ແຂວງບໍ່ແກ້ວ ສະເໜີລັດຖະບານ ແກ້ໄຂຄົນມຽນມ້າຜິດກົດໝາຍ ແລະປີ້ຍົນແພງ
2024.07.16
ບັນຫາຄົນງານມຽນມ້າ ເຂົ້າມາເຮັດວຽກຜິດກົດໝາຍ ແລະຄ່າປີ້ຍົນ ສະໜາມບິນສາກົນ ແຂວງບໍ່ແກ້ວແພງເກີນໄປ ຊາວບ້ານບໍ່ສາມາດເຂົ້າເຖິງ ເປັນສອງບັນຫາທີ່ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວສະເໜີຕໍ່ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນໂອກາດໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ແຂວງບໍ່ແກ້ວ ເມື່ອວັນທີ 12 ກໍລະກົດ 2024.
ກ່ຽວກັບເລື່ອງເຂົ້າເມືອງຜິດກົດໝາຍ ຂອງຄົນງານມຽນມ້າວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ເຈົ້າໜ້າທີ່ ທີ່ຂໍສະຫງວນຊື່ແລະສຽງ ທີ່ເຮັດວຽກໃນເຂດນີ້ກ່າວຍອມຮັບວ່າ ຄົນງານມຽນມ້າ ຍັງລັກເຂົ້າມາເຮັດວຽກ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳແທ້ ສ່ວນລາຍລະອຽດ ທີ່ລົງເລິກກ່ວານີ້ກໍ່ບໍ່ສາມາດໃຫ້ຂໍ້ມູນເພີ່ມຕື່ມໄດ້ ເນື່ອງຈາກເປັນໜ້າທີ່ ຂອງເຈົ້າໜ້າທີ່ປະຈຳຢູ່ໃນເຂດນັ້ນ.
ເຈົ້າໜ້າທີ່ພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກໍລະກົດ 2024 ວ່າ ຄົນງານມຽນມ້າທີ່ລັກລອບເຂົ້າມາເຮັດວຽກ ໃນແຂວງບໍ່ແກ້ວສ່ວນຫຼາຍກໍ່ມີແຕ່ໄປເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳເປັນຕົ້ນວຽກກໍ່ສ້າງ, ການບໍລິການແລະອື່ນໆ. ສ່ວນຕາມເຂດ ແລະເມືອງອື່ນໆ ກໍບໍ່ມີຄົນງານມຽນມ້າ ເຂົ້າມາເຮັດວຽກ.
“ເຂົ້າມາຢູ່ບ້ານພີ້ຫວາ ຢູ່ເຂດເຮົານີ້ບໍ່ຄ່ອຍມີນ່າແຮງງານພະມ້າ ສ່ວນຫຼາຍຈະແມ່ນສາມຫຼ່ຽມພຸ້ນແຫຼະ ເຂດເຮົາສ່ວນຫຼາຍມັນຫາກບໍ່ໄດ້ຜ່ານບໍ່ຮູ້ນໍາເພິ່ນເດ້.”
ຜູ້ປະກອບການແຂວງບໍ່ແກ້ວ ກໍ່ເຫັນວ່າສໍາລັບເຂດອາໄສຂອງຄົນແຂວງບໍ່ແກ້ວ ກໍ່ບໍ່ເຫັນຄົນງານມຽນມ້ານອກຈາກຢູ່ເຂດເສດຖະກິດພິເສດສາມ ຫຼ່ຽມຄຳ. ສ່ວນຜູ້ປະກອບການທຸລະກິດທົ່ວໄປ ກໍ່ບໍ່ໄດ້ຮັບຄົນງານມຽນມ້າເຂົ້າເຮັດວຽກ ເນື່ອງຈາກຄົນງານມຽນມ້າ ສ່ວນຫຼາຍເຂົ້າເມືອງຜິດກົດໝາຍ ແລະສື່ສານກັນຍາກ.
“ໂອຄົນພະມ້ານີ້ເຮົາບໍ່ແນ່ໃຈເນາະ ເພາະວ່າເຂົາເຈົ້າມີບັດໃບຖືກຕ້ອງແລ້ວບໍ່ຄ່າແຮງງານ ບໍ່ແນ່ໃຈວ່າເຮົາຊິຈ້າງໄຫວບໍ່ຜ່ານມາ ເຮົາບໍ່ໄດ້ຮັບນ່າໜຶ່ງຢ້ານເລື່ອງເອກະສານ ສອງມາຢ້ານສື່ສານເນາະ ເວົ້າກັນບໍ່ເຂົ້າໃຈນ່າ ຮັບສ່ວນຫຼາຍຈະຮັບເປັນແມ່ບ້ານ ປະມານນີ້ເຈົ້າ.”
ບັນຫາຄ່າປີ້ຍົນ ສະໜາມບິນສາກົນບໍ່ແກ້ວແພງເກີນໄປ ຜູ້ປະກອບການຮັບຈອງປີ້ຍົນກ່າວວ່າ ກໍ່ເປັນບັນຫາທີ່ສັງຄົມ ຕ້ອງການໃຫ້ຫຼຸດລາຄາລົງເພາະລາຄາປີ້ລະດັບ 120 ໂດລ້າຕໍ່ຄົນນັ້ນ ມັນສົ່ງຜົນກະທົບຕໍ່ຜູ້ມີລາຍໄດ້ໜ້ອຍ ເຮັດໃຫ້ບໍ່ສາມາດເຂົ້າການບໍລິການຖ້ຽວບິນ. ສ່ວນຫຼາຍກໍ່ມີພຽງນັກທຸລະກິດຈີນ ແລະນັກທ່ອງທ່ຽວທີ່ເດີນທາງ ມາເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະນະຄອນຫຼວງວຽງຈັນ.
“ສ່ວນຫຼາຍກາຄືນັກທຸລະກິດແນ່ ສ່ວນຫຼາຍກາຄືຄົນຈີນແຫຼະ ທີ່ຢູ່ໃນເຂດສາມຫຼ່ຽມນີ້ ກໍ່ຂຶ້ນກັບຜູ້ທີ່ມີເງື່ອນໄຂໄປໄດ້ຫັ້ນນ່າ ລາຄາກາຍັງສູງຢູ່ເພາະວ່າຍັງບໍ່ມີສາຍການບິນອື່ນ ເຂົ້າມາເທື່ອຕອນນີ້ຢູ່ປະມານ 3 ລ້ານປາຍ ຖ້າເງິນກີບປະຈຸບັນນີ້ ຍັງມີສາຍການບິນດຽວທີ່ບິນຢູ່ທີ່ ບິນທຸກມື້ມີແຕ່ສາຍການບິນ ລ້ານຊ້າງ.”
ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວກ່າວວ່າລາຄາປີ້ຍົນ ຂອງສະໜາມສາກົນ ແຂວງບໍ່ແກ້ວຍັງແກ້ບໍ່ຕົກ. ສ່ວນຊາວບ້ານຕ້ອງເລືອກເດີນທາງ ດ້ວຍລົດໄຟ ລາວ-ຈີນ ເຊິ່ງຕ້ອງໄປຂຶ້ນຢູ່ສະຖານີນາເຕີຍ ແຂວງຫຼວງນໍ້າທາເພື່ອໄປນະຄອນຫຼວງວຽງຈັນ.
“ສະໜາມບິນຂອງຄົນຈີນ ຢູ່ກາຊິໂນເນາະ ບິນໂດຍກົງໄປວຽງ ແລ້ວລາຄາມັນຈະສູງ ປະຈຸບັນນີ້ເຂົາໃຊ້ລົດຕູ້ ແລ້ວກາລົດໄຟເພາະວ່າ ດຽວນີ້ມັນກາມີລົດໄຟແຕ່ນາເຕີຍ ໄປລົງວຽງເລີຍ ໂດຍກົງເລີຍ ນີ້ກໍ່ໜ້າຈະແມ່ນທາງແຂວງເພິ່ນ ຈະຕົກລົງວຽກໂຕນີ້ໃໝ່ກໍ່ບໍ່ຮູ້ເທື່ອ.”
ພະນັກງານສາຍການບິນລາວ ກ່າວວ່າ ສໍາລັບແຜນແລະກໍານົດການເປີດຖ້ຽວບິນ ໄປສະໜາມບິນສາກົນແຂວງບໍ່ແກ້ວ ກໍ່ຍັງບໍ່ທັນມີລາຍລະອຽດເທື່ອ ເຊິ່ງຍັງຢູ່ໃນຂັ້ນຕອນການເຈລະຈາ ນຳພາກສ່ວນທີ່ກ່ຽຂ້ອງຖ້າມີຂໍ້ຕົກລົງ ແນວໃດກໍ່ຈະມີແຈ້ງການໃຫ້ຮູ້ຢ່າງ ເປັນທາງການ.
“ເຮົາຍັງບໍ່ໄດ້ຮັບການແຈ້ງເທື່ອເນາະວ່າ ເຮົາຊິເລີ່ມເປີດບິນມື້ໃດຕອນນີ້ເຮົາຍັງບໍ່ທັນຮູ້ເທື່ອ ເຮົາມີແຜນຊິເປີດແຕ່ຍັງບໍ່ຮູ້ແນ່ນອນວ່າ ຈະເລີ່ມບິນມື້ໃດເຈົ້າ.”
ໜັງສືພີມວຽງຈັນທາມສ໌ ລາຍງານວ່າ ໂຄງການສະໜາມບິນສາກົນ ແຂວງບໍ່ແກ້ວ ແມ່ນໜຶ່ງໃນກິດຈະການທີ່ໄດ້ລະບຸໄວ້ວ່າ ດ້ວຍການພັດທະນາເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ສປປ ລາວ ສະບັບປັບປຸງ 2014. ໂຄງການດັ່ງກ່າວເປັນຂອງບໍລິສັດ ກຣິດເຕີເບເອເລຍ ອິນເວສເມ້ນທ໌ ແອນດ໌ ດິວີລົບເມັ້ນທ໌ ຈຳກັດ 100% ໃນຮູບແບບ BOT ເປັນສະໜາມບິນຂະໜາດ Code 4C, ອາຍຸສຳປະທານ 50 ປີ, ສາມາດຕໍ່ໄດ້ຕາມການຕົກລົງ ຂອງລັດຖະບານ ແລະໄດ້ເລີ່ມກໍ່ສ້າງມາແຕ່ປີ 2020 ມາເຖິງວັນທີ 05 ກຸມພາ 2024 ສະໜາມບິນແຫ່ງນີ້ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ໂດຍຈະໄດ້ເປີດໃຫ້ບໍລິການແຕ່ສາຍການບິນ ພາຍໃນປະເທດກ່ອນໂດຍຮອງຮັບຍົນ A320 ແລະ Boing 737 ຫຼື ທຽບເທົ່າ. ມີມູນຄ່າການລົງທຶນ 150 ລ້ານໂດລາ.
ອີງຕາມການລາຍງານຂອງ ທ່ານ ສົມພອນ ສຸທໍາ ຮອງຫົວໜ້າກົມຄຸ້ມຄອງ ເຂດເສດຖະ ກິດພິເສດສາມຫຼ່ຽມຄຳກ່ຽວກັບການລົງທຶນວ່າ. ອີງຕາມຂໍ້ມູນໃນເດືອນກຸມພາ 2024 ມີຜູ້ເຂົ້າມາລົງທຶນດຳເນີນທຸລະກິດ, ອອກແຮງງານ ແລະ ດຳລົງຊີວິດພາຍໃນແລະຕ່າງປະເທດລວມ 120,770 ຄົນ, ມີ 69 ສັນຊາດ. ໃນນັ້ນຄົນລາວ 38,330 ຄົນກວມເອົາ 31,70%, ມຽນມ້າ 41,317 ຄົນກວມເອົາ 34,21%, ຈີນ 33,588 ຄົນເທົ່າກັບ 25,81% ແລະ ສັນຊາດອື່ນໆ 7,537 ຄົນ.