ທະນາຄານແຫ່ງ ສປປ ລາວ ຕິດຕາມກວດກາ ລາຄາສິນຄ້າ-ການແລກປ່ຽນເງິນຕາ

ອຸ່ນແກ້ວ
2024.07.19
ທະນາຄານແຫ່ງ ສປປ ລາວ ຕິດຕາມກວດກາ ລາຄາສິນຄ້າ-ການແລກປ່ຽນເງິນຕາ ຮູບປະກອບ ພະນັກງານຮ້ານຄ້າແຫ່ງໜຶ່ງ ກຳລັງທອນເງິນ ໃຫ້ລູກຄ້າທີ່ຊື້ເຄື່ອງ ໃນນະຄອນຫຼວງວຽງຈັນ. ວັນທີ 26 ກໍລະກົດ 2023.
ຮູບພາບຈາກພົນລະເມືອງ

ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງຂະບວນການຕິດຕາມ-ກວດກາ ການຕິດລາຄາສິນຄ້າ ແລະ ການແລກປ່ຽນເງິນຕາ ຢູ່ສໍານັກງານ ຄະນະກໍາມະການຄຸ້ມຄອງຕະຫລາດຫຼັກຊັບ.

ຂະບວນການດັ່ງກ່າວ ໄດ້ລິເລີ່ມໃນວັນທີ 18 ກໍລະກົດ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ແລະ ສະເຖຍລະພາບ ຂອງຄ່າເງິນກີບ ໂດຍເລີ່ມປະຕິບັດຈາກນະຄອນຫລວງວຽງຈັນ ແລ້ວ ຂະຫຍາຍໄປແຂວງຕ່າງໆ.

ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກໍລະກົດ ວ່າ:

ທົ່ວປະເທດນີ້ແຫຼະ ແຕ່ເພິ່ນຈະລົງແຄມເປນ ຢູ່ນະຄອນຫລວງ ກ່ອນຊິນ່າ ຕິດລາຄາເປັນເງິນທ້ອງຖິ່ນແຫຼະ ເງິນຕາເປັນເງິນກີບ ເພິ່ນຈະມີຕໍາຫຼວດເສດຖະກິດຂອງເພິ່ນ ເຮັດວຽກຂອງເພິ່ນພາກສ່ວນກ່ຽວຂ້ອງ ກະບໍ່ຖືກຕ້ອງແຫຼະ ຖ້າເປັນເງິນຕາກໍບໍ່ຖືກຕ້ອງ.

ໜັງສືພິມປະຊາຊົນ ໄດ້ກ່າວອ້າງ ຄໍາເວົ້າຂອງ ທ່ານ ເພັດສະຖາພອນ ແກ້ວ ວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະຫານແຫ່ງສປປລາວ ວ່າ:

ໃຫ້ທຸກຄົນມີສະຕິ ໃນການຈັດຕັ້ງປະຕິບັດ ນິຕິກໍາຕ່າງໆ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການສົ່ງເສີມການນໍາໃຊ້ເງິນກີບ ຢ່າງກວ້າງຂວາງ ຫັນມາຖືຄອງ ແລະ ນໍາໃຊ້ເງິນກີບ ໃນການຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ແລະ ຫຼຸດຜ່ອນການນໍາໃຊ້ ເງິນຕາຕ່າງປະເທດ ໃຫ້ໜ້ອຍລົງ.”

ເຖິງຢ່າງໃດກໍຕາມ, ຢູ່ເຂດພື້ນທີ່ຫ່າງໄກ ກໍຍັງມີການແລກເງິນຕານອກລະບົບ ແຕ່ຮ້ານແລກປ່ຽນດັ່ງກ່າວ ກໍໄລ່ໃນອັດຕາທີ່ຕໍ່າ.

ຊາວລາວທ່ານນຶ່ງ ໄດ້ກ່າວວ່າ:

ແມ່ນເລີ່ມໃຊ້ເງິນກີບແລ້ວຫັ້ນແຫຼະ ບາງຈຸດບາງເຂດ ທີ່ຢູ່ໃນນະຄອນຫລວງ ເພິ່ນກະເລີ່ມເຮັດຂຶ້ນລະ ເຂດຊົນນະບົດນີ້ ກະຍັງໄດ້ ກະຍັງມີໝ້ອງແລກຢູ່ ເລີ່ມມີໜ້ອຍແລ້ວ ກໍແຕ່ເພິ່ນກະຍັງເອົາ ແຕ່ວ່າ ເພິ່ນໄລ່ຕໍ່າໃຫ້ເຮົາ.

ຜູ້ປະກອບການທຸລະກິດບາງຄົນ ກໍ ຮັບຊໍາລະເປັນເງິນຕາຕ່າງປະເທດ ແຕ່ຈະໄລ່ໃນອັດຕາທີ່ຕໍ່າກວ່າທະນາຄານ. ຜູ້ປະກອບການຮ້ານອາຫານທ່ານນຶ່ງ ໄດ້ກ່າວວ່າ:

ແມ່ນແຫຼະ ເພິ່ນກໍເລີ່ມຕິດຕາມແລ້ວ ກະລົງມາຫາແລ້ວ ເພິ່ນລົງມາຫາວ່າ ເອີ ໃຫ້ໃຊ້ເປັນເງິນກີບເດີ ເງິນຕ່າງປະເທດນີ້ ຕ້ອງໄດ້ໄປແລກປ່ຽນກ່ອນແຫຼະ ແຕ່ວ່າ ຄັນແລກນໍາເຮົາກໍໄດ້ ເຮົາກະໄລ່ຕໍ່າ ເຮົາໄລ່ແຕ່ 450,000 ຕໍ່ 1,000 ບາດ ເຣດຕໍ່າກວ່າທະນາຄານ ແລກໃຫ້ໄດ້ແຕ່ວ່າຫຼາຍພັນ ເຮົາກະບໍ່ແລກ.

ແຕ່ ກໍຍັງມີຜູ້ປະກອບການ ຍັງຮັບເອົາເງິນຕາຕ່າງປະເທດ ຊຶ່ງຂ່າວທີ່ຜູ້ປະກອບການບາງຄົນ ບໍ່ຮັບເງິນຕາຕ່າງປະເທດນັ້ນ ເປັນພຽງການສ້າງກະແສ. ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າ:

ບໍ່ ຮັບໄດ້ຢູ່ ເປັນກະແສຊື່ໆ ດີແທ້ກໍແລກຢູ່ຮ້ານຄໍາດີກວ່າ ໄປແລກຢູ່ນອກ ກະໄປໃຊ້ຈ່າຍຕາມຮ້ານ ມັນໄດ້ເຣດ ຖືກກວ່າ ເຣດທະນາຄານໜ້ອຍນຶ່ງ ຄັນຮ້ານໃດເອົາຖືກ ເຮົາກໍຂໍແລກຂ້າງຮ້ານກະໄດ້ ຮັບໝົດດອກ ບໍ່ໄດ້ຫ່ວງ.

ຢູ່ແຂວງຫລວງພະບາງ ການແລກປ່ຽນເງິນຕາ ຢູ່ສະໜາມບິນຖືກກວ່າ ຢູ່ ຮ້ານຂາຍຄໍາ ແລະ ຜູ້ປະກອບການກໍຍັງຮັບເອົາເງິນຕາຕ່າງປະເທດ. ຜູ້ປະກອບການທຸລະກິດນໍາທ່ຽວ ໄດ້ກ່າວວ່າ: 

ໂອຍ ໃຊ້ບາດໄດ້ ຄື ເກົ່າຫັ້ນແຫຼະ ມີບ່ອນແລກຢູ່ ສະໜາມບິນຈະຖືກວ່າ ຮ້ານຄໍາຈະສູງກວ່າ 1,000 ບາດ ກະປະມານ 700,000 – 720,000 ກີບເບາະ ປະມານຫັ້ນ.

ປັດຈຸບັນ ອັດຕາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຕາຕ່າງປະເທດ ກໍຍັງສູງຢູ່ ເປັນຕົ້ນວ່າ 22,220 ກິີບ ຕໍ່ 1 ໂດລ້າ ແລະ ປະມານ 600 ກີບ ຕໍ່ 1 ບາດ ສະກຸນເງິນໄທ ອີງຕາມອັດຕາແລກປ່ຽນຂອງທະນາຄານ ແຫ່ງ ສປປ ລາວ ແຕ່ອັດຕາແລກປ່ຽນຢູ່ຕະຫຼາດນອກລະບົບ ຈະສູງກວ່ານີ້.

ໃນວັນທີ 15 ກໍລະກົດທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສະເໜີໃຫ້ລັດຖະບານ ແກ້ບັນຫາເງິນກີບອ່ອນຄ່າ ໃຫ້ໄດ້ພາຍໃນ 1 ເດືອນ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.