ເຂື່ອນ ໃນແມ່ນ້ຳຂອງ ເຮັດໃຫ້ນ້ຳຂອງ ຂາດຝຸ່ນຕົມເພີ່ມຂຶ້ນ
2022.12.24
ໄລຍະນີ້ ກໍແມ່ນຣະດູໜາວ ຫຼື ຣະດູແລ້ງແລ້ວຢູ່ລາວ; ແມ່ນໍ້າຂອງກໍເຣີ່ມແຫ້ງ ແລະໃນໄລຍະ 2-3 ປີທີ່ຜ່ານມາ ບາງເທື່ອໃນຍາມນີ້ ນໍ້າຂອງ ກໍໃສ ກາຍເປັນສີຄາມ. ຊາວລາວຫຼາຍຄົນ ຖາມກັນວ່າ ເປັນຫຍັງແມ່ນ້ຳຂອງ ຈຶ່ງກາຍເປັນສີຄາມ ຫຼືສີຟ້າ?
ເພື່ອຕອບຄຳຖາມນັ້ນ, ນັກວິທະຍາສາຕຫຼາຍຄົນໃນໂລກ ໄດ້ສຶກສາ ສຳຣວດ ຄົ້ນຄວ້າ ແລະວິເຄາະປະກົດການແມ່ນ້ຳຂອງ ໃນໄລຍະຊາວປີທີ່ຜ່ານມາ; ຕົວຢ່າງ ອົງການຊິງຊອມເບິ່ງສິ່ງແວດລ້ອມ ສາກົນ ຫຼື Earth EOMAP ໄດ້ແທກຄວາມຂຸ່ນ ຂອງນໍ້າໃນແມ່ນ້ຳຂອງ ນັບແຕ່ປີ 1995 ເປັນຕົ້ນມາ ແລະໄດ້ເຜີຍແຜ່ຜົນຂອງການວັດແທກນັ້ນ ເມື່ອວັນທີ່ 20 ເດືອນທັນວາ ປີ 2022 ນີ້ວ່າ ເມື່ອປີ 2000, ແມ່ນໍ້າຂອງ ຂຸ່ນຫຼາຍ ມີຄວາມຂຸ່ນສູງ ແທກໄດ້ເຖິງ 125 ຫົວໜ່ວຍ; ແຕ່ຫຼັງຈາກມີການສ້າງເຂື່ອນ 11 ແຫ່ງ ໃສ່ແມ່ນ້ຳລ້ານຊ້າງ ຫຼືແມ່ນ້ຳຂອງຕອນເໜືອ ຢູ່ຈີນ ແລະ ຫຼັງຈາກມີການສ້າງເຂື່ອນ ໃສ່ແມ່ນ້ຳຂອງ 2 ແຫ່ງຢູ່ລາວ, ເມື່ອປີ 2020 ນ້ຳຂອງ ໃສຂຶ້ນ ມີຄວາມຂຸ່ນ ໜ້ອຍລົງໆ ເປັນພຽງແຕ່ 2.4 ຫົວໜ່ວຍ, ໝາຍຄວາມວ່າ ຄວາມຂຸ່ນຂອງນ້ຳຂອງ ຫຼຸດລົງເຖິງ 98 ສ່ວນຮ້ອຍ ຫຼັງຈາກມີເຂື່ອນ. ນໍ້າ ທີ່ມີຄວາມຂຸ່ນພຽງ 2.4 ນັ້ນ ເປັນນໍ້າໃສເທົ່າໆກັບນໍ້າກິນ ຈາກກວດເລີຍ. ໃນເມື່ອນ້ຳຂອງໃສ ແລະບົກແຫ້ງລົງ ໜ້ານ້ຳຈະກາຍເປັນຄືແວ່ນ ສະທ້ອນສີຟ້າຂອງທ້ອງຟ້າ ກໍຄືສີຄາມນັ້ນເອງ.
ເວົ້າສະເພາະ ເຂື່ອນໄຊຍະບຸຣີຢູ່ລາວ, ອົງການຊິງຊອມເບິ່ງ ສິ່ງແວດລ້ອມ ໄດ້ສຶກສາສຳຣວດຮູ້ວ່າ ໃນປີ 2020 ເວລານ້ຳຂອງໄຫຼລົງເຖິງອ່າງ ເຂື່ອນໄຊຍະບຸຣີ, ນ້ຳຂອງມີຄວາມຂຸ່ນເຖິງ 100 ຫົວໜ່ວຍ; ແຕ່ເວລາໄຫຼຜ່ານເຂື່ອນ ໄຊຍະບຸຣີແລ້ວ ນໍ້າຂອງມີຄວາມຂຸ່ນ ພຽງແຕ່ 5.16 ຫົວໜ່ວຍ ຫຼຸດລົງເຖິງ 96 ສ່ວນຮ້ອຍ.
ບໍ່ພຽງແຕ່ ແທກຄວາມຂຸ່ນ ຂອງນ້ຳຂອງເທົ່ານັ້ນ ນັກວິທະຍາສາຕ ຍັງແທກປະຣິມານຂີ້ຝຸ່ນ ຂີ້ຕົມ ຂອງນ້ຳຂອງນຳອີກ ແລະຮູ້ຜົນວ່າ ແມ່ນ້ຳຂອງ ມີຝຸ່ນຕົມໄຫຼເຖິງເຂດສາມຫຼ່ຽມ ປາກແມ່ນ້ຳຂອງໃນວຽດນາມເຖິງ 143 ລ້ານຕັ່ນໃນປີ 2007; ແຕ່ໃນປີ 2020, ແມ່ນ້ຳຂອງ ມີຝຸ່ນຕົມໄຫຼລົງເຖິງ ປາກແມ່ນ້ຳຂອງພຽງແຕ່ 47 ລ້ານຕັ່ນ; ຝຸ່ນຕົມສ່ວນຫຼາຍ ຕົກຄ້າງຢູ່ປະເທດລາວ ແລະຈີນ. ເຂື່ອນແມ່ນ້ຳລ້ານຊ້າງ ແລະສາຂາຢູ່ຈີນ ກັກຝຸ່ນຕົມໄວ້ເຖິງ 63 ລ້ານຕັ່ນ ແລະເຂື່ອນແມ່ນໍ້າຂອງ ແລະສາຂາຢູ່ລາວ ກັກຝຸ່ນຕົມໄວ້ 32 ລ້ານຕັ່ນ. ນັກວິທະຍາສາຕ ຂອງອົງການຊິງຊອມເບິ່ງ ສິ່ງແວດລ້ອມ ຄາດຄະເນວ່າ ພາຍໃນປີ 2040, ປະຣິມານ ຝຸ່ນຕົມ ທີ່ໄຫຼລົງໄປເຖິງວຽດນາມ ຈະຫຼຸດລົງເຫຼືອພຽງແຕ່ 5 ລ້ານຕັ່ນຕໍ່ປີ ຫຼັງຈາກຈີນແລະລາວ ສ້າງເຂື່ອນສຳເຣັດທຸກແຫ່ງ ທີ່ກຳລັງວາງແຜນໄວ້ ໃນປັດຈຸບັນ; ເຂື່ອນທັງໝົດຢູ່ຈີນ ແລະລາວ ຈະກັກຝຸ່ນຕົມໄວ້ເຖິງ 81 ສ່ວນຮ້ອຍ ຂອງປະຣິມານທັງໝົດ.
ປະກົດການແມ່ນໍ້າຂອງ ຂາດຝຸ່ນຂາດຕົມນີ້ ໄດ້ສົ່ງຜົນກະທົບ ຕໍ່ຊາວນາວຽດນາມ ຢ່າງແຮງ; ຊາວນາວຽດນາມ ຈົົ່ມວ່າ ນາຂອງພວກເຂົາ ມີຝຸ່ນຕົມໜ້ອຍລົງ ໃນຂະນະດຽວກັນ ນາກາຍເປັນດິນເຄັມ ບໍ່ສາມາດ ປູກເຂົ້າໄດ້ເລີຍ. ຊາວນາວຽດນາມຫຼາຍຄົນ ໃນເຂດສາມຫຼ່ຽມປາກແມ່ນ້ຳຂອງ ໄດ້ຢຸດຕິການເຮັດນາ ແລ້ວກໍໄປຮັບຈ້າງເປັນກັມມະກອນ ຢູ່ໃນເມືອງ ຫຼືຢູ່ຕ່າງປະເທດ.
ທ່ານ Marc Goichot ນັກຊ່ຽວຊານກ່ຽວກັບແມ່ນ້ຳ ປະຈຳອົງການ WWF ກ່າວກັບອົງການຂ່າວຣອຍເຕີຣ໌ວ່າ ຕາມທັມມະຊາຕ ນ້ຳຂອງ ຈະໄຫຼຜ່ານປະເທດຈີນ, ພະມ້າ, ລາວ, ໄທຍ ແລະ ກັມພູຊາ ກ່ອນຈະເຖິງວຽດນາມ ເວລານ້ຳໄຫຼ ມັນຈະພັດ ແລະເຊາະເອົາຝຸ່ນຕົມລົງໄປນຳ; ແຕ່ເວລາມີເຂື່ອນ ເຂື່ອນຈະກັກຝຸ່ນໄວ້ ແຕ່ລະເຂື່ອນກໍກັກ ລວມກັນແລ້ວ ມັນກໍຫຼາຍ; ຜົນສຸດທ້າຍ ຝຸ່ນຕົມ ທີ່ໄຫຼລົງໄປເຖິງວຽດນາມ ກໍໜ້ອຍ, ໜ້ອຍລົງໆ.
ນັກວິທະຍາສາຕ ຍັງຄົ້ນພົບວ່າ ບໍ່ພຽງແຕ່ກັກຝຸ່ນຕົມເທົ່ານັ້ນ ເຂື່ອນຍັງກັກນໍ້າໄວ້ອີກ ໃນຍາມແລ້ງ ແລະປ່ອຍນ້ຳລົງໃນຍາມຝົນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການດຳເນີນຊີວິຕ ຂອງປະຊາຊົນ ຕາມລຳແມ່ນ້ຳສາຍຫຼັກດັ່ງກ່າວ ຫຼາຍແລ້ວ.
ເປັນຫຍັງ ຈຶ່ງມີການສ້າງເຂື່ອນຫຼາຍແທ້ ຢູ່ຈີນ?
ອົງການຂ່າວຣອຍເຕີຣ໌ ຕອບວ່າ ໃນໄລຍະຫຼາຍສິບປີ ທີ່ຜ່ານມາ ຈີນຜລິດກະແສໄຟຟ້າຈາກ ຖ່ານຫິນ ຊຶ່ງເປັນວັດຖຸທີ່ເປີ້ເປື້ອນ; ມາບັດນີ້ ຈີນຢາກຫັນມາຜລິດໄຟຟ້າ ທີ່ຂາວສະອາດ; ວິທີນຶ່ງ ກໍແມ່ນການສ້າງເຂື່ອນ. ປັດຈຸບັນ ຈີນໄດ້ສ້າງເຂື່ອນ ໃສ່ແມ່ນ້ຳລ້ານຊ້າງແລ້ວ 11 ແຫ່ງ, ໃນນັ້ນ 5 ເຂື່ອນເປັນເຂື່ອນໃຫຍ່ ແລະສູງເຖິງ 100 ແມັດ, ສາມາດກັກຝຸ່ນຕົມໄວ້ ໄດ້ຫຼາຍລ້ານຕັ່ນ. ນອກຈາກນັ້ນ ຈີນ ກໍກຳລັງສ້າງເຂື່ອນແມ່ນ້ຳລ້ານຊ້າງຕື່ມອີກ 3 ແຫ່ງ ແລະໄດ້ສ້າງເຂື່ອນ ໃສ່ສາຂາຂອງແມ່ນ້ຳລ້ານຊ້າງ ສຳເຣັດແລ້ວ 95 ເຂື່ອນ. ສ່ວນປະເທດລາວ ສ້າງເຂື່ອນແມ່ນໍ້າຂອງສຳເຣັດໄປແລ້ວ 2 ແຫ່ງ ຄືເຂື່ອນໄຊຍະບຸຣີແລະເຂື່ອນດອນສະໂຮງ, ປັດຈຸບັນ ກຳລັງວາງແຜນສ້າງເຂື່ອນ ແມ່ນ້ຳຂອງຕື່ມອີກ 7 ແຫ່ງ ເຊັ່ນເຂື່ອນປາກແບງ, ເຂື່ອນຫຼວງພະບາງ, ເຂື່ອນປາກລາຍ ແລະເຂື່ອນຊະນະຄາມ ດ່ັງນີ້ເປັນຕົ້ນ. ເຊັ່ນດຽວກັນກັບຈີນ, ລາວສ້າງເຂື່ອນໃສ່ແມ່ນ້ຳສາຂາ ຂອງແມ່ນ້ຳຂອງ ແລ້ວເກືອບຮ້ອຍເຂື່ອນ. ກັໃພູຊາ ກໍກຳລັງສ້າງ 2 ເຂື່ອນໃສ່ແມ່ນ້ຳຂອງ ແລະເຂື່ອນນ້ອຍໆ ອີກຫຼາຍແຫ່ງ.
ຍ້ອນມີເຂື່ອນຫຼາຍເຖິງປານນັ້ນ, ທ່ານ ອະນຸລັກ ກິດຕິຄຸນ ຫົວໜ້າຄະນະກັມມາທິການ ແມ່ນ້ຳຂອງສາກົນ ເຄີຍກ່າວວ່າ ແມ່ນ້ຳຂອງ ຈະບໍ່ສາມາດມີຝຸ່ນຕົມຫຼາ ຍຄືແຕ່ກ່ອນໄດ້ອີກແລ້ວ; ພວກເຮົາ ມີແຕ່ຈະພະຍາຍາມ ປົກປັກຮັກສາສິ່ງທີ່ມີຢູ່ ໃນປັດຈຸບັນເທົ່ານັ້ນ.
ການທີ່ແມ່ນ້ຳຂອງ ຂາດຝຸ່ນຕົມ ກໍມີສ່ວນເຮັດໃຫ້ຕາຝັ່ງຂອງເຈື່ອນ ເພພັງ. ທ່ານ Brian Eyler ຜູ້ອຳນວຍການ ໂຄງການເອເຊັຽ ຕາວັນອອກສຽງໃຕ້ ຈາກສະຖາບັນວິໄຈຄົ້ນຄວ້າ Stimson Center ຢູ່ນະຄອນຫຼວງ ວໍຊິງຕັນ ສະຫະຣັຖອະເມຣິກາ ອະທິບາຍໃຫ້ວິທະຍຸເອ ເຊັຍເສຣີຟັງວ່າ ໃນເມື່ອແມ່ນ້ຳຂອງ ຂາດຝຸ່ນຕົມ ແມ່ນ້ຳຂອງ ກໍກາຍເປັນແມ່ນ້ຳທີ່ຫິວ ຫິວຝຸ່ນຕົມ; ໃນເມື່ອຫິວ ມັນກໍດຶງດູດເອົາຝຸ່ນ ຫຼືດິນຈາກຕາຝັ່ງຂອງ ແລະສຸດທ້າຍ ກໍເຮັດໃຫ້ຕາຝັ່ງເຈື່ອນເພພັງ.
ຕໍ່ບັນຫາທັງໝົດທີ່ກ່າວມານັ້ນ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ໄດ້ຮ່ວມມືກັບທາງການຈີນແລ້ວ ເພື່ອສຶກສາ ສຳຣວດ ຜົນກະທົບທັງໝົດ ຂອງເຂື່ອນ ທີ່ມີຕໍ່ສິ່ງແວດລ້ອມ ແລະປະຊາຊົນ ໃນເຂດລຸ່ມແມ່ນ້ຳຂອງ ແລະຄາດວ່າ ຈະເຜີຍແຜ່ຜົນການສຶກສາ ສຳຣວດພາຍໃນ ປີ 2024.
ສລຸບແລ້ວ ຕໍ່ຄຳຖາມທີ່ວ່າ ເປັນຫຍັງນ້ຳຂອງຈຶ່ງກາຍເປັນສີຄາມ, ຄຳຕອບສັ້ນໆ ກໍຄື ເປັນຍ້ອນເຂື່ອນ ທີ່ກັກຝຸ່ນຕົມໄວ້ ແລະເຮັດໃຫ້ນ້ຳໃສ.