ເກົາຫລີເໜືອ ອອກກົດໝາຍ ອາວຸດນິວເຄລັຍ໌
2022.09.17

ທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ຜູ້ນໍາສູງສຸດເກົາຫລີເໜືອ ຊຶ່ງເປັນທັງເລຂາທິການໃຫຍ່ ພັກ ແຮງງານເກົາຫລີ, ປະທານກິຈການແຫ່ງຣັຖ ແລະທັງເປັນຜູ້ບັນຊາການສູງສຸດ ກໍາລັງປະກອບອາວຸດເກົາຫລີເໜືອ ກ່າວຕໍ່ກອງປະຊຸມ ສະພາປະຊາຊົນສູງສຸດ ເກົາຫລີເໜືອ ທີ່ກຸງພຽງຢາງ ໃນມື້ວັນທີ 8 ກັນຍານີ້ວ່າ ຈະບໍ່ຍອມແພ້ໃນເຣື່ອງ ອາວຸດນິວເຄລັຍຣ໌ ແລະໃຫ້ສະພາຮັບຜ່ານກົດໝາຍ ຮັບຮອງນະໂຍບາຍອາວຸດ ນິວເຄລັຍຣ໌ ແລະອະນຸຍາດໃຫ້”ໂຈມຕີແບບອັຕໂນມັດ ດ້ວຍອາວຸດນິວເຄລັຍຣ໌” ຫາກປະເທດຖືກໂຈມຕິ, ອີງຕາມການຣາຍງານ ຂອງວິທຍຸເອເຊັຽເສຣີໃນມື້ວັນ ທີ 9 ກັນຍານີ້.
ສື່ມວນຊົນທາງການເກົາຫລີເໜືອ ຣາຍງານວ່າ ທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ໃຫ້ຄໍາ ໝັ້ນວ່າ ບໍ່ມີວັນທີ່ຈະຍອມຈໍານົນ ໃນເຣື່ອງອາວຸດນິວເຄລັຍຣ໌ ຂອງເກົາຫລີເໜືອ ເຖິງແມ່ນສິ່ງທີ່ທ່ານກ່າວວ່າ ເປັນຄວາມພະຍາຍາມ ຂອງສະຫະຣັຖ ໃນການເຮັດໃຫ້ຣັຖບານ ຂອງທ່ານບໍ່ມີສະເຖັຍລະພາບ ກໍຕາມ. ທ່ານກ່າວໃນຂະນະທີ່ ຣັຖສະພາເກົາຫລີເໜືອ ຮັບຜ່ານກົດໝາຍວ່າດ້ວຍ “ການໂຈມຕີດ້ວຍອາວຸດນິວເຄລັຍຣ໌ ແບບອັຕໂນມັດ” ເພື່ອຕອບໂຕ້ພັຍຄຸກຄາມ ຈາກການໂຈມຕີ.
ອົງການຂ່າວ ສູນກາງຂອງທາງການ ເກົາຫລີເໜືອ KCNA ຣາຍງານຕາມຄໍາ ປາສັຍຂອງທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ຕໍ່ກອງປະຊຸມເທື່ອທີ 7 ຂອງສະພາປະຊາ ຊົນສູງສຸດ ຊຸດທີ 14 ຂອງເກົາຫລີເໜືອ ໃນມື້ວັນທີ 8 ກັນຍານີ້ວ່າ “ເປົ້າໝາຍຂອງສະຫະຣັຖ ບໍ່ພຽງແຕ່ເພື່ອກໍາຈັດອາວຸດນິວເຄລັຍຣ໌ ຂອງພວກເຮົາ ເທົ່ານັ້ນ ແຕ່ຍັງລວມໄປເຖິງ ການໂຄ່ນລົ້ມພວກເຮົາທຸກເມື່ອ ດ້ວຍການບັງຄັບໃຫ້ພວກເຮົາ ວາງອາວຸດນິວເຄລັຍຣ໌ ແລະເລີກລົ້ມ ຫລືລົດຜ່ອນກໍາລັງ ການຝຶກຊ້ອມປ້ອງກັນຕົນເອງລົງ.”
ຄວາມຄິດເຫັນຂອງ ທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ທີ່ວ່ານັ້ນ ມີຂຶ້ນໃນຂະນະທີ່ ສະພານິຕິ ບັນຍັດ ຂອງເກົາຫລີເໜືອ ຮັບຜ່ານກົດໝາຍ ທີ່ອະນຸຍາດໃຫ້ມີການໂຈມຕີດ້ວຍ ອາວຸດນິວເຄລັຍຣ໌ແບບອັຕໂນມັດ ແລະທັນທີ” ຕໍ່ສິ່ງທີ່ອົງການຂ່າວ KCNA ອະທິບາຍວ່າ ເປັນການໂຈມຕີ ທີ່ໃກ້ຈະເກີດຂຶ້ນຕໍ່ຜູ້ນໍາເກົາຫລີເໜືອ ຫລືຕໍ່ “ວັດຖຸ ທາງຍຸທສາຕ ທີ່ສໍາຄັນ” ພາຍໃນອານາເຂດຂອງຕົນ.
ອົງການຂ່າວ KCNA ຣາຍງານກ່ຽວກັບ ການອະທິບາຍກົດໝາຍ ທີ່ກໍານົດສະຖານະການ 5 ຢ່າງ ຊຶ່ງເກົາຫລີເໜືອ ຈະໃຊ້ອາວຸດນິວເຄລັຍຣ໌. ໃນຈໍານວນ 5 ສະຖານະການທີ່ວ່ານັ້ນ ມີ 3 ສະຖານະການທີ່ກ່ຽວຂ້ອງກັບ ການໂຈມຕີດ້ວຍອາວຸດນິວເຄລັຍຣ໌ ຫລືບໍ່ໃຊ້ອາວຸດນິວເຄລັຍຣ໌ ຫລືການໂຈມຕີ ທີ່ໃກ້ຈະເກີດຂຶ້ນ ຕໍ່ຜູ້ນໍາເກົາຫລີເໜືອ ຫລືເປົ້າໝາຍຍຸທສາຕ ທາງທະຫານ.
ສ່ວນອີກ 2 ສະຖານະການ ແມ່ນມີເງື່ອນໄຂຄຸມເຄືອຫລາຍ ໃນກໍລະນີທີ່ເປັນ “ການປ້ອງກັນການຂຍາຍຕົວ ແລະການຍືດເຍື້ອ ຂອງສົງຄາມ” ແລະໃນສະຖານະການທີ່ “ກໍ່ໃຫ້ເກີດວິກິຕພັຍພິບັດ ຕໍ່ການຄົງຕົວຢູ່ຂອງເກົາຫລີເໜືອ.”
ໜັງສືພິມ ຢອນຫັບ (Yonhap) ຂອງເກົາຫລີໃຕ້ ຣາຍງານວ່າ ກົດໝາຍໃໝ່ຂອງເກົາຫລີເໜືອ ອະນຸຍາດໃຫ້ມີການໂຈມຕີ ດ້ວຍອາວຸດນິວເຄລັຍຣ໌ ໃນທັນທີ ຕໍ່ທຸກການທ້າທາຍ ທີ່ຄຸກຄາມຄໍາສັ່ງ ແລະການຄວບຄຸມ ກອງກໍາລັງນິວເຄລັຍຣ໌ ຂອງເກົາຫລີ ເໜືອ.
ຣາຍງານເວົ້າຕື່ມວ່າ “ກົດໝາຍດັ່ງກ່າວ ອໍານວຍໃຫ້ ທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ມີສິດ ສັ່ງແບບເປັນ “ຄໍາສັ່ງເສົາຫິນ” ແລະໃຫ້ ”ອໍານາດເດັດຂາດທຸກຢ່າງ ທີ່ກ່ຽວ ຂ້ອງກັບອາວຸດນິວເຄລັຍຣ໌.”
ຄໍາເວົ້າຂອງທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ແລະກົດໝາຍໃໝ່ນີ້ ໄດ້ຖືກເຜີຍແພ່ຢ່າງ ກວ້າງຂວາງ, ເປັນຄໍາຖແລງ ທີ່ເກົາຫລີເໜືອປະຕິເສດ ທີ່ຈະເຈລະຈາກັບມະຫາອໍານາດ ຕ່າງປະເທດ ກ່ຽວກັບບັນຫາ ການປົດອາວຸດນິວເຄລັຍຣ໌.
ແຕ່ຣັຖ ບານເກົາຫລີໃຕ້ເວົ້າວ່າ ຈະສືບຕໍ່ປະຕິບັດຍຸທສາຕ ຂອງຕົນໃນການຍັບຍັ້ງ ການຄຸກຄາມທາງນິວເຄລັຍຣ໌ ແລະຈະພະຍາຍາມ ເຮັດໃຫ້ມີການປົດອາວຸດນິວເຄລັຍຣ໌ ຢູ່ແຫລມເກົາຫລີ ຜ່ານການເຈຣະຈາກັບເກົາຫລີເໜືອ.
ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ເກົາຫລີໃຕ້ ເວົ້າວ່າ “ການພັທນາອາວຸດນິວເຄລັຍຣ໌ ຢ່າງຕໍ່ເນື່ອງຂອງເກົາຫລີເໜືອ ຈະຊ່ອຍເຮັດໃຫ້ພັນທະມິຕ ລະຫວ່າງ ກຸງ ໂຊນ ແລະວໍຊິງຕັນເຂັ້ມແຂງຂຶ້ນ ແລະເຮັດໃຫ້ຄວາມໝັ້ນຄົງ ຂອງເກົາຫລີເໜືອເອງ ຕົກຢູ່ໃນຄວາມສ່ຽງ ແລະການແຍກຕົວ ອອກຈາກປະຊາຄົມສາກົນ ກໍຍິ່ງຈະເຮັດໃຫ້ ບັນຫາທາງດ້ານເສຖກິຈ ຂອງປະຊາຊົນເກົາຫລີເໜືອ ຫຍຸ້ງຍາກຂຶ້ນຕື່ມອີກ.
ພັກກໍາລັງປະຊາຊົນ ທີ່ກໍາອໍານາດຢູ່ເກົາຫລີໃຕ້ ຕໍານິກົດໝາຍໃໝ່ ຂອງເກົາຫລີເໜືອວ່າ ເປັນພັຍຄຸກຄາມ ຕໍ່ເກົາຫລີໃຕ້ ແລະປະຊາຄົມສາກົນ.”
ທ່ານ ປັກ ຈົງ-ຮາ ໂຄສົກອາວຸໂສ ຂອງພັກກໍາລັງປະຊາຊົນ ຖແລງວ່າ “ການອອກກົດໝາຍ ກ່ຽວກັບ ກໍາລັງນິວເຄລັຍຣ໌ ທີ່ເກີນກວ່າຈະຄອບຄອງ ອາວຸດນິວເຄລັຍຣ໌ ນັ້ນ ແມ່ນແຕກຕ່າງ ໄປຈາກການຍົ້ວຍຸ, ທ້າທາຍຄັ້ງກ່ອນ ແລະເປັນ ເຣື່ອງທີ່ໜ້າເສັຍໃຈຍິ່ງ ຍ້ອນມັນເປັນພັຍຄຸກຄາມ ໂດຍຕຣົງຕໍ່ຄວາມ ໝັ້ນຄົງ ຂອງຊາຕ ແລະຕໍ່ຊີວິຕຂອງປະຊາຊົນ.”
ທ່ານກ່າວຕື່ມວ່າ “ເກົາຫລີເໜືອຍັງຕີລາຄາ ສະຖານະການສາກົນຜິດຢູ່, ເຮັດໃຫ້ ຕົນເອງໂດດດ່ຽວ ແລະເຮັດໃຫ້ຕົນເອງ ຖືກລົງໂທດ.”
ພ້ອມກັນນັ້ນ ທ່ານກໍຮຽກຮ້ອງໃຫ້ ເກົາຫລີເໜືອ ປົດອາວຸດນິວເຄລັຍຣ໌ ແລະສະແດງອອກ ເຖິງຄວາມພ້ອມຢ່າງເຕັມໃຈ ທີ່ຈະຕອບໂຕ້ຕໍ່ການທ້າທາຍ ທາງດ້ານອາວຸດ.
ກ່ຽວກັບກົດໝາຍໃໝ່ ຂອງເກົາຫລີເໜືອ ທີ່ຮັບຮອງນະໂຍບາຍ ອາວຸດນິວເຄລັຍຣ໌ ແລະອະນຸຍາດໃຫ້”ໂຈມຕີແບບອັຕໂນມັດ ແລະທັນທີ ດ້ວຍອາວຸດນິວເຄລັຍຣ໌” ຫາກປະເທດຖືກໂຈມຕີທີ່ວ່ານັ້ນ
ທ່ານ ອັນໂຕນິໂອ ກູເຕີເຣສ (Antonio Guterres) ເລຂາທິການໃຫ່ຍ ສະຫະປະຊາຊາຕ ສະແດງຄວາມກັງວົນ ຢ່າງເລິກເຊິ່ງ ຜ່ານທ່ານ ສະເຕຟານ ດູຈາຣິກ (Stephane Dujarric) ຊຶ່ງເປັນໂຄສົກຂອງທ່ານໃນມື້ວັນທີ 9 ກັນຍານີ້.
ທ່ານ ສະເຕຟານ ດູຈາຣິກ ກ່າວວ່າ “ເລຂາທິການໃຫ່ຍ ສະຫະປະຊາຊາຕ ເວົ້າເລື້ອຍໆ ແລະເມື່ອມໍ່ໆຜ່ານມານີ້ ກ່ຽວກັບອາວຸດນິວເຄລັຍຣ໌.
ທ່ານຄິດວ່າ ການເພີ່ມຂຶ້ນຂອງບົດບາດ ແລະຄວາມສໍາຄັນ ຂອງອາວຸດນິວເຄລັຍຣ໌ ແລະຫລັກຄໍາສອນດ້ານຄວາມໝັ້ນຄົງ ແມ່ນຂັດກັບຄວາມພະຍາຍາມ ໃນຫລາຍທົດສະວັດຜ່ານມາ ຂອງປະຊາຄົມສາກົນໃນການຫລຸດຜ່ອນ ແລະລົບ ລ້າງຄວາມສ່ຽງ ທາງດ້ານນິວເຄລັຍຣ໌.”
ທ່ານກ່າວໂດຍຜ່ານສື່ ທາງການສໍາລັບເກົາຫລີເໜືອວ່າ “ເລຂາທິການໃຫຍ່ສະ ຫະປະຊາຊາຕ ຢໍ້າເຖິງຄໍາຮຽກຮ້ອງຂອງທ່ານຕໍ່ ສປປ ເກົາຫລີ ຫລືເກົາຫລີເໜືອ ໃຫ້ເຣີ່ມເຈຣະຈາກັບຝ່າຍ ສໍາຄັນທີ່ກ່ຽວຂ້ອງ ກັບມຸມມອງ ເພື່ອບັນລຸສັນຕິພາບທີ່ຍັ້ງຍືນ ແລະການປົດອາວຸດນິວເຄລັຍຣ໌ ທັງໝົດ ແລະກວດສອບໄດ້ຢູ່ແຫລມເກົາຫລີ.”
ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ອາເລັກຊັນເດີຣ໌ ແວກໂບ Alexander Vershbow ອະດີຕຮອງເລຂາທິການ ອົງການນາໂຕ ແລະອະດີຕທູຕສະຫະຣັຖ ອາເມຣິກາ ປະຈໍາເກົາຫລີໃຕ້ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ “ເກົາຫລີໃຕ້ ແລະສະຫະຣັຖ ບໍ່ຄວນຖືກຂົ່ມຂູ່ ຈາກເກົາຫລີເໜືອ ຊຶ່ງປະຕິເສດທີ່ຈະປະນິປະນອມ ໃນເຣື່ອງການປົດອາວຸດນິວເຄລັຍຣ໌.”
ທ່ານເວົ້າວ່າ “ສອງປະເທດຂອງພວກເຮົາ ຈໍາເປັນຕ້ອງປຶກສາຫາລືກັນ ກ່ຽວກັບສິ່ງທີ່ຕ້ອງເຮັດ ເພື່ອສນັບສນູນ ການຂັດຂວາງ ຂອງພັນທະມິຕ ຕ້ານການບີບບັງຄັບ ດ້ວຍອາວຸດນິວເຄລັຍຣ໌ ແລະເຮັດໃຫ້ແນ່ໃຈວ່າ ເກົາຫລີເໜືອ ຈະບໍ່ສົງສັຍວ່າ ພວກເຂົາຈະໄດ້ຮັບຜົລກະທົບ ຢ່າງຮ້າຍແຮງ ຖ້າຫາກພວກເຂົາໃຊ້ອາວຸດນິວເຄລັຍຣ໌.”
ທ່ານກ່າວວ່າ “ຈະບໍ່ເປັນໜ້າແປກໃຈເລີຍ ທີ່ຄໍາຖແລງຂອງເກົາຫລີເໜືອກະຕຸ້ນ ການອະທິບາຍຢ່າງຕໍ່ເນື່ອງ ຢູ່ພາຍໃນເກົາຫລີໃຕ້ ກ່ຽວກັບການຈັດຫາອາວຸດນິວເຄລັຍຣ໌ ຂອງຕົນເອງ.”
ແລະທ່ານເຊື່ອວ່າ ຍຸທສາຕດີທີ່ສຸດ ຄືການມຸ້ງເນັ້ນ ໃສ່ການເສີມສ້າງຄວາມເຂັ້ມແຂງ ໃນການຂັດຂວາງສິ່ງດັ່ງກ່າວ.
ທ່ານກ່າວຕື່ມວ່າ “ປະເທດຂອງພວກເຮົາ ຄວນສນັບສນູນການປົດອາວຸດນິວເຄລັຍຣ໌ ຕໍ່ໄປ ຊຶ່ງເປັນພື້ນຖານພຽງອັນດຽວ ສໍາລັບສັນຕິພາບທີ່ຍືນຍົງ ຢູ່ແຫລມເກົາຫລີ ແລະເຮັດໃຫ້ການພົວພັນກັບ ສປປ ເກົາຫລີ ເປັນປົກກະຕິ.”
ທ່ານ ແອນດຣູ ຍີໂອ (Andrew Yeo) ປະທານສະຖາບັນ ບຣູກກິ້ງ ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອາເມຣິກາ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າກົດໝາຍໃໝ່ຂອງເກົາຫລີເໜືອນີ້ ບໍ່ໄດ້ປ່ຽນແປງນະໂຍບາຍ ກ່ຽວກັບອາວຸດນິວເຄລັຍຣ໌ ຂອງເກົາຫລີເໜືອຫຍັງຫລາຍ, ຍ້ອນວ່າ ເກົາຫລືເໜືອໄດ້ປະກາດຕົນເອງມາແລ້ວ ເມື່ອປີ 2013 ວ່າເປັນຣັຖນິວເຄລັຍຣ໌ ຊຶ່ງເປັນແນວທາງ ໃນການປ້ອງກັນ ຕົນເອງ ຂອງເກົາຫລີເໜືອ.
ທ່ານກ່າວຕື່ມວ່າ ໃນການຕອບໂຕ້ ຂໍ້ຄວາມຂອງເກົາຫລີເໜືອ ທີ່ “ປິດປະຕູ” ຕໍ່ຄວາມພະຍາຍາມໃນການ ປົດອາວຸດນິວເຄລັຍຣ໌ ທ່ານ ໂຈ ໄບເດນ ປະທານາທິບໍດີ ສະຫະຣັຖ ອາເມຣິກາ ແລະປະທານາທິບໍດີ ຍຸນ ຊອກ-ຍູນ (Yoon Seok-youl) ຂອງເກົາຫລີໃຕ້ ຈະດໍາເນີນການ ຕາມມາຕການປ້ອງກັນ ຫລາຍຂຶ້ນ.
ທ່ານ ຍີໂອ ເວົ້າວ່າ “ສໍາລັບການມີສ່ວນຮ່ວມ ທີ່ຈະກັບມາຕົກລົງກັນ ກັບເກົາຫລີ ເໜືອ, ເກົາຫລີໃຕ້ ແລະສະຫະຣັຖ ອາຈຕ້ອງຍອມຮັບເກົາຫລີເໜືອ ເປັນຣັຖນິວເຄລັຍຣ໌ ກ່ອນ ແລະດໍາເນີນການຕາມຂໍ້ຕົກລົງຄວບຄຸມອາວຸດ. ແຕ່ເບິ່ງຄືວ່າ 2 ປະເທດນີ້ ຈະຍັງບໍ່ພ້ອມ ທີ່ຈະກ້າວໄປໃນທິດທາງນີ້.”
ແລະທ່ານ ແຮຣີ ແຮຣິສ (Harry Harris) ອະດີຕທູຕສະຫະຣັຖ ປະຈໍາເກົາຫລີ ໃຕ້ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ສານຂອງເກົາຫລີເໜືອ ເຖິງຊາວໂລກ ບໍ່ເປັນໜ້າແປກໃຈ, “ແນວຄິດທີ່ວ່າເກົາຫລີເໜືອຈະເຕັມໃຈ ປະຖິ້ມໂຄງການນິວເຄລັຍຣ໌ ຂອງຕົນນັ້ນ ແມ່ນໄຮ້ດຽງສາ.”
ທ່ານເວົ້າວ່າ “ ທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ຢືນຢັນເຈຕນາ ຂອງຕົນແລ້ວ. ສະຫະຣັຖ ແລະເກົາຫລີໃຕ້ ຕ້ອງສືບຕໍ່ຮັບປະກັນ ພັນທະມິຕ ໃນການກຽມພ້ອມ ສໍາລັບທຸກພັຍຄຸກຄາມຈາກເກົາຫລີເໜືອ.”
ທ່ານກ່າວຕື່ມວ່າ ເກົາຫລີໃຕ້ຄວນເພິ່ງພາການປ້ອງກັນຂອງສະຫະຣັຖຕໍ່ໄປ ແທນທີ່ຈະດໍາເນີນໂຄງການອາວຸດນິວເຄລັຍຣ໌ຂອງຕົນເອງ.
ແລະທ່ານ ໂຣເບີດ ກາລລຸດຊີ (Robert Gallucci) ອະດີຕຫົວໜ້າຜູ້ເຈຣະຈາ ຂອງສະຫະຣັຖດ້ານນິວເຄລັຍຣ໌ ກັບເກົາຫລີເໜືອ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ແນວທາງໃໝ່ຂອງເກົາຫລີໜືອ ໃນນະໂຍບາຍນິວເຄລັຍຣ໌ ແມ່ນ “ກ້າວໄປໃນທາງ ທີ່ຜິດພາດ.”
ທໍານຽບຂາວ ແລະກະຊວງການຕ່າງປະເທດ ສະຫະຣັຖ ອອກຖແລງການ ເມື່ອວັນສຸກຜ່ານມາ ປະຕິເສດວ່າ ສະຫະຣັຖ ບໍ່ມີເຈຕນາເປັນສັດຕຣູ ຕໍ່ເກົາຫລີເໜືອ.
ຖແລງການນັ້ນລະບຸວ່າ ສະຫະຣັຖ ຍັງຫາຊ່ອງທາງແກ້ໄຂບັນຫາ ສະພາບການ ໃນແຫລມເກົາຫລີ ທາງການທູຕຢູ່ຕໍ່ໄປ ແລະພ້ອມດຽວກັນ ກໍຍັງມຸ້ງໝັ້ນທີ່ຈະປົກປ້ອງ ເກົາຫລີໃຕ້ຢ່າງເຕັມທີ່.
ກ່ຽວກັບບັນຫາອາວຸດນິວເຄລັຍຣ໌ ຂອງເກົາຫລີເໜືອ ຜູ້ນໍາ ສປປ ລາວ ບໍ່ເຄີຍເວົ້າ ເຖິງແນວທາງນະໂຍບາຍ ຫລືຄວາມໃນໃຈ ທີ່ແທ້ຈິງຂອງຕົນ ທີ່ສນັບສນູນປະເທດ ທີ່ເດີນຕາມເສັ້ນທາງສັງຄົມນິຍົມດ້ວຍກັນ, ມີແຕ່ຍ້ອງຍໍສັນລະເສີນ ເກົາຫລີເໜືອ ເພື່ອຜົລປໂຍດທາງການເມືອງ ໃຫ້ສັງຄົມຮູ້.
ສິ່ງດັ່ງກ່າວ ສະແດງໃຫ້ເຫັນ ຢູ່ໃນໂອກາດວັນຊາຕເກົາຫລີເໜືອ ວັນທີ 9 ກັນຍາ ຄົບຮອບ 74 ປີຕື່ມອີກຄັ້ງນຶ່ງ ທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ໄດ້ສົ່ງສານອວຍພອນ ເຖິງທ່ານ ຄິມ ຈ໊ອງ-ອືນ (Kim Jong-un) ຜູ້ນໍາສູງສຸດ ເກົາຫລີເໜືອ ໃນມື້ວັນທີ 9 ກັນຍານີ້ ຊຶ່ງໃນນັ້ນໄດ້ຍົກຍ້ອງສັນລະເສີນວ່າ ໃນປັດຈຸບັນ ສປປ ເກົາຫລີ ສືບຕໍ່ໄດ້ຮັບການພັດທະນາ ຢ່າງຮອບດ້ານ ແລະນໍາໄປສູ່ການມີສະເຖັຍລະພາບ ທາງດ້ານການເມືອງ ທີ່ໜັກແໜ້ນ, ເສຖກິຈມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ການປ້ອງກັນຊາຕ, ປ້ອງກັນຄວາມສະຫງົບ ໄດ້ຮັບການພັທນາຢ່າງວ່ອງໄວ ແລະທັນສະໄໝ, ຊີວິຕການເປັນຢູ່ ຂອງປະຊາຊົນເກົາຫລີ ໄດ້ຮັບການພັທນາຂຶ້ນເທື່ອລະກ້າວ, ການພົວພັນຕ່າງປະເທດ ນັບມື້ນັບໄດ້ຮັບການເປີດກວ້າງ, ປະກອບສ່ວນຍົກສູງ ຖານະບົດບາດຂອງ ສປປ ເກົາຫລີ ໃນເວທີພາກພື້ນ ແລະສາກົນ.
ແລະທັງເຊື່ອໝັ້ນວ່າ ສປປ ເກົາຫລີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະຈະ ເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ ໃນການກໍ່ສ້າງ ສັງຄົມນິຍົມ ທີ່ຮັ່ງມີ ເຂັ້ມແຂງ ແລະບັນລຸເປົ້າໝາຍ ໃນການທ້ອນໂຮມ ປະເທດຊາຕໂດຍສັນຕິວິທີ ປາສະຈາກ ການແຊກແຊງ ຈາກພາຍນອກ. ສະບາຍດີ