ຊາວຣັສເຊັຽ ເຂົ້າເຖິງຂໍ້ມູນສົງຄາມ, ຕໍ່ຕ້ານ ຜູ້ນຳຕົນເອງ

ອຸ່ນແກ້ວ
2022.10.01
ຊາວຣັສເຊັຽ ເຂົ້າເຖິງຂໍ້ມູນສົງຄາມ, ຕໍ່ຕ້ານ ຜູ້ນຳຕົນເອງ ຜູ້ຍິງຄົນນຶ່ງ ຖືປ້າຍທີ່ມີຮູບ ໂຈເສຟ ສະຕາລິນ, ວະລາດິເມັ໋ຽຣ໌ ປູຕິນ ແລະ ອາດ໊ອລ໌ຟ ຮິຕເລີ້ຣ໌ ໂດຍມີຂໍ້ຄວາມວ່າ “ຜີສາຈຮ້າຍ” ໃນລະຫວ່າງ ເດີນຂະບວນ ເພື່ອສນັບສນູນ ຢູເຄຣນ ຢູ່ຕໍ່ໜ້າ ສູນກາງວັທນະທັມ ຣັສເຊັຽ ໃນເມືອງ ໂຊເຟັຽ ໃນເດືອນເມສາ.
ຮູບພາບ: Dimitar DILKOFF (AFP)

ປັ​ຈະບັນ ມີປະຊາຊົນຣັສເຊັຽ ຈຳນວນຫຼາຍ 1,000 ຄົນ ພາກັນປະທ້ວງ ຢູ່ຫຼາຍເມືອງ ເພື່ອຕໍ່ຕ້ານຄຳສັ່ງ ການເກນທະຫານ ຂອງປະທານາທິບໍດີ ປູຕິນ ຜູ້ນຳຣັສເຊັຽ. ປະຊາຊົນຣັສເຊັຽ ຜູ້ທີ່ບໍ່ພໍໃຈ ສະແດງອອກຫຼາຍທາງ ບໍ່ວ່າຈະເປັນ ການປະທ້ວງຢູ່ນົນ, ການເຜົາທີ່ທຳການ ເກນທະຫານ, ການຍິງເຈົ້າໜ້າທີ່ ຜູ້ທີ່ດຳເນີນການ ເກນທະຫານ. ນອກຈາກນີ້ ຍັງມີປະຊາຊົນ ຢ່າງໜ້ອຍ 200,000 ຄົນ ທີ່ໜີອອກໄປຕ່າງປະເທດ ຍ້ອນເຂົາເຈົ້າຢ້ານ ຖືກເກນເປັນທະຫານ ເພື່ອໄປຣົບຢູ່ປະເທດຢູເຄຣນ ອີງຕາມການຣາຍງານ ຂອງສຳນັກຂ່າວ ບລູມເບີກ (Bloomberg).

ກະ​ແສຕໍ່ຕ້ານ ທີ່ທ້າທາຍອຳນາດ ຂອງປະທານາທິບໍດີ ຜູ້ນຳຣັສເຊັຽ ນັບມື້ນັບເພີ່ມຂຶ້ນ ເຖິງວ່າ ຜູ້ທີ່ຕໍ່ຕ້ານຫຼາຍຄົນ ຈະຖືກທາງການຣັສເຊັຽ ຈັບຂັງຄຸກ ແລະ ຖືກດຳເນີນຄະດີ ກຳຕາມ. ນຶ່ງໃນເຫດຜົຫຼັກຂອງຄົນຣັສເຊັຽ ພາກັນຕໍ່ຕ້ານ ການທະຫານກໍຄືປະຊາຊົນຣັສເຊັຽ ທີ່ເປັນຄົນໜຸ່ມສາວ ສາມາດເຂົ້າເຖິງຂໍ້ມູນ ຂ່າວສານໄດ້ ຢ່າງຮອບດ້ານ ວ່າອັນໃດ ເປັນການໂຄນາ ຊວນເຊື່ອ ອັນໃດເປັນຄວາມຮັກຊາຕ.

ຄົນ​ລາວ ທ່ານນຶ່ງທີ່ຕິດຕາມບັນຫາສົງຄາມ ຣັສເຊັຽ-ຢູເຄຣນ ແຕ່ເຣີ່ມຕົ້ນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ອັນຄວາມເຊື່ອໝັ້ນໃນຄຳເວົ້າມັນກະມີນ້ຳໜັກໄດ໋ ເຈົ້າເວົ້າແນວນຶ່ງ ໂຊຊ້ຽວ ມັນອອກຈັ່ງນຶ່ງ ບາດນີ້ ເຂົາກະມີວິເຄາະເປັນໃດຄົນ. ມັນມີນັກສຶກສາ ເຈົ້າວ່າ ເຈົ້າບໍ່ເສັຽ ບາດນີ້ ເປັນຫຍັງເຈົ້າຈັ່ງເກນ ຄັນເຈົ້າບໍ່ເສັຽ ຄົນພາຍໃນປະເທດນະ ມີຫຍັງເຄື່ອນໄຫວ ເປັນຫຍັງເຂົາຊິບໍ່ຮູ້.”

ຄົນ​ລຸ້ນໃໝ່ໃນປະເທດຣັສເຊັຽ ມີຄວາມສຸຂກັບສັງຄົມສມັຍໃໝ່ ແລະ ບໍ່ຕ້ອງການ ທີ່ຈະເຂົ້າໄປສູ້ຣົບ ໃນສົງຄາມດັ່ງກ່າວ.

ຄົນ​ລາວ ທ່ານນີ້ ກ່າວວ່າ:

ຫຼັກໆ ລະກະຄື ຄົນມັນມີຄວາມສຸແລ້ວ ລະຊິໃຫ້ມັນໄປທຸກ ໂຕນີ້ເປັນໂຕຕັດສິນ ເອົ້າຄິດໄດ້ວ່າ ໄປສູ້ຢູ່ຫັ້ນ ໄດ້ຫຍັງຫວະ ຄົນລຸ້ນໃໝ່ຄິດຊັ້ນໄດ໋ ຢູ່ຫັ້ນມັນກະມີພໍແຮງລະ ເປັນຫຍັງຈັ່ງໄປສູ້ ດອນບາສ ເຂົາຢາກແຍກ ກະໃຫ້ເຂົາຕີເອົາເອງລະ ເອົາໄປຫຍັງຫວະ.”

ຄົນ​ລາວ ທ່ານນີ້ ຍັງກ່າວຕື່ມອີກວ່າ ຜູ້ນຳຣັສເຊັຽມີຄຳສັງເກນທະຫານ ຈຳນວນ 300,000 ຄົນ ນັ້ນ ສະແດງວ່າ ຢູ່ນາມຣົບ ທະຫານຣັສເຊັຽ ຕາຍຫຼາຍ.

ສຳ​ນັກຂ່າວ Wall Street Journal ທີ່ເຫັນເປັນສຳນັກຂ່າວ ຊື່ດັ່ງຂອງຕ່າງປະເທດ ໄດ້ຣາຍງານວ່າ ຕລອດນັບແຕ່ສົງຄາມເຣີ່ມຂຶ້ນ ແຕ່ເດືອນກຸມພາ ຈົນມາເຖິງປັດຈຸບັນ ມີທະຫານຣັສເຊັຽ ເສັຽຊີວິຕ ແລະ ໄດ້ຮັບບາດເຈັບ ປະມານ 80,000 ຄົນ.

ສ່ວນ​ວ່າ ຈຳນວນທະຫານ ຢູເຄຣນທີ່ເສັຽຊີວິຕ ນັບແຕ່ມີສົງຄາມເກີດຂຶ້ນ ມີຈຳນວນເກືອບ 6,000 ຄົນ ອີງຕາມຂໍ້ມູນ ຈາກອົງການ ສະຫະປະຊາຊາຕ.

ຢູ່​ໃນປະເທດ ທີ່ສີວິໄລ ລວມທັງປະເທດຣັສເຊັຽ, ຄົນຈຳນວນຫຼາຍ ບໍ່ເຫັນດີກັບການເຮັດສົງຄາມ ຈົວ່າ ເຂົາເຈົ້າ ພາກັນອອກມາທ້ວງ ກ່ອນທີ່ສົ່ງຄາມຈະເກີດຂຶ້ນ ແລະ ຫຼັງຈາກມີຄຳສັ່ງ ເກນທະຫານ ຂອງຜູ້ນຳຣັສເຊັຽ.

ເຈົ້າ​ໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ເພາະສະນັ້ນ ຄົນຢູ່ໃນສັງຄົມສີວິໄລ ບໍ່ເຫັນເຣື່ອງຂ້າກັນ ເປັນເຣື່ອງມ່ວນຊື່ນ ກະເຊື່ອວ່າ ຄົນຣັສເຊັຽຫຼາຍ 10 ລ້ານ ຫຼາຍ 20 ລ້ານ ຂະເຈົ້າກະບໍ່ໄດ້ເຫັນດີ ກັບປະທານາທິບໍດີ ປູຕິນເນາະ.”

ຜູ້ຊ່ຽວຊານ ທາງດ້ານການທະຫານ ໃຫ້ຄຳເຫັນວ່າປະຊາຊົນຣັສເຊັຽສ່ວນຫຼາຍສາມາດເຂົ້າເຖິງຂໍ້ມູນຂ່າສານ ໄດ້ຢ່າງຮອບດ້ານ ໂດຍສະເພາະ ຂໍ້ມູນຂ່າວສານ ທີ່ສົ່ງຜ່ານສື່ສັງຄົມອອນລາຍນ໌.

ຂໍ້​ມູນ ການສູນເສັຽ ຂອງທະຫານຣັດສເຊັຽ ຖືກສົ່ງມາຈາກນາມຣົບ ໂດຍຣົງ ແລະ ປະກອບກັບທະຫານ ຣັສເຊັຽຢູ່ນາຣົບ ສາມາດຕິດຕໍ່ຫາພໍ່​-ແມ່ ແລະ ຍາດພີ່ນ້ອງຂອງຕົນເອງ ໄດ້ຢ່າງ່າຍດາຍ.

ບາງ​ຄົນ ທີ່ຖີ່ສົ່ງມາສູ້ຣົບ ໂດຍບໍ່ມັກ ກໍໄດ້ເຜີຍແຜ່ເຣື່ອງລາວແລະ ຄວາມຮູ້ສຶກຂອງຕົນເອງ ລົງທາງເຟບຸກ ເຮັດໃຫ້ຄົນຣັສເຊັຽ ຢູ່ພາຍໃນປະເທດ ໄດ້ຮັບຮູ້ຖືກສະພາບ ຄວາມເປັນຈິງ ຂອງທະຫານຣັສເຊັຽທີ່ຕ້ອງປະເຊີນ ຢູ່ນາມຣົບໂຕຈິງ.

ໃນ​ທ້າຍເດືອນກັນຍານີ້, ຣັສເຊັຽ ກໍປະກາດເພື່ຜະວກ ເອົາເຂດແດນ​ 4 ພາກຂອງປະເທດ ຢູເຄຣນ ເພື່ອເອົາເຂົ້າ ເປັນດິນແດນຂອງຕົນເອງ ເປັນຕົ້ນ ດອນເນດ (Donetsk), ລູຮັນ (Luhansk), ຊາໂປລີເຊັຽ (Zaporizhzhia), ແລະ ເຄີຣ໌ຊ້ອນ (Kherson).

ໃນການຜະນວກ ເອົາດິນແດນດັ່ກ່າວ, ຜູ້ນຳຣັສເຊັຽອ້າງວ່າ ໃຫ້ປະຊາຊົນ ທີ່ເວົ້າພາສາຣັສເຊັຽ ລົງປະຊາມະຕິວ່າ ຈະເປັນສ່ວນນຶ່ງ ຂອງຣັສເຊັຽ ແລະ ໃຫ້ເອົາຕາມຜົ ການລົງປະຊາມະຕິ, ແຕ່ ທາງຝ່າຍປະເທດຕາເວັຕົກ ແລະ ຢູເຄຣນ ອ້າງວ່າ ເປັນການລົງມະຕິ ທີ່ຈອມປອມ ແລະ ບໍ່ຮັບຮອງການລົງມະຕິດັ່ງກ່າວ ພ້ອມທັງຢືນຢັນວ່າ ຈະຕໍ່ສູ້ເພື່ອທວງດິນແດນ ທີ່ຣັເຊັຽຍຶດຄອງຢູ່ນັ້ນ ກັບຄືນມາ.

ເມື່ອບໍ່​ດົນມານີ້, ຜູ້ນຳຣັສເຊັຽ ໄດ້ຂູ່ວ່າ ຈະມີການໃຊ້ອາວຸດນິວເຄລັຽ ຖ້າວ່າ ຝ່າຍຢູເຄຣນ ໂຈມເຂດແດນທີ່ຣັສເຊັຽ ຜະນວກເອົານັ້ນ ເຊິ່ງກໍໝາຍເຖິງ 4 ເຂດດັ່ງກ່າວ.

ເຖິງ​ຢ່າງໃດກໍຕາມ, ປະທານາທິບໍດີ ໂຈບາຍເດັນ ຜູ້ນຳສະຫະຣັອາເມຣິກາ ໃນຖານະເປັນປະເທດທີ່ນັບ ນູນອາວຸດ ໃຫ້ປະເທດຢູເຄຣນ ກໍໄດ້ອອກມາເຕືອນຣັສເຊັຽ ວ່າ ຢ່າ ຢ່າ ຢ່າ. ເຈົ້າຈະປ່ຽນໂສມໜ້າ ຂອງສົງຄາມ ແບບບໍ່ເຄີຍມີມາກ່ອນ ນັບຕັ້ແຕ່ສົງຄາມ ໂລກຄັ້ງທີ 2.” ໃນທີ່ນີ້ ໝາຍເຖິງການເຕືອນ ບໍ່ໃຫ້ຣັສເຊັຽໃຊ້ ອາວຸດນິວເຄລັຽ.

ກ່ຽວ​ກັບກໍຣະນີ ທີ່ຣັສເຊັຽອອກມາຂູ່ ໃຊ້ນິວເຄລັຽ, ນັກວິເຄາະຕ່າງປະເທດ ໃຫ້ຄຳໃຫ້ວ່າ ປັດຈຸບັນ ຜູ້ນຳຣັສເຊັຽ ກຳລັງຕົກຢູ່ສະຖານະການ ກືນບໍ່ເຂົ້າຄາຍບໍ່ອອກ ຊິຖອນກະບໍ່ໄດ້ ຫຼັງຈາກທີ່ຖືກທະຫານ ຢູເຄຣນຕອບໂຕ້ຄືນ ແລະ ສາມາດຍຶດພື້ນທີ່ ຄືນຈາກຣັສເຊັຽ ໄດ້ຫຼາຍເມືອງ ໂດຍ ສະເພາະ ຢູ່ເຂດຄາຄິບ.

ນອກ​ຈາກນີ້ ນັກວິເຄາະບາງຄົນ ກໍໃຫ້ຄຳເຫັນວ່າ ຜູ້ນຳຣັສເຊັຽ ກຳລັງຈົນຕາແຈ ຫຼື ເຂົ້າຕາຈົນ.   

ນັກ​ສັງເກດການ ຕ່າງປະເທດ ກໍໃຫ້ທັນະວ່າ ການທີ່ຜູ້ນຳຣັສເຊັຽ ອອກຄຳສັ່ງການເກນ ທະຫານ 300,000 ຄົນ ສະແດງວ່າ ທະຫານທີ່ສົ່ງເຂົ້າມາຣົບ ຢູ່ປະເທດຢູເຄຣນ ນັ້ນ ມີການເສັຽຊີວິຕຫຼາຍ.

ທີ່​ຜ່ານມາ, ອົງການຂ້າຫຼວງໃຫຍ່ ສະຫະປະຊາຊາຕ ໄດ້ລົງຄະແນນສຽງ ໃຫ້ຈະ ຫຼື ລະງັບບົດບາດຂອງປະເທດຣັສເຊັຽ ຢູ່ສະພາສິທທິມະນຸ.

ການ​ລົງຄະແນນສຽງ ໃຫ້ການໂຈະຫຼື ລະງັບບົດບາດ ປະເທດຣັສເຊັຽ ຢູ່ໃນ ສະພາສິທທິມະນຸສ ໄດ້ມີຂຶ້ນ ໃນວັນທີ 7 ເມສາ 2022 ຢູ່ New York ສະຫະຣັອາເມຣິກາ ຫຼັງຈາກທີ່ມີການກ່າວຫາວ່າ ທະຫານຣັສເຊັຽ ໄດ້ທຳການສັງຫານໝູ່ ປະຊາຊົນຢູເຄຣນ ຢູ່ເມືອງ ບູຊາ (Bucha) ທີ່ຢູ່ໃກ້ກັບ ນະຄອນຫລວງ Kyiv ຂອງປະເທດຢູເຄຣນ ອີງຕາມຂໍ້ມູນ ຈາກອົງກາສະຫະປະຊາຊາຕ ຫຼື United Nations.

ສໍ​ນັກຂ່າວ​​ ຕ່າງປະເທດ ຫຼາຍສຳນັກໄດ້ຣາຍວ່າ ມີການສັງຫານປະຊາຊົນຢູເຄຣນ ຫຼາຍ 100 ຄົນ ໂດຍທະຫານຣັສເຊັຽ ນັບແຕ່ວັນທີ່ ທະຫານຣັສເຣີ່ມ ບຸກເຂົ້າຍຶດເມືອງ ບູຊາ (Bucha).

ອົງ​ການຂ້າຫຼວງໃຫຍ່ ສະຫະປະຊາຊາຕ ມີສະມາຊິກທັງໝົດ 193 ປະເທດ ໃນນັ້ນມີ 93 ປະເທດ ໄດ້ລົງຄະແທນສຽງ ເຫັນດີໃຫ້ໂຈະ ບົດບາດຂອງຣັເຊັຽ ຢູ່ໃນສະພາສິທິມະນຸ, ມີ 24 ປະເທດ ເຊິ່ງມີປະເທດລາວ ຢູ່ໃນນັ້ນ ລົງຄະແນນສຽງຄັດຄ້ານ, ແລະ 58 ປະເທດງົດອອກສຽງ.

ສຳ​ນັກຂ່າວ ວໍຊິງຕັ້ນ  ໂພສ ໄດ້ຣາຍງານວ່າ ຖ່າມກາງສົງຄາມ ລະຫວ່າງ ຣັສເຊັຽ ກັບ ຢູເຄຣນ  ນັ້ນສະແດງ ໃຫ້ເຫັນເຖິງ ຜົກະທົບ ທີ່ເປັນຕ່ອງໂສ້ ຢູ່ໃນ ກອງປະຊຸມທາງດ້ານ ເສກິດໂລກ ຫຼື World Economic Forum ຢູ່ເມືອງ ດາວອດສ໌ ປະເທດວີເຊີແລນ ໃນນະທີ່ ຜູ້ນຳຫຼາຍປະເທດ ວິຈານຣັສເຊັຽ ທີ່ໃຊ້ກຳລັງທະຫານ ບຸກຢູເຄຣນ

ໃນ​ການປາໄສ ຕໍ່ບັນກຸ່ມນັກການເມືອງ ແລະ ຜູ້ບໍຣິຫານລະດັບສູງ, ພົນເອກ Jens Stoltenberg ເລຂາທິ ການອົງການ ສົນທິສັນຍາ ປົກປ້ອງແອັດແລນຕິກເໜືອ ຫຼື NATO ໄດ້ຕຳນິ ວ່າ: ເປັນຄວາມຜິດພາດໃຫຍ່ ຂອງ Vladimir Putin ຜູ້ນຳຣັສເຊັຍທີ່ໃຊ້ກຳລັງທະຫານ ຮຸກຮານ ຢູເຄຣນ.”

ທ່ານ ຍັງ​ກ່າວຕື່ມວ່າ ມັນເປັນໂຕປ່ຽນເກມໃນທາງດ້ານຄວາມໝັ້ນຄົງຂອງ ຢູໂຣບ ແລະ ຣະບຽບໂລກທີ່ກວ້າງຂຶ້ນກວ່າເກົ່າ.”

ຈາກ​ຜົຂອງສົງຄາມ, ຍິ່ງເຮັດໃຫ້ພັນທະມິຕຂອງ NATO ເຄື່ອນກຳລັງທະຫານ ເຂົ້າມາປະຊິດຊາຍແດນ ຂອງຣັສເຊັຽ ໂດຍ ທີ່ NATO ​ຮັບເອົາມາຊິກໃໝ່ ເພີ່ມເຕີມ ຄື ປະເທດ Sweden ແລະ Finland ເຊິ່ງປັດຈຸບັນ NATO ມີສະມາຊິກທັງໝົດ 30 ປະເທດ ແລະ ບວກເອົາອີກ 2 ປະເທດຄື Sweden ແລະ Finland.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.