ເຣື້ອງທີ່ເກັບບັນທຶກໄວ້
2024-06-04
ນັກກິລາຍິມນາສຕິກຍິງ ທີມຊາດລາວໄດ້ຖືກຄັດເລືອກ ຈາກສະຫະພັນກິລາ ຍິມນາສຕິກ ສາກົນ ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນ ຍິມນາສຕິກປະເພດລີລາໃນກິລາໂອລິມປິກ ຄັ້ງທີ 33 ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ.
2024-06-04
ທ່ານ ວອລເກີ້ ເທີກ (Volker Turk) ຂ້າຫຼວງໃຫຍ່ສິດທິມະນຸດ ແຫ່ງສະຫະປະຊາຊາດ ຫຼື UN Human Rights ພ້ອມຄະນະຈະເດີນທາງຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 6-7 ມິຖຸນາ 2024 ເພື່ອປະຊຸມຫາລືກັບລັດຖະບານລາວ, ສະພາແຫ່ງຊາດ, ຜູ້ແທນພິເສດ ຂອງປະທານອາຊຽນ ດ້ານມຽນມ້າ, ຜູ້ແທນ ສປປ ລາວ.
2024-05-26
ທະຫານມຽນມາ ເຂົ້າມາຈັບປະຊາຊົນ ຢູ່ລັດກະສິນຫຼາຍ 10 ຄົນ ຍ້ອນສົ່ງໄສ ວ່າ ຊາວບ້ານເປັນກຸ່ມຕໍ່ຕ້ານ.
2024-05-19
ທູດພິເສດອາຊຽນ ພົບປະກັບ ຜູ້ນໍາທະຫານມຽນມາ ເພື່ອຊອກແນວທາງແກ້ໄຂຂໍ້ຂັດແຍ່ງໃນມຽນມາ.
2024-05-12
ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ຈັບຊາຍມຽນມາ 17 ຄົນ ເພື່ອສົ່ງຄືນໃຫ້ລັດຖະບານ ທະຫານພະມ້າ ຢູ່ດ່ານຊາຍແດນ ເຂດສາມຫຼ່ຽມຄໍາ ຊາວມຽນມາ ຫຼາຍຄົນ ຜູ້ທີ່ຢູ່ປະເທດລາວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຜະແນກພາສາມຽນມາ ວ່າ ທໍາອິດ ຕໍາຫຼວດລາວ ໄດ້ຈັບນັກເຄື່ອນໄຫວ ຕ້ານທະຫານມຽນມາ ກ່ອນທີ່ຈະສົ່ງໃຫ້ຝ່າຍທະຫານມຽນມາ.
2024-05-05
ກອງກໍາລັງຊົນຊາດ-ຊົນເຜົ່າ ທີ່ຕໍ່ຕ້ານທະຫານມຽນມາ ໄດ້ຍຶດສອງຖານທັບ ທາງຍຸດທະສາດຂອງທະຫານມຽນມາ ທີ່ຢູ່ໃກ້ກັບກອງບັນຊາການໃຫຍ່ ຂອງມຽນມາ ຢູ່ລັດຣະຂ່າຍ ອີງຕາມຂໍ້ມູນຈາກປະຊາຊົນ ທີ່ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ໃນວັນພຸດທີ່ຜ່ານມາ.
2024-04-24
ອົງການ ນິລະໂທດສະກຳ ສາກົນ ຫຼື Amnesty International ໄດ້ຈັດງານຖະແຫຼງຂ່າວ ເປີດບົດລາຍງານ ສະຖານະການສິດທິມະນຸດ ທົ່ວໂລກ ປະຈຳປີ 2023-2024 ຊຶ່ງໃນນີ້ລວມເຖິງປະເທດລາວ ຊຶ່ງສະພາບການສິດທິມະນຸດ ບໍ່ມີພັດທະນາການ ໃນທາງທີ່ດີຂຶ້ນກວ່າໄລຍະທີ່ຜ່ານມາ.
2024-04-21
ກອງກໍາລັງປົດປ່ອຍແຫ່ງຊາດກະລ່ຽງ ຫຼື KNLA ທີ່ຂຶ້ນກັບສະຫະພາບແຫ່ງຊາດກະລ່ຽງ ພ້ອມດ້ວຍພັນທະມິດ ໄດ້ຍຶດຖານທີ່ໝັ້ນຂອງທະຫານມຽນມາ ແຫ່ງສຸດທ້າຍ ຄືກອງພັນ 275 ຢູ່ເມືອງ ເມຍວະດີ ລັດກະຍີ່ນ ໃນວັນພຸດທີ່ຜ່ານມາ.
2024-04-17
ປະເທດລາວ ບໍ່ສາມາດປະຕິບັດໄດ້ ຕາມມາດຕະການຂອງ ອົງການຕ້ານການຟອກເງິນສາກົນ ຂອງກຸ່ມປະເທດເອເຊຍ-ແປຊິຟິກ ຫຼື APG ຈຶ່ງຕົກຢູ່ໃນບັນຊີ ຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ ໃນເລື່ອງບັນຫາ ການຟອກເງິນ.
2024-04-14
ກອງກໍາລັງ ຝ່າຍຕໍ່ຕ້ານທະຫານມຽນມາ ແລະ ພັນທະມິດ ໄດ້ກ່າວອ້າງວ່າ ເຂົາເຈົ້າສາມາດຍຶດ ຖານທີ່ໝັ້ນສຸດທ້າຍ ຂອງທະຫານມຽນມາ ຢູ່ເມືອງເມຍວະດີ ລັດກະຍີ່ນ ໃນວັນເສົາທີ່ຜ່ານມາ.
2024-04-07
ຊາວມຽນມ້າ ຈໍານວນຫຼາຍ ພາກັນຫຼັ່ງໄຫຼລົງທະບຽນສະໝັກໄປເຮັດວຽກ ຕາມລະດູການຢູ່ປະເທດເກົາຫຼີໃຕ້.
2024-04-02
ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ປະກາດວ່າ ສະຫະລັດອາເມຣິກາ ຈະໃຫ້ທຶນຊ່ວຍເຫຼືອ ເພີ່ມຕື່ມອີກຈຳນວນ 36 ລ້ານໂດລ້າຣ໌ສະຫະລັດ ເພື່ອຊ່ວຍລົບລ້າງບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ບັນດາ 9 ແຂວງຂອງລາວ.
2024-03-31
ມີການຕໍ່ສູ້ກັນລະຫວ່າງ ກອງກໍາລັງຊົນຊາດຊົນເຜົ່າ ແລະ ທະຫານມຽນມ້າ ຢູ່ ລັດຣະຂ່າຍ ເຮັດໃຫ້ທະຫານມຽນມ້າ 90 ຄົນ ຕ້ອງຍອມຈໍານົນ.
2024-03-24
ທະຫານພະມ້າ ໄດ້ຈັບໂຕຊາວໂຣຮິງຢາ ໃນຕອນເຊົ້າຂອງວັນອັງຄານ ຢູ່ຣັຖມອນຂອງພະມ້າ ເຊິ່ງທະຫານພະມ້າໄດ້ໃຊ້ເຮືອໄປສະກັດກັ້ນ ເຮືອຜູ້ອົບພະຍົບຊາວໂຣຮິງຢາ ໃຫ້ເຂົ້າມາຈອດຢູ່ຕາຝັ່ງ ຢູ່ເກະກາເລກວາກ ເມືອງເຢ ເຂດທະເລອັນດາມັນ.
2024-03-23
ປະເທດສະມາຊິກ ຄະນະກັມມາທິການ ແມ່ນ້ຳຂອງສາກົລ ຫຼື MRC ບໍ່ປະຕິບັດຕາມຂໍ້ຕົກລົງ ແມ່ນ້ຳຂອງປີ 1995.