ເປັນບ່ອນທີ່ວ່າມີຄວາມຕ້ອງການຄູຕື່ມ, ຄູອາສານີ້ ບໍ່ພຽງພໍແລ້ວ ເພາະວ່າ ຈໍານວນທີ່ເຮົາຮັບມາ 2 ປີ ຜ່ານມາ ມັນຖືກຢູ່ 400-500 ກວ່າຄົນ ແຕ່ວ່າ ຫລັງຈາກນັ້ນ ມີສະພາບບັນຫາຢູ່ໃນສົກນີ້ ຖືວ່າເສດຖະກິດ ມີຫຍັງຕ່າງໆນີ້ແຫລະ ແລ້ວເຂົາເຈົ້າກະຍັງບໍ່ໄດ້ມີນະໂຍບາຍອີສັງຫລາຍຫັ້ນນ່າ ແລ້ວກະເລີຍວ່າ ເຂົາເຈົ້າກໍສະມັກອອກໄປຊອກວຽກອື່ນເຮັດ ເພື່ອລ້ຽງຊີບເຂົາເຈົ້າຫັ້ນແຫລະ ຈຶ່ງເປັນຈໍານວນອອກຫລາຍ ຄູອາສາ ຫັ້ນນ່າ.

ທ່ານກ່າວຕື່ມວ່າ ຄູອາສາສະມັກ ພາຍໃນແຂວງ ພາກັນລາອອກ ກ່ອນທີ່ຈະມີມິຕິຕົກລົງ ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ ຂອງລັດຖະບານ ເລກທີ 09/ນບ ໃຫ້ປະຕິບັດເງິນເດືອນແກ່ຄູອາສາສະມັກ ຕາມຊັ້ນຂັ້ນເງິນເດືອນ ທີ່ລະດັບການສຶກສາ ຜູ້ກ່ຽວທີ່ໄດ້ຮຽນມາ ເມື່ອວັນທີ 17 ກໍລະກົດ 2023.

ຂະນະທີ່ ສະພາບໂຕຈິງຢູ່ ໂຮງຮຽນ ມ.ສ ຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ມີຄູອາສາສະມັກ ສິດສອນນັກຮຽນ ຈໍານວນ 3 ຄົນ ໃນນັ້ນ ລາອອກໄປ 2 ຄົນ, ຍ້ອນ ເສັງເຂົ້າບັນຈຸລັດຖະກອນບໍ່ໄດ້ ເຫລືອອີກ 1 ຄົນ ທີ່ຍັງບໍ່ໄດ້ລາອອກ ຍ້ອນໄດ້ນະໂຍບາຍຈາກຂັ້ນເທິງ ປະກອບດ້ວຍ ເງິນເດືອນຄູອາສາສະມັກ ຕາມລະດັບການສຶກສາ ທີ່ໄດ້ຮຽນມາ ແລະ ເມື່ອມີເວລາຫວ່າງ ຂັ້ນເທິງມີນະໂຍບາຍ ໃຫ້ເຮັດວຽກເສີມ ເປັນນັກຮ້ອງ ເພື່ອດໍາລົງຊີວິດຕົວຈິງໄດ້ ເນື່ອງຈາກ ເງິນເດືອນຄູອາສາສະມັກ ທີ່ໄດ້ຢູ່ ບໍ່ພຽງພໍ. ອີງຕາມຂໍ້ມູນຈາກ ຊາວບ້ານເຂດນັ້ນ.

IMG_1561.JPG
ໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມສົມບູນ ບ້ານຫ້ວຍຂຸມ. ຮູບພາບຈາກພົນລະເມືອງ

ສ່ວນນັກຮຽນມັດທະຍົມ ປະລະການຮຽນ 1,956 ຄົນ ໃນນັ້ນ ເປັນຍິງ 818 ຄົນ ທີ່ປະລະການຮຽນ ຍ້ອນ ສະພາບແວດລ້ອມຂອງໂຮງຮຽນ ບໍ່ມີສິ່ງດຶງດູດຈິດໃຈນັກຮຽນ ໃຫ້ຢາກຮຽນໜັງສື, ຄອບຄົວນັກຮຽນຂາດແຮງງານ ໃນການດໍາລົງຊີວິດ ແລະ ມີຖານະທຸກຍາກ ປະກອບກັບ ໂຕນັກຮຽນ ເຫັນໝູ່ ຫລື ຜູ້ອື່ນ ອອກໂຮງຮຽນແລ້ວ ເຮັດວຽກ ຢູ່ເຂດເສດຖະກິດ ພິເສດ ສາມຫລ່ຽມຄໍາ ມີເງິນ ສົ່ງໃຫ້ພໍ່ໃຫ້ແມ່ ຈຶ່ງເຮັດໃຫ້ ພາກັນອອກໂຮງຮຽນ.

ດັ່ງ ນາຍຄູ ຈາກໂຮງຮຽນມັທຍົມແຫ່ງນຶ່ງ ໃນເຂດບ້ານທົ້ວ ເມືອງໄຊ ກ່າວວ່າ: 

ພື້ນຖານເບື້ອງຕົ້ນຂອງມັນແຫລະ ສິ່ງດຶງດູດຈູງໃຈນັກຮຽນເຂົ້າມາໂຮງຮຽນຫັ້ນ ມັນບໍ່ຄ່ອຍມີຫັ້ນແຫລະ ສົມມຸດວ່າ ເດີ່ນບານເອີຍ ມັນກໍບໍ່ເຫມາະ ບໍ່ສົມ ຄື ເຄື່ອງຫລີ້ນ ໂຮງຮຽນ ມັນກໍບໍ່ມີ ເຄື່ອງອຸປກອນ ອິຫຍັງຕ່າງໆ ໂດຍສະເພາະ ຕອບສະໜອງການຮໍ້າການຮຽນເຂົາ ກໍບໍ່ມີນ່າ ມັນມີແຕ່ປື້ມ ຍົກຕົວຢ່າງ ຄືວິຊາ IT ເອົາແຕ່ປື້ມໄປ ເອົາແຕ່ຮູບໃຫ້ເບິ່ງ ຈັກມັນໄປຢູ່ໃສ ບັນດາ Hard Disk, Software ເຄື່ອງທົດລອງ ອີຫຍັງຕ່າງໆ ບໍ່ມີ ເຄື່ອງປະຈັກຕາບໍ່ມີ ຄອບຄົວເຂົາເຈົ້າ ກະທຸກຍາກຫັ້ນແຫລະ ວ່ານ່າ ນ້ໍາມັນລົດ ຊິມາໂຮງຮຽນກໍບໍ່ມີ ລິດນຶ່ງ20 ປາຍພັນ(ກີບ) ຜ່ານມາ 5-6-7ພັນ (ກີບ) ສໍາເດ້ ຫລື 10 ນຶ່ງ 10 ປາຍພັນ (ກີບ) ຫັ້ນເດ້ ເຂົາເຈົ້າ ແລ້ວເບິ່ງກາຍເຮົາ ມ.5 ມ.6 ແມ້ແຕ່ ມ.4 ເຂົາເຈົ້າໄປ ສາມຫລ່ຽມຄໍາພຸ້ນນ່າ ມັນມີການຈ້ອງດຶງກັນ ຄື ພາກສ່ວນທີ່ໄປຫັ້ນ ໄດ້ເງິນມາ ສົ່ງເງິນໃຫ້ພໍ່ໃຫ້ແມ່ ບາດນີ້ ມັນກໍ 100 ນຶ່ງ ເລດເງິນເຮົາ ມັນກໍໄດ້ຫລາຍ.”

ຍານາງ ກ່າວຕື່ມວ່າ ການປະລະການຮຽນ ຂອງນັກຮຽນມັດທະຍົມ ໃນສົກຮຽນ 2023-2024 ນີ້ ກ່າວໄດ້ວ່າ ແມ່ນສູງກວ່າ ສົກຮຽນທີ່ຜ່ານມາ ເປັນຕົ້ນ ໂຮງຮຽນ ມັດທະຍົມແຫ່ງນຶ່ງ ໃນເຂດບ້ານທົ້ວ ເມືອງໄຊ ແມ່ນສົກຮຽນ 2023-2024 ມີນັກຮຽນປະລະການຮຽນ ຕັ້ງແຕ່ກາງສົກຮຽນ ແລະ ບໍ່ໄດ້ສອບເສັງຈົບຊັ້ນ ເຖິງ 31 ຄົນ ຂະນະທີ່ ສົມທຽບໃສ່ສົກຮຽນ 2022-2023 ແລະ ສົກຮຽນ 2021-2022 ແມ່ນ ມີນັກຮຽນປະລະການຮຽນສູງສຸດ ບໍ່ເກີນ 6 ຫາ 7 ຄົນຕໍ່ສົກຮຽນ. 

ດ້ານຜູ້ປົກຄອງນັກຮຽນ ຈາກແຂວງອຸດົມໄຊ ກ່າວ ຫລັງຈາກທີ່ຮູ້ຂ່າວວ່າ ລູກຫລານພາຍໃນແຂວງ ພາກັນ ປະລະການຮຽນ ຈໍານວນຫລວງຫລາຍໃນສົກຮຽນ 2023-2024 ນີ້ວ່າ ທີ່ຜ່ານມາ ຂັ້ນເທິງກໍໄດ້ລົງຊຸກຍູ້ ແລະ ເຜີຍແຜ່ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບການຮຽນຈົບໂຮງຮຽນ ແຕ່ມັນສວນທາງກັບ ໂຕຈິງ ທີ່ພໍ່ແມ່ຜູ້ປົກຄອງນັກຮຽນເຫັນວ່າ ສົ່ງລູກຮຽນຈົນຈົບຊັ້ນສູງ ກໍບໍ່ມີວຽກເຮັດ ປະກອບກັບ ຄວາມຫວັງທີ່ຈະໄດ້ເຮັດວຽກ ລັດຖະກອນ ແມ່ນຍາກ ສໍາລັບປະຊາຊົນ ທໍາມະດາ ທີ່ບໍ່ມີເຊື້ອເຈົ້າ ເຊື້ອນາຍ. ດັ່ງ ທ່ານກ່າວວ່າ:

ແຕ່ລະເທື່ອ ກ່ຽວກັບການຮ້ໍາການຮຽນເນາະ ເພິ່ນໄດ້ຊຸກຍູ້ ເຜີຍແຜ່ ກ່ຽວກັບລະບຽບ ຜູ້ໃດ ຈົບໂຮງຮຽນໄປ ມັນຈະແນວນີ້ ແນວນັ້ນ ເພິ່ນກໍເວົ້າເນາະ ລະບຽບເນາະ ນ້ອງນຸ່ງເອີຍ ຄືອ້າຍເວົ້າຫັ້ນແຫລະ ໄປຕາມຍຸກສະໄໝສັງຄົມແຫລະເນາະ ການຊອກເງິນຊອກຄໍາອັນນີ້ ໄປໂຮງຮຽນ ອັນນຶ່ງ ອັນສອງມາ ກ່ຽວກັບເລື້ອງເຮັດວຽກງານທໍາ ແຫລະເນາະ ບາງຄົນກໍມີແນວຄິດ ເບື່ອໜ່າຍ ບາງຄົນກໍວ່າ ໄປຮຽນຈົບ ປະຣິນຍາຕີຣ ໂທ ວຽກເຮັດງານທໍາກໍບໍ່ມີ ລູກຫລານພວກເຮົາກໍບໍ່ແມ່ນ ເຊື້ອເຈົ້າເຊື້ອນາຍເນາະ ບາງຄົນກໍເວົ້າໄປຊະຊາຍ ບາງຄົນກໍຈະແມ່ນຄິດແນວນັ້ນແຫລະ ເຮົາເບິ່ງນ່າ ມັນຈັ່ງເປັນ ແນວນີ້ນ່າ.” 

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ຂະແໜ່ງການທີ່ກ່ຽວຂ້ອງ ກັບ ການສຶກສາ ແຂວງອຸດົມໄຊ ກໍໄດ້ຈັດກອງປະຊຸມຮ່ວມກັນ ເພື່ອແລກປ່ຽນແນວຄວາມຄຶດ ຊອກຫາ ແນວທາງແກ້ໄຂ ບັນຫາຂາດແຄນຄູ ແລະ ການປະລະການຮຽນ ແຕ່ຍັງບໍ່ທັນໄດ້ຂໍ້ສະຫລຸບ ເທື່ອວ່າ ຈະແນວທາງແກ້ໄຂແນວໃດ ມີແຕ່ທຸກມື້ນີ້ ຈັດສັນຄູ ທີ່ຍັງເຫລືອ ຊົ່ວໂມງການສອນ ໃຫ້ໄປໝູນວຽນສອນຕາມລາຍວິຊາ ທີ່ບໍ່ມີຄູສອນ. ດັ່ງ ເຈົ້າໜ້າທີ່ ແຂວງອຸດົມໄຊ ຜູ້ດຽວກັບຂ້າງເທິງ ກ່າວວ່າ: 

ພວກເຮົາໄດ້ປະຊຸມ ກັບ ຫລາຍພາກສ່ວນ ແລກປ່ຽນແນວຄິດ ນໍາຫລາຍພາກສ່ວນວ່າ ພວກເຮົາຈະຕ້ອງແກ້ໄຂແນວໃດ ແບບໃດ ມັນຈຶ່ງຈະສອດຄ້ອງ ຢູ່ໃນແຂວງຂອງພວກເຮົາ ກໍທົ່ວປະເທດ ກໍຄືກັນ ຄືກັນ ແຕ່ກໍສາມາດທີ່ວ່າ ຈັດສັນ ບ່ອນທີ່ເຮົາເອົາໄປໄດ້ ກໍເອົາໄປໄດ້ ເຄີຍກັນໄປໄດ້ ເອ ໝູນວຽນກັນໄປໄດ້ ໂຕຢ່າງ ຈັ່ງຊີ້ນ່າ ອັນມັນຈໍານວນໂຕເລກ (ທີ່ຕ້ອງການຄູ) ຫລາຍຫັ້ນ ຍັງຈະວ່າ ວິຊາສອນຂອງເຮົານີ້ ມັນມີ 12-13 ວິຊາ ໂຕຢ່າງ ແຕ່ວ່າ ຄູທີ່ຮຽນຈົບຫັ້ນນ່າ ບຸກຄະລາກອນ ທີ່ຮຽນຈົບສາຍຕ່າງໆ ຈະບໍ່ຄອບຕາມນັ້ນ ຈຶ່ງເຮັດໃຫ້ມີໂຕເລກ ທີ່ວ່າມີຄວາມຕ້ອງການຕາມລາຍວິຊາ ວິຊາຫລັກກໍຂາດ ວິຊາເສີມກໍຂາດ ຂາດຍ້ອນຫຍັງ ມັນບໍ່ມີຜູ້ຮຽນ ຈົບມາ ຄວາມໝາຍວ່າ ເຮົາຕ້ອງໄດ້ເອົານາຍຄູ ຮຽນຈົບພາສາລາວ ເຄມີ ທໍາມະຊາດຫຍັງຕ່າງໆ ທີ່ຊົ່ວໂມງສອນເຂົາເຈົ້າ ຍັງບໍ່ທັນຄົບຕາມ ອັນນ່າ ກໍານົດຊົ່ວໂມງສອນ ຂອງຄູ ມັທຍົມຫັ້ນ ເຮົາກໍໄດ້ເອົາໃຫ້ເຂົາເຈົ້າໄປສອນຊ່ອຍ ຈັ່ງຊີ້ນ່າ ຄື ພະລະ ສິນລະປະບໍ່ ພື້ນຖານວິຊາຊີບບໍ່ ພາສາຝັ່ຣງ.”

IMG_9537.JPG
ຫໍພັກຄຣູທີ່ໂຮງຮຽນແຫ່ງໜຶ່ງຂອງແຂວງອຸດົມໄຊ. ຮູບພາບຈາກພົນລະເມືອງ

ສ່ວນການແກ້ບັນຫາ ນັກຮຽນມັດທະຍົມ ປະລະການຮຽນ ແມ່ນ ຄວາມເປັນເຈົ້າການ ຂອງຜູ້ບໍຣິຫານໂຮງຮຽນ ຈໍານວນນຶ່ງ ກໍໄດ້ພະຍາຍາມ ປຸກລະດົມແນວຄິດຈິດໃຈ ໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ນັກຮຽນ ບໍ່ປະລະການຮຽນ ເຖິງຂັ້ນ ມີນະໂຍບາຍປັບໃໝ ນັກຮຽນທີ່ຈະປະລະການຮຽນ ແລະ ຕ້ອງລົງລາຍມືຊື່ ເປັນລາຍລັກອັກສອນວ່າ ຍຸຕິການຮຽນ ແຕ່ສຸດທ້າຍ ນະໂຍບາຍ ດັ່ງກ່າວ ກໍບໍ່ເປັນຜົນສໍາເລັດ. ດັ່ງ ນາຍຄູ ຈາກໂຮງຮຽນມັດທະຍົມ ແຫ່ງນຶ່ງ ໃນເຂດ ບ້ານທົ້ວ ເມືອງໄຊ ຜູ້ດຽວກັບຂ້າງເທິງ ກ່າວວ່າ: 

ປະ ກາງປີເລີຍແຫລະ ເຮົາອັນນ່າ ເຫັນວ່າ ນັກຮຽນ ມີຄວາມສ່ຽງຈະອອກໂຮງຮຽນ ເຂົາເຈົ້າມັກຂາດໂຮງຮຽນເດ້ ກໍໄດ້ໄປ ຮອດຢ້າວຮອດເຮືອນເດ້ ທາງໂຮງຮຽນລົງວຽກຊຸມຊົນ ໄປຮອດພໍ່ຮອດແມ່ພຸ້ນ ໄປປຸກລະດົມ ໄປໃຫ້ສຶກສາອົບຮົມ ເຂົາເຈົ້າມາ ຫລາຍຄັ້ງຫລາຍຫົນ ເຂົາເຈົ້າບໍ່ມາ ເຂົາເຈົ້າບໍ່ຮ່ວມມື ແລ້ວເຮົາກໍຈໍາເປັນ ກໍໄດ້ຖາມເຂົາເຈົ້າ ສິເຮັດແນວໃດ ຄັນວ່າ ຈະສິອອກ ກໍມີລາຍລັກອັກສອນ ເສັຍເດ້ ໃຫ້ປັບໃໝເດ້ ວ່າຊີ້ ເຂົາເຈົ້າກໍ ໂອ້ ປັບກໍບໍ່ມີເງິນ.”

ນອກຈາກນີ້ ໃນຮອບ 7 ປີຜ່ານມາ ລະຫວ່າງປີ 2017-2023 ກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບ ແລະ ບັນຈຸລັດຖະກອນຄູ 6,410 ຄົນ ໃນນັ້ນເປັນການຮັບ ແລະ ບັນຈຸໃນປີ 2017 ຈຳນວນ 1,816 ຄົນ, ປິ 2018 ຈຳນວນ 1,463 ຄົນ, ປີ 2019 ຈໍານວນ 936 ຄົນ, ປີ 2020 ຈໍານ່ວນ 1,040 ຄົນ, ປີ 2021 ຈໍານວນ 340 ຄົນ ແລະ ໃນປີ 2023 ມີການຮັບ ແລະ ບັນຈຸພຽງ 285 ຄົນເທົ່ານັ້ນ ເຊິ່ງເຫັນໄດ້ຢ່າງຊັດເຈນ ວ່າ ມີຈໍານວນໂຄຕ້າສັບຊ້ອນຄູອາສາສະມັກ ມາເປັນ ຄູລັດຖະກອນ ຫຼຸດລົງ ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.