ຄະດີຄາຕະກັມ ບິນລີ້ ຖືກຮື້ຟື້ນຄືນ, ແຕ່ ຄະດີ ສົມບັດ ສົມພອນ ຍັງມິດງຽບ

ອຸ່ນແກ້ວ
2022.09.10
ຄະດີຄາຕະກັມ ບິນລີ້ ຖືກຮື້ຟື້ນຄືນ, ແຕ່ ຄະດີ ສົມບັດ ສົມພອນ ຍັງມິດງຽບ ພິນນະພາ ພຶກສາພັນ ຫຼື ມຶນໍ ມື້ລາງ ພັນລະຍາ ຂອງທ່ານ ພໍລະຈີ ຣັກຈົງຈະເຣີນ (ບິລລີ້) ຢູ່ຂ້າງພາບຖ່າຍ ຂອງສາມີ ຜູ້ທີ່ເສັຽຊີວິຕ ວັນທີ 16 ກັນຍາ 2019.
ັAFP

ສຳ​ນັກຂ່າວ BenarNews ໄດ້ຣາຍງານວ່າ ສານໄທຍ ໄດ້ສັ່ງຟ້ອງອະດີຕຫົວໜ້າ ອຸທະຍານແຫ່ງຊາຕແກ່ງກະຈານ ແລະ ລູກນ້ອງອີກ 3 ຄົນ ໃນຂໍ້ຫາຄາກັມ ນັກເຄື່ອນໄຫວດ້ານສິທທິ ທີ່ດິນຊາວກະຫລ່ຽງ ໃນ 8 ປີ ທີ່ຜ່ານມາ ກ່ອນທີ່ຈະປ່ອຍຜູ້ຕ້ອງຫາ ໃຫ້ໄດ້ຮັບການປະກັນໂຕ ເຊິ່ງເຮັດໃຫ້ບັນດານັກສິທທິມະນຸສ ມີການວິພາກວິຈານກັນຢ່າງກ້ວາງຂວາງ

ໃນ​ວັນຈັນ ທີ່ຜ່ານມາ, ທ່ານ ໄຊວັດ ລີມລິຂິຕອັກສອນ ອະດີຕຫົວໜ້າອຸຍານແຫ່ງຊາຕ ແກ່ງກະຈານ ແລະ ອະດີຕລູກນ້ອງເກົ່າຂອງລາວອີກ​ 3 ຄົນ ທີ່ເຄີຍເຮັດວຽກ ຢູ່ອຸຍານແຫ່ງຊາຕ ແກ່ງກະຈານ ປະຕິເສດຕໍ່ຂໍ້ກ່າວຫາ ໃນການມີສ່ວນພົວພັນ ກັບການຫາສາບສູນ ແລະ ການຕາຍຂອງ ນັກເຄື່ອນໄຫວ ກະຫລ່ຽງ ທີ່ຊື່ວ່າ ປໍລາຈີ ຣາຈອງຊາຣົງ ຫຼື ບິນລີ້.

ສານ​ອາຍາຄະດີທຸຈະຣິຕ ແລະ ປະພຶດມິຊອບກລາງ ໄດ້ປ່ອຍໂຕຜູ້ຕ້ອງຫາທັງ 4 ຄົນ ດ້ວຍການອະນຸຍາດໃຫ້ ຜູ້ຕ້ອງຫາໄດ້ຮັບການປະກັນໂຕ ໃນວົງຈຳນວນ 800,000 ບາດ ອີງຕາມ ທ່ານ ປຣະຢຸດ ເພັດກູນ ໂຄສົກຫ້ອງການ ໄອຍະການຂອງໄທ. ກົມສອບສວນຄະດີພິເສດ ກະຊວງຍຸຕິທັມຂອງໄທຍ ໄດ້ດຳເນີນການຟ້ອງຮ້ອງ ອະດີຕເຈົ້າໜ້າທີ່ອຸທະຍານແຫ່ງຊາຕ ແກ່ງກະານ ຢູ່ແຂວງ ເພັດຊະບູຣີ ຂອງໄທຍ ຕັ້ງຢູ່ຕິດກັບຊາຍແດນພະມ້າ.

ທ່ານ ປ​ຣະຢຸດ ເພັດກູນ ໂຄສົກຫ້ອງການ ໄອຍະການຂອງໄທຍ ໄດ້ກ່າວວ່າຕອນນຶ່ງວ່າ:

ສຳລັບຄະດີນີ້, ພວກເຮົາໄດ້ກະກຽມສຳນວນການຟ້ອງຮ້ອງຕາທີ່ກົມສອບສວນພິເສດໄດ້ເນີມາ.”

ທ່ານ ປ​ຣະຢຸດ ເພັດກູນ ກ່າວວ່າ ເປັນການຟ້ອງຮ້ອງ ຄະດີຄາະກັມ, ການກັກຂັງທີ່ບໍ່ຖືກກົດໝາຍ, ການອຳຟາງສົບຜູ້ຕາຍ, ການໃຊ້ອາວຸດປືນຄຸກຄາມເຍື່ອ ແລະ ການຕິບັດຜິດຫຼັກການ.

ສານ​ໄດ້ ວິນິໄສ ໃນການດຳເນີນຄະດີ ເຈົ້າໜ້າທີ່ຣັຖ ແລະ ບຸກຄົນອື່ນໆ ທີ່ມີສ່ວນຮູ້ເຫັນ ໃນການເຮັດຜິດ ທີ່ກ່ຽວພັນກັບການຮັບສິນບົນ, ການຄຸກຄາມ, ການໃຊ້ກຳລັງບັງຄັບ ແລະ ການກະທຳແບບມາເຟັຽ.

ທ່ານ ໄຊວັດ ປັດ​ຈຸບັນ ເຮັດວຽກເປັນເຈົ້າໜ້າທີ່ ບໍຣິຫານດ້ານການອະນຸຣັກ ຢູ່ແຂວງອຸບົນຣາທານີ, ໄດ້ປະຕິເສດທຸກຂໍ້ກ່າວຫາ ສ່ວນວ່າ ຜູ້ຕ້ອງຫາຄົນອື່ນໆ ອີກ 3 ຄົນ ກໍຖືກສັ່ງຟ້ອງ ແລະ ຖືກປ່ອຍໂຕອອກມາດ້ວຍການປະກັນໂຕ.

ທ່ານ ໄຊວັດ ທີ່​ຕົກເປັນຜູ້ຕ້ອງຫາ ໄດ້ກ່າວວ່າ ລາວເອງບໍ່ໄດ້ຈັບຜູ້ຕ້ອງສົງໄສ ທີ່ເປັນຄົນຊົນເຜົ່າ ແລະ ໄດ້ຢືນຢັນຄວາມບໍຣິສຸດ ຂອງຕົນເອງ ແລະ ບໍ່ເຄີຍດຳເນີນກະທຳຜິດຫຍັງ ຕາທີ່ຖືກກ່າວຫາ.

ທ່ານ ໄຊວັດ ໄດ້​ກ່າວວ່າ:

ໃນເບື້ອງຕົ້ນ ຂ້ອຍ (ໝາຍເຖິງທ່ານ ໄຊວັດ) ຮູ້ສຶກເສັຽໃຈ ແຕ່ກໍຮູ້ວ່າ ກໍຈະໄດ້ຮັບຄວາມຍຸຕິທັມ ມັນຈະດີ ທີ່ຈະໄດ້ຮັບຄຳຕອບທີ່ຈະແຈ້ງໃຫ້ແກ່ຊຸມຊົນ.”   

ແຕ່ ນັກ​ເຄື່ອນໄຫວດ້ານສິທທິມະນຸສ ໄດ້ກ່າວວ່າ:

ມັນມີຄວາມຈຳເປັນ ທີ່ໃຫ້ສາທາລະນະຮັບຮູ້ເຖິງຄະດີນີ້ ເພື່ອສະແດງ​​ໃຫ້ເຫັນວ່າ ມີຄວາມເຊື່ອໝັ້ນຕໍ່ລະບົບຕຸລາການຂອງໄທຍ ແລະ ກົມສອບສວນຄະດີພິເສດ ແລະ ທັງໄອຍະການ ສາມາດນຳເອົາຄວາມຈິງມາສູ່ສານ.”

ທ່ານ ພອນ​ເພັນ ກ້ອງຂະຈອນກຽດ ນັກເຄື່ອນໄຫວດ້ານສິທທິມະນຸສ ໄດ້ກ່າຕໍ່ນັກຂ່າວ ວ່າ: ນີ້ເປັນການດຳເນີນຄະດີ ການບັງຄັບໃຫ້ບຸກຄົນຫາຍສາບສູນ ໃນປະເທດສາໄທຍ

ທ່ານ ຟິວ ໂຣ​ເບີດຊັ້ນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ ຫຼື Human Rights Watch ປະຈຳເຂດເອເຊັຽໄດ້ກ່າວ່າ:

ເຈົ້າໜ້າທີ່ສືບສວນ-ສອບສວນຂອງຣັຖ ແລະ ກຸ່ມອົງກາຈັດຕັ້ງພາກປະຊາສັງຄົມ ໄດ້ສແດງຄວາມເປັນຫ່ວງວ່າ ທ່ານ ໄຊວັດ ແລະ ລູກນ້ອງ ຈະໃຊ້ກຳລັງແລະ ອິດທິພົນ ມານາບຂູ່ ຄຸກຄາມ ພະຍານ ສະນັ້ນ ຫຼາຍຄົນຈຶ່ງມີຄວາມເປັນຫ່ວງ ກ່ຽວກັບກໍຣະນີ ທີ່ຜູ້ຕ້ອງຫາຖືກປະກັນໂຕ ອອກມາ.”

ທ່ານ ກ່າວ​ຕື່ມອີກວ່າ ເຈົ້າໜ້າທີ່ຈະຕ້ອງປົກປ້ອງພະຍານ ແລະ ຕິດຕາມ ທ່ານ ໄຊວັດ ແລະ ພັກພວກ ແລະ ມັນມີຄວາມສຳຄັນ ທີ່ຈະຮັບປະກັນໃຫ້ມີການດຳເນີນຄະດີທີ່ເສຣີ ແລະ ເປັນທັມ ເພື່ອເອົາຜູ້ກະທຳຜິດ ມາຮັບຜິດຊອບໂດຍບໍ່ສົນວ່າ ຜູ້ກະທຳຜິດເຫຼົ່ານັ້ນ ມີຖານະຕຳແໜ່ງຫຍັງ.

ການ​ດຳເນີນການ ຂອງສານ ເປັນໄປຕາມ ການອະນຸມັດຂອງສະພານິຕິບັນຍັດໄທຍ ກ່ຽວກັບຮ່າງກົດໝາຍ ຕ້ານການທໍຣະມານແລະ ການບີບບັງຄັບ ໃຫ້ບຸກຄົນຫາຍສາບສູນ

ຫຼັງ​ຈາກ ທ່ານ ໄຊວັດ ໄດ້ມີການຍົກຍ້າຍ ຊົນເຜົ່າກະຫລ່ຽງ ອອກຈາກອຸທະຍານແຫ່ງຊາຕ ແກ່ງກະຈານ. ທ່ານ ບິນລີ້ ນັກເຄື່ອນໄຫວ ດ້ານສິທທິທາງດ້ານທີ່ດິນ ໄດ້າຍສາບສູນໄປ ໃນວັນທີ 17 ເມສາ 2014 ຫຼັງຈາກ ເຈົ້າໜ້າທີ່ອຸທະຍານ ໄດ້ຢຸດລາວ ຢູ່ຈຸດກວດ ໃນຂະນະທີ່ລາວກຳລັງ ເດີນທາງໄປພົບຊາວບ້ານ ທີ່ເປັນຊົນເຜົ່າກະຫລ່ຽງ.    

ທ່ານ ບິນ​ລີ້ ໄດ້ຖືກນຳມາໃຫ້ປາກຄຳ ໃນມື້ຕໍ່ມາ ໃນຄະດີ ທີ່ຊາວນາກະຫລ່ຽງ ໄດ້ຍື່ນຟ້ອງ ທ່ານ ໄຊວັດ ທີ່ເປັນຫົວໜ້າ ເຈົ້າໜ້າທີ່ອຸທະຍານແຫ່ງຊາຕ ແກ່ງກະຈານ ແລະ ເຈົ້າໜ້າທີ່ຄົນອື່ນໆ ໃນເວລານັ້ນ. ປະຊາຊົນຊາວກະຫລ່ຽງ ໄດ້ຮ້ອງຟ້ອງເຈົ້າໜ້າທີ່ ອຸທະຍານແຫ່ງຊາຕ ແກ່ງກະຈານ ທີ່ໄປມ້າງເຮືອນ ແລະ ຈູດເຮືອນເຂົາເຈົ້າ ແລະ ຊັບສິນຂອງປະຊາຊົນ ຊາວກະຫລ່ຽງ ຢູ່ໝູ່ບ້ານໃກ້ຄຽງ ເຂດບາງກອຍ ໃນປີ 2011.  

ເຂດ​ແກ່ງກະຈານ ເປັນອຸທະຍານແຫ່ງຊາຕ ທີ່ກວ້າງໃຫຍ່ທີ່ສຸດ ໃນປະເທດໄທຍ ເປັນບ່ອນຢູ່ອາໃສ ຂອງປະຊາຊົນ ທີ່ເປັນຊົນເຜົ່າປະກາກະຍໍຫຼື ກະຫລ່ຽງ ທີ່ເປັນຊາວເຂົາ ອົຍົບມາຈາກປະເທດພະມ້າ, ລາວ ແລະ ໄທ

ອົງ​ການສິ້ງຊອມ ດ້ານສິທທິມະນຸສ ໄດ້ກ່າວວ່າ ທ່ານ ບິນລີ້ ໄດ້ຢື່ນຄຳຟ້ອງຮ້ອງ ແລະ ເອກສານທີ່ກ່ຽວຂ້ອງ ໃນເວລາທີ່ລາວຖືກຈັບ.

ຄອບ​ຄົວຂອງ ທ່ານ ບິນລີ້ ໄດ້ຟ້ອງ ທ່ານ ໄຊວັດ ໃນຂໍ້ຫາທີ່ເຮັດໃຫ້ ທ່ານບິນລີ້ ຫາຍສາບສູນ ແຕ່ວ່າ ຄະດີດັ່ງກ່າວ ກໍຖືກສັ່ງຍົກຟ້ອງໄປ ຫຼັງຈາກ ຄະນະລູກຂຸນ ເຫັນວ່າ ມີຫຼັກຖານບໍ່ພຽງພໍ ໃນການສົ່ງຟ້ອງສານ. ອາະດີຕ ຫົວໜ້າເຈົ້າໜ້າທີ່ ອຸທະຍານແຫ່ງຊາຕ ແກ່ງກະຈານ ແລະ ລູກນ້ອງ ໄດ້ໃຫ້ການຕໍ່ ຕຳຣວດວ່າ ເຂົາເຈົ້າ ໄດ້ປ່ອຍ ທ່ານ ບິລີ້ ຫຼັງຈາກທີ່ໄດ້ສອບປາກຄຳແລ້ວ ໃນຂໍ້ຫາທີ່ມາເກັບນ້ຳເຜິ້ງ ໃນປ່າແບບຜິດກົດໝາຍ.

ຕໍ່​ມາ ພັນລະຍາຂອງ ທ່ານ ບິນລີ້ ກໍໄດ້ຍື່ນຄຳຮ້ອງທຸກ ໄປຫາກົມ​​ສືບສວນ ຄະດີພິເສດ ໃຫ້ຟື້ນຄະດີສາມີຂອງຕົນ ຄືນໃໝ່.

ໃນ​ເດືອນກັນຍາ 2019, ເຈົ້າໜ້າທີ່ ກົມສອບສວນຄະດີພິເສດ ໄດ້ພົບກະດູກຂອງຄົນ ຢູ່ໃນຖັງນ້ຳມັນ ຢູ່ອ່າງເກັບນ້ຳ ອຸທະຍານແຫ່ງຊາຕ.

ຫຼັງ​ຈາກນັ້ນ ຜົນຂອງການຊັນະສູຕ ກໍມີການຢືນຢັນວ່າ DNA ທີ່ພົບຢູ່ໃນ ຖັງນ້ຳມັນ ເປັນຂອງທ່ານ ບິນລີ້ ຜູ້ທີ່ຫາຍສາບສູນໄປ.  

ໃນ​ປີຕົ້ນປີ 2020, ໄອຍະການໄທຍ ຖແລງວ່າ ການຟ້ອງຮ້ອງຜູ້ຕ້ອງຫາທັງ 4 ຄົນໃນຂໍ້ຫາຄາກັມ ກໍຖືກຍົກຟ້ອງໄປ.

ແຕ່​ ໄດ້ມີການຮື້ຟື້ນຄະດີຄືນໃໝ່ ໃນເວລາທີ່ ຫົວໜ້າກົມສອບສວນຄະດີພິເສດ ຫຼື DSI ຄົນໃໝ່ເຂົ້າມາດຳລົງຕຳແໜ່ງ. ສຳນັກງານ​​ໄອຍະການໄທຍ ໄດ້ແລງໃນເດືອນສິງຫາ ວ່າ ຈະໄດ້ຟ້ອງຮ້ອງ ທ່ານ ໄຊວັດ ທີ່ນຳໄປສູ່ການເຂົ້າສູ້ກັນໃນຊັ້ນສານ.

ອັນ​ນັ້ນ​ເປັນ​ກໍ​ຣະ​ນີ​ ການ​ດຳ​ເນີນ​ຄະ​ດີ ຂອງ ທ່າວ ບິນ​ລີ້ ທີ່​ເປັນ​ນັກ​ເຄື່ອນ​ໄຫວ ​ສິດທທິ​ດ້ານ​ທີ່​ດິນຂອງ​ຊາວ​ກະ​ຫລ່ຽງ ຢູ່​ປະ​ເທດ​ໄທ​ຍ.

ແຕ່ ຢູ່​ປະ​ເທດ​ລາວ ເຫດ​ການ​ລັກພາຕົວ​ ທ່ານ ສົມບັດ ສົມພອນ ນັກພັນາອາວຸໂສ ດີເດັ່ນຂອງລາວ ກໍ​ຜ່ານ​ໄປ 9 ປີ ປາຍ​ແລ້ວ, ແຕ່ ອົງ​​ການພາກປະຊາສັງຄົມ ຫຼາຍອົງການ ກໍຍັງຄົງເວົ້າເຖິງ ທ່ານ ສົມບັດ ສົມພອນ ແລະ ທວງຖາມນຳຣັບານລາວ.

ທ່ານ Phil Roberson, ຮອງຜູ້ອຳນວຍການ ອົງ​ການສິ້ງຊອມດ້ານສິທທິມະນຸສ ຫຼື Human Rights Watch ປະຈຳຂົງເຂດເອເຊັຽ​ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ

ມັນເປັນທີ່ກະຈ່າງແຈ້ງວ່າ ຣັບານລາວຮູ້ວ່າ ທ່ານ ສົມບັດ ຢູ່ໃສ ເພາະວ່າ ລາວຖືກລັກພາໂຕຢູ່ຕໍ່ໜ້າປ້ອມຍາມຕຳຣວດ.”

ທ່ານ Phil Roberson ກ່າວຕື່ມວ່າ:

ຣັບານລາວ ມີການປົກປິດ ໂດຍເພາະ ຢູ່ໃນພະນັກງານລະດັບສູງ ທີ່ພະຍາຍາມບໍ່ໃຫ້ມີການສືບສວນ ​ການຫາຍສາບສູນຂອງ​ ​ທ່ານ ສົມບັດ ສົມພອນທັນະຂອງພວກເຮົາ ​ກໍຄື ຣັບານລາວຮູ້ດີວ່າ ແມ່ນຫຍັງເກີດຂຶ້ນ ແລະ ຣັບານກໍຍາຍາມປົກປິດຂ້າພະເຈົ້າໝາຍຄວາມວ່າ ການຫາຍສາບສູນບໍ່ເພາະແຕ່ ທ່ານ ສົມບັດ ສົມພອນ ແຕ່ ກໍຍັງມີຄົນອື່ນອີກ​ ສະນັ້ນ ພວກເຮົາຈຶ່ງຕ້ອງການໃຫ້ຣັບານລາວ ເຄົາຣົບ ສົນທິສັນຍາ​ ກົນຂອງສະຫະປະຊາຊາຕ ວ່າດ້ວຍການຕ້ານ​ ການຫາຍສາບສູນ​ ດ້ວຍການບີບບັງຄັບ.”

ເຈົ້າ​ໜ້າ​ທີ່ຣັຖ ບໍ່ຕ້ອງການທີ່ຈະຊອກຫາໂຕ ທ່ານ ສົມບັດ ສົມພອນ ແລະ ຕັ້ງໃຈທີ່ຈະເຮັດເຣື່ອງມິດງຽບໄປ

ເຈົ້າ​ໜ້າທີ່ອົງການຈັດຕັ້ງ​ ພາກປະຊາສັງຄົມ ທ່ານ ນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ຖືວ່າ ມັນກະມິດງຽບໄປຫຼາຍປີລະ ໃນ 4-5 ປີ ທຳອິດ ມັນກະຖືວ່າ ເປັນປະເດັນຟົດຮ້ອນຢູ່ ແຕ່ວ່າ ຫຼັງໆ ກະເລີ່ມມິດງຽບ ເພາະວ່າ ຫຼາຍຄົນ ກໍບໍ່ຄ່ອຍໄດ້ກ່າວເຖິງເພິ່ນຄວາມຈິງກະຫຼາຍຄົນຮູ້ຈັກເພິ່ນທ່ານ ສົມບັດ ໃນນາມນັກພັນາ ທີ່ເປັນຄົນລາວ ຢາກເຫັນປະເທດຊາຕ ໄດ້ຮັບການພັນາໃນຫຼາຍດ້ານ ໂດຍເພາະ ໃນດ້ານການສຶສາຫັ້ນ

ນອກ​ຈາກນີ້ ຍາ​ນາງ ອຶ້ງ ຊຸ່ຍເມັ້ງ ພັຍາ ຂອງທ່ານສົມບັດ ກໍໄດ້ຂຽນປື້ມກ່ຽວກັບຊີວິຕ ແລະ ຜົງານຂອງທ່ານສົມບັດອຶ້ງ ຊຸ່ຍເມັ້ງ ພັຍາຂອງ ທ່ານ ສົມບັດ ສົມພອນ ໄດ້ເວົ້າເຖິງເຫດຜົ ໃນການຂຽນປຶ້ມ ວ່າ:

ເມື່ອ​ ຂ້າພະເຈົ້າ ​ເຣີ່ມຂຽນປຶ້ມ ຂ້າພະເຈົ້າ ໄດ້ຖາມຕົວເອງວ່າ ເປັນຫຍັງຈະຕ້ອງເວົ້າເຖິງສິ່ງທີ່ເກີດຂຶ້ນ.”

ຍານາງ ຊຸ່ຍເມັ້ງ ກ່າວ​ຕື່ມອີກວ່າ

ດ້ວຍເຫດຜົລນີ້ ລາວຈຶ່ງຕັດສິນໃຈ ຂຽນປຶ້ມ ເພື່ອບັນທຶກຊີວິຕ ແລະ ຜົງານຂອງ ທ່ານ ສົມບັດ ເພື່ອໃຫ້ຜົງານຂອງ ທ່ານ ຍັງຄົງຢູ່.” 

ອົງການຈັດຕັ້ງ ພາກປະຊາຊົນສັງຄົມ ທັງພາຍໃນລາວ ແລະ ຕ່າງປະເທດ ຍັງສືບຕໍ່ທວງຖາມ ເຖິງຊະຕາກັມ ຂອງທ່ານ ສົມບັດ ສົມພອນ ແລະ ຢາກໃຫ້ທາງການລາວ ຊອກຫາກຸ່ມຄົນບໍ່ດີ ທີ່ລັກພາໂຕທ່ານໄປ ມາລົງໂທສ ໃຫ້ໄດ້.

ຢູ່​ໃນ​ກອງ​ປະ​ຊຸມ ວ່າດ້ວຍ ສິທທິພົລເມືອງ ແລະ ສິທທິທາງການເມືອງ ຢູ່ນະຄອນເຈ່ນິວາ, ປະເທດສະວິສເຊີແລນດ໌ ເມື່ອເດືອນກໍຣະກະດາ 2018 ທີ່ຜ່ານມາ, ທ່ານ ພູໂຂງ ສີສຸຣາສ, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຂອງ​ລາວ ໃນ​ເວ​ລາ​ນັ້ນ ໄດ້​ກ່າວ​ກ່ຽວ​ກໍ​ຣະ​ນີ ທ່ານ ສົມ​ບັດ ສົມ​ພອນ ຕອນ​ນຶ່ງວ່າ:

ຂ້າພະເຈົ້າ ຂໍຢືນຢັນວ່າ ຣັຖບານ ຍັງເປັນຫ່ວງເປັນໃຍຫຼາຍ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຄືດັ່ງກັບພົລເມືອງລາວ ຜູ້ອື່ນໆ. ບໍ່ມີຜູ້ໃດ ຈະເປັນຫ່ວງເປັນໃຍ ຫຼາຍໄປ ກວ່າຣັຖບານລາວ ຫຼື ປະຊາຊົນລາວ ຕໍ່ການຫາຍສາບສູນ ຂອງພົລເມືອງລາວ.

ທ່ານ ສົມ​ບັດ ສົມພອນ ນັກພັນາອາວຸໂສ ດີເດັ່ນຂອງລາວ ໄດ້ຮັບຣ່າງວັນ ຣາມອນ ແມັກໄຊໄຊ ໃນປີ 2005 ໃນສາຂາການພັນາຊຸມຊົນທ່ານ ສົມບັດ ສົມພອນ ຖືລັກພາໂຕໄປໃນວັນທີ 15 ທັນວາ ປີ 2012 ຢູ່ ຕໍ່ໜ້າ ປ້ອມຍາມຕຳຣວດ ຖນົກທ່າເດື່ອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນການລັກຖາຕົວໃນເວລານັ້ນ ມີເຈົ້າໜ້າທີ່ ຢູ່ໃນເຄື່ອງແບບຕຳວດ ຮ່ວມຂບວນການຢູ່ນຳ ອີງຕາຫຼັກຖານ ຈາກກ້ອງວົງຈອນປິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.