ເຣື້ອງທີ່ເກັບບັນທຶກໄວ້
2022-12-31
ອາຊ້ຽນ ແບ່ງແຍກ ອອກເປັນ 2 ກຸ່ມ ຄືກຸ່ມຜະເດັດການ ແລະກຸ່ມປະຊາທິປະໄຕ ຊຶ່ງຄວາມແຕກແຍກດັ່ງກ່າວ ສົ່ງຜົນໃຫ້ ອາຊ້ຽນ ບໍ່ສາມາດ ພື້ນຟູລະບົບການເມືອງ ໃຫ້ເປັນເອກພາບ ໂດຍສະເພາະມີການລະເມີດ ຂໍ້ປະຕິບັດຂອງອາຊ້ຽນ ວ່າດ້ວຍການ ບໍ່ແຊກແຊງກິຈການ ພາຍໃນຂອງແຕ່ລະປະເທດ.
2022-12-24
ນັກວິທະຍາສາຕ ສຶກສາຄົ້ນຄວ້າຮູ້ວ່າ ແມ່ນ້ຳຂອງກາຍເປັນສີຄາມ ແມ່ນຍ້ອນເຂື່ອນ; ເຂື່ອນກັກຝຸ່ນຕົມໄວ້ ເຮັດໃຫ້ນໍ້າຂອງໃສ ແລະກໍກາຍເປັນສີຄາມ ການຂາດຝຸ່ນຕົມ ກໍ່ໃຫ້ເກີດຜົນກະທົບ ຕໍ່ຊາວບ້ານ ທີ່ອາສັຍ ຢູ່ແຄມນ້ຳຂອງ ເປັນຕົ້ນວ່າ ຕາຝັ່ງແມ່ນ້ຳຂອງ ເຈື່ອນເພພັງ.
2022-12-18
ວຽດນາມ, ຈີນ, ເກົາຫລີເຫນືອ ແລະພະມ້າ ເປັນປະເທດ ທີ່ລະເມີດສິດທິມະນຸສ, ສິດທິປະຊາທິປະໄຕ, ສິດທິການນັບຖື ສາສນາ ແລະ ສິດທິຂັ້ນພື້ນຖານ ປະເພດອື່ນໆ ຂອງປະຊາຊົນ, ສ່ວນ ສປປ ລາວ ກໍເປັນນຶ່ງ ໃນບັນດາ ປະເທດທີ່ມີການລະເມີດ ສິດທິມະນຸສເຫລົ່ານັ້ນ.
2022-12-11
ຫົວໜ້າ ສາສນາຄຣິສຕຽນ ພະມ້າ ຈາກແຂວງກະຈິນ ຖືກຈັບ ແລະຖືກຫ້າມອອກນອກ ປະເທດ ໃນຂະນະທີ່ ທ່ານຈະຂຶ້ນເຮືອບິນ ໄປປິ່ນປົວ ຢູ່ບາງກອກ ປະເທດໄທຍ ໃນຂໍ້ຫາ ຊັກຊວນ ໃຫ້ມີການຕໍ່ຕ້ານ ກຸ່ມຜະເດັດການ ທະຫານພະມ້າ.
2022-12-10
ແມ່ນ້ຳຂອງ ທີ່ເປັນແມ່ນ້ຳ ທີ່ມີຄວາມຍາວ ອັນດັບ 12 ຂອງໂລກ ຕອນນີ້ ແມ່ນ້ຳຂອງ ກຳລັງປະເຊີນກັບສິ່ງທີ່ທ້າທາຍ ຈາກການສ້າງເຂື່ອນ ຂນາດໃຫຍ່ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບຢ່າງຮຸນແຮງ ຕໍ່ລະບົບນິເວດ ແລະ ວິຖີຊີວິຕ ຂອງປະຊາຊົນຈຳນວນຫຼາຍ.
2022-12-04
ປະຊາຊົນຊາວຈີນ ປະທ້ວງ ຣັຖບານ ຢ່າງຮຸ່ນແຮງ ໃນຫລາຍແຂວງ ຍ້ອນມາຕການ ປອ້ງກັນໂຄວິດ-19 ຢ່າງເດັດຂາດ ຂອງຣັຖບານ ພ້ອມທັງ ໄດ້ຮຽກຮ້ອງໃຫ້ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ລາອອກ ຈາກຕຳແຫນ່ງ.
2022-12-03
ສານທະຫານພະມ້າ ໄດ້ຕັດສິນຈຳຄຸກ ແມ່ຍິງພະມ້າ 9 ຄົນ ຍ້ອນຖືກກ່າວຫາວ່າ ເປັນກຸ່ມຕໍ່ຕ້ານ ທະຫະນພະມ້າ ຂະນະທີ່ ຫຼາຍພັນຄົນຖືກຈັບ ພ້ອມສະມາຊິກພັກ ສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ບໍ່ສະເພາະແຕ່ຊາວພະມ້າ ທີ່ຖືກຈັບກຸມ ຄຸມຂັງ ຍັງມີຊາວຕ່າງປະເທດ ລວມຢູ່ນຳ.
2022-11-29
ຊາວລາວ ເບິ່ງເຕະບານໂລກປີ 2022 ຜ່ານຊ່ອງທາງອື່ນ ເນື່ອງຈາກໂທຣທັສ ຂອງທາງການລາວ ບໍ່ໄດ້ຮັບ ລິຂສິດ ໃນການຖ່າຍທອດສົດ ຊຶ່ງຄົນລາວ ສາມາດຕິດຕາມຜ່ານ ສື່ຂອງທາງການຈີນ ແຕ່ເນື່ອງຈາກ ບໍ່ເຂົ້າໃຈພາສາຈີນ ຈຶ່ງບໍ່ເປັນທີ່ນິຍົມ.
2022-10-15
ລະເບີດລູກຫວ່ານ ຫຼາຍລ້ານລູກ ທີ່ກະຈາຍ ຢູ່ປະເທດລາວ ຍັງຄົງເປັນອຸປະສັກ ແລະ ໃນແຕ່ລະປີ ມີຜູ້ເຄາະຮ້າຍ ຈາກລະເບີດ ບໍ່ທັນແຕກ ຫຼາຍ 100 ຢູ່ປະເທດລາວ, ກັມພູຊາ ແລະ ວຽດນາມ.
2022-10-09
ສຸດທ້າຍ ຣັຖບານລາວ ກໍອະນຸຍາດໃຫ້ ບໍຣິສັດຈີນ ສຶກສາສຳຣວດ ການຂຸດຄົ້ນ ແຮ່ທາຕຫາຍາກ ຊຶ່ງວ່າ ທາຕດັ່ງກ່າວ ຈະເປັນພັຍອັນຕຣາຍ ຕໍ່ສິ່ງແວດລ້ອມ ແລະປະຊາຊົນ ທ້ອງຖິ່ນກໍຕາມ ຄຳຖາມກໍຄື ດ້ວຍເຫດໃດ ຣັຖບານລາວ ຈຶ່ງປ່ຽນໃຈ ອະນຸຍາດ ໃຫ້ຂຸດຄົ້ນໄດ້.
2022-10-08
ນັກຂ່າວຍີ່ປຸ່ນ ທ່ານ ໂຕຣຸ ກຸໂບຕະ (Toru Kubota) ຖືກສານ ທະຫານພະມ້າ ຕັດສິນໃຫ້ຕິດຄຸກ ເປັນເວລາ 7 ປີ ໃນ 2 ຂໍ້ຫາ, ຍ້ອນຣາຍງານຂ່າວ ການປະທ້ວງ ຂະນະທີ່ ຣັຖບານຍີ່ປຸ່ນ ກໍຮຽກຮ້ອງໃຫ້ປ່ອຍໂຕ ນັກຂ່າວຄົນດັ່ງກ່າວທັນທີ.
2022-10-01
ສົງຄາມ ທີ່ຣັສເຊັຽ ສົ່ງທະຫານ ເຂົ້າໄປບຸກໂຈມຕີ ປະເທດ ຢູເຄຣນ ຜ່ານມາເປັນເວລາ 7 ເດືອນປາຍ ແລ້ວ, ແຕ່ ສິ່ງນຶ່ງ ທີ່ເຫັນໄດ້ແຈ້ງຂາວຂຶ້ນ ກໍຄື ບໍ່ມີໃຜ ສາມາດບິດເບືອນ ລະບົບຂໍ້ມູນຂ່າວສານໄດ້ ເຮັດໃຫ້ເກີດ ກະແສຕໍ່ຕ້ານສົງຄາມ ຢູ່ປະເທດຣັສເຊັຽ.
2022-09-24
ທ່ານ ຮຸນ ມາເນ່ ລູກຊາຍຂອງທ່ານ ຮຸນ ເຊນ ຜູ້ນໍາກັມພູຊາ ປະຕິເສດວ່າບໍ່ມີສ່ວນ ກ່ຽວຂ້ອງ ກັບຂໍ້ຕົກລົງທີ່ດິນ ຊຶ່ງມີການຂັດແຍ່ງ ແຕ່ນັກເຄື່ອນໄຫວ ເພື່ອສິ່ງແວດລ້ອມ ເວົ້າວ່າ ທ່ານມີຄວາມຜູກພັນ ກັບບໍຣິສັດ ທີ່ຢູ່ເບື້ອງຫລັງ ແຜນການພັທນາ ປ່າໄມ້ອັນມີຄຸນຄ່າສູງ.
2022-09-17
ຜູ້ນໍາ ເກົາຫລີເໜືອ ສາບານວ່າ ຈະບໍ່ຍອມແພ້ໃນ ເຣື່ອງອາວຸດນິວເຄລັຍຣ໌ ແລະໃຫ້ຣັຖສະພາຮັບຜ່ານກົດໝາຍ ຮັບຮອງນະໂຍບາຍ ອາວຸດນິວເຄລັຍຣ໌ ແລະອະນຸຍາດໃຫ້ໂຈມຕີ ແບບອັຕໂນມັດດ້ວຍອາວຸດນິວເຄລັຍຣ໌ ຫາກປະເທດຖືກໂຈມຕິ.
2022-09-10
ສານໄທຍ ຮື້ຟື້ນຄະດີ ການລັກພາໂຕ ນັກເຄື່ອນໄຫວ ດ້ານສິທທິທີ່ດິນ ຊາວກະຫລ່ຽງ ຄືນໃໝ່ ແລະ ສັ່ງຈັບຜູ້ຕ້ອງສົງໄສ 4 ຄົນ ທີ່ມີສ່ວນພົວພັນ ການການລັກພາໂຕ, ສ່ວນວ່າ ກໍຣະນີ ການລັກພາໂຕ ທ່ານ ສົມບັດ ນັກພັທນາດີເດັ່ນ ຂອງລາວ ຢູ່ປະເທດລາວ ຜ່ານໄປ 9 ປີ ປາຍແລ້ວ ແຕ່ທາງການລາວ ກໍຍັງມິດງຽບ.