ປະທານປະເທດ ສະເໜີລັດຖະບານ ແກ້ໄຂເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ
2024.07.16

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ ຄຽງຄູ່ໄປກັບບັນຫາອື່ນໆ ນັບແຕ່ວັນທີ 15 ກໍລະກົດ 2024 ນີ້ເປັນຕົ້ນໄປ, ບໍ່ໃຫ້ມີຄໍາວ່າ ເຮັດບໍ່ໄດ້ ເພາະໄລຍະທີ່ຜ່ານມາ ກໍໄດ້ມີການປັບປຸງ ບັນດາກົນໄກດ້ານຕ່າງໆ ແຕ່ກໍບໍ່ມີແນວໂນ້ມດີຂຶ້ນ.
ກ່ຽວກັບຄໍາສະເໜີ ຂອງປະທານປະເທດ ທີີ່ວ່ານີ້ ປະຊາຊົນນາງໜຶ່ງ ຢູ່ແຂວງສະ ຫວັນນະເຂດ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກໍລະກົດນີ້ວ່າ ນາງເຫັນດີນໍາ ເພາະໃນປັດຈຸບັນ ປະຊາຊົນເຫັນວ່າ ລັດຖະບານ ບໍ່ສາມາດແກ້ໄຂບັນຫາເລື່ອງເງິນກີບ ອ່ອນຄ່າ ແລະລາຄາສິນຄ້າແພງ ໄດ້ເທົ່າທີ່ຄວນ, ພົບຄວາມຫຍຸ້ງຍາກຫຼສຍ ແລະວ່າ ຢາກເຫັນລັດຖະບານ ເອົາໃຈໃສ່ຂຶ້ນຕື່ມ, ແກ້ໄຂບັນຫາໃຫ້ມີປະສິດທິພາບ.
“ແຕ່ວ່າຢາກໃຫ້ເຮັດໃຫ້ໄດ້ຢູ່ເນາະ ກະເພື່ອການແກ້ໄຂການກິນຢູ່ ຂອງພວກເຮົານີ້ແຫລະເບາະ ຊິບໍ່ລອດກັນແລ້ວນີ້ ຄັນເພິ່ນເຮັດໄດ້ກະດີໃຈນໍາເພິ່ນແຫລະ. ບໍ່ໄດ້ມີລາຍຮັບຫຍັງແຫລະ ຄັນວ່າປູກພືດ ລ້ຽງສັດ ຫົວອາຫານກະແພງ ອັນໃດກະແພງ ປຸ໊ຍກະແພງ ເຮັດຈັ່ງໃດ ກະເລີຍວ່າຍາກ ພົບຄວາມຫຍຸ້ງຍາກຫລາຍແຫລະ.”
ນາງເວົ້າຕໍ່ໄປວ່າ ໄລຍະທີ່ຜ່ານມາ ລັດຖະບານ ພະຍາຍາມຊຸກຍູ້ ສົ່ງເສີມ ໃຫ້ປະຊາຊົນປູກພືດ, ລ້ຽງສັດ ເພື່ອຜະລິດເປັນສິນຄ້າ ແລະຫລຸດຜ່ອນການນໍາສິນຄ້າ ເຂົ້າມາຈາກຕ່າງປະເທດ ແຕ່ລັດຖະບານ ກໍບໍ່ໄດ້ຄວບຄຸມລາຄາສິນຄ້າ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ ຈົນປະຊາຊົນຈໍານວນໜຶ່ງ ບໍ່ສາມາດຜະລິດຕໍ່ໄປໄດ້ ແລະຫັນໄປຫາຢູ່ຫາກິນ ຕາມທໍາມະຊາດຄືເກົ່າ, ຈໍານວນໜຶ່ງກໍຂ້າມໄປເຮັດວຽກຢູ່ປະເທດໄທ.
ທີ່ແຂວງຫຼວງພຣະບາງ ລັດຖະກອນນາງໜຶ່ງ ກໍເວົ້າວ່າ ໄລຍະທີ່ຜ່ານມາ ລັດຖະບານ ກໍນໍາໃຊ້ມາດຕະການຫຼາຍຢ່າງ ເປັນຕົ້ນ ປິດຮ້ານແລກປ່ຽນເງິນຕາ, ຄວບຄຸມອັດຕາແລກປ່ຽນ, ສົ່ງເສີມການໃຊ້ເງິນກີບ ແລະອື່ນໆ ເພື່ອຄວບຄຸມອັດຕາແລກປ່ຽນ, ຄວບຄຸມອັດຕາເງິນເຟີ້ ແລະການອ່ອນຄ່າຂອງເງິນກີບ. ແຕ່ໂດຍ ລວມແລ້ວ ເຫັນວ່າ ການຈັດຕັ້ງປະຕິບັດຂອງໜ່ວຍງານລັດ ບໍ່ໄດ້ເອົາໃຈໃສ່ ແລະເຂັ້ມງວດເທົ່າທີ່ຄວນ ເຮັດໃຫ້ທົ່ວສັງຄົມ ຍັງໃຊ້ເງິນຕາຕ່າງປະ ເທດຢູ່ຄືເກົ່າ ໂດຍສະເພາະຢູ່ຕາມໂຮງແຮມ ແລະບໍລິສັດທົວທ່ອງທ່ຽວ.
ແລະລາຄາສິນຄ້າຕ່າງໆ ກໍຍັງແພງຄືເກົ່າ. ຜູ້ປະກອບການ ຍັງຕີລາຄາສິນຄ້າ ເປັນເງິນຕາຕ່າງປະເທດ ເພາະສ່ວນຫລາຍ ເປັນສິນຄ້າຈາກໄທ, ຈີນ ແລະຫວຽດນາມ, ບໍ່ຄ່ອຍມີສິນຄ້າລາວ ດັ່ງນາງເວົ້າວ່າ:
“ແມ່ນ ມັນຍັງຄືເກົ່າ ຂະໜາດດຽວນີ້ຮົາຖາມເອົາເງິນບາດ ດຽວນີ້ເທົ່າໃດ ເຂົາໄລ່ 720 ແລ້ວເພາະວ່າດຽວນີ້ບາງບ່ອນຂະເຈົ້າກະໄປປັບ ໃຫ້ຂະເຈົ້າບໍ່ໃຫ້ເຮັດແລ້ວເດ້ອັນໃນຮ້ານແລກປ່ຽ ມັນກະຍາກ. ໂອ໋ ເພາະວ່າອັນສ່ວນຫລາຍ ຂະເຈົ້າກະໄລ່ເປັນເງິນບາດນ່າ ເງິນໂດລ້າຊີ້ນ່າ ຂະເຈົ້າບໍ່ໄລ່ເປັນເງິນກີບນ່າດຽວນີ້ນ່າ ເງິນກີບເຮົານີ້ອ່ອນລົງລະ.”
ຢູ່ແຂວງບໍລິຄໍາໄຊ ລັດຖະກອນນາງໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ ສັງຄົມພາກັນໃຊ້ເງິນກີບ ຕາມມາດຕະການແກ້ໄຂບັນຫາ ຂອງລັດຖະບານ. ແຕ່ໃນຂະນະດຽວກັນ ລາຄາສິນຄ້າທຸກຢ່າງ ກໍຍັງແພງຄືເກົ່າ ຍ້ອນເປັນສິນຄ້າຈາກຕ່າງປະເທດ ແລະມີການຕີລາຄາສິນຄ້າ ເປັນເງິນຕາຕ່າງ ປະເທດເກືອບທັງໝົດ.
ນາງກ່າວຕໍ່ໄປ ເຖິງເລື່ອງເງິນກີບອ່ອນຄ່າລົງຫຼາຍ ວ່າ ເຮັດໃຫ້ພະນັກງານລັດຖະກອນ ທີ່ມີແຕ່ເງິນເດືອນນັ້ນ ໄດ້ຮັບຜົນກະທົບໜັກ ໃນການດໍາລົງຊີວິດ, ເງິນເດືອນບໍ່ກຸ້ມກິນ.
“ເຂົາເວົ້າເປັນເງິກີບ ຂາຍເປັນເງິນກີບຊື່ໆ ແຕ່ວ່າລາຄາມັນກະຍັງສູງຄືເກົ່າ ຂາຍເປັນເງິກີບຢູ່ ແຕ່ຕີໃສ່ເລດເງິບາດຫັ້ນນ່າ ໃຊ້ຊີວິດປະຈໍາມານີ້ ເພິ່ນລົນນະລົງຢູ່ ແຕ່ວ່າເລື້ອງເພິ່ປ່ຽນເພິ່ນປ່ຽນແທ້ ເພິ່ນຂາຍເປັນເງິນກີບແທ້ ແຕ່ອັດຕາເພິ່ນກະຍັງໄລ່ເປັນເງິນບາດຢູ່ ຄືເກົ່າຫັ້ນນ່າ ແຕ່ຊຸມເອື້ອຍນີ້ເນາະ ກະຢາກຍາກເຕີບຫັ້ນແຫລ້ວ ບໍ່ຢາກກຸ້ມໄດ໋ ຄ່າຄອງຊີບຢູ່ຕະຫລາດກະສູງອີກ.”
ທາງດ້ານເຈົ້າໜ້າທີ່ ທະນາຄານພັດທະນາອາຊີ ຫລື ADB ປະຈໍາລາວ ກໍເວົ້າວ່າ ບັນຫາສໍາຄັນໃນຕອນນີ້ ຄື ທະນາຄານແຫ່ງ ສປປ ລາວ ບໍ່ສາມາດຄວບຄຸມອັດຕາເງິນກີບ ອ່ອນຄ່າລົງໄດ້ ເນື່ອງຈາກໜ່ວຍງານຂອງລັດ ຂາດຄວາມເອົາໃຈໃສ່ທີ່ຈະແກ້ໄຂບັນຫານີ້ຢ່າງຈິງຈັງ ຈະເຫັນໄດ້ຈາກການແລກປ່ຽນເງິນຕາຕ່າງປະເທດນອກລະບົບ ທີ່ຍັງມີຢູ່ເປັນຈໍານວນຫລາຍ ແລະພ້ອມດຽວກັນນີ້ ທະນາຄານແຫ່ງ ສປປ ລາວ ແລະທະນາຄານທຸລະກິດ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງທະນາຄານແຫ່ງ ສປປ ລາວ ກໍຕ້ອງຮັດກຸມຂຶ້ນກວ່າເກົ່າໃນການປ່ອຍເງິນກູ້ ໃນປາລິມານຫລາຍ ໃຫ້ກັບບໍລິສັດຂະໜາດໃຫຍ່ ເພາະໃນໄລຍະທີ່ຜ່ານມາ ມີຫລາຍບໍລິສັດຂະໜາດໃຫຍ່ ກູ້ຢືມເງິນໄປແລ້ວ ພັດນໍາໄປພັດທະນາໂຄງການ ທີ່ບໍ່ໄດ້ມາດຕະຖານ ຫລືພັດທະນາໂຄງການຊັກຊ້າ ບໍ່ມີການກວດສອບບັນຊີ ຈົນກາຍເປັນໜີ້ເສຍ, ກູ້ເງິນຄືນບໍ່ໄດ້, ບາງບໍລິສັດປະກາດລົ້ມລະລາຍ ເຮັດໃຫ້ລັດຖະບານລາວ ເສຽເງິນໄປລ້າໆ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 16 ກໍລະກົດນີ້ວ່າ:
“ສິ່ງທີ່ສໍາຄັນກະຄື ການຄຸ້ມຄອງຂອງທະນາຄານກາງເນາະ ຂະເຈົ້າຕ້ອງຮັດກຸມຕໍ່ການອ່ອນຄ່າຂອງເງິນກີບ ແລ້ວບັນດາການປ່ອຍກູ້ກະ ມັນກໍຈະບໍ່ແມ່ນວ່າເຮັດກັບບໍລິສັດໃຫຍ່ໆ ຄັນເຮັດໃຫຍ່ໆແລ້ວ ແມ່ນບັກໜຶ່ງຕາຍແລ້ວ ແລ້ວກະຕາຍເກືອບໝົດຊີ້ນະ ຜູ້ຄຸ້ມຄອງມັນຕ້ອງຄິດໜັກກວ່າຜູ້ຖືກຄຸ້ມຄອງ.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ກອງເງິນທຶນລະຫວ່າງປະເທດ ຫລື IMF ປະຈໍາລາວ ກໍກ່າວວ່າເພື່ອເຮັດໃຫ້ສະພາບເສດຖະ ກິດ-ການເງິນຂອງປະເທດລາວ ຢູ່ໃນລະດັບທີ່ເໝາະສົມ, ປະຊາຊົນລາວ ມີລາຍຮັບສອດຄ່ອງກັບລາຍຈ່າຍໃນແຕ່ລະເດືອນ ລັດຖະບານລາວ ຕ້ອງພະ ຍາຍາມຄວບຄຸມເລື້ອງອັດຕາເງິນເຟີ້ບໍ່ໃຫ້ສູງເກີນ 5%, ລັດຕ້ອງຄວບຄຸມອັດຕາແລກປ່ຽນ ໃຫ້ເປັນລະບົບ, ສ້ງເງື່ອນ ໄຂດຶງດູດ ການລົງທຶນໃນໂຄງການຂະໜາດໃຫຍ່ ແລະສ້າງເງື່ອນໄຂທີ່ເໝາະສົມ ໃຫ້ກັບຜູ້ປະກອບການລາຍຍ່ອຍເຂົ້າເຖິງແຫລ່ງ ທຶນເພື່ອຜະລິດສິນຄ້າ ແລະສົ່ງອອກໃຫ້ໄດ້ຫລາຍທີ່ສຸດ ເພື່ອຫລຸດຜ່ອນການ ນໍາເຂົ້າຈາກຕ່າງປະ ເທດ. ໄລຍະທີ່ຜ່ານມາ ເຫັນວ່າການຈັດຕັ້ງປະຕິບັດມາດຕາການ ແລະນະໂຍ ບາຍຕ່າງໆ ເພື່ອແກ້ໄຂບັນຫາເງິນກີບອ່ອນຄ່າ ແລະອັດຕາແລກປ່ຽນຂອງລັດຖະບານລາວ ບໍ່ມີກົນໄກໃນການເຮັດວຽກ ແລະຊັກຊ້າຫລາຍ ດັ່ງທີ່ທ່ານ ກ່າວໃນຕອນໜຶ່ງວ່າ:
“ຄໍາແນະນໍາກະ ເຮົາກະຊິໄປໃນແລວໆດຽວກັນ ຂອງທະນາຄານໂລກ ເພາະວ່າສິ່ງທີ່ເຮົາເຮັດໄດ້ກະມີແຕ່ ສ່ວນວ່າເພິ່ນ ລັດ ຊິເອົານໍາໄປໃຊ້ຫລາຍໜ້ອຍສໍ່າໃດ ກະຂຶ້ນນໍາເບື້ອງລັດເພິ່ນ ໂຕໃດທີ່ວ່າເພິ່ນສາມາດຈັດຕັ້ງປະຕິບັດໄດ້ ເຮັດໄດ້ ເພິ່ນກະເອົາໄປໃຊ້ ຂະເຈົ້າ ລັດ ກະພະຍາຍາມແກ້ໄຂກັນຢູ່ ທາງເຮົາກະທ້ວງຕິງດີໄປຕະຫລອດຢູ່ ເວົ້າເລື້ອງຂະບວນການມັນຊ້າ.”
ຂໍ້ສະເໜີຂອງປະທານປະເທດລາວ ໃຫ້ລັດຖະບານແກ້ໄຂທີ່ວ່ນັ້ນ ມີ 9 ຂໍ້ ຊຶ່ງໃນນັ້ນມີທັງໃຫ້ເອົາຄ່າເງິນກີບທີ່ອ່ອນຄ່າລົງ ໃຫ້ຢຸດພາຍໃນ 1 ເດືອນ, ເອົາອັດຕາເງິນເຟີ້ ໃຫ້ລົງເປັນກ້າວໆ ດ້ວຍທຸກວິທີທາງ, ຄຸ້ມຄອງລາຄາສິນຄ້າ ໃຫ້ຮັດກຸມ ສົມເຫດສົມຜົນ, ແກ້ໄຂຄ່າຄອງຊີບ ຂອງພະນັກງານ, ລັດຖະກອນໃຫ້ຢູ່ໃນລະດັບສາມາດປະຄັບປະຄອງໄປໄດ້.